MRC ໃຫ້ທົບທວນ ທາງຜ່ານ ຂອງປາ

ສິດນີ
2017.05.08
f-pakbeng ຄວາມກັງວົນເປັນຫ່ວງ ຂອງ ຄນະກັມມາທິການ ແມ່ນໍ້າຂອງ ໃນເຣື້ອງຂອງ ສາຍພັນປາຫລາຍຮ້ອຍຊນິດ ຈະຕົກຢູ່ໃນຂັ້ນສູນພັນ
Screen shot MRC forum

ຢູ່ກອງປະຊຸມພູມີພາກເວທີ ຜູ້ຖືຜົນປໂຍດ ໂຄງການເຂື່ອນປາກແບງ ທີ່ຈັດຂຶ້ນ ໂດຍກັມມາທິການ ແມ່ນໍ້າຂອງ MRC ຢູ່ນະຄອນຫຼວງ ວຽງຈັນ ໃນວັນທີ 5 ພຶສພາ 2017 ເພື່ອເປີດໂອກາດ ໃຫ້ທຸກພາກສ່ວນ ແລກປ່ຽນ ຄວາມຄິດ ຄວາມເຫັນ ແລະ ແຈ້ງບັນຫາຄວາມເປັນ ຫ່ວງ ກ່ອນຈະມີການ ຕົກລົງ ສ້າງເຂື່ອນ ໃນຄັ້ງທີສອງນີ້.

ດຣ.ໂຊນາມ (So Nam) ເຈົ້າໜ້າທີ່ລະດັບສູງ ຜແນກບໍຣິຫານ ຊັພຍາກອນສິ່ງແວດລ້ອມ ຂອງກັມມາທິການ ແມ່ນໍ້າຂອງ ໄດ້ສະເໜີໃຫ້ ຜູ້ພັທນາ ໂຄງການ ທົບທວນ ແລະປັບປ່ຽນ ຮູບແບບ ຂອງປະຕູເປີດ-ປິດ ຂອງຊ່ອງທາງຂຶ້ນ-ລົງ ຂອງປາພາຍໃນເຂື່ອນ ເພື່ອໃຫ້ບ່ອນທີ່ ປາລອຍ ຂຶ້ນ-ລົງ ມີຄວາມປອດພັຍ ແລະມີການສູນເສັຽ ຫນ້ອຍທີ່ສຸດ.

ທ່ານວ່າ ເທັກນິກ ແລະການອອກແບບ ການສ້າງເຂື່ອນ ທີ່ຜູ້ພັທນາເຂື່ອນ ສະເໜີ ໃນປັດຈຸບັນນີ້ ອາດເຮັດໃຫ້ປາ ສູນເສັຽພັນ ແລະທັງ ບໍ່ຕອບສນອງ ຕໍ່ທັມຊາດ ຂອງວົງຈອນຊີວິດ ຂອງປາ ແລະວ່າ ໃນພື້ນທີ່ ທີ່ຈະສ້າງເຂື່ອນ ປາກແບງ ນັ້ນມີປາ ຈໍານວນຫຼາຍ ທີ່ສາມາດ ຈັບໄດ້ 40 ພັນ ຫາ 60 ພັນໂຕນຕໍ່ປີ. ໃນບໍຣິເວນນັ້ນ ມີພັນປາ ປະມານ 200 ກວ່າຊນິດ ໃນນັ້ນ 30 ສາຍພັນ ມີຄວາມສໍາຄັນທາງ ເສຖກິດ ຊຶ່ງຊາວບ້ານ ໃນແຂວງອຸດົມໄຊ ໄດ້ບອກວ່າ ດຽວນີ້ ປາຫລາຍສາຍພັນ ໄດ້ສູນເສັຽ ໄປແດ່ແລ້ວ.

ໃນດ້ານພາກສ່ວນເສຖກິດແລະສັງຄົມ ທີ່ອາດໄດ້ຮັບ ຜົນກະທົບ ຈາກໂຄງການ ເຂື່ອນນີ້ ກັມມາທິການ ແມ່ນໍ້າຂອງ ຢາກໃຫ້ ຜູ້ພັທນາ ໂຄງການເຂື່ອນ ເອົາໃຈໃສ່ ໃນການລ້ຽງປາຕື່ມ, ຈັດໂຄງການ ຝຶກອົບຮົມອາຊີບ ໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກການສ້າງເຂື່ອນ ພ້ອມທັງ ຮັບປະກັນ ການເບິ່ງແຍງ ປະຊາຊົນ ທີ່ຖືກໂຍກຍ້າຍ.

ກອງປະຊຸມເທື່ອນີ້ ເປັນການເປີດໂອກາດໃຫ້ ພາກສ່ວນຕ່າງໆ ແຈ້ງຕໍ່ຜູ້ພັທນາ ໂຄງການເຂື່ອນ ໃນບັນຫາຕ່າງໆ ທີ່ຕົນອາດຈະໄດ້ຮັບ ຈາກຜົນກະທົບ ເພື່ອໃຫ້ຜູ້ພັທນາ ນໍາໄປປັບປຸງ ແລະແກ້ໄຂ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.