MRC ປະຊຸມຄັ້ງທີ 2
2017.05.07

ກອງປະຊຸມພູມີພາກ ຂອງຜູ້ມີສ່ວນໄດ້ສ່ວນເສັຽ ໃນໂຄງການ ເຂື່ອນປາກແບງ ທີ່ຈັດຂຶ້ນຢູ່ ນະຄອນຫລວງ ວຽງຈັນ ໃນວັນທີ 5 ພຶສພາ 2017 ເປີດໂອກາດ ໃຫ້ພາກສ່ວນ ຕ່າງໆຮວມທັງ ພາກເອກຊົນ, ພາກຣັຖ ແລະອົງການ ທີ່ບໍ່ຂຶ້ນກັບ ຣັຖບານ ອົງການ ຈັດຕັ້ງສາກົລ ຮັບຟັງ ຄວາມຄືບໜ້າ ແລະການແກ້ໄຂ ຄວາມກັງວົນ ທີ່ຖືກຍົກຂຶ້ນ ໃນກອງປະຊຸມ ຄັ້ງທີ 1 ເມື່ອເດືອນກຸມພາ ທີ່ເມືອງຫຼວງພຣະບາງ. ພ້ອມດຽວກັນ ບັນດາຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ຮັບຟັງ ເຣື່ອງການຊັ່ງຊາເບິ່ງ ເຖິງການພັທນາ ກັບການ ປົກປ້ອງ ແມ່ນໍ້າຂອງ.
ໃນກອງປະຊຸມ ທີ່ຜ່ານມາ ຢູ່ເມືອງຫລວງພຣະບາງ ບັນດາຜູ້ຕາງໜ້າ ຈາກປະເທດ ສະມາຊິກ MRC ແລະກຸ່ມຜຸ້ມີ ສ່ວນໄດ້ສ່ວນເສັຽ ໄດ້ຮຽກຮ້ອງໃຫ້ ກອງເລຂາ MRC, ສປປລາວ ແລະຜູ້ພັທນາ ໂຄງການເຂື່ອນ ປາກແບງ ຊີ້ແຈງ ໃນດ້ານເທັກນິກ ຂອງໂຄງການ ແລະຂັ້ນຕອນ ການແຈ້ງໃຫ້ຮູ້, ການປຶກສາຫາຣື່ ກັນລ່ວງໜ້າ ແລະການຕົກລົງ PNCPA.
ຍານາງ ເຂັມມານີ ຍ້ອຍບຸນກອງ ຮອງຣັຖມົນຕຣີ ກະຊວງ ຊັພຍາກອນ ແລະ ສິ່ງແວດລ້ອມ ຂອງລາວ ກ່າວວ່າ ພວກທ່ານ ຍັງເປີດ ກ້ວາງ ສໍາລັບຄໍາເຫັນ ຄໍາຖາມ ແລະຄໍາສເນີຕ່າງໆ. ພວກທ່ານ ຍິນດີຮັບຟັງ ຄໍາແນະນໍາ ຈາກກອງປະຊຸມ ຜູ້ມີສ່ວນໄດ້ສ່ວນເສັຽ ຄັ້ງນີ້ ແລະຈາກການ ທົບທວນ ທາງດ້ານເທັກນິກ ໃນການອອກແບບ ແລະການປະຕິບັດ. ແລະວ່າ ຄືດັ່ງກໍຣະນີ ເຂື່ອນໄຊຍະບູລີ ແລະ ເຂື່ອນ ດອນສະໂຮງ ພວກທ່ານ ຍັງເປີດຮັບຟັງ ຄໍາຄິດເຫັນ ແມ່ນແຕ່ຫລັງ ການສລຸບ ການທົບທວນ ໂຄງການ ຕາມກໍານົດ 6 ເດືອນ ນັ້ນແລ້ວ. ໝາຍຄວາມວ່າ ພວກທ່ານຈະຮັບຟັງ ຄວາມກັງວົນ ໂດຍບໍ່ກໍານົດ ເວລາ ທີ່ຈໍາກັດ.
ການປຶກສາຫາຣືກັນລ່ວງໜ້າ ກ່ຽວກັບໂຄງການ ເຂື່ອນປາກແບງ ເລີ່ມຂຶ້ນຢ່າງເປັນ ທາງການ ເມື່ອວັນທີ 20 ທັນວາ 2016 ແລະ ຈະ ດໍາເນີນໄປ ຮອດເດືອນ ມີຖຸນາ 2017 ນີ້ ເມື່ອກອງປະຊຸມ jcwg ສົ່ງຄໍາແນະນໍາເຖິງ ຄນະກັມການຮ່ວມ. ຂະບວນການນີ້ ປົກຕິແລ້ວ ດໍາເນີນໄປ 6 ເດືອນ ແຕ່ກໍສາມາດ ຕໍ່ເວລາອອກໄດ້ ຕາມຂໍ້້ຕົກລົງ ຂອງຄນະ ກັມການຮ່ວມ MRC.
ແລະຕາມຄໍາເວົ້າຂອງທ່ານ ທ່ານ ຟາມຕັວນຟັນ ຄນະຜູ້ບໍຣິຫານ CEO ຂອງ MRC ໂຄງການ ເຂື່ອນປາກແບງ ໃນເຂດແຂວງ ອຸດົມໄຊ ພວມຢູ່ຣະຫວ່າງ ຂະບວນການ ຫາຣື ກ່ອນລ່ວງໜ້າ. ແລະທາງຄນະ ກໍຈິງຈັງກ່ຽວກັບ ຂະບວນການນີ້ ເພື່ອທີ່ຈະນໍາໄປສູ່ ການເຮັດໃຫ້ ໂຄງການດີ ຫາກດໍາເນີນ ຕາມຂັ້ນຕອນ ແລະ ການພັທນາ ອ່າງ ແມ່ນໍ້າຂອງ ແບບຍືນຍົງ.
ໃນການທົບທວນເບື້ອງຕົ້ນ ທາງດ້ານເທັກນິກ ບັນດາຜູ້ຊ່ຽວຊານກອງເລຂາ MRC ເນັ້ນເຖິງຫຼາຍບັນຫາ ກ່ຽວກັບເຣື່ອງການ ອອກແບບ ແລະຜົລກະທົບ ທີ່ຟື້ນຟູຄືນ ບໍ່ໄດ້ ຈາກໂຄງການ ເຂື່ອນປາກແບງ ຊຶ່ງຮວມທັງ ທາງປາຜ່ານ ການໄຫລ ຂອງດິນຝຸ່ນ ຫລືຕະກອນ ແລະ ສັດນໍ້າຕ່າງໆ. ພ້ອມດຽວກັນ ພວກທ່ານ ກໍເນັ້ນວ່າ ເອກສານ ສໍາຄັນ ຂອງໂຄງການນັ້ນ ແມ່ນຢູ່ໃນ ຂັ້ນສຶກສາ ຄວາມເປັນ ໄປໄດ້ເທົ່ານັ້ນ ແລະການອອກແບບ ຂັ້ນສຸດທ້າຍ ຈະໄດ້ຮັບ ການປັບປຸງ ຕາມທີ່ທາງ ຣັຖບານລາວ ແລະຜູ້ ພັທນາໂຄງການ ກໍານົດໄວ້ ໃນຣະຫວ່າງ ການປຶກສາຫາຣືກັນ ທີ່ຜ່ານມາ.