ຊາວບ້ານ ທີ່ ອາໄສ ຢູ່ ບ້ານ ຈັດສັນ ໂຄງການ ເຂື່ອນ ນໍ້າຄານ3 ເມືອງ ຊຽງເງິນ ແຂວງ ຫຼວງພຣະບາງ ເປີດເຜີຍ ວ່າ ຫລັງຈາກ ໄດ້ຍ້າຍ ມາຢູ່ ໃນບ້ານ ນີ້ແລ້ວ ກໍ ສະດວກ ສະບາຍ ນໍ້າໄຫລ ໄຟແຈ້ງ, ແຕ່ ຫລາຍຢ່າງ ກໍບໍ່ ສະດວກ ຄືກັບ ຢູ່ບ້ານເກົ່າ ແລະ ບໍ່ຮູ້ວ່າ ອະນາຄົດ ຈະ ເປັນ ແນວໃດ ດັ່ງທ່ານ ໄດ້ກ່າວ:
"ກໍຄືວ່າ ແຫລະ ເຣື້ອງ ນໍ້າໄຫລ ໄຟ ສະຫວ່າງ ກໍຄືວ່າ ຢູ່ບ້ານເກົ່າ ກໍບໍ່ ມີໄຟ ມີນໍ້າ. ຢູ່ ບ້ານໃໝ່ ກໍບໍ່ເວົ້າ ບໍ່ວ່າ ແຫລະ ເຣື້ອງໄຟ ເຣື້ອງນໍ້າ ກໍ ສະບາຍ ຢູ່ ແຕ່ຫາກ ຂາດ ເລັກໆ ນ້ອຍໆ ຫາຂົບ ຫາກິນ ມັນ ຢາກຍາກ ຄັນບໍ່ໄດ້ ອອກຕລາດ ກ່າບໍ່ໄດ້ ກິນ ຄືວ່າ ແຫລະ ຢູ່ບ້ານເກົ່າ ຍັງເກັບຜັກ ເກັບໝີ່ ໄດ້, ຢູ່ພີ້ ກໍບໍ່ຮູ້ ແນວສີ່ເຮັດ ມີແຕ່ ເຮັດຮົ້ວ ເຮັດສວນ ເພິ່ນ ປານມາ ຂັງຄອກ ບໍ່ເໜັງ ບໍ່ຕີງ ກໍມີ ແຕ່ດິນ ເພິ່ນ ຢາກເວົ້າ ທາງ ໂຄງການ ທາງ ໂຄງການ ເຂົາສີ່ລ້ຽງ ຈັກປີ ຫາ ຈັກປີ".
ຊາວບ້ານ ຜູ້ນີ້ ເວົ້າວ່າ ສອງບ້ານ ທີ່ ຍ້າຍມາ ຢູ່ບ້ານ ຈັດສັນ ຂອງ ໂຄງການ ນີ້ ຕັ້ງແຕ່ ຕົ້ນປີ 2014, ກໍມີບ້ານ ຫ້ວຍ ສະທັນ ແລະ ບ້ານ ດອນຫວາຍ. ທາງ ໂຄງການ ໃຫ້ ເງິນລ້ຽງດູ ຄອບຄົວ ນຶ່ງ ປະມານ 6 ແສນກີບ ຕໍ່ ເດືອນ ແຕ່ບໍ່ໄດ້ ຈັດສັນ ທີ່ດິນ ປູກຝັງ ໃຫ້. ຊາວບ້ານ ຕ້ອງໄດ້ ອາໄສ ຕລາດ ເມືອງ ຊຽງເງິນ ຊື້ ອາຫານ ການກິນ.
ທີ່ດິນ ຢູ່ບ້ານເກົ່າ ຫ່າງຈາກ ບ້ານ ຈັດສັນ ປະມານ 2 ກິໂລແມັດ ກ່ວາໆ ຊາວບ້ານ ຢາກໃຫ້ ທາງ ໂຄງການ ຈັດສັນ ທີ່ດິນ ປູກຝັງ ໃຫ້ ເພື່ອ ຈະບໍ່ອີງ ຕໍ່ເງິນ ຊ່ວຍເຫລືອ 6 ແສນກີບ ຢ່າງ ດຽວ ແລະ ຢາກໃຫ້ ທາງ ໂຄງການ ແຈ້ງໃຫ້ ຮູ້ຄັກແນ່ ວ່າ ຈະໃຫ້ເງິນ ອູດໜູນ ນີ້ ໄປຮອດ ມື້ໃດ.
ເຈົ້າໜ້າທີ່ ໂຄງການ ເຂື່ອນ ເວົ້າວ່າ ວຽກງານ ສ້າງ ເຂື່ອນ ນໍ້າຄານ3 ສໍາເຣັດ ໄປແລ້ວ ປະມານ 66 ສ່ວນຮ້ອຍ, ການຍ້າຍ ຊາວບ້ານ ຈາກ 10 ບ້ານ ທີ່ໄດ້ຮັບ ຜົນ ກະທົບ ສໍາເຣັດ ໄປ ແລ້ວ 80 ສ່ວນຮ້ອຍ. ສໍາລັບ ການ ຊ່ວຍເຫລືອ ຕາມທີ່ ເຊັນ ສັນຍາ ກັນນັ້ນ 3 ປີ ກໍໝົດ ດັ່ງທ່ານ ໄດ້ກ່າວ:
"ກໍຖືວ່າ ຍ້າຍເຂົ້າມາ ໝົດທັງ 10 ບ້ານ ແຕ່ວ່າ ແຕ່ລະ ບ້ານ ກໍຍັງ ບໍ່ໄດ້ມາ ໝົດເທື່ອ ເນາະ ມາແລ້ວ 553 ຄອບຄົວ ໃນ ຈໍານວນ ທັງໝົດ 655 ຄອບຄົວ ຢູ່ ໃນບົດ ໂຄງການ ຢູ່ໃນ ແອັມ ໂອ ຢູ 3 ປີ ແລ້ວ ກໍໝົດ".
ໂຄງການ ເຂື່ອນ ໄຟຟ້າ ນໍ້າຄານ3 ມີກໍາລັງ ຜລິດ ໄຟຟ້າ 60 ເມກາວັດ, ມູນຄ່າ 130 ລ້ານ ໂດລາ, ລົງທຶນ ສ້າງ ໂດຍ ບໍຣິສັດ Sinohydro ຂອງຈີນ, ກໍານົດ ໃຫ້ ແລ້ວ ແລະ ເປີດ ໃຊ້ ໃນປີ 2016.