ຂັ້ນຣັຖບານຕ້ອງຕັດສິນເຣື້ອງ ເຂື່ອນ
2015.06.22
ໂຄງການ ເຂື່ອນ ດອນສະໂຮງ ຢູ່ ປະເທສ ລາວ, ທີ່ ມີການ ຂັດແຍ່ງ ກັນ ນັ້ນ ຣັຖບາລ ຂອງ 4 ປະເທສ ສະມາຊິກ ລຸ່ມ ແມ່ນ້ຳຂອງ, ຈະຕ້ອງ ຕັດສິນໃຈ ວ່າ ຈະສ້າງ ຫລື ບໍ່ສ້າງ.
ຄນະ ກັມມາທິການ ແມ່ນ້ຳຂອງ ຖແລງວ່າ ບັນຫາ ເຂື່ອນ ດອນສະໂຮງ ແມ່ນໄດ້ ສົ່ງ ໃຫ້ ສະພາ ຄນະ ກັມມາທິການ ແມ່ນ້ຳຂອງ ຊຶ່ງ ປະກອບ ດ້ວຍ ຣັຖມົນຕຣີ ດ້ານ ນ້ຳ ແລະ ສິ່ງແວດລ້ອມ ຂອງ ສປປລາວ, ໄທ, ກຳພູຊາ ແລະ ວຽດນາມ, ພາຍຫລັງ ກອງປະຊຸມ ພິເສດ ເມື່ອ ວັນທີ 28 ມົກກະຣາ 2015 ເວລາ ທີ່ ຄນະ ກັມມາທິການ ຮ່ວມ ຂອງ ຄນະ ກັມມາທິການ ແມ່ນ້ຳຂອງ ບໍ່ ສາມາດ ຕົກລົງ ກັນ ໄດ້, ກ່ຽວກັບ ໂຄງການ ດັ່ງກ່າວ.
ໃນ ຖແລງການ ເວົ້າວ່າ "ຫລັງຈາກ ການ ພິຈາຣະນາ, ສະພາ ຄນະ ກັມມາທິການ ແມ່ນ້ຳຂອງ ປະກາດ ວ່າ, ຍັງມີ ຄວາມຄິດເຫັນ ທີ່ ແຕກຕ່າງ ກັນ ຣະຫວ່າງ ປະເທສ ຕ່າງໆ ກ່ຽວກັບ ຂະບວນການ ປຶກສາ ຫາລື ລ່ວງໜ້າ, ກ່ອນ ຈະໄປເຖິງ ບ່ອນ ສິ້ນສຸດ ແລະວ່າ, ບັນຫາ ນີ້ ຕ້ອງໄ ດ້ສົ່ງໃຫ້ ຣັຖບາລ ປະເທສ ຕ່າງໆ ທີ່ ກ່ຽວຂ້ອງ ເພື່ອ ແກ້ໄຂ”.
ເມື່ອ ວັນສຸກ ຜ່ານມາ ຄນະ ກັມມາທິການ ແມ່ນ້ຳຂອງ ໄດ້ ເວົ້າເຖິງ ຂໍ້ຕົກລົງ ແມ່ນ້ຳຂອງ ປີ 1995 ທີ່ 4 ປະເທສ ນັ້ນ ໄດ້ ລົງນາມ ຊຶ່ງ ກຳນົດ ວ່າ ໃນ ກໍຣະນີ ທີ່ ຄນະ ກັມມາທິການ ແມ່ນ້ຳຂອງ ບໍ່ ສາມາດ ແກ້ໄຂ ຂໍ້ ຂັດແຍ່ງ ໄດ້, ຄວນສົ່ງ ບັນຫາ ນັ້ນ ໃຫ້ ຣັຖບາລ ປະເທສ ຕ່າງໆ ເພື່ອ ”ເຈຣະຈາ ພິຈາຣະນາ ແກ້ໄຂ”.