ສ້າງສນາມບິນ ຂ.ຫົວພັນ ຄືບໜ້າ
2014.12.09

ວຽກງານ ກໍ່ສ້າງ ສນາມບິນ ສາກົນ ໜອງຄ້າງ ຢູ່ ເມືອງ ຊໍາເໜືອ ແຂວງ ຫົວພັນ ຄືບໜ້າ ໄປໄດ້ 16 ສ່ວນຮ້ອຍ, ແຕ່ ກໍຍັງ ຖືວ່າ ຫລ້າຊ້າ ເກືອບ 20 ສ່ວນຮ້ອຍ ຂອງ ແຜນການ. ຄາດວ່າ ການ ກໍ່ສ້າງ ຈະໃຫ້ ສໍາເຣັດ ພາຍໃນ ເດືອນ ຕຸລາ ປີ 2015 ແນໃສ່ ໃຫ້ທັນ ກັບ ກໍານົດ ການເປີດ ປະຊາຄົມ ເສຖກິດ ອາຊຽນ. ດັ່ງ ເຈົ້າໜ້າທີ່ ກ່າວວ່າ:
"ດຽວນີ້ ຂະເຈົ້າ ກ່າຍັງເຮັດ ຢູ່ເນາະ ແຕ່ວ່າ ດຽວນີ້ ເຂົາກໍາລັງ ນັ້ນເດ ເຂົາບົດຫີນ ຫັ້ນນະ ເປັນແຮ່ຫີນ ນັ້ນນະ ເຂົາ ຊິຕຣຽມ ປູເດີ່ນບິນ ຫັ້ນນະ".
ທ່ານວ່າ ຕາມແຜນ ການ ນັ້ນ ມາຮອດ ເດືອນ ພຶສຈິກາ ນີ້ ວຽກ ງານ ກໍ່ສ້າງ ຕ້ອງໃຫ້ໄດ້ 33 ສ່ວນຮ້ອຍ, ແຕ່ກໍບໍ່ໄດ້ ຍ້ອນວ່າ ໃນ ຍາມ ຣະດູຝົນ ວຽກງານ ໄດ້ ຢຸດເຊົາ ໄປແດ່. ໂຄງການ ສ້າງ ສນາມບິນ ໜອງຄ້າງ ມີ ຜົນກະທົບ ຕໍ່ ປະຊາຊົນ 130 ກວ່າ ຄອບຄົວ. ຊາວບ້ານ ຕ້ອງ ໂຍກຍ້າຍ ໄປ ຢູ່ແຫ່ງ ອື່ນ. ຊາວບ້ານ ຍັງລໍ ຄໍາຕອບ ຈາກ ທາງການ ຢູ່ ວ່າ ພວກຕົນ ຈະໄດ້ຮັບ ຄ່າ ຊົດເຊີຍ ຫລືບໍ່.
ໂຄງການ ສ້າງ ສນາມບິນ ສາກົນ ໜອງຄ້າງ ເປັນ ສນາມບິນ ຂນາດ ກາງ, ໄດ້ ເລີ້ມ ລົງມື ສ້າງ ໃນເດືອນ ຕຸລາ ປີ 2013 ໂດຍ ບໍຣິສັດ ຮ່ວງ ອານ ເຢັຽລາຍ ຂອງ ວຽດນາມ ເປັນ ຜູ້ລົງທຶນ ກ່ອນເປັນ ຈໍານວນ ເງິນ 592 ຕື້ກີບ ຫລື ປະມານ 74 ລ້ານ ໂດລາ ແລ້ວ ຣັຖບານ ຈະ ຈ່າຍຄືນ ຕາມ ທີ່ຫລັງ.