ຊາວບ້ານເຂດເຂື່ອນນໍ້າເທີນ 2 ລໍາບາກ

ຈໍາປາທອງ
2014.12.07
F-Nakai ຊາວບ້ານ ທີ່ຖືກໂຍກຍ້າຍ ຈາກໂຄງເຂື່ອນ ນໍ້າເທີນ 2 ໄປຢູ່ເຂດ ບ້ານຈັດສັນ
Photo: ADB courtesy

 

ຊາວບ້ານ ໃນເຂດ ເຂື່ອນ ນໍ້າເທີນ 2 ບໍ່່ມີ ພື້ນທີ່ ທໍາການ ປູກຝັງ ພຽງພໍ.

ເພື່ອຢາກຮູ້ ຄວາມຈິງ ກ່ຽວກັບ ສະພາບການ ແລະ ຊີວິດ ການ ເປັນຢູ່ ຂອງ ປະຊາຊົນ ດ້ວຍຕົນເອງ ນາງ ຕາເນັຽຢາ ລີ ເຈົ້າ ໜ້າທີ່ ອົງການ ແມ່ນໍ້າ ສາກົນ ໄດ້ ເດີນທາງ ໄປໂອ້ລົມ ກັບພວກ ຊາວບ້ານ ທີ່ ໄດ້ຖືກໃຫ້ ໂຍກຍ້າຍ ໄປຢູ່ເຂດ ຈັດສັນ ຂອງໂຄງ ການ ເຂື່ອນ ນໍ້າເທີນ 2 ຂນາດ 1,070 ເມກາວັດ ແລະ ປະຊາ ຊົນ ທີ່ ຢູ່ຕາມ ແຄມ ເຊບັ້ງໄຟ ເມື່ອ ມໍ່ໆມາ ນີ້.

ໂຄງການ ທີ່ວ່ານີ້ ເຮັດໃຫ້ ຊາວບ້ານ ປະມານ 6,300 ຄົນ ໃນ 16 ໝູ່ບ້ານ ທີ່ ບໍ່ສມັກໃຈ ນັ້ນ ຈໍາຕ້ອງໄດ້ ໂຍກຍ້າຍ ໄປຢູ່ ບ້ານ ຈັດສັນ ທີ່ທົ່ງພຽງ ນາກາຍ ແລະ ເຂື່ອນ ນັ້ນ ກໍສ້າງ ຜົລ ກະທົບ ໃສ່ ປະຊາຊົນ ທີ່ຢູ່ໃຕ້ ເຂື່ອນ ແລະ ຢູ່ເໜືອ ເຂ່ືອນ ຫຼາຍກວ່າ 110,000 ຄົນ.

ຊາວບ້ານ ສະແດງອອກ ເຖິງຄວາມ ບໍ່ພໍໃຈ ຫລາຍ ນໍາການຂາດ ໂອກາດ ໃນການ ທໍາມາ ຫາກິນ ຢູ່ທີ່ນັ້ນ. ພວກ ຊາວບ້ານ ເວົ້າວ່າ ເຂົາເຈົ້າ ກັງວົນ ນໍາການ ບໍ່ມີ ທີ່ດິນ ປູກຝັງ, ພື້ນທີ່ ເພື່ອ ຂຍາຍ ຄອບຄົວ, ຕໍ່ເຮືອນ ຫຼື ປຸກເຮືອນ ໃໝ່ ແລະ ຂາດຄວາມ ໝັ້ນໃຈ ທີ່ ຈະສາມາດ ຫາຣາຍໄດ້ ໃດໆ ຈາກ ການຫາປາ ໃນອ່າງ ນໍ້າ ນັ້ນ.

ຊາວບ້ານ ເວົ້າກັບ ນາງ ຕາເນັຽຢາ ລີ ວ່າ ຫລາຍຄົນ ຕັດສິນໃຈ ໄປເຮັດ ໃນສິ່ງທີ່ ຜິດ ກົດໝາຍ ເພື່ອໃຫ້ມີ ຣາຍໄດ້ ຂັ້ນພື້ນຖານ. ແມ່ຍິງຄົນ ນຶ່ງ ອະທິບາຍ ວ່າ ຖ້າ ຄອບຄົວ ມີເງິນພໍ ທີ່ ຈະຊື້ດິນ ເພິ່ມເຕີມ ໃນເຂດ ອ້ອມແອ້ມ ນີ້ ກໍຈະ ປູກຝັງ; ຫຼາຍຄົນ ກໍໄປ ເຮັດສວນ ຢູ່ທີ່ສູງ ເຖິງ ຈະຮູ້ວ່າ ອາຈຖືກ ປັບໃໝ ຢູ່ໃນເຂດ ທີ່ເພີ່ນ ອະນຸຮັກ ນັ້ນ ກໍຕາມ.

ນາງວ່າ ຊາວບ້ານ ຈໍານວນ ນຶ່ງ ຂາຍໄມ້ ທີ່ ຫາມາຈາກ ອ່າງ ເກັບນໍ້າ ຂອງ ເຂື່ອນ ແລະ ຈາກ ປ່າ ໃນເຂດນັ້ນ ເຖິງແມ່ນວ່າ ພວກ ເຂົາເຈົ້າ ມີ ຄວາມສ່ຽງ ທີ່ ຈະຖືກ ໃສ່ໂທດ ຈາກ ເຈົ້າໜ້າທີ່ ກໍຕາມ ເພາະວ່າ ເຂົາເຈົ້າ ໄດ້ເງິນໃຊ້ ຕາມທີ່ ຕ້ອງການ. ຊາຍໜຸ່ມ ກຸ່ມນຶ່ງ ເວົ້າວ່າ ປັດຈຸບັນ ການ ຂາຍໄມ້ ແມ່ນ ວິທີດຽວ ທີ່ ພວກ ເຂົາເຈົ້າ ຈະມີເງິນ ມາຊື້ ອາຫານ ການກິນ ເພື່ອ ໃຫ້ມີ ຊີວິດ ຢູ່ລອດ ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.