ໂຮງໄຟຟ້າຖ່ານຫີນລິກໄນ ແຫ່ງ ທໍາອິດ
2014.12.28
ໂຮງໄຟຟ້າ ຫົງສາ ລິກໄນ ຢູ່ແຂວງ ໄຊຍະບູຣີ ຂອງລາວ ຄາດວ່າ ຈະຜລິດ ກະແສ ໄຟຟ້າ ໄດ້ ໃນກາງ ປີ 2015. ຕາມຄໍາເວົ້າ ຂອງ ບໍຣິສັດ ໄຟຟ້າ ຫົງສາ ລິກໄນ ໃນ ວັນທີ 26 ທັນວາ.
ຕາມຄໍາເວົ້າ ຂອງ ທ່ານ ຄົມເພັດ ແກ້ວພິລາ ເຈົ້າໜ້າທີ່ ອາວຸໂສ ດ້ານການ ພົວພັນ ກັບ ຊຸມຊົນ ຫົງສາ, ຄາດວ່າ ໂຮງງານ ນີ້ ຈະເລີ່ມ ຜລິດ ໄຟຟ້າ ໃນ ເດືອນ ມິຖຸນາ 2015; ໜ່ວຍ ທີສອງ ຈະເລີ່ມຜລິດ ໃນ ເດືອນ ພຶສຈິກາ ຂອງ ປີ ດຽວ ກັນ ແລະ ໜ່ວຍ ທີສາມ ຈະເລີ່ມໃນ ເດືອນ ມິນາ 2016.
ໂຮງງານ ແຫ່ງນີ້ ມີມູນຄ່າ ເກືອບ ເຖິງ 4 ຕື້ ໂດລາ ສະຫະຣັຖ. ເປັນ ໂຮງງານ ໄຟຟ້າ ທີ່ ມີຫຸ້ນສ່ວນ ຣະຫວ່າງ ບໍຣິສັດ ໄຟຟ້າ ບ້ານປູ ຂອງໄທ 40 ສ່ວນຮ້ອຍ, ບໍຣິສັດ ໄຟຟ້າ ຣາຊບູຣີ ຂອງໄທ 40 ສ່ວນຮ້ອຍ ແລະ ຣັຖວິສາຫະກິດ ໄຟຟ້າ ລາວ 20 ສ່ວນຮ້ອຍ. ໂຮງງານ ນີ້ ຈະຜລິດ ໄຟຟ້າ ໄດ້ 1,878 ເມກາວັດ ຕໍ່ປີ, ຕັ້ງຢູ່ ເມືອງ ຫົງສາ ແຂວງ ໄຊຍະບູຣີ.
ຣັຖບາລ ລາວ ມີຄວາມ ມຸ້ງໝາຍ ຢາກຜລິດ ໄຟຟ້າ ໃຫ້ໄດ້ ເຖິງ 1 ຕື້ 500 ລ້ານ ກິໂລວັດ ໂມງ ໃນປີ 2015 ເພື່ອ ຫລຸດຜ່ອນ ການຊື້ ໄຟຟ້າ ຈາກ ປະເທສ ໃກ້ຄຽງ ເຂົ້າມາໃຊ້. ສົກປີ 2013-14 ສປປ ລາວ ຊື້ໄຟຟ້າ ຈາກ ຕ່າງ ປະເທສ ປະມານ 1 ຕື້ 160 ລ້ານ ກິໂລວັດ ໂມງ, ເປັນມູນຄ່າ ປະມານ 63 ລ້ານ ໂດລາ ສະຫະຣັຖ. ຕາມຣາຍງານ ຂອງ ກະຊວງ ພລັງງານ ແລະ ບໍ່ແຮ່ ຂອງລາວ.