ລາວ ແລະຈີນ ເລີ່ມກໍ່ສ້າງ ໂຄງການສາຍສົ່ງໄຟຟ້າ ຢູ່ແຂວງອຸດົມໄຊ

ສຸພັດຕາ/ເພັດສະຫຍາມ
2025.02.28
ລາວ ແລະຈີນ ເລີ່ມກໍ່ສ້າງ ໂຄງການສາຍສົ່ງໄຟຟ້າ ຢູ່ແຂວງອຸດົມໄຊ ຮູບພາບປະກອບ: ຫຼັກເສົາສົ່ງໄຟຟ້າ ຫຼັກໜຶ່ງ ຕັ້ງຢູ່ກາງທົ່ງນາ ຢູ່ແຂວງອຸດົມໄຊ. ເດືອນກັນຍາ ປີ 2023.
RFA/TS

ສຽງຜູ້ບໍລິຫານ ບໍລິສັດຕາຂ່າຍໄຟຟ້າ ພາກໃຕ້ ໃຫ້ສໍາພາດ ຕໍ່ສໍານັກຂ່າວ CCTV ຂອງຈີນ, ລະບຸວ່າ ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ ລາວ-ຈີນ 500 ກິໂລໂວ່ນ ຈະຊ່ວຍພັດທະນາ ຄວາມສາມາດ ໃນການສົ່ງກະແສໄຟຟ້າ ລະຫວ່າງ 2 ປະເທດ ເຊິ່ງຈະຊ່ອຍໃຫ້ປະເທດລາວ ສົ່ງອອກພະລັງງານໄຟຟ້າສະອາດ ທີ່ຜະລິດເກີນຄວາມຕ້ອງການ ພາຍໃນປະເທດ ແລະ ຈີນ ກໍມີແຜນການ ທີ່ຈະຂາຍໄຟຟ້າ ຄືນໃຫ້ປະເທດລາວ ໃນໄລຍະເວລາ ທີ່ລາວຕ້ອງການໄຟຟ້າ ສູງ.

ສໍາລັບໂຄງການເຊື່ອມຕໍ່ ສາຍສົ່ງໄຟຟ້າລາວ-ຈີນ 500 ກິໂລໂວ່ນ ຈາກເມືອງນາໝໍ້ ແຂວງອຸດົມໄຊ ຫາ ສິບສອງພັນນາ ແຂວງຢຸນນານ ຂອງຈີນ ຈະເລີ່ມກໍ່ສ້າງ ໃນ ປີ 2025 ນີ້ ຫຼັງຈາກໄດ້ຈັດພິທີເປີດການກໍ່ສ້າງ ຢ່າງເປັນທາງການ ຢູ່ທີ່ນະຄອນຫຼວງວຽງຈັນ ເມື່ອວັນທີ 26 ກຸມພາ ທີ່ຜ່ານມາ.

ຜົນກະທົບ ຕໍ່ປະຊາຊົນ

ໂດຍໂຄງການ ກໍ່ສ້າງສາຍສົ່ງໄຟຟ້າ ນີ້ ໄດ້ກວມເອົາດິນປ່າສະຫງວນຂອງລັດ ທີ່ປະຊາຊົນ ເຂົ້າໄປເຮັດສວນໝາກແໜ່ງ ນໍາດ້ວຍ ໂດຍໂຄງການ ໄດ້ຄິດໄລ່ເງິນຊົດເຊີຍ ຢູ່ທີ່ ແມັດກາເລ ລະ 20,000 ກີບ, ອີງຕາມຄໍາເວົ້າ ຂອງຊາວບ້ານ ຢູ່ບ້ານນາໝໍ້ໃຕ້ ເມືອງນາໝໍ້ ແຂວງອຸດົມໄຊ ນາງໜຶ່ງ ທີ່ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 28 ກຸມພາ 2025 ນີ້:

“ເຂົາເປີດພິທີແລ້ວເດ້ ເອີ່..ດຽວນີ້ ເຂົາບຸກເບີກໝົດ ເລີ່ມຕົ້ນເບິດແລ້ວ, ໄດ້ຊົດເຊີຍເບິດແລ້ວ ຈ່າຍເງິນໝົດແລ້ວ. ເຂົາບຸກເບີກແລ້ວ ເຂົາໄລ່ເປັນສວນໝາກແໜ່ງເຂົາເດ້ ເຂົາປູກໝາກແໜ່ງ ໃນປ່າສະຫງວນຫັ້ນເດ້. ເຂົາໄລ່ແມັດກາເລ້ໜຶ່ງ 20,000 ກີບ, ເຂົາຈ່າຍເງິນເບິດແລ້ວ. ພໍໃຈບໍ່ພໍໃຈ ເຂົາກໍ່ເຊັນ, ຈໍາເປັນເອົາຫັ້ນແຫຼະ. ມັນເປັນດິນພັກດິນລັດເນ່, ເຂົາໄປປູກໃສ່ເດ້.”


ຂ່າວ ກ່ຽວກັນ

ລັດວິສາຫະກິດໄຟຟ້າ ລາວ ແລະທາງການລາວ ຫາລື ປັບປຸງໂຄງສ້າງລາຄາໄຟຟ້າ ໃໝ່

ປີ 2024, ໄຟຟ້າຈາກລາວ ສົ່ງໄປຂາຍ ມີມູນຄ່າ ເກືອບ 980 ລ້ານ ໂດລາສະຫະລັດ

ປ່ຽນຜູ້ອໍານວຍການ ລັດວິສາຫະກິດໄຟຟ້າລາວ ຫວັງແກ້ວິກິດໜີ້ສິນ


ຂະນະທີ່ ຊາວບ້ານ ຢູ່ເມືອງນາໝໍ້ ອີກທ່ານໜຶ່ງ ກ່າວວ່າ ໄດ້ຍິນຂ່າວ ພິທີເປີດການກໍ່ສ້າງຊື່ໆ ແຕ່ກໍຍັງບໍ່ຮູ້ວ່າ ຈະເລີ່ມດໍາເນີນການກໍ່ສ້າງຕອນໃດ ແຕ່ປັດຈຸບັນ ກໍເລີ່ມເຫັນການຈັດຕັ້ງແຄ້ມ ສໍາລັບກໍາມະກອນ ແລ້ວ:

“ເຂົາເຈົ້າ ມີແຕ່ເປີດຊື່ໆ ຫັ້ນນ່າ. ບໍ່ທັນໄດ້ລົງມືຫັ້ນນ່າ, ເປີດພິທີກໍ່ສ້າງຊື່ໆ ບໍ່ຮູ້ວ່າ ຊິລົງມືບ່ອນໃດ, ບໍ່ຮູ້ເລີຍ ເພາະວ່າຢູ່ໆ ລະ ເຫັນເຂົາເຈົ້າຕັ້ງແຄ້ມໄວ້ ຢູ່ຫັ້ນເນາະ ແລ້ວກໍາມະກອນມາຢູ່ຊື່ໆ ບໍ່ທັນເຮັດຫຍັງເທື່ອ.”

ໂຄງການນີ້ ຈະສ້າງສະຖານີໄຟຟ້າ 500 ກິໂລໂວ່ນ ແລະ ສ້າງສາຍສົ່ງໄຟຟ້າ 500 ກິໂລໂວ່ນ ວົງຈອນດຽວ ແຕ່ເມືອງນາໝໍ້ ຫາ ສິບສອງພັນນາ ແຂວງຢຸນນານ ຊຶ່ງມີຄວາມຍາວ ທັງໝົດ 183.5 ກິໂລແມັດ ພ້ອມກັນນັ້ນ ຈະກໍ່ສ້າງສາຍສົ່ງໄຟຟ້າ 230 ກິໂລໂວ່ນ ວົງຈອນຄູ່ ເຊື່ອມຕໍ່ລະບົບສາຍສົ່ງຫຼັກ ຢູ່ພາກເໜືອຂອງລາວ ນໍາ.

ໂຄງການທັງໝົດ ຈະເລີ່ມດໍາເນີນການກໍ່ສ້າງ ໄປພ້ອມໆ ກັນ ຕາມແຜນການ. ຄາດວ່າ ຈະໃຫ້ເວລາການກໍ່ສ້າງ 2 ປີ ໂດຍວິຊການການ ໃນກໍ່ສ້າງທັງໝົດ ມາຈາກຈີນ.

ໄຟຟ້າ ຈາກໂຄງການ ພະລັງງານແສງຕາເວັນ

ໂຄງການນີ້ ຈະໃຊ້ສົ່ງໄຟຟ້າ ທີ່ຜະລິດໄດ້ ຈາກໂຄງການ ພະລັງງານແສງຕາເວັນ, ກໍາລັງຕິດຕັ້ງ 1,000 ເມກະວັດ ທີ່ຕັ້ງຢູ່ເມືອງນາໝໍ້ ແຂວງອຸດົມໄຊ ເຊິ່ງເປັນຂອງບໍລິສັດ CGN Energy Technology Laos ຈໍາກັດ ຂອງນັກລົງທຶນຈີນ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ໄຟຟ້າ ຢູ່ເມືອງນາໝໍ້ ແຂວງອຸດົມໄຊ ທ່ານໜຶ່ງ ທີ່ກ່າວໃນມື້ດຽວກັນນີ້ ວ່າ:

“ມັນກໍແຜນໂຄງການເຂົາເຈົ້າ ວ່າ 2-3 ປີ ນີ້ແຫຼະ ແຕ່ວ່າ ຕາມລົມກັບຈີນແລ້ວ ເຂົາເຈົ້າວ່າ ປີ 6 ເດືອນ (ວິຊາການ) ມາແຕ່ຈີນເບິດ. ແມ່ນ ມັນເປັນໂຄງການຂອງ ບໍລິສັດໄຟຟ້າ ພາກໃຕ້ ຈີນເນາະ ເພາະວ່າ ໄຟ 500 ເຮົາຈະແລກປ່ຽນຊື້ຂາຍ ໃນຊ່ວງເວລາທ້າຍ ລະດູຝົນ. ລາວຈະຂາຍເຂົ້າໄປຈີນກໍໄດ້ ແຕ່ວ່າ ລະດູແລ້ງ ຈີນ ຈະສົ່ງຂາຍຄືນມາໃຫ້ລາວ. ສາຍສົ່ງ ໜ້າຈະຜ່ານນໍ້າທາ ຜ່ານບໍ່ເຕັນ ເຂົ້າໄປຫາຈີນ ສົ່ງໂຊລ້າ ເປັນຫຼັກ.”

ໂຄງການພັດທະນາ ດ້ານພະລັງງານນີ້, ແມ່ນເປັນໄປຕາມຍຸດທະສາດ ພາຍໃຕ້ຄູ່ຮ່ວມຊາຕາກໍາ ດຽວກັນ ຂອງສອງປະເທດ ລາວ-ຈີນ ໃຫ້ປະສົບຜົນສໍາເລັດ ເປັນຈິງ. ໂດຍສະເພາະ ແມ່ນການເຊື່ອມໂຍງ ຕາຂ່າຍໄຟຟ້າ ລະຫວ່າງ 2 ປະເທດ ລາວ-ຈີນ.

ໃນປີ 2020 ລັດວິສາຫະກິດ ໄຟຟ້າລາວ ແລະ ບໍລິສັດ China Southern Power Grid ຂອງລັດຖະບານຈີນ ເຊັນສັນຍາຮ່ວມຫຸ້ນ ສ້າງຕັ້ງບໍລິສັດ ສາຍສົ່ງໄຟຟ້າ ແຫ່ງຊາດລາວ ຫຼື EDL-T. ໃນລະຫວ່າງນັ້ນ ບໍລິສັດຈີນ ຈະມີສິດຄວບຄຸມການຜະລິດ ກະແສໄຟຟ້າ ໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.