ບັນຫາຄົນງານຕ່າງຊາດ ຫຼາຍກວ່າ ກົດໝາຍກຳນົດ, ແກ້ໄຂໄດ້ຍາກ

ຈຳປາທອງ
2025.03.13
ບັນຫາຄົນງານຕ່າງຊາດ ຫຼາຍກວ່າ ກົດໝາຍກຳນົດ, ແກ້ໄຂໄດ້ຍາກ ຄົນງານລາວ ໃຊ້ບໍລິການເຮືອ ຂ້າມຟາກ ລະຫວ່າງເມືອງລະຄອນເພັງ ແຂວງສາລະວັນ ແລະເມືອງນາຕານ ແຂວງອຸບົນຣາຊະທານີ (ໄທ). ປີ 2022.
RFA/TS

ບໍລິສັດຕ່າງປະເທດ ຢູ່ແຂວງຫົວພັນ ນໍາເອົາຄົນງານ ຈາກຕ່າງປະເທດ ເຂົ້າມາເອງ ຫຼາຍກວ່າ 10% ຄືຫຼາຍກວ່າທີ່ຂໍ້ຕົກລົງ ຂອງກະຊວງແຮງງານ ແລະສະຫວັດດິການສັງຄົມ ວ່າດ້ວຍການອະນຸຍາດ ນໍາເຂົ້າແຮງງານຕ່າງປະເທດ ທີ່ມາເຮັດວຽກຢູ່ ສປປ ລາວ ຍ້ອນຢູ່ລາວ ຂາດແຄນແຮງງານ. 

ໃນການແກ້ໄຂບັນຫາ ການຂາດແຄນແຮງງານທີ່ວ່ານີ້ ຍານາງ ສູນທອນ ໄຊຍະຈັກ ເລຂາທິການຄະນະບໍລິຫານງານ ສູນກາງພັກ ປະຊາຊົນປະຕິວັດລາວ, ຮອງປະທານສະພາແຫ່ງຊາດ ທີ່ໄດ້ໄປເຄື່ອນໄຫວວຽກງານ ຢູ່ແຂວງຫົວພັນ ແຕ່ວັນທີ 2 ຫາວັນທີ 6 ມີນານີ້ ໄດ້ແນະນໍາໃຫ້ທາງການ ແຂວງຫົວພັນ ແກ້ໄຂ ເພື່ອຫຼຸດຜ່ອນ ຈໍານວນຄົນງານ ທີ່ນໍາເຂົ້າມາ ຈາກຕ່າງປະເທດ ແລະ ຄວນມີການ ປະສານງານ ກັບຜູ້ປະກອບການ ໃນການຝຶກອົບຮົມວິຊາຊີບ ໃຫ້ແກ່ຄົນງານລາວ.

ສາເຫດ ຄົນງານຕ່າງປະເທດ ຫຼາຍກວ່າທີ່ກຳນົດ

ເວົ້າເຖິງເລື່ອງ ການນໍາເອົາຄົນງານຕ່າງປະເທດ ເຂົ້າມາເຮັດວຽກ ຢູ່ແຂວງຫົວພັນ ຫຼາຍກວ່າຈໍານວນ ທີ່ທາງການລາວກໍານົດ ໂດຍສະເພາະ ຄົນງານຫວຽດນາມ ແລະຄົນງານຈີນນັ້ນ,  ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານອົງ ການພັນທະມິດ ເພື່ອປະຊາທິໄປໄຕໃນລາວ ທີ່ມີສູນກາງຢູ່ ປະເທດເຢຍຣະມັນ ກ່າວວ່າ ເປັນຍ້ອນ ເຈົ້າໜ້າທີ່ທາງການ ບໍ່ເອົາໃຈໃສ່ ໃນການກວດກາ:

ເຈົ້າໜ້າທີ່ທາງການ ສປປ ລາວ ຫັ້ນ ບໍ່ໄດ້ເອົາໃຈໃສ່ ໃນການກວດກາ ໂດຍສະເພາະ ຄົນງານຈີນ ແລະຊາວຫວຽດນາມ ທີ່ມາທໍາງານ ຂອງໂຄງການທີ່ມາລົງທຶນ ຢູ່ລາວ ຫັ້ນນ່າ. ອາດ ຍ້ອນວ່າການສໍ້ໂກງ ໄດ້ເງິນກ້ອງໂຕະ ໂຄງການຕ່າງໆ ຫັ້ນນ່າ ແລ້ວກໍບໍ່ປາກ ແລ້ວ ບໍ່ໄປກວດກາເລີຍ, ອັນທີສອງກໍແມ່ນພວກເຈົ້າຝໜ້າທີ່ນີ້ ແມ່ນບໍ່ກ້າ ຕໍ່ວ່າຕໍ່ຄຳ ກັບທາງການຫວຽດນາມ ແລະຈີນ.”

ດຣ. ບຸນທອນ ກ່າວຕື່ມອີກວ່າ ບັນຫາທີ່ວ່ານີ້ ລັດຖະບານລາວ ຄວນຈະແກ້ໄຂ ຢ່າງຈິງຈັງ, ເມື່ອລົງກວດກາ ໂຄງການຕ່າງໆ ຂອງຕ່າງປະເທດ ທີ່ເຂົ້າມາລົງທຶນໃນລາວ, ຫາກພົບວ່າ ມີຄົນງານຕ່າງປະເທດ ຫຼາຍກວ່າຈໍານວນ ທີ່ທາງການກໍານົດໄວ້ແລ້ວ ກໍຄວນຈະປັບໃໝ ໃສ່ໂທດຕ່າງໆ.

ຕໍ່ບັນຫາທີ່ວ່ານີ້ ເຈົ້າໜ້າທີ່ແຮງງານ ແລະສະຫວັດດິການສັງຄົມ ແຂວງຫົວພັນ ທ່ານໜຶ່ງ ທີ່ຂໍສະຫງວນຊື່ ແລະຕໍາແໜ່ງ ເວົ້າວ່າ ເປັນເລື່ອງ ທີ່ຈະແກ້ໄດ້ຍາກ ຍ້ອນວ່າ ບໍ່ມີງົບປະງານ ໃນການທີ່ຈະຈັດ ການຝຶກອົບຮົມ ສີມືແຮງງານ ໃຫ້ຄົນລາວ ເພື່ອບໍ່ໃຫ້ມີ ການນໍາຄົນງານຕ່າງປະເທດ ເຂົ້າມາ ແລະວ່າ ການນໍາຄົນງານຕ່າງປະເທດ ເຂົ້າມາ ແມ່ນພະແນກ ສະຫວັດດິການສັງຄົມແຂວງ ເປັນຜູ້ອະນຸມັດ ແລະອອກໃບອະນຸຍາດເຮັດວຽກໃຫ້ ແລະ ບາງບໍລິສັດ ກໍເອົາຄົນງານ ຂອງປະເທດຕົນເອງ ມາເຮັດວຽກ ຍ້ອນຄົນງານລາວ ບໍ່ໄດ້ມາດຕະຖານທີ່ເຂົາຕ້ອງການ, ດັ່ງທີ່ທ່ານກ່າວວ່າ:

“ຄັນຖ້າບໍ່ໃຫ້ເອົາເຂົ້າມາ ກໍເປັນໄປບໍ່ໄດ້ນໍ ແຮງງານລາວເຮົານີ້ພັດບໍ່ໄດ້ມາດຕະຖານ ທີ່ເຂົາເຈົ້າຢາກໄດ້ຫັ້ນນ່າ ໃບອະນຸຍາດແທ້ ທາງພະແນກແຮງງານກໍໄດ້ອອກບັດອອກຫຍັງໃຫ້ເຂົາເຈົ້າຫັ້ນນ່າ ມີບັດອອກແຮງງານຫັ້ນນ່າ ມັນກໍອີງໃສ່ບໍລິສັດທີ່ຕ້ອງການຫັ້ນນ່າ ມີບາງບໍລິສັດເຂົາກໍເອົາແຮງງານລາວ ມີບາງບໍລິສັດເຂົາກໍເອົາແຮງງານຕ່າງປະເທດຫັ້ນນ່າ ບາງເທື່ອບໍລິສັດຊ່ວຍເຫຼືອລ້າ ເຂົາເຈົ້າກໍເອົາຄົນເຂົາເຈົ້າມາເລີຍ.”

ຄົນງານລາວ ຂາດສີມື

ທ່ານກ່າວຕື່ມວ່າ ພາຍໃນແຂວງຫົວພັນນີ້ ກໍມີຄົນງານລາວຢູ່ ແຕ່ອາດຈະມີໜ້ອຍກວ່າຄົນງານຕ່າງປເທດ ແລະເປັນຄົນງານ ທີ່ໃຊ້ເຮື່ອແຮງ ຫຼືແຮງງານດິບ ບໍ່ມີວິຊາການ ຫຼືສີມືອາຊີບ ຍ້ອນແນວນັ້ນ ບໍລິສັດຕ່າງໆ ຂອງຕ່າງປະເທດ ຈຶ່ງນໍາເອົາຄົນງານ ທີ່ໄດ້ທາດຕະຖານ ຈາກປະເທດ ຂອງເຂົາເຈົ້າເອງ ມາເຮັດ.

ແລະເຈົ້າໜ້າທີ່ ແຮງງານ ແລະສະຫວັດດິການສັງຄົມ ຂັ້ນສູງທ່ານໜຶ່ງ ທີ່ຂໍສະຫງວນຊື່ ແລະຕໍາແໜ່ງ ກໍກ່າວກ່ຽວກັບບັນຫາດັ່ງກ່າວວ່າ ການທີ່ທາງແຂວງຫົວພັນ ປ່ອຍໃຫ້ມີຄົນງານຕ່າງປະເທດ ເຂົ້າມາເຮັດວຽກຫຼາຍກວ່າ 10% ນັ້ນ ກໍອາດເປັນຍ້ອນ ແຂວງນີ້ ມີຊາຍແດນ ຕິດກັບຫວຽດນາມ, ການເຂົ້າມາລາວນັ້ນ ກໍອາດເປັນລັກສະນະດຽວກັນ ກັບຄົນງານລາວ ທີ່ໄປເຮັດວຽກຢູ່ໄທ ຄືມີວີຊາທ່ອງທ່ຽວ ແຕ່ໄປລັກເຮັດວຽກ ຫາເງິນເລີຍ ຍ້ອນໄດ້ຄ່າແຮງງານ ດີກວ່າຢູ່ລາວຫຼາຍ ເຮັດໃຫ້ປະເທດລາວ ຂາດແຄນຄົນງານ. ຄົນງານລາວ ບໍ່ນິຍົມເຮັດວຽກ ຢູ່ພາຍໃນປະເທດ ຂອງຕົນເອງ ຍ້ອນໄດ້ຄ່າແຮງງານ ບໍ່ກຸ້ມຢູ່ ບໍ່ກຸ້ມກິນ. ດັ່ງນັ້ນ ຈຶ່ງບໍ່ແມ່ນແຕ່ແຂວງຫົວພັນ ນະຄອນຫຼວງວຽງຈັນເອງ ກໍຍັງມີການນໍາຄົນງານຈາກຕ່າງປະເທດ ເຂົ້າເຊັ່ນກັນ:

ຂາດແຄນກໍວ່າໄດ້ນໍ ຄືນະຄອນຫຼວງຈັ່ງຊື້ນໍ ພວກເຮົາ ກໍຍັງເອົາແຮງງານພະມ້າເຂົ້າມາ. ມັນເປັນແນວນັ້ນເດ ແຮງງານລາວຫັ້ນ ເງິນສໍ່ານັ້ນ ເຂົາເຈົ້າບໍ່ຢາກເຮັດ. ອັນນີ້ ຄືກັນ ຢູ່ແຂວງຫົວພັນ ຕິດກັບຫວຽດເດ ຄືຄົນລາວເຮົາ ນີ້ແຫຼະ ໄປໄທ ເຮັດວີຊາອອກໄປ ແຕ່ວ່າໄປເຮັດວຽກຢູ່ໄທເລີຍ ຈັ່ງຊີ້ນ່າ ແຕ່ວ່າບໍ່ຜ່ານກະຊວງແຮງງານ ຫຼືວ່າ ຜ່ານພວກຈັດຫາງານ ຫັ້ນນ່າ.”

ເພື່ອຂໍຮູ້ກ່ຽວກັບເລື່ອງທີ່ວ່ານີ້ຕື່ມ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຫາ ຜູ້ປະກອບການ ຮ້ານອາຫານ ແຫ່ງໜຶ່ງ ທີ່ເປັນຊາວຫວຽດນາມ ຢູ່ແຂວງຫົວພັນ ແຕ່ທ່ານບໍ່ສະດວກທີ່ຈະໃຫ້ຄໍາເຫັນ.


ຂ່າວ ກ່ຽວກັນ

ບໍລິສັດ ຂອງຈີນ ແລະ ຫວຽດນາມ ບໍ່ຢາກຮັບແຮງງານລາວ ເຂົ້າມາເຮັດວຽກ

ພາຍໃນປະເທດ ແຮງງານລາວ ຍັງບໍ່ພຽງພໍ ຕໍ່ຄວາມຕ້ອງການ

ນາຍຈ້າງ ເກົາຫຼີໃຕ້ ປະສົງຈ້າງ ຄົນງານລາວ ຈາກ ມ. ໂພນໂຮງ 200 ຄົນ


ໃນຂະນະດຽວກັນ ເຈົ້າໜ້າທີ່ບໍລິສັດ ປ່ອງຊິນລາວ ຊຶ່ງເປັນບໍລິສັດ ຂອງເກົາຫຼີໃຕ້ ທີ່ມີໂຮງງານຕັດຫຍິບ ຢູ່ປະເທດລາວ ກໍໄດ້ເວົ້າເຖິງຄົນງານລາວ ວ່າ ເປັນແຮງງານດິບ ບໍ່ມີສີມື ເປັນຕົ້ນ ດ້ານວິຊາສະເພາະ, ອັນເປັນເຫດຜົນ ທີ່ເຮັດໃຫ້ທາງບໍລິສັດ ນໍາເອົາຄົນງານ ມາຈາກຕ່າງປະເທດ ຊຶ່ງສ່ວນຫຼາຍ ກໍແມ່ນນັກວິຊາການ ເຂົ້າມາ, ແລະວ່າ ຄວາມຈິງແລ້ວ ໂຮງງານຕັດຫຍິບ ແຫ່ງນີ້ ກໍຍັງຕ້ອງການ ຄົນງານລາວຢູ່ ຕາມກໍານົດແມ່ນ 1,200 ຄົນ:

ເຂົາເພິ້ງໃຫ້ສໍາປະທານ ເປັນນັກວິຊາການ ເຂົ້າມາ. ເຂົາຈະເອົາມາເຮັດ ກ່ຽວກັບກໍ່ສ້າງຊື່ໆ ຍັງເປີດຮັບຢູ່ ຖ້າເຂົ້າມາຕັດຫຍິບ ແຮງງານລາວ ກໍານົດແມ່ນ 1,200 ຄົນ.”

ແຕ່ເຖິງຢ່າງໃດກໍຕາມ ກໍຍັງມີບໍລິສັດຂຸດຄົ້ນແຮ່ທາດ ຂອງຈີນ ແລະຫວຽດນາມ ຈໍານວນໜຶ່ງ ທີ່ຮັບເອົາທັງຄົນງານລາວ ແລະຄົນງານຕ່າງປະເທດ ເຂົ້າມາເຮັດວຽກນໍາ ຊຶ່ງໃນນັ້ນ ສໍາລັບຄົນງານລາວ ສ່ວນໃຫຍ່ ຈະເຮັດວຽກ ເປັນກໍາມະກອນ ຍ້ອນບໍ່ມີຄວາມສາມາດ ທາງດ້ານວິຊາການ ແລະໜ້ອຍຄົນ ມີຕໍາແໜ່ງງານສູງ. 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.