ຂະແໜງແຮງງານ ຮ່ວມມືກັບ IOM ເປີດສູນຊ່ວຍເຫຼືອແຮງງານ ເຄື່ອນຍ້າຍ

ໄຊຍາ
2024.07.03
ຂະແໜງແຮງງານ ຮ່ວມມືກັບ IOM ເປີດສູນຊ່ວຍເຫຼືອແຮງງານ ເຄື່ອນຍ້າຍ ພິທີເປີດສູນຊ່ວຍເຫຼືອແຮງງານເຄື່ອນຍ້າຍ ຢູ່ບໍລິເວນດ່ານສາກົນຂົວມິດຕະພາບ ລາວ-ໄທຍ ແຫ່ງທີ 1 ນະຄອນຫຼວງວຽງຈັນ, ເດືອນກໍລະກົດ 2024.
Photo credit: IOM Lao PDR

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບອົງການລະຫວ່າງປະເທດ ເພື່ອການຍົກຍ້າຍຖິ່ນຖານ ຫຼື IOM ປະຈຳປະເທດລາວ ໄດ້ເປີດສູນຊ່ວຍເຫຼືອແຮງງານເຄື່ອນຍ້າຍ ຢູ່ບໍລິເວນດ່ານສາກົນຂົວມິດຕະພາບ ລາວ-ໄທຍ ແຫ່ງທີ 1 ນະຄອນຫຼວງວຽງຈັນ ເຊິ່ງເປັນສູນທຳອິດທີ່ຈະຊ່ວຍເຫຼືອແຮງງານລາວ ທີ່ໄປເຮັດວຽກຢູ່ຕ່າງປະເທດ ທັງແບບຖືກກົດໝາຍ ແລະບໍ່ຖືກກົດໝາຍ ທີ່ໄດ້ຮັບການກົດຂີ່ຈາກນາຍຈ້າງ ເພື່ອພັດທະນາສີມືແຮງງານ ໃຫ້ແກ່ແຮງງານເລົ່ານັ້ນສຳລັບ ຊອກວຽກເຮັດງານທຳໃນລາວ. ອີງຕາມການລາຍງານ ຂອງອົງການລະຫວ່າງປະເທດ ເພື່ອການຍົກຍ້າຍຖິ່ນຖານ ປະຈຳລາວ ເມື່ອວັນທີ 01 ກໍລະກົດ 2024.

ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ປະຈໍາອົງການ ລະຫວ່າງປະເທດ ເພື່ອການຍົກຍ້າຍຖິ່ນຖານ ປະຈຳປະເທດລາວ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ 03 ກໍລະກົດ 2024 ວ່າ ພາຍຫຼັງທີ່ໄດ້ມີພິທີເປີດສູນ ດັ່ງກ່າວປະຈຸບັນກໍ່ໄດ້ເລີ່ມນໍາໃຊ້ແລ້ວ ແຕ່ຍັງບໍ່ທັນມີແຮງງານລາວ ເຂົ້າມາຢູ່ພາຍໃນສູນດັ່ງກ່າວເທື່ອ. ສຳລັບລາຍລະອຽດອື່ນໆ ຕ້ອງໄດ້ປະສານງານກັບເຈົ້າໜ້າທີ່ ສູນດັ່ງກ່າວໂດຍກົງ.

“ຂໍ້ມູນເລື່ອງກ່ຽວກັບສູນຊ່ວຍເຫຼືອແຮງງານ ຫາກໍ່ເປີດນີ້ເນາະລະກາເຮົາກາບໍ່ໄດ້ມີຂໍ້ມູນ 100% ເພາະວ່າມັນມີພະແນກໜຶ່ງທີ່ວ່າ ເຂົາເຈົ້າຮັບຫັ້ນນ່າ.”

ເຈົ້າໜ້າທີ່ດ້ານແຮງງານ ເຄື່ອນຍ້າຍອີກນາງໜຶ່ງ ໄດ້ກ່າວວ່າສໍາສັບສູນດັ່ງກ່າວມີເປົ້າໝາຍ ເພື່ອຮອງຮັບແຮງງານລາວ ໂດຍສະເພາະທີ່ກັບມາຈາກປະເທດໄທ ເຊິ່ງຈະເປັນສູນທີ່ໃຫ້ຂໍ້ມູນດ້ານຕ່າງໆ ແກ່ແຮງງານລາວ ເພື່ອໃຫ້ເຂົາເຈົ້າມີຄວາມຮູ້ ແລະທັກສະເພີ່ມສຳລັບການຊອກວຽກເຮັດງານທຳ ຢູ່ລາວ.

“ສູນເປີດໃໝ່ມັນເປັນຂອງອົງການສາກົນເບາະ ເຂົາເຈົ້າໜ້າຈະຮອງຮັບແຮງງານ ທີ່ຂ້າມໄປໄທເຮົານີ້ກາຄືແບບໃຫ້ການຊ່ວຍເຫຼືອ ທາງດ້ານຂໍ້ມູນຂ່າວສານເນາະ ໄປເຮັດວຽກແບບໃດໃຫ້ມັນປອດໄພ ເລື່ອງການຝຶກອົບຮົມວິຊາຊີບ ເຮົາກາຊ່ວຍເຫຼືອເນາະອາດຈະເປັນເລື່ອງ ກ່ຽວກັບເລື່ອງທັກສະວິຊາຊີບ.”

ນັກວິຊາການດ້ານແຮງງານກ່າວກ່ຽວກັບເລື່ອງສູນວ່າເປັນເລື່ອງທີ່ດີຫຼາຍທີ່ເປີດສູນຊ່ວຍເຫຼືອແຮງງານເຄື່ອນຍ້າຍ້ອນມີແຮງງານລາວ ເຂົ້າ-ອອກດ່ານຂົວມິດຕະພາບລາວ-ໄທຍແຫ່ງທີ 1 ນະຄອນຫຼວງວຽງຈັນຈຳນວນຫຼາຍຕໍ່ມື້ ເຊິ່ງສູນຈະເຮັດໜ້າທີ່ໃຫ້ຄຳແນະນໍາ ແກ່ແຮງງານລາວທີ່ມີຈຸດປະສົງຈະກັບເຂົ້າມາຊອກວຽກເຮັດ ງານທຳຢູ່ລາວ.

“ໂອດີຫຼາຍເພາະວ່າຂົວມິດຕະພາບແຫ່ງທີ 1 ຫັ້ນຄົນລາວເຮົາຂ້າມດ່ານໂຕນັ້ນຫຼາຍຊ່ວງເພິ່ນຊິໄປ ຫຼືວ່າຊ່ວງເພິ່ນຊິມາ ຕໍ່ໜັງສືຫັ້ນເພິ່ນຢາກໄດ້ຂໍ້ມູນເນາະ ຄັນວ່າມີສູນຢູ່ຫັ້ນເພິ່ນກາຊິຖາມວ່າເອີ ຢາກມີບໍລິສັດໃດແນ່ສົ່ງເຮົາໄປເຮັດຢູ່ໝ້ອງຫັ້ນ ໝ້ອງນີ້ ສູນໂຕນັ້ນຊິເປັນໂຕໃຫ້ຂໍ້ມູນ ແກ່ແຮງງານທີ່ວ່າ ເຄື່ອນເຂົ້າເຄື່ອນອອກກາມີດີຫຼາຍ.”

ເຈົ້າໜ້າທີ່ ພະແນກແຮງງານ ແລະສະຫວັດດີການ ສັງຄົມແຂວງໄຊຍະບູລີກ່າວວ່າ ສະພາບເສດຖະກິດຕົກຕໍ່າ ໃນປະຈຸບັນນີ້ກໍ່ເປັນສາເຫດສຳຄັນ ທີ່ເຮັດໃຫ້ແຮງງານລາວໃນຫຼາຍແຂວງ ພາການເດີນທາງອອກໄປເຮັດວຽກຢູ່ປະເທດໄທ ໂດຍບໍ່ໄດ້ແຈ້ງຕໍ່ເຈົ້າໜ້າທີ່ທ້ອງຖິ່ນ ແຕ່ກໍ່ມີບໍລິສັດທີ່ຢູ່ດ່ານໄທຮັບແລ່ນເອກະສານ ໃຫ້ຢ່າງຖືກຕ້ອງ.

“ສ່ວນຫຼາຍກໍ່ຄືພວກເມືອງທີ່ວ່າ ມີດ່ານປະເພນີດ່ານຫຍັງເຂົາເຈົ້າ ໄປເອງຫັ້ນນ່າບໍ່ໄດ້ຜ່ານການຈັດຕັ້ງແມ່ນຫຍັງຫັ້ນນ່າ ສ່ວນຫຼາຍນ່າດ່ານພຸ້ນມັນຈະມີບໍລິສັດ ມາຮັບແລ່ນເອກະສານ ໃຫ້ແມ່ນຫຍັງກາຖືກຕ້ອງແມ່ນຫຍັງຫັ້ນແຫຼະ ມີບັດອອກແຮງງານແມ່ນຫຍັງທຸກຢ່າງຫັ້ນແຫຼະ ແຕ່ວ່າມັນບໍ່ໄດ້ຜ່ານພວກເຮົາ.”

ເຈົ້າໜ້າທີ່ ຈັດຫາງານຢູ່ແຂວງໜອງຄາຍ ກໍ່ເຫັນວ່າແຮງງານລາວເຂົ້າມາລົງທະບຽນ ອອກແຮງງານຖືກຕ້ອງຕາມກົດໝາຍ ມີພຽງຈຳນວນໜ້ອຍເທົ່ານັ້ນ ເຊິ່ງສ່ວນຫຼາຍລັກເຂົ້າມາເຮັດວຽກຢູ່ໄທ ໃນລັກສະນະເດີນທາງມາທ່ອງທ່ຽວ ແລ້ວໄປລັກເຮັດວຽກດ້ວຍຕົນເອງໂດຍສ່ວນໜຶ່ງ ກໍ່ຕົກຢູ່ໃນຄວາມສ່ຽງຖືກນາຍຈ້າງກົດຂີ່.

“ຈາກສະຖິຕິຫວ່າງ 4 ອາທິດທີ່ຜ່ານມາ ກໍ່ມີໜ້ອຍຢູ່ທີ່ປະມານ 200 ຫາ 300 ຄົນຕໍ່ມື້ເຊິ່ງຄົນລາວທີ່ເຂົ້າມາແທ້ໆ ອາດຈະເດີນທາງເຂົ້າມາຢູ່ໄທ ຈົນກາຍເວລາໄລຍະເວລາ 30 ວັນ ທີ່ໜັງສືເດີນທາງກໍານົດແລ້ວເດີນທາງ ໄປຍັງແຂວງຕ່າງໆໃນໄທ ເພາະການເຂົ້າປະເທດໄທ ແມ່ນອະນຸຍາດໃຫ້ຄົນລາວ ຢູ່ໄດ້ 30 ວັນ ເຂົາກໍ່ເດີນທາງໄປພື້ນທີ່ ດ້ານໃນເພື່ອໄປລັກລອບເຮັດວຽກຕ່າງໆ.

ເວັບໄຊຂອງລັດຖະບານໄທ ໄດ້ເຜີຍແຜ່ຖະແຫຼງການ ຂອງ ທ່ານ ສົມຊາຍ ມໍລະກົດສີວັນ ອະທິບໍດີກົມຈັດຫາງານ ກະຊວງແຮງງານໄທ ເມື່ອວັນທີ 29 ມິຖຸນາ 2024 ໄດ້ລະບຸວ່າ ໄດ້ປະຕິບັດການກວດສອບສະຖານທີ່ ເຮັດວຽກຂອງແຮງງານຂ້າມຊາດ ໄດ້ກະຈາຍກຳລັງກວດສອບ ທົ່ວປະເທດ ເພື່ອກວດສອບແຮງງານຂ້າມຊາດ ທີ່ກະທຳຜິດກົດໝາຍ ເປັນເວລາ 24 ວັນ. ໂດຍ ທ່ານ ພິພັດ ຣັດຊະກິດປຣະການ, ລັດຖະມົນຕີ ກະຊວງແຮງງໄທໄດ້ມອບໝາຍ ໃຫ້ເຈົ້າໜ້າທີ່ດ້ານການກວດສອບ ການເຮັດວຽກ ຂອງແຮງງານຂ້າມຊາດ ໃນທຸກໜ່ວຍງານທີ່ກ່ຽວຂ້ອງ ແລະກຳລັງພົນຈາກທຸກແຂວງທົ່ວປະເທດໄທ ໄດ້ອອກປະຕິບັດການຢ່າງພ້ອມພຽງກັນ ເພື່ອກວດສອບ, ຈັບກຸມ ແລະ ດຳເນີນຄະດີນາຍຈ້າງ ແລະ ລູກຈ້າງຕ່າງປະເທດ ທີ່ບໍ່ປະຕິບັດຕາມລະບຽບກົດໝາຍ ເຊິ່ງປະຕິບັດການດັ່ງກ່າວຈະດຳເນີນໄປເປັນເວລາ 120 ວັນ.

ຜົນຂອງການດໍາເນີນລະຫວ່າງວັນທີ 5-28 ມິຖຸນາ 2024 ມີການກວດສອບ ຕາມທີ່ພົນລະເມືອງແຈ້ງເບາະແສ ແລະການສຸ່ມກວດໃນສະຖານປະກອບການ ແລະບໍລີເວນທີ່ພົບແຮງງານຂ້າມຊາດ ຢູ່ອາໄສເປັນຈຳນວນຫຼາຍ, ຈາກການກວດສອບສະຖານປະກອບການ ທີ່ຈ້າງແຮງງານຂ້າມຊາດ ທົ່ວປະເທດ 6,217 ແຫ່ງ, ພົບການກະທຳຜິດ 203 ແຫ່ງ ແລະ ກວດສອບຄົນຕ່າງປະເທດ 78,498 ຄົນ ແບ່ງເປັນສັນຊາດມຽນມາ 58,868 ຄົນ, ກຳປູເຈຍ 11,913 ຄົນ, ລາວ 5,571 ຄົນ, ຫວຽດນາມ 22 ຄົນ ແລະ ສັນຊາດອື່ນໆ 2,424 ຄົນ ໂດຍມີການດໍາເນີນຄະດີທັງໝົດ 534 ຄົນ ແບ່ງເປັນສັນຊາດມຽນມ້າ 352 ຄົນ, ລາວ 75 ຄົນ, ກຳປູເຈຍ 53 ຄົນ, ຫວຽດນາມ 5 ຄົນ ແລະ ສັນຊາດອື່ນໆ 49 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.