ຄົນງານຕ່າງດ້າວ ລັກລອບເຮັດວຽກ ໃນແຂວງໄຊສົມບູນ

ໄຊຍາ
2024.10.17
ຄົນງານຕ່າງດ້າວ ລັກລອບເຮັດວຽກ ໃນແຂວງໄຊສົມບູນ ນີ້ເປັນພຽງຮູບປະກອບເຊິ່ງແມ່ນ ຄົນງານກຳລັງຊ້ອມແປງທາງ ແຫ່ງໜຶ່ງໃນທາງພາກເໜືອຂອງລາວ. ເດືອນຕຸລາ 2022.
RFA

ພາຍໃນແຂວງໄຊສົມບູນ ມີຄົນງານຈີນ 38 ຄົນ ແລະ ຄົນງານຫວຽດນາມ 39 ຄົນ, ລັກລອບເຂົ້າມາເຮັດວຽກ (ຜິດກົດໝາຍ) ເຊິ່ງບໍ່ມີໜັງສືເອກະສານຖືກຕ້ອງ. ເບື້ອງຕົ້ນເຂົ້າມາເຮັດວຽກ ດ້ານບໍ່ແຮ່ເປັນສ່ວນໃຫຍ່. ອີງຕາມການລາຍງານ ຂອງພະແນກແຮງານ ແລະສະຫວັດດີການສັງຄົມ ແຂວງໄຊສົມບູນ ໄດ້ກວດກາໄລຍະ 10 ເດືອນ ປີ 2024.

ສຳລັບເລື່ອງການລັກລອບເຂົ້າມາເຮັດວຽກ ຂອງຄົນງານຈີນ ແລະຫວຽດນາມ, ເຈົ້າໜ້າທີ່ຄົນງານໃນແຂວງໄຊສົມບູນ ທີ່ຂໍສະຫງວນຊື່ ແລະຕໍາແໜ່ງກ່າວວ່າ. ລັກສະນະນີ້ ເປັນການອອກໃບອະນຸຍາດເຮັດວຽກ ຈາກແຂວງອື່ນບໍ່ແມ່ນການອະນຸດຍາດເຮັດວຽກ ແຂວງໄຊສົມບູນເຊິ່ງຖືວ່າຜິດກົດໝາຍ. ທາງເຈົ້າໜ້າທີ່ກໍ່ມີການອອກໃບເຕືອນ ແລະເຮັດບົດບັນທຶກໃຫ້ຫົວໜ່ວຍແຮງງານດຳເນີນເອກະສານ ໃຫ້ຖືກຕ້ອງຕາມລະບຽບການແລ້ວ. ດັ່ງເຈົ້າໜ້າທີ່ແຮງງານ ແຂວງໄຊສົມບູນກ່າວວ່າ.

“ແມ່ນແຫຼະບໍລິສັດບໍ່ແຮ່ແຕ່ວ່າອອກບັດອະນຸຍາດ ເຮັດວຽກຢູ່ແຂວງອື່ນເນາະ ແຕ່ມາເຮັດວຽກຢູ່ແຂວງໄຊສົມບູນລັກສະນະທີ່ວ່າຫັ້ນນ່າ ອອກຄົນງານຜິດສະຖານທີ່ກາຖືວ່າຜິດຫັ້ນນ່າ ແຕ່ເຂົາມາໄລຍະສັ້ນເນາະບໍ່ໄດ້ມາຢູ່ໄລຍະຍາວຢູ່ແຂວງເຮົາເຮົາ ກາໃບເຕືອນເຕືອນເທື່ອທີໜຶ່ງ ບໍ່ຟັງກໍ່ປັບໃໝເທື່ອສອງ.”

ສຳລັບຄົນງານທັງໝົດ ໃນແຂວງໄຊສົມບູນມີ 6,812 ຄົນ ແມ່ຍິງ 1,210 ຄົນໃນນີ້ມີຄົນງານຕ່າງປະເທດ 954 ຄົນ, ຍິງ 72 ຄົນ, ແບ່ງອອກເປັນຄົນງານຈີນ 485 ຄົນ ຍິງ 43 ຄົນ, ຄົນງານຫວຽດນາມ 13 ຄົນ, ຄົນງານໄທ 31 ຄົນ ແລະ ຄົນງານອື່ນໆ 319 ຄົນ ເປັນຍິງ 29 ຄົນ.

ຂະນະທີ່ເຈົ້າໜ້າທີ່ກ່ຽວຂ້ອງ ໃນແຂວງໄຊສົມບູນກ່າວຕໍ່ເລື່ອງດັ່ງກ່າວວ່າ ສາເຫດສ່ວນໜຶ່ງທີ່ແຂວງໄຊສົມບູນ ມີຄົນງານຈີນຫຼາຍ,ເພາະບັນດາບໍລິສັດຈີນ ທີ່ເຂົ້າມາສຳປະທານແລ້ວນໍາໃຊ້ຄົນງານ ຂອງຕົນເອງ, ແຕ່ກໍ່ບໍ່ໄດ້ແມ່ນທຸກບໍລິສັດ ຈະລັກລອບນໍາເຂົ້າຄົນງານຈາກຈີນ ອາດລັກລອບເຫຼັກໜ້ອຍ ເຊິ່ງສາເຫດໃນການລັກລອບຄົນງານ ກໍ່ອາດຈະແມ່ນວ່າບໍ່ຢາກຈ່າຍຄ່າທຳນຽມ ແລະພັນທະອາກອນຕ່າງໆ ໃຫ້ກັບລັດຖະບານ, ອີກດ້ານໜຶ່ງລາວອາດຈະຂາດແຄນຄົນງານ ກໍ່ເປັນອີກສາເຫດໜຶ່ງ. ດັ່ງເຈົ້າໜ້າທີ່ກ່ຽວຂ້ອງແຂວງໄຊສົມບູນ ກ່າວໃນວັນທີ 17 ຕຸລາ ນີ້ວ່າ:

“ຄົນງານສ່ວນໃຫຍ່ກໍ່ແມ່ນຄົນຈີນນັ້ນແຫຼະ ກາບໍ່ທຸກບໍລິສັດທີ່ເອົາມາເບື້ອງຕົ້ນ, ສ່ວນຫຼາຍເຂົາກໍ່ພາມາແຈ້ງແຕ່ຢູ່ກະຊວງພຸ້ນ, ເອົາມາຕື່ມຫັ້ນຊິແຈ້ງບໍ່ກາບໍ່ຮູ້ນໍາເຂົາເຈົ້າເດ້. ຊິມີຫຼາຍເງື່ອນໄຂ ທີ່ວ່າເຂົາເຈົ້ານໍາໃຊ້ຄົນງານຂອງເຂົາເຈົ້າ, ສ່ວນໜຶ່ງກໍ່ອາດຈະຕິດພັນເລື່ອງເສັຍຄ່າທຳນຽມ ຄ່າພັນທະຕ່າງໆ, ຊິໄປວ່າເປັນນໍາຄົນງານຕ່າງປະເທດໝົດ ກາເປັນສ່ວນໜຶ່ງນ້ອຍໆ ສື່ໆ ດອກ.”

ກ່ອນໜ້ານີ້ ກໍ່ມີລັກສະນະເຈົ້າໜ້າທີ່ດ່ານຮັບສິນບົນ, ກິນຄ່າຫົວ, ຮັບເງິນຈາກກຸ່ມຄົນຈີນ ທີ່ເຂົ້າອອກປະເທດລາວໂດຍບໍ່ໄດ້ຮັບອະນຸຍາດ ຢູ່ແຂວງຫຼວງນໍ້າທາ ແລະນໍາໃຊ້ຕໍາແໜ່ງຕົນເອງ ເອື້ອອຳນວຍໃຫ້ຄົນຈີນ. ອີງຕາມການລາຍງານຂອງກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໃນວັນທີ 7 ມິຖຸນາ 2023 ທີ່ໄດ້ປະຕິບັດວິໄນ ຕໍ່ນາຍແລະພົນຕໍາຫຼວດທີ່ເຮັດວຽກ ປະຈຳດ່ານສາກົນບໍ່ເຕັນ-ບໍ່ຫານ ລວມທັງໝົດ 78 ຄົນ. ໃນນັ້ນມີຈຳນວນ 5 ຄົນໃຫ້ອອກຈາກພັກ, ປະຕິບັດວິໄນ ໄລ່ອອກຈາກກຳລັງໂດຍບໍ່ໄດ້ຮັບນະໂຍບາຍໃດໆ ຕາມກົດໝາຍວ່າດ້ວຍກຳລັງປ້ອງກັນ ຄວາມສະຫງົບ ແລະດຳເນີນຄະດີຕາມຂະບວນການຍຸຕິທຳ.

ເຈົ້າໜ້າທີ່ໃນແຂວງໄຊສົມບູນ ອີກທ່ານກ່າວວ່າ, ປັດຈຸບັນນີ້ບໍລິສັດຄົນຈີນ ແລະຄົນຫວຽດນາມພາຍໃນແຂວງໄຊສົມບູນ, ເຂົາເຈົ້າກໍ່ມັກເອົາຄົນຂອງປະເທດຕົນເອງ ເຂົ້າມາເຮັດວຽກຫຼາຍ, ບາງບໍລິສັດກໍ່ມີການລັກລອບເອົາຄົນງານຕົນເອງ ເຂົ້າມາກໍ່ມີ ເຊິ່ງບັນຫານີ້ກໍ່ຈະສົ່ງຜົນກະທົບ ໃນຕໍ່ໜ້າເຮັດໃຫ້ຄົນລາວບໍ່ມີວຽກເຮັດງານທຳ.

“ສ່ວນຫຼາຍມັນຈີນກັບຫວຽດ, ສ່ວນຫຼາຍເຂົາກໍ່ຢາກເອົາຄົນເຂົາຫັ້ນມາເຮັດ ແຕ່ວ່າມີບາງບໍລິສັດເຂົາກໍ່ລັກເອົາຄົນເຂົາເຂົ້າມາມາແລ້ວຕຳຫຼວດ ຈັບໄດ້ກໍ່ໄດ້ໄປນອນຢູ່ຄຸກພຸ້ນມີຜົນກະທົບ ແລ້ວຄົນງານລາວກໍ່ບໍ່ມີວຽກເຮັດນ່າ.”

ຄົນງານໃນແຂວງໄຊສົມບູນກ່າວວ່າ, ປັດຈຸບັນນີ້ຄົນງານຈີນ, ຫວຽດນາມເຂົ້າມາໃນແຂວງໄຊສົມບູນ ຫຼາຍ, ຄົນງານລາວກໍ່ມີຢູ່ແຕ່ທີ່ຄົນງານລາວສ່ວນໜຶ່ງ ບໍ່ຢາກເຮັດວຽກນໍາຄົນຈີນ ກໍ່ຍ້ອນວ່າໄດ້ເງິນເດືອນຕໍ່າກ່ວາຄົນຈີນ, ຄົນຫວຽດນາມ. ທັງທີ່ເຮັດວຽກລັກສະນະດຽວກັນ ແລະລັກສະນະງານກໍ່ໜັກເກີນໄປ. ຫຼາຍຄົນມີໂອກາດທີ່ດີກໍ່ໄປຫາເຮັດວຽກ ຢູ່ປະເທດໄທກັນຫຼາຍເພາະໄດ້ເງິນເດືອນສູງ.

“ເຂົາເອົາຄົນຈີນມາເຮັດແລ້ວເຂົາໄລ່ລາຄາແພງ, ບາດເອົາຄົນລາວເຮັດເຂົາໄລ່ລາຄາຕໍ່າມັນບໍ່ຖືກກັັນ. ເງິນເດືອນມັນຢາກຕໍ່າແລ້ວ ເຂົາກໍ່ບໍ່ເຮັດ, ຄັນໄລ່ເງິນເດືອນແພງຄືຢູ່ໄທແທ້ເຂົາກໍ່ບໍ່ໄປດອກໄທ ເຂົາກໍ່ຈະເຮັດນໍາຄົນຈີນແຖວນີ້. ອັນນີ້ເຂົາໄປໄທນັ້ນສ່ວນຫຼາຍ.”

ຈາການລາຍງານ ຂອງແຂວງໄຊສົມບູນໃນປີ 2021 ກໍ່ມີບັນດາບໍລິສັດເອກະຊົນຂອງຈີນ ເຂົ້າໄປລົງທຶນພາຍໃນແຂວງເພີ່ມຂຶ້ນເຖິງ 44 ໂຄງການ, ຖືວ່າເປັນກຸ່ມນັກລົງທຶນ ອັນດັບໜຶ່ງພາຍໃນແຂວງ ໂດຍລັດຖະບານມີນະໂຍບາຍພິເສດ ດຳລັດ 414 ຂອງລັດຖະບານເປັນເລື່ອງທີ່ສຳຄັນທີ່ດຶງດູດ ການລົງທຶນຂອງບໍລິສັດເອກະຊົນ ເຂົ້າໄປລົງທຶນໃນແຂວງຮອງລົງມາກໍ່ແມ່ນຫວຽດນາມ.

ສ່ວນມູນຄ່າການລົງທຶນ ທັງໝົດຂອງຂອງຈີນໃນລາວ ໃນປັດຈຸບັນ ປະມານການວ່າກ່ວາ 10,000 ລ້ານໂດລ້າສະຫະລັດ, ຈີນເປັນນັກລົງທຶນຕ່າງປະເທດລາຍໃຫຍ່ທີ່ສຸດ ໃນລາວ ໂດຍການລົງທຶນຄອບຄຸມ ຫຼາກຫຼາຍຂະແໜງການ ເຊັ່ນກໍ່ສ້າງໂຄງລ່າງພື້ນຖານ, ພະລັງງານ, ບໍ່ແຮ່, ການກະສິກໍາ ແລະ ການທ່ອງທ່ຽວ. ໂຄງການທີ່ເດັ່ນທີ່ສຸດຄືໂຄງການທາງລົດໄຟ ລາວ-ຈີນ ມູນຄ່າປະມານ 6 ຕື້ໂດລ້າສະຫະລັດ.

ສຳລັບການລົງທຶນ ຂອງຈີນໃນ ສປປ ລາວ, ມີມູນຄ່າເພີ່ມຂຶ້ນຢ່າງຫຼວງຫຼາຍ ໃນໄລຍະປີ 2023-2024. ບໍລິສັດຈີນ ໄດ້ລົງທຶນໃນລາວຈໍານວນ 17 ໂຄງການ, ລວມມູນຄ່າ 986 ລ້ານໂດລ້າສະຫະລັດ ແລະ ໃນປີ 2024 ຄາດວ່າຈີນ ຈະກາຍເປັນຄູ່ຄ້າລາຍໃຫຍ່ທີ່ສຸດ ຂອງລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.