ພາຍໃນປະເທດ ແຮງງານລາວ ຍັງບໍ່ພຽງພໍ ຕໍ່ຄວາມຕ້ອງການ
2025.02.19

ໃນປີ 2024 ຜ່ານມາ ທາງການລາວ ສົ່ງເສີມຄົນງານລາວ ໃຫ້ມີວຽກເຮັດງານທໍາ ຢູ່ພາຍໃນປະເທດ ໄດ້ປະມານ 26,000 ປາຍຄົນ, ອີງຕາມການລາຍງານ ຂອງ ທ່ານ ວິໄລພົງ ສີສົມຫວັງ ຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ກະຊວງ ຮສສ ໃນກອງປະຊຸມສະຫລຸບວຽກງານ ແຮງງານ ແລະ ສະຫວັດດີການສັງຄົມ ປະຈຳວັນທີ 18 ກຸມພາ 2024.
ແຕ່ສຳລັບຈຳນວນດັ່ງກ່າວ ຖືວ່າໜ້ອຍຫຼາຍ ແລະ ບໍ່ພຽງພໍ ຕໍ່ຄວາມຕ້ອງການ ຂອງຫຼາຍບໍລິສັດໃນລາວ ທີ່ຕ້ອງການແຮງງານລາວ ຈຳນວນ 153,315 ຄົນ ເຊິ່ງໃນນີ້ ມີຈຳນວນບໍລິສັດທັງໝົດ 2,600 ຫົວໜ່ວຍ, ອີງຕາມການລາຍງານ ຂອງກົມແຜນການ ແລະ ການຮ່ວມມື ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃນປີ 2023, ເຊິ່ງທາງການລາວ ໄດ້ໃຫ້ບັນດາຫົວໜ່ວຍຕ່າງໆ ສາມາດນຳເຂົ້າແຮງງານຕ່າງປະເທດ ເຂົ້າມາໄດ້ ສ່ວນໃຫຍ່ ເປັນແຮງງານພະມ້າ, ຫວຽດນາມ ແລະ ຈີນ,
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທ່ານໜຶ່ງ ຜູ້ຂໍສະຫງວນຊື່ ແລະ ຕຳແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 19 ກຸມພາ ນີ້ວ່າ:
“ເປັນຕົວເລກ ທີ່ວ່າໜ້ອຍ ເພາະວ່າຮູ້ສຶກວ່າ ບໍລິສັດໃດ ກໍຍັງຂາດແຄນແຮງງານຢູ່ຫຼາຍ. ຄື ບໍລິສັດໂຮງງານຫຍິບເຄື່ອງ ອີ່ຫຍັງນີ້ ແຮງພັດເຂົາເຈົ້້າຕ້ອງການຫລາຍ ຂັ້ນຕໍ່ານ່າ ຈະເປັນ 1,000 ຄົນຂຶ້ນໄປ. ດຽວນີ້ຫັ້ນ ເຂົາເຈົ້າເອົາແຮງງານຕ່າງປະເທດເຂົ້າມາ, ມີຄົນພະມ້າ ແລະຄົນຫວຽດນາມ. ຖ້າເປັນຈີນຈັ່ງຊີ້, ເຂົາເຈົ້າກໍເອົາຈີນເຂົ້າມາ.”
ຂະນະທີ່ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນນະຄອນຫຼວງວຽງຈັນ ທ່ານໜຶ່ງ ກ່າວວ່າ ສ່ວນໃຫຍ່ ແມ່ນ ຂົງເຂດອຸດສາຫະກຳ ຈະຂາດແຄນແຮງງານຫຼາຍ, ຮອງລົງມາ ແມ່ນຂົງເຂດການບໍລິການ ແລະ ຂົງເຂດກະສິກຳ. ສ່ວນບໍລິສັດຕ່າງໆ ທີ່ຂຶ້ນທະບຽນຖືກຕ້ອງ ສະເພາະຢູ່ ໃນນະຄອນຫຼວງວຽງຈັນ ຍັງບໍ່ລວມຢູ່ໃນເຂດເສດຖະກິດພິເສດ ມີປະມານ 500 ປາຍຫົວໜ່ວຍ ມີຄົນງານລາວ ທີ່ເຮັດວຽກໃນນັ້ນ, ທັງໝົດ ປະມານ 50,000 ປາຍຄົນ, ເຊິ່ງທ່ານຍອມຮັບວ່າ ຍັງມີຫຼາຍບໍລິສັດ ທີ່ຂາດແຄນແຮງງານ ເພາະສ່ວນໃຫຍ່ ຄົນງານລາວ ພາກັນໄປເຮັດວຽກຕ່າງປະເທດ ໂດຍສະເພາະໄປປະເທດໄທ ຈຶ່ງຕ້ອງໃຫ້ຫຼາຍຫົວໜ່ວຍ ນຳເຂົ້າແຮງງານ ຈາກຕ່າງປະເທດ ເຂົ້າມາໄດ້.
ຂ່າວ ກ່ຽວກັນ
ໄທ ເຂົ້າສູ່ສັງຄົມ ຜູ້ສູງອາຍຸ ແລະ ຕ້ອງການແຮງງານ ຈາກຕ່າງປະເທດ
ຄົນງານລາວ ອາຍຸຕໍ່າກວ່າ 18 ປີ ມີແນວໂນ້ມໄປເຮັດວຽກຢູ່ປະເທດໄທຫຼາຍ ຊຶ່ງສ່ວນໃຫຍ່ຜິດກົດໝາຍ
ແຮງງານລາວ ສົນໃຈໄປເຮັດວຽກ ຢູ່ຢີ່ປຸ່ນຍ້ອນຄ່າແຮງງານສູງ
"ຂຶ້ນກັບເຮົາໂດຍກົງນີ້ ແຮງງານກຳມະກອນທັງໝົດນີ້ ມີ 50,000 ປາຍກວ່າຄົນ ທົ່ວນະຄອນຫຼວງ, ຂອງພວກເຮົາປະມານຢູ່ 500 ປາຍແຫ່ງ. ສ່ວນຫຼາຍ ກໍຂາດແຄນຫັ້ນແຫຼະ. ເບິ່ງປັດຈຸບັນນີ້ ບາງໂຮງງານກໍນຳຄົນພະມ້າເຂົ້າມາຫັ້ນນ່າ, ສ່ວນຫຼາຍໄ ປໄທນີ້ຫຼາຍ."
ຂະນະດຽວກັນ ພະນັກງານໃນຫົວໜ່ວຍແຫ່ງໜຶ່ງ ໃນເຂດເສດຖະກິດ ກວມລວມໄຊເສດຖາ ກ່າວວ່າ ຫຼາຍບໍລິສັດພາຍໃນເຂດນີ້ ກໍຂາດແຄນແຮງງານລາວຫຼາຍຢູ່ ຖ້າເປັນບໍລິສັດໃຫຍ່ ຕ້ອງການແຮງງານລາວ ບໍ່ຕ່ຳກວ່າ 1,000 ຄົນ.
"ມີ ມີຫຼາຍ ບໍລິສັດ ຖ້າວ່າຢູ່ໃນຝ່າຍຜະລິດນ່າ ເຂົາເຈົ້າຈະຮັບປະມານ ຂັ້ນຕ່ຳ 1000 ຄົນນີ້ແຫຼະ."
ພ້ອມດຽວກັນນີ້ ພະນັກງານ ອີກບໍລິສັດແຫ່ງໜຶ່ງ ໄດ້ກ່າວວ່າ ມີຫຼາຍໂຮງງານ ທີ່ຕ້ອງການແຮງງານລາວ ໂດຍສະເພາະແຮງງານດິບ ແມ່ນແຕ່ໂຮງງານທີ່ຕົນເອງເຮັດວຽກຢູ່ ກໍຍັງຕ້ອງການຄົນງານລາວເຊັ່ນກັນ ແຕ່ຕ້ອງການພຽງແຕ່ປະມານ 100 ຄົນ ເພາະວ່າເປັນໂຮງງານຂະໜາດນ້ອຍ.
"ຕອນນີ້ ບໍລິສັດເຮົາ ຍັງຕ້ອງການປະມານຮ້ອຍ ເພາະວ່າ ໂຮງງານກໍບໍ່ໄດ້ໃຫຍ່ປານໃດ. ມັນກໍແລ້ວຂຶ້ນກັບໂຮງງານເຂົາເຈົ້າ ທີ່ກ່ຽວກັບອີ່ຫຍັງ ຕັດຫຍິບເຂົາເຈົ້າກໍນ່າ ຈະຕ້ອງການພະນັກງານສ່ວນຫຼາຍຢູ່."
ນອກຈາກນັ້ນ ບໍລິສັດ ເປເຕີ້ ເຄື່ອງນຸ່ງລາວຈຳກັດຂອງຈີນ ຢູ່ເຂດເສດຖະກິດພິເສດ ໃນນະຄອນຫຼວງວຽງຈັນ ກໍຍັງຕ້ອງການຄົນງານລາວປະມານ 5,000 ຄົນ ມາເຮັດວຽກໃນບໍລິສັດ, ອີກທັງ ບໍລິສັດ ໂຮຍາ ລາວ ຈຳກັດ ກໍຍັງຕ້ອງການຄົນງານລາວ ປະມານ 1,000 ປາຍ ຂຶ້ນໄປ.
ທ່ານ ວິໄລພົງ ສີສົມຫວັງ ຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຍັງໄດ້ລາຍງານຕື່ມວ່າ ໃນປີ 2024 ມີ ແຮງງານໄປເຮັດວຽກ ຕ່າງປະເທດ 97,950 ກວ່າຄົນ, ຂຶ້ນທະບຽນ ຜູ້ຕ້ອງການມີວຽກເຮັດງານທຳ ພາຍໃນຫຼາຍກວ່າ 11,460 ຄົນ ແລະ ຜູ້ຕ້ອງການໄປອອກແຮງງານ ຢູ່ຕ່າງປະເທດ ຫຼາຍກວ່າ 128,270 ຄົນ.
ເຖິງຢ່າງໃດກໍຕາມ ອີງຕາມການລາຍງານຂອງກົມແຜນການ ແລະ ການຮ່ວມມື ກະຊວງອຸດສາຫະກຳ ແລະ ການຄ້າ ໃນປີ 2023 ທົ່ວປະເທດລາວ ນຳເຂົ້າແຮງງານຕ່າງປະເທດ 23,436 ຄົນ, ບໍລິສັດທີ່ຂຶ້ນທະບຽນ ໄວ້ກັບທາງການລາວ ຈຳນວນ 21,656 ຫົວໜ່ວຍ ໃນນັ້ນ ມີນັກລົງທຶນ ຈາກປະເທດຈີນ ເປັນອັນດັບໜຶ່ງ.