ເພີ່ມການຄຸ້ມຄອງ ໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ
2024.07.31

ອະດີດເຈົ້າໜ້າທີ່ລາວ ທ່ານໜຶ່ງ ເຫັນວ່າ ການເພີ່ມການຄຸ້ມຄອງດ້ານຕ່າງໆ ໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ຖືເປັນສິ່ງທີ່ຈໍາເປັນທີ່ສຸດ ເພື່ອເຮັດໃຫ້ການຄຸ້ມຄອງຄົນຈີນ ແລະຄົນຕ່າງປະເທດ ທີ່ເຂົ້າມາເຮັດທຸລະກິດ ຫຼື ເຮັດວຽກໃນເຂດແຫ່ງນີ້ ປະຕິບັດຕາມກົດໝາຍລາວ ພາຍຫຼັງທີ່ ເມື່ອວັນທີ 23 ເດືອນກໍລະກົດ ທີ່ຜ່ານມານີ້ ທາງການແຂວງບໍ່ແກ້ວ ໄດ້ເຮັດພິທີ ປະກາດແຕ່ງຕັ້ງ 4 ຂະແໜງການຊ່ອຍວຽກ ຂອງອົງການຄຸ້ມຄອງ-ບໍລິຫານ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ຄັນບໍ່ເຊັ່ນນັ້ນແລ້ວ ກໍ່ຈະກາຍເປັນເມືອງຂອງຄົນຈີນ ທີ່ພວກເຂົາເຈົ້າ ສາມາດເຮັດຫຍັງກໍ່ໄດ້, ດັ່ງທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 31 ກໍລະກົດ ນີ້ວ່າ:
“ຄັນເພິ່ນເຮັດໄດ້ແນວນັ້ນຫັ້ນດີໃດ໋ ມັນຈຶ່ງບໍ່ແມ່ນວ່າ ຈີນ ຊິມາເປັນເຈົ້າຂອງຢູ່ຫັ້ນໝົດທຸກຢ່າງ ບໍ່ແມ່ນ ທໍາມະດາຢູ່ລາວກະຕ້ອງຄົບອົງກອນ ຄົບການຈັດຕັ້ງຂອງລາວເາະ ຈຶ່ງຈະຄຸມເຂົາໄດ້ ປ່ອຍເຂົາຢູ່ ຄືຢູ່ຄູ່ມື້ນີ້ ບໍ່ໄດ້ ຕໍາຫຼວດເຮົາ ກໍ່ຍັງເຂົ້າບໍ່ໄດ້ເບາະ.”
4 ຂະແໜງການ ທີ່ຖືກແຕ່ງຕັ້ງຂຶ້ນນີ້ ປະກອບດ້ວຍ ຂະແໜງໂຍທາທິການ ແລະ ຂົນສົ່ງ , ຂະແໜງອຸດສາຫະກຳ ແລະ ການຄ້າ, ຂະແໜງພາຍໃນ ແລະ ຂະແໜງເຕັກໂນໂລຊີ ແລະ ການສື່ສານ ໂດຍມີການແຕ່ງຕັ້ງພະນັກງານ ຂອງຂະແໜງການດັ່ງກ່າວ ເຮັດວຽກປະຈໍາຢູ່ ໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ເພື່ອສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ວຽກງານ ແລະ ຄຸ້ມຄອງ-ຕິດຕາມ ດ້ານຕ່າງໆ, ອີງຕາມການລາຍງານ ຂອງສະຖານີວິທະຍຸ-ໂທລະພາບ ແຂວງບໍ່ແກ້ວ ເມື່ອວັນທີ 27 ເດືອນກໍລະກົດ 2024.
ຂະນະທີ່ ຊາວລາວທ່ານໜຶ່ງ ທີ່ຮູ້ຂ່າວດັ່ງກ່າວ ກໍ່ເຫັນວ່າ ເປັນເລື່ອງທີ່ເໝາະສົມແລ້ວ ທີ່ຕ້ອງໄດ້ມີການຈັດຕັ້ງຂະແໜງການຕ່າງໆ ຢູ່ພາຍໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ຍ້ອນຈະເຮັດໃຫ້ວຽກງານໃນດ້ານຕ່າງໆ ໃນເຂດແຫ່ງນີ້ ໄດ້ຮັບການຄຸ້ມຄອງຢ່າງຖືກຈຸດ ແລະ ສະດວກແກ່ການປົກຄອງຜູ້ຄົນ ໃນເຂດດັ່ງກ່າວ ລວມທັງ ສາມາດຄຸ້ມຄອງ ຄົນເຂົ້າ-ອອກ ໃຫ້ດີຂຶ້ນນໍາດ້ວຍ, ດັ່ງທ່ານກ່າວວ່າ:
“ຄັນວ່າເພິ່ນມີນະໂຍບາຍ ໃນການສ້າງຕັ້ງ ມັນກະເປັນອັນດີ ໃນການພົວພັນການໄປ-ການມາ ມັນກໍ່ມີຄວາມສະດວກ ຂອງປະຊາຊົນຂຶ້ນຕື່ມ ມັນກໍ່ເປັນຫົວໜ່ວຍປົກຄອງໜຶ່ງ ຢູ່ຂັ້ນທ້ອງຖິ່ນ ກະມີອັນດີຢູ່ດອກ ເວົ້າເຖິງການຄຸ້ມຄອງພົນລະເມືອງ.”
ແຕ່ກໍ່ມີຊາວລາວ ອີກຈໍານວນໜຶ່ງ ທີ່ເຫັນວ່າ ການແຕ່ງຕັ້ງພະນັກງານ ໄປປະຈໍາຢູ່ພາຍໃນເຂດດັ່ງກ່າວ ກໍ່ອາດມີບັນຫາຕາມມາ ຄັນວ່າ ພະນັກງານບໍ່ມີຄວາມເຂັ້ມແຂງພໍ ເປັນຕົ້ນວ່າ ຄົນຈີນ ທີ່ຢູ່ໃນເຂດດັ່ງກ່າວ ກໍ່ອາດໃຊ້ເງິນຊື້ຈ້າງ ພະນັກງານລາວ ຈົນອາດເກີດບັນຫາການຮັບສິນບົນ ຫຼືການສໍ້ລາດບັງຫຼວງ ນໍາກໍ່ໄດ້, ດັ່ງຊາວລາວ ອີກທ່ານໜຶ່ງ ກ່າວວ່າ:
“ຄັນເພິ່ນເຮັດເຄັ່ງຄັດແດ່ ຄັນວ່າ ຈະເອົາສິນບົນໃຫ້ ບໍ່ເອົາກະໄຄ ຄັນເອົາສິນບົນໃຫ້ລະເອົານີ້ ຍາກໜ້ອຍໜຶ່ງ ສ່ວນຫຼາຍກະໃຊ້ເງິນແກ້ບັນຫາຫັ້ນລະ ວ່າແຕ່ລະອັນນັ້ນລະ ຄັນວ່າມີຫຼາຍຫ້ອງການກະຫາກດີຢູ່ ພະນັກງານເອົາໃຈໃສ່ກະດີ ມີແຕ່ຫ້ອງການ ມີແຕ່ລະຄົນ ລະບໍ່ເຮັດວຽກ ກະບໍ່ດີໝົດຫັ້ນລະ.”
ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ປະຈໍາເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ທ່ານໜຶ່ງ ທີ່ຂໍສະຫງວນຊື່ ແລະສຽງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 31 ກໍລະກົດ ເຊັ່ນດຽວກັນວ່າ ພາຍຫຼັງໄດ້ເຮັດພິທີແຕ່ງຕັ້ງດັ່ງກ່າວແລ້ວນັ້ນ ທາງພະນັກງານ ຂອງແຕ່ລະແໜງການດັ່ງກ່າວ ກໍ່ໄດ້ເລີ່ມປະບັດໜ້າທີ່ ຢູ່ພາຍໃນເຂດ ພ້ອມທັງມີຫ້ອງການພ້ອມຄັກແນ່ແລ້ວ ແຕ່ທ່ານ ບໍ່ສາມາດໃຫ້ລາຍລະອຽດຫຼາຍກວ່ານີ້ໄດ້.
ໃນຂະນະທີ່ ເຈົ້າໜ້າທີ່ພະແນກອຸດສາຫະກໍາ ແລະການຄ້າ ແຂວງບໍ່ແກ້ວ ທ່ານໜຶ່ງ ກ່າວວ່່າ ສໍາລັບພະນັກງານ ຂະແໜງອຸດສາຫະກໍາ ແລະການຄ້າ ທີ່ເຮັດວຽກຢູ່ເຂດດັ່ງກ່າວນັ້ນ ມີທັງພະນັກງານ ທີ່ມາຈາກ ກະຊວງອຸດສາຫະກໍາ ແລະການຄ້າ ແລະຈາກ ພະແນກອຸດສາຫະກໍາ ແລະການຄ້າ ແຂວງບໍ່ແກ້ວ ເຊິ່ງໄດ້ລົງເຮັດວຽກ ກ່ຽວກັບການແກ້ໄຂບັນຫາ ຫຼາຍຫົວໜ່ວຍທຸລະກິດ ພາຍໃນເຂດດັ່ງກ່າວ ທີ່ບໍ່ໄດ້ລົງທະບຽນ ແລະເສຍພາສີອາກອນ ຢ່າງຖືກຕ້ອງ ຈາກນັ້ນ ກໍ່ຈະແກ້ໄຂບັນຫາອື່ນໆຕາມພາຍຫຼັງ, ດັ່ງທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຕັ້ງແລ້ວ ຈັດຕັ້ງແລ້ວ ເປັນທຽບເທົ່າຫ້ອງການ ອຸດສາຫະກໍາ ການຄ້າເມືອງ ມາແຕ່ກະຊວງນີ້ 2 ທ່ານ ລະກໍ ຢູ່ແຂວງ 3 ທ່ານ ໂຕນີ້ ເບື້ອງຕົ້ນນີ້ ເຂົາເຈົ້າໄປເຮັດວຽກ ກ່ຽວກັບທະບຽນ ວິສາຫະກິດເນາະ ເກັບກໍາຫົວໜ່ວຍທຸລະກິດ ໃຫ້ເຂົ້າລະບົບ.”
ໃນມື້ ທີ່ມີການແຕ່ງຕັ້ງນັ້ນ ທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງ ແຂວງບໍ່ແກ້ວ ກໍ່ໄດ້ກ່າວວ່າ ການພັດທະນາ ແລະ ການເຄື່ອນໄຫວ ຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ມີການພັດທະນາ ຢ່າງວອງໄວ ພ້ອມທັງ ມີຄວາມຈໍາເປັນ ແລະ ມີຄວາມຕ້ອງການ ໃນການບັນຈຸ, ຊັບຊ້ອນພະນັກງານ ຕາງໜ້າ ໃຫ້ແຕ່ລະຂະແໜງການ ມາປະຈຳຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ເພື່ອເຄື່ອນໄຫວ ວຽກງານ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຕົນ ໃນຂັ້ນທ້ອງຖິ່ນ-ຂັ້ນກະຊວງ.
ຢ່າງໃດກໍ່ຕາມ ກ່ອນໜ້ານີ້ ຢູ່ພາຍໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ກໍ່ໄດ້ມີພະນັກງານລັດ ເຂົ້າໄປປະຈໍາການ ແລະເຮັດວຽກໃນເຂດດັ່ງກ່າວແລ້ວ ເປັນບາງຂະແໜງການ ເປັນຕົ້ນ ໄດ້ຈັດຕັ້ງກອງບັນຊາການ ປກສ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ລວມທັງ ໄດ້ມີການຫາລື ຈັດຕັ້ງ ອົງການໄອຍະການປະຊາຊົນ ປະຈໍາເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ແລະ ຈະຈັດຕັ້ງສານປະຊາຊົນ ຢູ່ເຂດດັ່ງກ່າວນໍາດ້ວຍ ເຊິ່ງນັກກົດໝາຍລາວ ຈໍານວນໜຶ່ງ ກໍ່ຮູ້ສຶກກັງວົນ ເພາະຢ້ານວ່າ ຄົນຈີນ ໃນເຂດດັ່ງກ່າວ ອາດໃຊ້ເງິນຊື້ຈ້າງລະບົບຍຸຕິທໍາ ໃນລາວ.