ແຮງງານລາວ ສົນໃຈໄປເຮັດວຽກ ຢູ່ຢີ່ປຸ່ນຍ້ອນຄ່າແຮງງານສູງ

ໄຊຍາ
2024.10.25
ແຮງງານລາວ ສົນໃຈໄປເຮັດວຽກ ຢູ່ຢີ່ປຸ່ນຍ້ອນຄ່າແຮງງານສູງ ນີ້ເປັນພຽງຮູບປະກອບ ເຊິ່ງແມ່ນບັນຍາກາດ ພາຍໃນງານຕະຫລາດນັດພົບແຮງງານ ປີ 2022 ທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ບ້ານໜອງໄຮ (TS), ເດືອນພະຈິກ ປີ 2022.
RFA

ໃນຮອບສອງປີມານີ້, ມີແຮງງານລາວໃນຫຼາຍແຂວງສົນໃຈເດີນທາງໄປເຮັດວຽກຢູ່ປະເທດຢີ່ປຸ່ນເພີ່ມຂຶ້ນ. ຍອ້ນຄ່າຈ້າງແຮງງານພາຍໃນປະເທດຕົກຕໍ່າເຮັດໃຫ້ຄົນງານເຫຼືອເງິນບໍ່ພໍກຸ້ມກິນ. ດັ່ງຊາວໜຸ່ມລາວທີ່ເຮັດວຽກເປັນກຳມະກອນຢູ່ແຂວງຊຽງຂວາງທີ່ສົນໃຈເດີນທາງໄປເຮັດວຽກຢູ່ຢີ່ນປຸ່ນກ່າວຕໍ່ວິທະຍຸເອເຊັຽເສຣີໃນວັນທີ 25 ຕຸລາ 2024 ນີ້ວ່າ.

“ລາຍໄດ້ຢູ່ລາວນີ້ມັນບໍ່ກຸ້ມກິນ, ບາງອາຊີບນີ້ເຂົາກໍ່ເຮັດວຽກຢູ່ອັນຕາມໄຮ່ຕາມນານີ້ເຂົາກໍ່ບໍ່ໄດ້ເສັຍເງິນຫຼາຍເນາະ. ກຳມະກອນກໍ່ບໍ່ປານໃດເດ້, ລາຍໄດ້ບໍ່ຢາກກຸ້ມປານໃດເດ, ກໍ່ຢາກໄປຢູ່ແຕ່ວ່າເຫັນເຂົາປະກາດນີ້ເບິ່ງຄືເງົິນຫຼາຍເຄີຍມີຄົນຮູ້ຈັກໄປມາຢູ່ແລ້ວແຕ່ວ່າໄປອີກລະ.

ສຳລັບສາເຫດທີ່ເຮັດໃຫ້ຄົນງານລາວສົນໃຈເດີນທາງໄປເຮັດວຽກຢູ່ຢີ່ປຸ່ນຍ້ອນໄດ້ຄ່າຈ້າງຂັ້ນຕໍ່າປປະມານ 23 ລ້ານກີບຕໍ່ເດືອນ. ຂະນະທີ່ການເຮັດວຽກຢູ່ລາວສ່ວນຫຼາຍແຮງງານຈະໄດ້ຮັບເງິນເດືອນປະມານ 3-4ລ້ານກີບຕໍ່ເດືອນ. ດັ່ງເຈົ້າໜາທີ່ພະແນກຈັດຫາງານຢູ່ແຂວງພາກເໜືອກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນວ່າ.

“ສໍາພາດແລ້ວກໍ່ກວດສຸຂະພາບແລ້ວຈຶ່ງເຂົ້າສູນ, ເຂົ້າສູນແລ້ວຈຶ່ງໄດ້ຮຽນອີກແລ້ວກໍຈະໄດ້ເສັງອີກແບບນີ້ຫັ້ນນ່າ. ແລ້ວພໍດີເຮົາໄປແບບໄລຍະຍາວເນາະມັນ 3 ຫາ 5 ປີແລ້ວນີ້ຫັ້ນນ່າ. ຖ້າເຮົາໄປເກົາຫຼີມັນຈະງ່າຍກ່ອນນ່າໄປແບບ 5 ເດືອນກໍ່ໄດ້ກັບມາແລ້ວ. ແຕ່ເຮັດວຽກຢູ່ລາວເຮົາກໍ່ມັນຂ້ອນຂ້າງສະພາບເສດຖະກິດປັດຈຸບັນນີ້ເນາະກໍ່ຄືຮູ້ກັນຫັ້ນແຫຼະເນາະ.

ທ່ານກ່າວຕື່ມວ່າ, ເຖິງແມ່ນວ່າປະເທດລາວຈະເຮັດ MOU ໃນການຈັດສົ່ງແຮງງານໄປເຮັດວຽກຢູ່ໄທ, ເກົາຫຼີໃຕ້ ແລະ ຢີ່ປຸ່ນຢ່າງເປັນທາງການແລ້ວ.  ແຕ່ແຮງງານລາວສ່ວນຫຼາຍກໍ່ຍັງມັກເດີນທາງໄປໄທຫຼາຍກ່ວາຍ້ອນຄ່າໃຊ້ຈ່າຍຖືກກ່ວາ, ແລະກໍ່  ເດີນທາງໄປເກົາຫຼີໃຕ້ຫຼາຍກ່ວາຍ້ອນມີເງື່ອນໄຂການຮັບຜູ້ສະມັກໜ້ອຍກ່ອນ. ສາເຫດທີ່ໄປຊອກເຮັດວຽກຢູ່ຕ່າງປະເທດຍ້ອນສະພາບເສດຖະກິດຂອງລາວພົບກັບຄວາມຫຍຸ້ງຍາກ. ໃນນັ້ນມີທັງໄປແບບຖືກກົດໝາຍແລະຜິດກົດໝາຍ. ດັ່ງແຮງງານລາວທີ່ສົນໃຈເດີນທາງໄປເຮັດວຽກຢູ່ຢີ່ປຸ່ນກ່າວວ່າ.

“ມີຫຼັກໆ ກໍ່ຈະເປັນພວກກະເສດ, ຕໍ່ມາກໍ່ຈະເປັນໂຮງງານ, ຕໍ່ມາກໍ່ຈະເປັນກໍ່ສ້າງແຕ່ສ່ວນຫຼາຍກໍຈະເປັນໜ້າວຽກ 20 ປາຍລ້ານ. ແມ່ນໆ ນອກຈາກບາງຄົນງົບໜ້ອຍອີ່ຫຍັງເຂົາເຈົ້າກໍ່ໄປໄທ, ບາງຄົນກໍ່ງົບອ່າວມີຫຼືວ່າຕັ້ງໃຈຢາກໄປຫາເງິນອີ່ຫຼີຊິນ່າຂະເຈົ້າກໍ່ມາສະມັກເຂົ້າໄປຢີ່ປຸ່ນ.”

ສຳລັບຜູ້ທີ່ຈະເດີນທາງໄປເຮັດວຽກຢູ່ຢີ່ປຸ່ນໄດ້ຈະຕ້ອງມີເງື່ອນໄຂທີ່ທາງປະເທດຢີ່ປຸ່ນກຳນົດຄົບຖ້ວນທັງນີ້ຖ້າຫາກໄດ້ຮັບການຄັດເລືອກແລ້ວລຳດັບຕໍ່ໄປຈະຕ້ອງຮຽນພາສາຢີ່ປຸ່ນຂັ້ນພື້ນຖານເພື່ອໃຫ້ສາມາດສື່ສານໄດ້.ດັ່ງພະນັກງານບໍລິສັດຈັດຫາງານສົ່ງແຮງງານໄປຢີ່ປຸ່ນກ່າວວ່າ.

“ໂດຍຈະຮຽນເປັນພື້ນຖານເລີຍເຈົ້າ, ຈະບໍ່ໄດ້ຍາກເນາະເວລາໄປຮອດພຸ້ນແລ້ວກໍ່ສື່ສານໄດ້, ເງິນເດືອນແມ່ນມັນກໍ່ຂຶ້ນຢູ່ກັບແຕ່ລະໜ້າວຽກເດີ້ເຈົ້າ, ມັນຈະບໍ່ຄືກັນເດີ້ເຈົ້າຂັ້ນຕໍ່າສູດກໍ່ຈະປະມານ 150,000 ເຢັນ. ຖ້າວ່າເປັນເງິນກີບກໍ່ປະມານ 20 ລ້ານກີບເນາະ, ປັດຈຸບັນນີ້ຄົນລາວກໍ່ແມ່ນສົນໃຈຫຼາຍເດີ້ເຈົ້າ.”

ນາງກ່າວຕື່ມວ່າສຳລັບແຮງງານລາວທີ່ເດີນທາງໄປເຮັດວຽກຢູ່ຢີ່ປຸ່ນເງິນເດືອນຂັ້ນພື້ນຖານທີ່ຈະໄດ້ຮັບຈະບໍ່ລວມເງິນລ່ວງເວລາ ແລະ ເງິນຂະຫຍັນ. ສະນັ້ນຈຶ່ງຖືວ່າເປັນລາຍໄດ້ທີ່ສູງເມື່ອທຽບໃສ່ການເຮັດວຽກຢູ່ລາວ.

ສະພາແຫ່ງຊາດລາຍງານເມື່ອເດືອນເມສາ 2024 ວ່ານັບແຕ່ປີ 2024 ຫາ 2029 ປະເທດຢີ່ປຸ່ນຕ້ອງການແຮງງານຕ່າງປະເທດມີທັກສະສູງ 800,000 ຄົນເປັນຕົ້ນຂະແໜງການຂົນສົ່ງທາງບົກ, ທາງລົດໄຟ, ປ່າໄມ້ ແລະ ອຸດສາຫະກຳ.

ທ່ານ ບຸນສວນ ໄຊຍະສີນ ຫົວໜ້າພະແນກຈັດຫາງານໄປຕ່າງປະເທດ ກະຊວງແຮງງານແລະສະຫວັດດີການສັງຄົມໃຫ້ຮູ້ວ່າໃນລະຫວ່າງປີ 2022 ຫາເດືອນມີຖຸນາ 2023 ປະເທດລາວສາມາດຈັດສົ່ງແຮງງານໄປເຮັດວຽກຢູ່ປະເທດຢີ່ປຸ່ນໄດ້ທັງໝົດ 720 ຄົນໃນນີ້ເປັນເພດຍີງ 255 ຄົນ.

ທະນາຄານໂລກປະຈຳລາວໄດ້ລາຍງານເມື່ອວັນທີ 05 ກັນຍາ 2024 ມີບາງຕອນກ່າວເຖິງແຮງງານວ່າ ໃນຈຳນວນແຮງງານລາວທີ່ໄປເຮັດວຽກຢູ່ຕ່າງປະເທດນັ້ນເຫດຜົນຕົ້ນຕໍແມ່ນເພື່ອຊອກຫາຄ່າຈ້າງທີ່ສູງກ່ວາ, ໂອກາດຈ້າງງານທີ່ດີກ່ວາ. ເຊີ່ງແຮງງານທີ່ໃຫ້ເຫດຜົນດັ່ງກ່າວແມ່ນເພີ່ມຂຶ້ນຈາກ 73% ໃນປີ 2023 ມາເປັນ 93% ໃນປີ 2024 ແລະ ສັດສ່ວນດັ່ງກ່າວໄດ້ເພີ່ມຂຶ້ນຈາກ 88% ເປັນ 99% ໃນຄອບຄົວທີ່ມີລາຍໄດ້ຕໍ່າ.

ທະນາຄານໂລກໄດ້ລະບຸເຖິງຄ່າແຮງງານໃນລາວວ່າ, ຈາກສະພາບອັດຕາເງິນເຟີ້ທີ່ສູງ, ການອ່ອນຄ່າຂອງເງິນກີບແລະຄ່າຈ້າງງານທີ່ເພີ່ມຂຶ້ນພຽງເຫຼັກນ້ອຍຍັງສືບຕໍ່ເປັນປັດໄຈຊຸກຍູ້ໃຫ້ປະຊາຊົນຫັນມາເຮັດອາຊີບທີ່ໃຫ້ຜົນຕອບແທນສູງຂຶ້ນ, ແຮງງານຫຼາຍຄົນໄດ້ຫັນປ່ຽນຈາກເຮັດວຽກຂະແໜງບໍລິການໄປເຮັດວຽກກະສິກຳແລະການຜະລິດ. ແຮງງານມີການຫັນຈາກການເປັນລູກຈ້າງຫຼືການເຮັດວຽກຄອບຄົວທີ່ບໍ່ໄດ້ຄ່າຈ້າງມາເຮັດອາຊີບອິດສະລະ. ໃນຂະນະດຽວກັນກຳລັງແຮງງານທີ່ເປັນແມ່ຍີງເພີ່ມຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.