ສາມຫຼ່ຽມຄໍາ ແລະ ເຂດພັດທະນາກວມລວມໄຊເສດຖາ ຂາດເຂີນຄົນງານຫຼາຍ

ຈຳປາທອງ
2024.10.28
ສາມຫຼ່ຽມຄໍາ ແລະ ເຂດພັດທະນາກວມລວມໄຊເສດຖາ ຂາດເຂີນຄົນງານຫຼາຍ ນີ້ເປັນພຽງຮູບປະກອບ ເຊິ່ງແມ່ນຄົນງານທີ່ເຮັດວຽກກໍ່ສ້າງສະໜາມບິນບໍ່ແກ້ວ. ເດືອນກຸມພາ ປີ 2023.
RFA

ປັດຈຸບັນ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ແລະເຂດພັດທະນາກວມລວມໄຊເສດຖາ ນະຄອນຫຼວງວຽງຈັນ ຍັງຂາດເຂີນຄົນນງານຫຼາຍພັນຄົນ ເປັນຕົ້ນໂຄງການກໍ່ສ້າງ, ໂຮງຈັກ, ໂຮງງານ ຍ້ອນໃຫ້ຄ່າແຮງງານຕໍ່າ ໃນຂະນະທີ່ຢູ່ລາວ ລາຄາສິນຄ້າແພງ, ຄ່າຄອງຊີບສູງຂຶ້ນ, ເຮັດໃຫ້ຄົນງານລາວ ພາກັນໄປເຮັດວຽກຢູ່ຕ່າງປະເທດ ເປັນຕົ້ນແມ່ນໄທ ທີ່ໄດ້ຄ່າແຮງງານຫຼາຍ ດັ່ງເຈົ້າໜ້າທີ່ ໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ທີ່ຂໍສະຫງວນຊື່ ແລະຕໍາແໜ່ງ ຜູ້ນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 28 ຕຸລານີ້ວ່າ:

ໂດຍລວມແລ້ວກະແຮງງານລາວ ຂາດແຄນເປັນຈໍານວນຫລາຍຫັ້ນແຫລະ ລັກສະນະວ່າແຮງງານກ່ຽວກັບການສ້ອມແປງເຄຫະ ບາງເທື່ອແຮງງານລາວເຮົາ ກໍຍັງຕອບສະໜອງເຂົາຍັງບໍ່ທັນໄດ້ຫັ້ນແຫລະ ບາງເທື່ອມັນບໍ່ຖືກກັບວິຊາຊີບ ກໍນໍາເຂົ້າແຮງງານມຽນມ້າ ຈໍານວນນຶ່ງກໍມີຫລາຍປັດໃຈເນາະ ບາງວຄົນໄປທໍາງານຢູ່ໄທ ເງິນເຮົາກໍມີບັນຫາເລື້ອງຄ່າຄອງຊີບແດ່ ເງິນຂັ້ນຕໍ່າແດ່.

ແລະຄົນງານລາວ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຜູ້ນຶ່ງກໍເວົ້າວ່າ ບັນຫາການຂາດເຂີນຄົນງານເກີດຂຶ້ນຢູ່ລາວ ກໍຍ້ອນວ່າ ຄ່າແຮງງານຕໍ່າ, ເຖິງວຽກງານຈະມີຫຼາຍຢູ່ລາວ ແຕ່ຄົນງານລາວກໍບໍ່ຢາກເຮັດ, ດັ່ງນັ້ນຈຶ່ງເຮັດໃຫ້ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ສ່ວນໃຫຍ່ແມ່ນຄົນງານພະມ້າ ຍ້ອນພວກເຂົາ ເຈົ້າ ຮັບຄ່າແຮງງານຕໍ່າໄດ້ ດັ່ງທີ່ທ່ານກ່າວ່າ:

ທີ່ວ່າຂາດແຄນກໍາມະກອນໃນສາມຫລ່ຽມຄໍານີ້ ຄ່າແຮງມັນຕໍ່າ ແລ້ວກໍບໍ່ມີໃຜຢາກທໍາ ມີແຕ່ຄົນພະມ້າກັບຄົນຈີນ ຄົນຈີນນີ້ຄ່າແຮງມັນຈະສູງ ແຕ່ວ່າຄົນພະມ້າຄ່າແຮງຕໍ່າ ພະມ້່າເຂົາຈະຢູ່ໄດ້ ຄົນລາວເຂົາບໍ່ຄ່ອຍເຮັດ ມີແຕ່ຢູ່ໄທ ກະເປັນບັນຫານຶ່ງ.

ສໍາລັບຢູ່ເຂດພັດທະນາກວມລວມໄຊເສດຖາ ນະຄອນຫຼວງວຽງຈັນ ມາເຖິງເດືອນຕຸລາ 2024 ນີ້ ໂຮງງານຫຼາຍແຫ່ງ ກໍຍັງຂາດເຂີນຄົນງານຫຼາຍຢູ່ ເປັນ ຕົ້ນໂຮງງານ ມັສຄອດ ຕັດຫຍິບ ທີ່ຍັງເປີດຮັບສະໝັກເອົາຄົນງານຢູ່ ໂດຍສະເພາະຄົນງານດ້ານການຜະລິດ ດັ່ງເຈົ້າໜ້າທີ່ໂຮງງານດັ່ງກ່າວ ເວົ້າໃນມື້ດຽວກັນນີ້ວ່າ:

ຄັນທຽບປັດຈຸບັນນີ້ກໍເອີ້ນວ່າຂາດແຄນ ແຮງງານຢູ່ເດ້  ເພາະວ່າຫລາຍບໍ ລິສັດເຂົາເຈົ້າ ກໍຍັງຂາດແຮງງານຢູ່ ໂຕຢ່າງຄືຂອງເຮົາ ກໍຍັງຂາດຫລາຍຢູ່ ກໍຍັງເປີດຮັບສະໝັກຄືເກົ່າ ຕ້ອງການຫລາຍໃດ໋ ແຮງງານດ້ານຕັດຫຍິບເລີຍ ເພາະວ່າເປັນຝ່າຍຜະລິດນ່າ ແລະໂຮງງານອື່ນເຂົາເຈົ້າກໍຕ້ອງການພະນັກງານຄືກັນ.

ກ່ຽວກັບບັນຫາທີ່ວ່ານີ້ ມາເຖິງປັດຈຸບັນ ລັດຖະບານລາວ ກໍຍັງບໍ່ສາມາດແກ້ໄຂໄດ້. ເຖິງແມ່ນວ່າ ຈະມີມາດຕະການຕ່າງໆອອກມາ ເພື່ອແກ້ໄຂບັນຫາດັ່ງກ່າວ ຮວມທັງການເປີດຕະຫຼາດນັດແຮງງານ, ການຝຶກອົບຮົມວິຊາຊີບ ທີ່ບໍ່ໄດ້ເຮັດຕໍ່ເນື່ອງ ແລະບໍ່ທົ່ວເຖິງ ຍ້ອນຂາດເຂີນງົບປະມານ; ໄດ້ມີການປັບຂຶ້ນເງິນເດືອນຂັ້ນຕໍ່າ ຈາກ 1,300,000 ກີບເປັນ 1,600,000 ກີບ ເພື່ອໃຫ້ເໝາະສົມກັບຄ່າຄອງຊີບ ທີ່ຈະດຶງດູດໃຫ້ຄົນງານລາວ ເຮັດວຽກຢູ່ພາຍໃນປະເທດ. ແຕ່ຫຼາຍຄົນເວົ້າວ່າ ເຖິງຈະໄດ້ປັບເງິນເດືອນຂັ້ນຕໍ່າຄືແນວນັ້ນ ແຕ່ກໍຍັງເຫັນວ່າ ຍັງບໍ່ພຽງພໍກັບຄ່າໃຊ້ຈ່າຍ ໃຫ້ພໍຢູ່ໄດ້ຄືເກົ່າ ຍ້ອນເສດຖະກິດລາວຕົກຕໍ່າ, ເງິນເຟີ້, ລາຄາສິນຄ້າແພງ, ຄ່າຄອງຊີບສູງ ສະນັ້ນຈຶ່ງເຮັດໃຫ້ຄົນງານລາວ ພາກັນອອກໄປຫາເຮັດວຽກຢູ່ຕ່າງປະເທດຫຼາຍຂຶ້ນ ຮວມທັງພະນັກງານ-ລັດຖະກອນກໍລາອອກຈາກການຫຼາຍ.

ຍ້ອນເປັນຄືທີ່ວ່ານັ້ນ ທາງລັດຖະບານລາວ ຈຶ່ງມີແຜນທີ່ຈະປັບຄ່າແຮງງານຂັ້ນຕໍ່າຂຶ້ນຕື່ມອີກ ຈາກ 1,600,000 ກີບເປັນ 2,000,000-2,200,000 ກີບຕໍ່ເດືອນ ໃນປີ 2025.  

ປັດຈຸບັນ ລັດຖະບານລາວ ອະນຸມັດໂຄຕານໍາຄົນງານຕ່າງປະເທດເຂົ້າມາເຮັດວຽກຢູ່ລາວ ຈໍານວນ 145,049 ຄົນ ຊຶ່ງໃນນັ້ນເປັນຍິງພຽງ 2,303 ຄົນ. ຄົນງານຕ່າງປະເທດ ສ່ວນຫຼາຍເຂົ້າມາເຮັດວຽກໃນຂະແໜງອຸດສາຫະກໍາ ເປັນອັນດັບຕົ້ນ ຮອງລົງມາກໍແມ່ນຂະແໜງບໍລິການ ແລະກະສິກໍາ. 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.