ສປປ ລາວ ບໍ່ມີ MOU ສົ່ງຄົນໄປເຮັດວຽກຢູ່ຈີນ ແຕ່ມີນາຍໜ້າຊອກຄົນໄປເຮັດວຽກຢູ່ຈີນ

ອຸ່ນແກ້ວ
2024.09.16
ສປປ ລາວ ບໍ່ມີ MOU ສົ່ງຄົນໄປເຮັດວຽກຢູ່ຈີນ ແຕ່ມີນາຍໜ້າຊອກຄົນໄປເຮັດວຽກຢູ່ຈີນ ພື້ນທີ່ການຜະລິດກະສິກຳ ທີ່ມີຄົນງານລາວເຂົ້າເຮັດວຽກ.
ຮູບພາບຈາກພົນລະເມືອງ

ກໍລະນີ, ມີນາຍໜ້າລາວ ປະກາດໂຄສະນາທາງສື່ສັງຄົມອອນລາຍ ຮັບຄົນງານລາວອາຍຸ 18-36 ປີ ໄປເຮັດວຽກຢູສວນໝາກຖົ່ວ, ມາກໂມຂອງຈີນ ຢູ່ເມືອງລ້າ ປະເທດຈີນ ແລະ ສະເໜີໃຫ້ຄ່າຈ້າງມື້ລະ 100 ຢວນ ພ້ອມທີ່ພັກໃຫ້ຟີ.

ແຕ່ ເຈົ້າໜ້າທີ່ລາວ ເຕືອນ ຜູ້ທີ່ຫຼົງເຊື່ອ ວ່າ ລະວັງຖືກຕົວະໄປຄ້າມະນຸດ ເພາະວ່າ ຖ້າຈະມີການຮັບສະໜັກຄົນລາວໄປເຮັດວຽກຢູ່ປະເທດຈີນແທ້ ຂັ້ນຕອນຮັບສະໜັກຈະຕ້ອງຜ່ານກົມແຮງງານ ກະຊວງແຮງງານ ແລະ ສະຫວັດດີກຮນສັງຄົມ.

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ບໍ່ມີບົດບັນທຶກຄວາມເຈົ້າໃຈ ຫຼື MOU ກັບປະເທດຈີນ ເພື່ອສົ່ງຄົນງານລາວໄປເຮັດວຽກຢູ່ປະເທດຈີນ ສະນັ້ນ ຜູ້ທີ່ໄປເຮັດວຽກຢູ່ຈີນ ຈະບໍ່ໄດ້ຮັບການຄຸ້ມຄອງຈາກລັດຖະບານລາວ ແລະ ມີຄວາມສ່ຽງທີ່ຈະຕົກເປັນເຫຍື່ອການຄ້າມະນຸດ.

ເຈົ້າໜ້າທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທ່ານນຶ່ງ ໄດ້ກ່າວວ່າ:

ໄປຈີນບໍ່ມີໂຄຕ້າ ແລ້ວ ກໍບໍ່ໄດ້ເຊັນ MOU ຮ່ວມກັນເນາະ ຈະບໍ່ໄດ້ຢູ່ໃນທິີ່ວ່າການຄຸ້ມຄອງຂອງໄທເຮົາເນາະ ຕົກເປັນອັນກຸ່ມສ່ຽງເນາະ ເພາະວ່າ ທີ່ໄປນີ້ ລັດຖະບານເຮົາບໍ່ໄດ້ຮັບຮູ້ ຈະໄປຕົກເປັນເຫຍື່ອທີ່ວ່າການຄ້າມະນຸດຫັ້ນນ່າ ມັນຈະເປັນການສ່ຽງສູງ ອັນນີ້ຫັ້ນນ່າ ທາງຫລວງນໍ້າເນາະ ເຂົາເຈົ້າມັກໄປຈີນນ່າ.

ທ່ານ ກ່າວຕື່ມວ່າ ຫາກປະຊາຊົນ ຕອງການໄປເຮັດວຽກຢູ່ຕ່າງປະເທດ ຕ້ອງໄດ້ຜ່ານເອກະສານຈາກລັດຖະບານລາວ ໂດຍສະເພາະ ການແລ່ນເອກະສານຢູ່ຂະແໜງການແຮງງານ ແລະ ສະຫວັດດີການສັງຄົມ ນອກຈາກນັ້ນ ປະເທດລາວ ກໍມີ MOU ສົ່ງຄົນງານລາວໄປເຮັດວຽກຢູ່ຕ່າງປະເທດ ເປັນຕົ້ນປະເທດເກົາຫຼີໃຕ້, ຍີ່ປຸ່ນ ແລະ ໄທ ຊຶ່ງແຕ່ລະແຂວງຈະໄດ້ໂຄຕ້າສົ່ງຄົນງານລາວ ໄປແຕ່ລະປະເທດແຕກຕ່າງກັນ ແລະ ບາງແຂວງຈະບໍ່ໄດ້ໂຄຕ້າກໍມີ.

ຜູ້ທີ່ຈະໄປເຮັດວຽກຢູ່ຈີນ ພຽງແຕ່ວ່າໃຊ້ບັດປະຈໍາໂຕ ແລະ ໃບແຈ້ງໂທດ ແລ້ວ ນາຍໜ້າຈະພາເຂົ້າໄປປະເທດຈີນເລີຍ.

ນາຍໜ້າ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 16 ກັນຍາ ວ່າ:

ເອກະສານຢູ່ລາວ ມີແຕ່ວ່າ ນ້ອງຢູ່ແຂວງໃດ ແລ້ວໄປເຮັດວຽກໃບແຈ້ງໂທດ ຖ້າບໍ່ມີບັດປະຈໍາໂຕ ເອົາໃບສໍາມະໂນຂອງຕົວເອງໄປ ພັດສະປອດບໍ່ເອົາ ເພາະວ່າ ພັດສະປອດຫັ້ນ ເຮົາຕ້ອງໄດ້ເຮັດວີຊ້າຢູ່ລາວ ມັນເສັຍເງິນຫຼາຍນ່າ ໃບອື່ນ ບໍ່ມີ ມີແຕ່ຮອດດ່ານບໍ່ເຕັນແລ້ວ ໄປເຮັດບັດຜ່ານແດນ ອອກວີຊ້ານ່າ ເຮົາໄປຢູ່ຈີນແລ້ວ ຫົວໜ້າເຂົາຊິອອກ ຢູ່ 3 ເດືອນ ໃຫ້ຄົບ 3 ເດືອນ.

ເຈົ້າໜ້າທີ່ທາງການລາວ ໃຫ້ໃຫ້ຄໍາເຫັນວ່າ ປະກາດໂຄສະນາຮັບສະໝັກຄົນເຮັດວຽກ ຢູ່ສື່ສັງຄົມອອນລາຍ ບໍ່ໜ້າເຊື່ອຖື ເພາະ ມີຄວາມເປັນໄດ້ ທີ່ຈະມີການແອບແຝງເລື່ອງກາມະນຸດ.

ເຈົ້າໜ້າທີ່ທາງການລາວ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 16 ກັນຍາ ວ່າ:

ບໍ່ເປັນໜ້າເຊື່ອຖື ຢ້ານແມ່ນຖືກພວກຄ້າມະນຸດແຫຼນິ ຢ້ານມັນໄປແບບເກົ່າ ແບບຄ້າມະນຸດຫັ້ນແຫຼະ ມັນບໍ່ແມ່ນຂ່າວທີ່ໜ້າເຊື່ອຖື ໂຕນີ້ ມັນຊິເອົາໄປເຮັດຫຍັງ ມັນເວົ້າວ່າ ຊິເອົາໄປໂຕນັ້ນຢູ່ ບາດໂຕຈິງມັນບໍ່ເຮັດໂຕນັ້ນດອກ ໄປໂຕນັ້ນລະກົມແຮງງານມັນຕ້ອງຮູ້ຈັກ ແຮງງານ ເຂົາເຈົ້າຍັງບໍ່ຮູ້ຈັກຊໍ້າ ໄປແທ້ໆ ມັນຕ້ອງຜ່ານກົມແຮງງານ.

ປະຊາຊົນຢູ່ແຂວງຫລວງນໍ້ທາ ນິຍົມກັນໄປເຮັດວຽກຢູ່ສວນຜັກ ແລະ ສວນໝາກໄມ້ ຢູ່ເມືອງຫຼ້າ ປະເທດຈີນ ແບບບໍ່ຜ່ານມາກົມແຮງງງານ ໂດຍ ມີຄົນຈີນເຂົ້າມາຕິດຕໍ່ດ້ວຍຕົນເອງ.

ເຈົ້າໜ້າທີ່ແຂວງຫລວງນໍ້າທາ ທ່ານນຶ່ງ ໄດ້ກ່າວວ່າ:

ຄົນຈີນຫັກຈະມາຊອກເອງ ລະອັນສອງມາແລ້ວ ເຂົາເຈົ້າມີໝູ່ຄູ່ ມີພີ່ນ້ອງແລ້ວກໍໄປຊອກເອງຫັ້ນນ່າ ແລ້ວພວກເຮົາມເມືອງສິງ ພວກເຮົາເຫັນສະພາບແນວນັ້ນ ເລີຍວ່າ ໄປຂໍປຶກສານໍາເມືອງຫຼ້າວ່າ ເປັນໄປໄດ້ບໍ່ ເຮົາທັງສອງເບື້ອງເຮົາ ໃຫ້ມັນຄຸ້ມຄອງຄົນງານລາວຫັ້ນ ເພິ່ນວ່າ ເປັນດີ ທົດລອງເຮັດປີນຶ່ງກ່ອນເນາະ ໝົດສັນຍາປີນຶ່ງ ແຕ່ເດືອນ 6 ຜ່ານມາແລ້ວ ດຽວນີ້ ກໍາລັງສະເໜີ ໃຫ້ກະຊວງແຮງງານ ຄົ້ນຄວ້າ ຊອກວິທີທາງ ເພາະວ່າ.”  

ຫຼັງຈາກປູກມັນຕົ້ນແລ້ວ ປະຊາຊົນ ຢູ່ແຂວງຫລວງນໍ້າທາ ຈໍານວນນຶ່ງ ກໍຈະໄປຊອກເຮັດວຽກຢູ່ຕ່າງປະເທດ ຍ້ອນໄດ້ເງິນດີ ແລະ ຢູ່ລາວ ກໍວຽກເຮັດງານທໍາບໍ່ຫຼາຍ. ເຈົ້າໜ້າທີ່ແຂວງຫລວງນໍ້າທາ ທ່ານນຶ່ງ ໄດ້ກ່າວວ່າ:

ຍ້ອນເຮົາບໍ່ມີແຫຼະເນາະ ມັນໝົດວຽກຫັ້ນນ່າ ຢູ່ບ້ານເຮົາ ກໍດາຍ ປູກມັນ ປູກຫຍັງ ແລ້ວ ກໍບໍ່ມີເງິນກໍໄປ ມີແນວຈໍາເປັນແຫຼະວ່າ ເງິນເດືອນດີ ແລ້ວກໍໂອ້ໄປວຽກທາງໃດ ກໍມີໜັກແດ່ຫັ້ນແຫຼະເນາະ.

ແຂວງຫຼວງນໍ້າທາ ເປັນແຂວງທີ່ມີຊາຍແດນ ຕິດຈອດກັບປະເທດຈີນ ແລະປະເທດມຽນມາ ຈຶ່ງເຮັດໃຫ້ມີກຸ່ມຄົນເຄື່ອນໄຫວ ເປັນທາງຜ່ານແອບແຝງ ຄ້າມະນຸດຫຼາຍຮູບແບບ ທັງແອບແຝງເຂົ້າມາ ທ່ອງທ່ຽວ, ຢ້ຽມຢາມ, ຄ້າຂາຍ, ໄປອອກແຮງງານ, ການຖືພາແບບບໍ່ຖືກຕ້ອງ, ການແຕ່ງດອງແອບແຝງ, ຕົວະຍົວະ ຜູ້ຖືກເຄາະຮ້າຍ ໄປຂາຍບໍຣິການ ທາງເພດ ເຮັດໃຫ້ຜູ້ທີ່ຮູ້ເທົ່າບໍ່ເຖິງການຕົກ ເປັນເຫຍື່ອການຄ້າມະນຸດ ເພີ່ມຂຶ້ນ ອີງຕາມການລາຍງານ ຂອງ ພັນໂທ ທ່ານ ນາງ ມະລິຈັນ ແກ້ວມະນີວົງ, ຫົວໜ້າກອງເລຂາ ຄະນະກັມມະການ ຕ້ານການຄ້າມະນຸດ ແຂວງຫຼວງນໍ້າທາ ຕໍ່ກອງປະຊຸມ ສະຫຼຸບ ການຈັດຕັ້ງປະຕິບັດ ວຽກງານ ຕ້ານການຄ້າມະນຸດ ປະຈຳປີ 2022 ແລະ ທິດທາງ ແຜນການປະຈຳປີ 2023.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.