ຄົນລາວສົນໃຈ ໄປເຮັດວຽກໄລຍະຍາວ ດ້ານກະສິກຳ ທີ່ປະເທດຢີ່ປຸ່ນ
2024.10.07

ແຮງງານລາວຈຳນວນໜຶ່ງ ສົນໃຈເດີນທາງໄປເຮັດວຽກໄລຍະຍາວດ້ານກະສິກຳ ຢູ່ປະເທດຢີ່ປຸ່ນຍ້ອນໄດ້ລາຍໄດ້ດີກ່ອນຄ່າແຮງງານຂັ້ນຕໍ່າຢູ່ລາວ ປະມານ 10 ເທົ່າ. ອີກທັງການໄປເຮັດວຽກຢູ່ຢີ່ປຸ່ນ ມີສະຫວັດດີການແລະໂອກາດ ໃນການມີຄຸນນະພາບຊີວິດທີ່ດີກ່ວາປະເທດລາວ. ດັ່ງແຮງງານລາວຢູ່ນະຄອນຫຼວງວຽງຈັນທີ່ສົນໃຈເດີນທາງໄປເຮັດວຽກຢູ່ຢີ່ປຸ່ນກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 07 ຕຸລາ 2024 ວ່າ.
“ຢູ່ລາວມັນຫາເງິນຍາກກໍ່ເລີຍວ່າ ຢາກໄປຫາເງິນຢູ່ພຸ້ນຂອງຢີ່ປຸ່ນຫັ້ນຈະໄດ້ໜ້ອຍກ່ວາເກົາຫຼີ ໄດ້ຍິນຂະເຈົ້າວ່າມີແຕ່ເງິນເດືອນ 20 ປາຍລ້ານຜູ້ທີ່ວ່າຂະເຈົ້າເຄີຍໄປຂະເຈົ້າວ່າໄປຢີ່ປຸ່ນດີກ່ອນໄປເກົາຫຼີ ເພາະວ່າສະຫວັດດີການຂະເຈົ້າດີກ່ອນເກົາຫຼີເນາະ ຖ້າສົມມຸດວ່າເຮົາໄປຢູ່ດົນແລ້ວເຮົາຈະໄດ້ໃບຂຽວ ໃບຫຍັງ ໄວ້ໄປຢູ່ຢີ່ປຸ່ນຫັ້ນນ່າ.”
ຂະນະດຽວກັນ ຜູ້ທີ່ໄດ້ຮັບຄັດເລືອກໃຫ້ເດີນທາງໄປເຮັດວຽກຢູ່ປະເທດຢີ່ປຸ່ນ ພວກເຂົາເຈົ້າຈະຕ້ອງໄດ້ຮຽນຮູ້ພາສາຢີ່ປຸ່ນຂັ້ນພື້ນຖານ ກ່ອນເຊິ່ງຖືເປັນອຸປະສັກໜຶ່ງທີ່ເຮັດໃຫ້ແຮງງານລາວບາງຄົນ ພາດໂອກາດນີ້. ດັ່ງແຮງງານລາວຢູ່ແຂວງຫົວພັນທີ່ສົນໃຈເດີນທາງ ໄປເຮັດວຽກຢູ່ຢີ່ປຸ່ນກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ.
“ຕອນນີ້ຢາກສະມັກໄປ ມີນ້ອງຊາວສະມັກວຽກໄປຢີ່ປຸ່ນ ແຕ່ວ່າໂຕພາສາຍັງບໍ່ໄດ້ດີກໍ່ໄປໄທກັນໝົດບ້ານຫັ້ນແຫຼະ. ເອີ ກໍ່ຢາກໄປຢູ່ທີ່ວ່າຫາຢູ່ນີ້ກໍ່ຄືວ່າຕອນນີ້ເງິນເຟີ້, ແຕ່ວ່າເຮົາກໍ່ຢາກໄປຢູ່ໄປຮຽນຮູ້ໄປສິ່ງໃໝ່ໆ ໃຫ້ແກ່ໄທເຮົານີ້ນ່າ.”
ສຳຮັບແຮງງານລາວ ທີ່ເດີນທາງໄປເຮັດວຽກຢູ່ຢີ່ປຸ່ນຈະໄດ້ຮັບເງິນເດືອນຂັ້ນພື້ນຖານ ປະມານ 25 ລ້ານກີບ/ຄົນເຊິ່ງໃນຈຳນວນນີ້ ແມ່ນບໍ່ລວມເງິນລ່ວງເວລາ. ສະນັ້ນຈຶ່ງຖືວ່າເປັນລາຍໄດ້ຂ້ອນຂ້າງສູງເມື່ອທຽບໃສ່ການເຮັດວຽກ ຢູ່ລາວທີ່ມີອັດຕາຄ່າຈ້າງຂັ້ນຕໍ່າປະມານ 1.6 ລ້ານກີບ/ເດືອນ ແລະເຖິງແມ່ນວ່າບາງຫົວໜ່ວຍແຮງງານ ຈະໃຫ້ຄ່າຈ້າງ 2.5-4.0 ລ້ານກີບ/ເດືອນກໍ່ຖືວ່າຍັງໜ້ອຍຫຼາຍ ແລະບໍ່ສອດຄ່ອງກັບຄ່າຄອງຊີບຢູ່ລາວໃນປັດຈຸບັນ. ດັ່ງພະນັກງານບໍລິສັດຈັດຫາງານ ຢູ່ນະຄອນຫຼວງວຽງຈັນກ່າວວ່າ:
“ຂຶ້ນຢູ່ກັບເຣດເງິນອີກບາດໜຶ່ງເນາະ ຖ້າຕີເປັນເງິນນີ້ກໍ່ຈະເລີ້ມຕົ້ນປະມານ 24-25 ລ້ານ ບໍ່ໆ ໂອທີແມ່ນແຍກຕ່າງຫາກເນາະບໍ່ໆ ຈະລວມໃນນີ້ເປັນເງິນເດືອນພື້ນຖານສື່ໆ ກາເສດກໍ່ຈະປະມານນັ້ນເນາະກາເສດກໍ່ຈະກ່ຽວກັບການປູກຜັກ ໄປເຮັດຢູ່ສວນຜັກເນາະແລ້ວມັນກໍ່ຈະມີວຽກຫັ້ນນ່າ ແລ້ວກໍ່ຈະມີວຽກບໍລິການອ່າບໍລິການກໍ່ຈະເປັນສົມມຸດວ່າ ເຮົາເຮັດຢູ່ໂຮງແຮມເນາະວຽກອະນາໄມວຽກຫຍັງໂນ້ນນີ້.”
ຖ້າເວົ້າເຖິງຄ່າຈ້າງແຮງງານຂັ້ນຕໍ່າ ຂອງແຮງງານລາວທີ່ເຮັດວຽກຢູ່ຢີ່ປຸ່ນແຕ່ລະຄົນ ໄດ້ຮັບຄ່າຈ້າງແຮງງານບໍ່ຄືກັນຂຶ້ນຢູ່ກັບໜ້າວຽກ ແລະຄ່າຄອງຊີບໃນແຕ່ລະພື້ນທີ່. ເຖິງວ່າຈະມີແຮງງານລາວຈຳນວນໜຶ່ງ ໃຫ້ຄວາມສົນໃຈແຕ່ຈຳນວນທີ່ປະເທດຢີ່ປຸ່ນ ເປີດຮັບໃນແຕ່ລະໄລຍະຂ້ອນຂ້າງໜ້ອຍຫຼາຍ. ດັ່ງເຈົ້າໜ້າທີ່ເຮັດວຽກກ່ຽວກັບການຈັດສົ່ງແຮງງານ ໄປຕ່າງປະເທດກ່າວວ່າ.
“ແຕ່ຢີ່ປຸ່ນເພິ່ນກໍ່ບໍ່ໄດ້ເອົາໄປຫຼາຍຄືເກົາຫຼີ ຂະເຈົ້າເອົາໄປເທື່ອລະໜ້ອຍ 1-2 ຄົນຂຶ້ນຢູ່ກັບໜ້າວຽກເນາະແລ້ວກໍ່ຂຶ້ນແຕ່ລະເຂດເນາະແຕ່ລະເມືອງຄ່າຈ້າງມັນຈະບໍ່ຄືກັນຄືໂຕຢ່າງວ່າຢູ່ເຂດນອກຈັ່ງຊິເນາະຄ່າຄອງຊີບມັນຈະຖືກລົງໃນເມືອງນີ້ແຖວໂຕກຽວແນ່ຄ່າຄອງຊີບຂະເຈົ້າສູງຊິເນາະອັນນີ້ເງິນເດືອນພື້ນຖານຂັ້ນຕໍ່ານ່າຈະຢູ່ປະມານ 170,000 ຫາ 180,000 ເຢນປະມານ 25,4-26,9 ລ້ານກີບ/ຄົນ/ເດືອນ.”
ເຈົ້າໜ້າທີ່ເຮັດວຽກກ່ຽວກັບຈັດສົ່ງແຮງງານໄປຕ່າງປະເທດກ່າວຕື່ມວ່າສຳລັບວຽກງານທີ່ເປີດຮັບຄົນງານຍີງແມ່ນກ່ຽວກັບງານຜະລິດອາຫານອາຍຸບໍ່ເກີນ 30 ປີ, ຈົບ ມ.ປາຍຂຶ້ນໄປ, ບໍ່ມີຮອຍສັກແລະມີສຸຂະພາບແຂງແຮງ. ສ່ວນວຽກງານທີ່ເປີດຮັບແຮງງານຊາຍຄືວຽກງານດ້ານກະສິກຳຮັບອາຍຸບໍ່ເກີນ 33 ປີ, ຄຸມເຄື່ອງຈັກແລະງານນໍາໃຊ້ເຄື່ອງຈັກຈະຕ້ອງຈົບ ມ.7 ຂຶ້ນໄປທັງນີ້ແຕ່ລະວຽກງານຈະກະຈາຍຢູ່ຕາມເມືອງແລະແຂວງຕ່າງໆ ຂອງປະເທດຢີ່ປຸ່ນ.
ສ່ວນວຽກງານທີ່ນາຍຈ້າງຢີ່ປຸ່ນ ຕ້ອງການໃຫ້ຄົນງານລາວໄປເຮັດວຽກນໍານັ້ນໄດ້ມີ ການກຳນົດຄຸນນະສົມບັດຂອງແຮງງານລາວຢ່າງຈະແຈ້ງເປັນຕົ້ນເພດ, ອາຍຸ ແລະ ວຸດທິການສຶກສາ. ດັ່ງພະນັກງານອີກບໍລິສັດ ຈັດຫາງານຢູ່ນະຄອນຫຼວງວຽງຈັນ ກ່າວວ່າ:
“ມັນຈະມີທັງວຽກຜູ້ຊາຍແລະວຽກຜູ້ຍີງເນາະມີແຕ່ຕິດຕາມເພຈເນາະຄືຖ້າວ່າມີໜ້າວຽກເຮົາກໍ່ສິສະມັກລົງເນາະແຕ່ຖ້າວ່າໃນກໍລະນີຮຽນໄປພ້ອມເຮັດວຽກໄປພ້ອມເຮົາຈະມີທຸກໆ ປີຊ່ວງນີ້ເນາະແມ່ນທາງບໍລິສັດຫັ້ນນ່າກໍ່ມີເຂົ້າມາເລື້ອຍໆ ຫັ້ນນ່າສ່ວນຫຼາຍຈະເປັນທືນຈະເຈົ້າສົນໃຈທືນໄປຮຽນພ້ອມເຮັດວຽກຫຼາຍກ່ວາ.”
ອີງຕາມການລາຍງານຂອງສະພາແຫ່ງຊາດລາວໃນເດືອນເມສາ 2024 ທີ່ຜ່ານມານີ້ລະບຸວ່ານັບແຕ່ປີ 2024 ຈົນເຖິງປີ 2029 ປະເທດຢີ່ປຸ່ນຕ້ອງການແຮງງານຕ່າງປະເທດທີ່ມີທັກສະສູງ 800,000 ຄົນເປັນຕົ້ນຂະແໜງການຂົນສົ່ງທາງບົກ, ທາງລົດໄຟ, ປ່າໄມ້ ແລະ ອຸດສາຫະກຳປ່າໄມ້.
ອີງຕາມການລາຍງານຂອງ ທ່ານ ບຸນສວນ ໄຊຍະສີນ ຫົວໜ້າພະແນກຈັດຫາງານໄປຕ່າງປະເທດກະຊວງແຮງງານ ແລະສະຫວັດດີການສັງຄົມລະບຸວ່າໃນລະຫວ່າງປີ 2022 ຫາເດືອນມິຖຸນາ 2023 ທາງການລາວສາມາດຈັດສົ່ງແຮງງານໄປເຮັດວຽກທີ່ປະເທດຢີ່ປຸ່ນໄດ້ທັງໝົດ 720 ຄົນໃນນີ້ເປັນເພດຍີງ 255 ຄົນ.