ຊາວບ້ານ ສືບຕໍ່ລໍຖ້າ ຄ່າຊົດເຊີຍ ໂຄງການສີທັນດອນ
2024.07.10

ຊາວບ້ານ ຜູ້ທີ່ໄດ້ຮັບຜົນກະທົບ ຈາກໂຄງການກໍ່ສ້າງ ເຂດພັທນາເສດຖະກິດໃໝ່ ສີທັນດອນ ຢູ່ເມືອງໂຂງ ແຂວງຈຳປາສັກ ທີ່ທາງການລາວ ໄດ້ໃຫ້ສຳປະທານ ແກ່ນັກລົງທຶນຈີນ ສ່ວນໃຫຍ່ແລ້ວ ພວກເຂົາເຈົ້າ ຍັງບໍ່ທັນໄດ້ຄ່າຊົດເຊີຍ ເຖິງວ່າໂຄງການ ໄດ້ເລີ່ມດຳເນີນການກໍ່ສ້າງ ໄປແລ້ວບາງສ່ວນ. ດັ່ງຊາວບ້ານ ຢູ່ບ້ານເວີນຄາມ, ເມືອງໂຂງ ແຂວງຈຳປາສັກ, ເຊິ່ງເປັນບ່ອນ ທີ່ໄດ້ຮັບຜົນກະທົບ ຈາກໂຄງການກໍ່ສ້າງດັ່ງກ່າວນີ້ ທ່ານໜຶ່ງ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 10 ເດືອນ 7 ນີ້ວ່າ:
“ປະມານ 10 ໝູ່ບ້ານ ທີ່ຖືກໂຄງການນີ້, ແຕ່ລະໝູ່ບ້ານ ມັນກໍມີໂຮງຮຽນ. ສ້າງແລ້ວ ສ່ວນຫຼາຍ ເຂົາກໍດຶງນັກລົງທຶນ ດຶງຄົນຈີນມາຢູ່, ຊີ້ນ່າ. ແຕ່ວ່າໃນພື້ນທີ່ ກໍໜ້າຈະບໍ່ໄດ້ຜົນປະໂຫຍດຫຍັງດອກ. ມີດິນແມ່ຖືກ, ຖືກໂຄງການຄືກັນ, ດິນອ້າຍ, ດິນນ້ອງ, ໝົດບ້ານເລີຍ. ເພິ່ນກໍມາລົມແລ້ວ, ມາຂຶ້ນແຜນຂຶ້ນຫຍັງໃຫ້ ແບບວ່າ ຖືກເທົ່ານັ້ນເທົ່ານີ້, ແຕ່ວ່າບໍ່ທັນຈ່າຍເງິນ ແລ້ວກໍບໍ່ທັນຂຶ້ນງົບປະມານ ວ່າຊິຈ່າຍເທົ່າໃດ, ຫັ້ນນ່າ.”
ເຂດພັທນາເສດຖະກິດໃໝ່ ສີທັນດອນ ແມ່ນໄດ້ເລີ່ມດຳເນີນການແລ້ວ, ແຕ່ການກໍ່ສ້າງທີ່ເກີດຂຶ້ນ ແມ່ນເກີດຢູ່ເຂດນອກໂຕເມືອງ, ເຊິ່ງກໍໄດ້ມີການຈ່າຍ ຄ່າຊົດເຊີຍ ໃຫ້ປະຊາຊົນ ຜູ້ໄດ້ຮັບຜົນກະທົບແລ້ວ ບາງສ່ວນ. ຂະນະທີ່ປະຊາຊົນ ທີ່ມີດິນ ຖືກໂຄງການ ໃນເຂດໂຕເມືອງ ຍັງບໍ່ທັນໄດ້ຍ້າຍອອກ ແລະ ຍັງບໍ່ທັນໄດ້ຄ່າຊົດເຊີຍເທື່ອ ຍ້ອນໂຄງການກໍ່ສ້າງ ຍັງບໍ່ທັນມາຮອດ. ດັ່ງຊາວບ້ານ ຢູ່ເມືອງໂຂງ ແຂວງຈຳປາສັກ ທີ່ຮູ້ກ່ຽວກັບເຫດການນີ້ ນາງໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຜູ້ໃດເຂົາໄດ້ເງິນທົດແທນ ເຂົາກໍຍ້າຍອອກໝົດແລ້ວ, ຜູ້ໃດເຂົາບໍ່ໄດ້ເງິນຊົດເຊີຍ ເຂົາກໍບໍ່ອອກແຫຼະ. ເອີ, ແຖວທ່າຄໍ້ຫັ້ນແຫຼະ, ແຖວທ່າອົວ, ແຖວບ້ານເສັດຫັ້ນແຫຼະ ໃນເວີ້ງແຖວນັ້ນ. ເອີ, ບ່ອນທີ່ເຂົາຈະສ້າງແຄນຄູ່ ມັນຊິປະມານ 3-4 ໝູ່ບ້ານ ກວມຢູ່ແຖວນັ້ນແຫຼະ. ບໍ່, ບໍ່ທັນອອກແລ້ວ ເຂົາບໍ່ທັນໄດ້ເງິນຊົດເຊີຍ ເຂົາກໍບໍ່ອອກແລ້ວ, ເຂົາບໍ່ໃຫ້ເຈົ້າ ບຸກລຸກຂອງເຂົາຕິ.”
ຍານາງກ່າວຕື່ມວ່າ ນັບແຕ່ໄລຍະທ້າຍປີ 2023 ທີ່ຜ່ານມາ, ທາງໂຄງການ ໄດ້ທະຍອຍ ນຳຄົນງານຈີນ ເຂົ້າມາເຮັດວຽກກໍ່ສ້າງ ພາຍໃນເຂດດັ່ງກ່າວນີ້ ເປັນຈຳນວນຫຼວງຫຼາຍ, ແຕ່ປະຊາຊົນທົ່ວໄປ ພັດບໍ່ທັນຮັບຮູ້ ຢ່າງຄັກແນ່ວ່າ ມີຄົນງານ ຈຳນວນເທົ່າໃດ ຫຼືການກໍ່ສ້າງອັນໃດແດ່ ຍ້ອນກິດຈະກຳຕ່າງໆ ທີ່ເກີດຂຶ້ນ ພາຍໃນເຂດນີ້ ບໍ່ຄ່ອຍມີການເປີດເຜີຍ ຕໍ່ສາທາລະນະ.
ປັດຈຸບັນ, ຮູ້ພຽງແຕ່ວ່າ ມີໂຮງແຮມມ່ວນໆ ບູຕິກ ພາຍໃນເຂດດັ່ງກ່າວ ໄດ້ເປີດບໍລິການ ບາງສ່ວນແລ້ວ. ສ່ວນການກໍ່ສ້າງ ອາຄານອື່ນໆ ພາຍໃນເຂດ ເປັນຕົ້ນ ໂຄງການກໍ່ສ້າງ ຕຶກແຄນຄູ່, ການລ້ຽງປາສະຫວາຍນ້ຳຂອງ, ໂຮງງານປຸງແຕ່ງ ປາສະຫວາຍ, ໂຄງການສ້າງເຮືອນຈັດສັນ, ແຫຼ່ງທ່ອງທ່ຽວ ນ້ຳຕົກຕາດຄອນພະເພັງ, ຕາດສົມພະມິດ ຫຼື ລີ່ຜີ ຍັງຢູ່ລະຫວ່າງການກໍ່ສ້າງ ແລະ ປັບປຸງ. ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກ ດ້ານການທ່ອງທ່ຽວ ຢູ່ເມືອງໂຂງ ແຂວງຈຳປາສັກ ທ່ານໜຶ່ງ ກ່າວໃນມື້ດຽວກັນນີ້ວ່າ:
“ເພິ່ນເປີດໃຫ້ໃຊ້ບໍລິການແລ້ວໄດ໋ຫັ້ນ (ໂຮງແຮມມ່ວນໆ ບູຕິກ) ກ່ຽວກັບການປຸງແຕ່ງ ປາສະຫວາຍ ເພິ່ນໄດ້ເລີ່ມ ກໍຖືວ່າປາເພິ່ນໄດ້ລ້ຽງແລ້ວ ມີປາຫຍັງແລ້ວ. ແຕ່ວ່າ ເພິ່ນກໍຍັງສືບຕໍ່ຢູ່ ເຮັດໂຮງງານປຸງແຕ່ງ, ແປຮູບອັນນັ້ນ. ສຳລັບຕຶກຕ່າງໆນີ້ ເພິ່ນກໍຢູ່ໃນຂັ້ນຕອນ ດຳເນີນການກໍ່ສ້າງຢູ່.”
ເຖິງແມ່ນວ່າ ໂຄງການດັ່ງກ່າວ ຍັງບໍ່ທັນສຳເລັດ, ແຕ່ກໍເລີ່ມມີນັກທ່ອງທ່ຽວ ຈຳນວນໜຶ່ງ ເດີນທາງແວ່ໄປຢາມແດ່ແລ້ວ ຍ້ອນເມືອງໂຂງ ແຂວງຈຳປາສັກ ແມ່ນມີແຫຼ່ງທ່ອງທ່ຽວ ທາງທຳມະຊາດ ຫຼາຍຢ່າງ. ແຕ່ແນວໃດກໍຕາມ, ປະຊາຊົນ ໃນເຂດນີ້ ພັດບໍ່ດີໃຈ ຍ້ອນລາຍໄດ້ ຈາກການທ່ອງທ່ຽວ ສ່ວນໃຫຍ່ ແມ່ນຕົກໄປຢູ່ໃນມື ຂອງນັກລົງທຶນ ບໍ່ແມ່ນປະຊາຊົນທ້ອງຖິ່ນ. ດັ່ງເຈົ້າໜ້າທີ່ ຜູ້ດຽວກັນນີ້ ກ່າວຕື່ມວ່າ:
“ກະນັກທ່ອງທ່ຽວເຮົາ ກໍຍັງປົກກະຕິຢູ່. ແຕ່ວ່າ ເຮົາສັງເກດເບິ່ງ ນັກທ່ອງທ່ຽວຈີນ ກໍຍັງບໍ່ທັນໄດ້ມາເທື່ອ ຢູ່ພາກໃຕ້ລາວ, ຫັ້ນນ່າ ສ່ວນຫຼາຍ ເຂົາຈະຢູ່ພາກເໜືອ. ຕອນນີ້, ກໍຈະເປັນນັກທ່ອງທ່ຽວທົ່ວໄປ ປົກກະຕິ ເປັນຕົ້ນ ກໍນັກທ່ອງທ່ຽວໄທ ແລ້ວກໍນັກທ່ອງທ່ຽວຢຸໂຣບ ເພາະວ່າຢູ່ຫັ້ນ ມັນຈະເປັນເກາະ, ດອນເດດ, ດອນຄອນ ເປັນບ່ອນຢຸໂຣບ ຢູ່ແລ້ວ. ນອກຫັ້ນ ກໍຈະມີຊາວຫວຽດນາມ ແລ້ວກໍກຳປູເຈຍ ທີ່ວ່າອ້ອມແອ້ມແຖວນີ້.”
ສຳລັບໂຄງການກໍ່ສ້າງ ເຂດພັທນາເສດຖະກິດໃໝ່ ສີທັນດອນ ແມ່ນຢູ່ໃນໄລຍະທຳອິດ ຈາກທັງໝົດ 6 ໄລຍະ, ເຊິ່ງການດຳເນີນການ ໃນໄລຍະນີ້ ໄດ້ເລີ່ມຂຶ້ນແຕ່ເດືອນ 11 ປີ 2019 ເປັນຕົ້ນມາ, ໂດຍມີການກໍ່ສ້າງເສັ້ນທາງ, ນ້ຳປະປາ, ໄຟຟ້າ, ອາຄານສຳນັກງານ ແລະ ປັບປຸງໂຮງແຮມໄປແລ້ວ ຈຳນວນໜຶ່ງ, ເຊິ່ງຕາມແຜນ ຄາດວ່າ ຈະສຳເລັດໃນປີ 2025.
ເຂດພັທນາເສດຖະກິດໃໝ່ ສີທັນດອນ ແມ່ນເປັນການພັທນາຕາມ “ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ” ຫຼື BRI ຂອງລັດຖະບານຈີນ, ເປັນໂຄງການລົງທຶນ ຂະໜາດໃຫຍ່ ມີເນື້ອທີ່ສຳປະທານ ເກືອບ 10,000 ເຮັກຕ້າຣ໌ ທີ່ກວມເອົາທັງດິນ, ດອນ ແລະ ແມ່ນ້ຳຂອງ, ເຊິ່ງມີບໍລິສັດ ລາວ ມະຫານະທີ ສີທັນດອນ (ຮົງກົງ) ການລົງທຶນ ຈຳກັດ ແລະ ບໍລິສັດ LTV ກໍ່ສ້າງຂົວ-ທາງ ຈຳກັດຜູ້ດຽວ ໄດ້ຮ່ວມກັນ ເຊັນສັນຍາ ເພື່ອພັທນາໂຄງການ ຕັ້ງແຕ່ວັນທີ 30 ມິຖຸນາ ປີ 2018. ໂຄງການດັ່ງກ່າວ ມີມູນຄ່າການລົງທຶນ ສູງເຖິງ 9 ຕື້ໂດລ້າຣ໌ສະຫະລັດ ແລະ ມີໄລຍະສຳປະທານ 50 ປີ ແລະ ສາມາດຕໍ່ສັນຍາ ສຳປະທານ ໄດ້ຕື່ມອີກ.