ປະເທດລຸ່ມແມ່ນ້ຳຂອງບໍ່ດີໃຈ ເຣື້ອງ ເຂື່ອນ

ກອງປະຊຸມ ຫາລື ທີ່ ເມືອງປາກເຊ ແຂວງ ຈຳປາສັກ ເມື່ອວັນສຸກ ທີ່ຜ່ານມາ
ກອງປະຊຸມ ຫາລື ທີ່ ເມືອງປາກເຊ ແຂວງ ຈຳປາສັກ ເມື່ອວັນສຸກ ທີ່ຜ່ານມາ (RFA)

0:00 / 0:00

ປະເທດ ໃນ ພາກ ລຸ່ມ ແມ່ນ້ຳຂອງ ສະແດງ ຄວາມ ວິຕົກ ກັງວົນ ເປັນຫ່ວງ ໃນ ໂຄງການ ສ້າງ ເຂື່ອນ ດອນ ສະໂຮງ ຂອງ ສປປ ລາວ.

ໃນ ກອງປະຊຸມ ຫາລື ທີ່ ເມືອງ ປາກເຊ ແຂວງ ຈຳປາສັກ ເມື່ອ ວັນສຸກ ທີ່ ຜ່ານມາ, ເຈົ້າໜ້າທີ່ ບໍຣິສັດ Mega First ຂອງ ມາເລເຊັຍ ຣາຍງານ ຕໍ່ ກອງປະຊຸມ ວ່າ ເຂື່ອນ ດອນສະໂຮງ ຈະບໍ່ສົ່ງ ຜົນກະທົບ ຕໍ່ ຝຸງປາ ສິ່ງ ແວດລ້ອມ ແລະ ປະຊາຊົນ ທ້ອງຖິ່ນ ພໍເທົ່າໃດ; ແຕ່ ຜູ້ຕາງໜ້າ ຂອງ ຫຼາຍອົງການ ແລະ ປະເທດ ຕາມ ລຳ ແມ່ນ້ຳຂອງ ທີ່ ເຂົ້າ ຮ່ວມປະຊຸມ ຍັງບໍ່ ແຈ່ມແຈ້ງ ກ່ຽວກັບ ໂຄງການ ສ້າງ ເຂື່ອນ ແມ່ນ້ຳຂອງ ແຫ່ງ ດັ່ງກ່າວ.

ແຕ່ ນັກ ຮັກສາ ສິ່ງ ແວດລ້ອມ ເຫັນວ່າ ບໍຣິສັດ Mega First ບໍ່ໄດ້ ເປີດເຜີຍ ຣາຍລະອຽດ ກ່ຽວກັບ ຜົນກະທົບ ຂອງ ເຂື່ອນ ດອນສະໂຮງ ທີ່ ຈະມີຕໍ່ ປະເທດ ເພື່ອນບ້ານ. ຜູ້ຕາງໜ້າ ກຳພູຊາ ກ່າວວ່າ ການສຶກສາ ສຳຣວດ ຂອງ ບໍຣິສັດ Mega First ທີ່ ເປັນ ບໍຣິສັດ ຮັບເໝົາ ກໍ່ສ້າງ ເຂື່ອນ ດອນສະໂຮງ ນັ້ນ ບໍ່ໄດ້ແຈ້ງ ຣະອຽດ ວ່າ ຝຸງປາ ຈະໄດ້ຮັບ ຜົນ ກະທົບ ແນວໃດ ຈະຫລຸດ ລົງ ເທົ່າໃດ; ປາ ຈະຂຶ້ນລົງໄດ້ ຄືເກົ່າບໍ່ ແລະ ປະຊາຊົນ ທ້ອງຖິ່ນ ເດ໋ ຈະຈັບປາ ໄດ້ ຫລຸດໜ້ອຍ ຖອຍລົງ ເທົ່າໃດ.

ນອກຈາກ ນັ້ນ ຜູ້ຕາງໜ້າ ກໍາພູຊາ ຍັງສເນີ ໃຫ້ ກອງປະຊຸມ ພິຈາຣະນາ ອີກວ່າ ການ ສ້າງ ເຂື່ອນ ດອນສະໂຮງ ນີ້ ຈະ ບໍ່ ຣະເມີດ ຂໍ້ຕົກລົງ ຫລື ກົດໝາຍ ຣະຫວ່າງ ຊາດ ແນວໃດ ບໍ່. ເຊັ່ນດຽວ ກັນ ຜູ້ຕາງໜ້າ ວຽດນາມ ຊຶ່ງ ປະກາດ ຄັດຄ້ານ ການສ້າງ ເຂື່ອນ ແມ່ນ້ຳຂອງ ຕລອດມາ ມີຄຳເຫັນ ວ່າ ບໍຣິສັດ ມາເລເຊັຍ ຄວນສຶກສາ ສຳຣວດ ຕື່ມອີກ ເຖິງ ຜົນກະທົບ ໃນ ຣະຍະ ຍາວ ຕໍ່ປະເທດ ທີ່ຕັ້ງຢູ່ ທາງ ພາກລຸ່ມ ຂອງ ເຂື່ອນ.

ສ່ວນ ຜູ້ຕາງໜ້າ ອົງການ ຮັກສາ ສິ່ງ ແວດລ້ອມ ອື່ນໆ ໄດ້ ຮຽກຮ້ອງ ໃຫ້ ຣັຖບານ ທຸກ ປະເທດ ທີ່ ກ່ຽວຂ້ອງ ໃຫ້ ຮັບຟັງ ຄຳຄິດ ຄຳເຫັນ ຂອງ ປະຊາຊົນ ແລະ ໃຫ້ດີແທ້ ກໍໃຫ້ ຍົກເລີກ ໂຄງການ ສ້າງ ເຂື່ອນ ດອນສະໂຮງ ນັ້ນ ໄປເລີຍ.