ຊາວດອນສະໂຣງ ລໍຖ້າ ເຂື່ອນ
2014.12.21

ປະຊາຊົນ ທີ່ ຢູ່ໃກ້ ເຂດ ໂຄງການ ເຂື່ອນ ດອນສະໂຮງ ເມືອງ ໂຂງ ແຂວງ ຈໍາປາສັກ ໂດຍສະເພາະ ຜູ້ຖືກ ຜົລກະທົບ ແມ່ນພາ ກັນ ຄອງຄອຍ ການ ກໍ່ສ້າງ ເຂື່ອນ ດອນສະໂຮງ ພາຍຫລັງ ທີ່ ທາງການ ໄດ້ ບອກວ່າ ຈະສ້າງ ເຂື່ອນ ນີ້ຂຶ້ນໃສ່ ຮູສະໂຮງ ຊຶ່ງ ທາງການ ໄດ້ລົງໄປ ເບິ່ງ 3 ເທື່ອແລ້ວ ແຕ່ຍັງ ບໍ່ມາດ ສ້າງເທື່ອ. ຕາມຄໍາເວົ້າ ຂອງ ທ່ານ ດາວວົງ ພອນແກ້ວ ຫົວໜ້າ ກົມ ນະໂຍ ບາຍ ແລະ ແຜນ ພລັງງານ ກະຊວງ ພລັງງານ ແລະ ບໍ່ແຮ່:
"ປະຊາຊົນ ລາວ ຂະເຈົ້າ ຄອງຄອຍ ຢູ່ເດ ແຕ່ປີ 2007 ເຮົາໄປ ເວົ້າວ່າ ມັນຊິມີ ສ້າງ ໂຄງການ ດອນສະໂຮງ ແຕ່ ເລີ່ມສຶກສາ ຂະເຈົ້າ ກະເຫັນດີ ຫັ້ນລະ ມີແຕ່ວ່າ ມື້ໃດ ຄັນວ່າຊິ ຍົກຍ້າຍ ເຮືອນ ຊານ".
ຕອນທີ່ ທາງຄນະ ກັມມາທິການ ແມ່ນໍ້າຂອງ ສາກົລ MRC ຈັດການ ລົງໄປເບິ່ງ ເຂດ ທີ່ຕັ້ງ ຂອງເຂື່ອນ ດອນສະໂຮງ ເມື່ອ ຫລັງໆມາ ນີ້ ຊາວບ້ານ ກໍຖາມອີກ ວ່າ ມື້ໃດ ຊິສ້າງ ຊາວບ້ານ ເວົ້າວ່າ ດຽວນີ້ ພວກ ເຂົາເຈົ້າ ບໍ່ປຸກ ບໍ່ສ້າງ ແປງ ເຮືອນຊານ ມີແຕ່ຖ້າ ຍ້າຍ. ແຜນການ ສ້າງ ເຂື່ອນ ດອນສະໂຮງ ທ່ານ ບອກວ່າ ບໍ່ມີຫຍັງ ປ່ຽນແປງ ຫລັງ ກອງປະຊຸມ ປຶກສາ ຫາລື ແບບ ເປີດກວ້າງ ຊຶ່ງ ທາງ MRC ໄດ້ຈັດຂຶ້ນ ເມື່ອວັນທີ 12 ທັນວາ:
"ແຜນການ ສ້າງ ເຂື່ອນ ດອນສະໂຮງ ກໍ ບໍ່ມີຫຍັງ ປ່ຽນແປງ ເພາະ ເຮົາສະແດງ ໃຫ້ເຫັນ ແລ້ວ ເດ້ວ່າ ບໍ່ມີຫຍັງ ກະທົບ ລະບັນດາ ປະເທດ ຄູ່ຮ່ວມ ພັທນາ ກໍວ່າໃຫ້ ເຮັດ ມີແຕ່ ແອັນຈີໂອ ທີ່ຖາມ".
ບ້ານ ທີ່ຖືກ ຜົລກະທົບ ແລະ ຈະຖືກຍ້າຍ ນັ້ນ ທ່ານ ດາວວົງ ບອກວ່າ ມີ 1 ບ້ານ ປະມານ 15 ຄອບຄົວ ປັຈຈຸບັນ ທາງ ໂຄງການ ເຮັດບ່ອນ ສູນ ທົດລອງ ລ້ຽງ ປາກະຊັງ ສູນເພາະ ພັນປາ ເພື່ອ ກະກຽມ ເປັນ ອາຊີບເສີມ ໃຫ້ ຊາວບ້ານ ຕາມ ຄໍາສເນີ ຂອງ ທາງແຂວງ ຈໍາປາສັກ.
ເຂື່ອນ ດອນສະໂຣງ ຕາມ ຄໍາເວົ້າ ຂອງ ເຈົ້າໜ້າທີ່ ຂັ້ນສູງ ຂອງລາວ ຈະເລີ່ມ ລົງມື ກໍ່ສ້າງ ໃນ ທ້າຍເດືອນ ມົກກະຣາ ຫລື ໃນ ເດືອນ ກຸມພາ ພາຍຫລັງ ຊ່ວງປຶກສາ ຫາລື ກັນ ລ່ວງໜ້າ 6 ເດືອນ ສິ້ນສຸດລົງ ໃນ ວັນທີ 25 ມົກກະຣາ 2015. ຫລື ຊ້າສຸດ ການ ກໍ່ສ້າງ ຈະເລີ່ມ ກ່ອນ ຣະດູຝົນ ທີ່ ຈະມາເຖິງ ນີ້, ໃຊ້ເວລາ ກໍ່ສ້າງ 4 ປີ.