ທາງການລາວວ່າເສຖກິດຈະ ເຕີບ ໃຫຍ່
2014.12.21
ຣັຖບານ ລາວ ວາງ ເປົ້າໝາຍ ວ່າ ເສຖກິດ ຈະ ຂຍາຍຕົວ ຕໍ່ໄປ ຢ່າງໜ້ອຍ 7.5 ສ່ວນຮ້ອຍ ທຸກໆປີ ໃນຣະຍະ ແຜນ ພັທນາ ເສຖກິດ ສັງຄົມ 5 ປີ ຄັ້ງທີ່ 8 ຊຶ່ງ ຈະເລີ້ມ ແຕ່ ປີ 2016 ຈົນເຖິງ ປີ 2020. ດຣ. ບຸນທະວີ ສີສຸພັນທອງ ຣັຖມົນຕຣີ ຊ່ວຍ ວ່າການ ກະຊວງ ແຜນການ ແລະ ການລົງທຶນ ໄດ້ຖແລງ ໃນ ກອງປະຊຸມ ກ່ຽວກັບ ການພັທນາ ຢ່າງ ຍືນຍົງ ທີ່ ນະຄອນ ຫລວງ ວຽງຈັນ ເມື່ອ ທ້າຍ ອາທິດ ທີ່ ຜ່ານມາ ວ່າ:
“ຈັ່ງຊັ້ນ ໃນແຜນ 5 ປີນີ້ ມີສາມ ເປົ້າໝາຍໃຫຍ່ໆ ຄື ອັນນຶ່ງ ແມ່ນເສຖກິດ ຕ້ອງເຕີບໂຕ ຢ່າງ ຕໍ່ເນື່ອງ ໝັ້ນທ່ຽງ ດຽວນີ້ ເຮົາໄດ້ ຫຼຸດ ລົງມາ ໜ້ອຍນຶ່ງ ແບບວ່າ ເອົາບໍ່ໃຫ້ ຫລຸດ ຫລືວ່າ ໃຫ້ໄດ້ 7.5 ເປີເຊັນ ຕໍ່ປີ ຂື້ນໄປ ຢ່າງຕ່ຳແມ່ນ ບໍ່ໃຫ້ຫລຸດ 7.5.”
ດຣ. ບຸນທະວີ ອະທິບາຍ ວ່າ ໃນແຜນ ພັທນາ ໃໝ່ ຣັຖບານ ລາວ ຍັງຈະມີ ນະໂຍບາຍ ສ້າງສາ ພັທນາ ໂດຍ ອີງຕາມ ການສ້າງ ເຂື່ອນ ໄຟຟ້າ ການຂຸດຄົ້ນ ບໍ່ແຮ່ ແລະ ການ ກະສິກັມ ຕາມເດີມ. ແຕ່ ປະຊາຊົນ ລາວ ຫລາຍຄົນ ຄິດວ່າ ແຜນ ພັທນາໃໝ່ ກໍຈະຄື ກັບ ແຜນເກົ່າ ທີ່ ຈະ ທຳຣາຍ ຊັພຍາກອນ ທັມມະຊາດ ຢ່າງ ມະຫາສານ; ຜູ້ໄດ້ຮັບ ຜົນປໂຍດ ສ່ວນຫຼາຍ ຈະແມ່ນ ຣັຖບານ ແລະ ນາຍທຶນ ຕ່າງ ປະເທດ ສ່ວນ ປະຊາຊົນ ແລ້ວຍັງ ຈະທຸກຍາກ ຂາດເຂີນ ຢູ່ຄືເກົ່າ. ດັ່ງ ຊາວລາວ ຄົນນຶ່ງ ໃນ ນະຄອນ ຫລວງ ວຽງຈັນ ເວົ້າວ່າ:
“ການລົງທຶນ ຜ່ານມາ ສ່ວນຫລາຍ ແມ່ນ ທຶນ ຈາກ ຕ່າງປະເທດ; ລົງທຶນ ແລ້ວ ຕ່າງ ປະເທດ ກະເອົາໄປ ກິນໝົດ; ຜົນປໂຍດ ສ່ວນ ຫລາຍ ກະແມ່ນ ຕ່າງ ປະເທດ ເອົາໝົດ ຕ່າງ ປະເທດ ມາເອົາ ຊັພຍາກອນ ຂອງລາວ ໄປກິນ ລະ ປະຊາຊົນ ລາວ ບໍ່ໄດ້ ຫຍັງ.”
ຊາວລາວ ອີກ ຫລາຍຄົນ ຄິດວິຕົກ ກັງວົນ ໃນແຜນ ພັທນາ 5 ປີ ຄັ້ງໃໝ່ ຣັຖບານ ແຮ່ງ ຈະໃຫ້ ສັມປະທານ ທີ່ດິນ ແກ່ ນັກລົງທຶນ ຕ່າງ ປະເທດ ຫລາຍຂື້ນ ຊຶ່ງ ແຮງ ຈະເຮັດ ໃຫ້ ປະຊາຊົນ ຂາດເຂີນ ບ່ອນຢູ່ ແລະ ບ່ອນ ທຳມາ ຫາກິນ ຫລາຍຂຶ້ນ.