ທາງຣົຖໄຟສວັນລາວບາວ ຄ້າງ ຄືເກົ່າ

ສິດນີ
2014.12.29
F-default2 ທາງຣົຖໄຟສວັນລາວບາວ ຄ້າງ ຄືເກົ່າ
RFA

 

ເຈົ້າໜ້າທີ່ ແຂວງ ສວັນນະເຂດ ເວົ້າວ່າ ໂຄງການ ຣົຖໄຟ ຄວາມ ໄວສູງ ສວັນ ລາວບາວ ໃນມູນຄ່າ ປະມານ 5 ພັນ ລ້ານ ໂດລາ ສະຫະຣັດ ນັ້ນ  ຍັງບໍ່ສ້າງ ໃນປີນີ້ ແນ່ນອນ ອາຈເປັນ ປີຫນ້າ ແຕ່ທາງ ບໍຣິສັດ ຜູ້ລົງທຶນ GIANT CONSOLIDATED ຂອງ ມາເລເຊັຽ ຍັງບໍ່ທັນ ບອກ ວັນເວລາ ແນ່ນອນ ວ່າຈະສ້າງ ເດືອນ ໃດແທ້. ດັ່ງ ທ່ານກ່າວວ່າ:

"ເຂົາສຳຣວດ ຍັງບໍ່ແລ້ວ ປີນີ້ຍັງ ບໍ່ທັນ ເພາະວ່າມັນ ເລີ້ມຕົ້ນ ຫລັງຈາກເຂົາ ສຳຣວດ ແລ້ວ ເຂົາກໍຊີ່ ອັນນັ້ນ ແລ້ວໃດ ຍັງບໍ່ມີ ກຳນົດ".

ທ່ານກ່າວ ຕື່ມວ່າ ປັດຈຸບັນ ເຈົ້າຫນ້າທີ່ ຝ່າຍ ວິຊາການ ປະຈຳ ໂຄງການ ດັ່ງກ່າວ ຍັງສຳຣວດ ແລວ ທາງຣົດໄຟ ແລະ ເກັບກູ້ ຣະເບີດ ທີ່ ບໍ່ທັນແຕກ ຕາມເສັ້ນທາງ ຜ່ານ ໃນຫົວເມືອງ ຕ່າງໆ ຢູ່ ສ່ວນການ ໃຫ້ ຄ່າຊົດເຊີຍ ທີ່ດິນ ຊາວບ້ານ ຜູ້ທີ່ໄດ້ຮັບ ຜົລກະ ທົບ ນັ້ນ ຍັງບໍ່ມີ ຜູ້ໃດ ອອກມາ ເວົ້າເຖີງ ບັນຫານີ້ ເທື່ອ.

ຄັ້ງທຳອິດ ໂຄງການນີ້ ຖືກປະກາດ ວ່າຈະສ້າງ ໃນຕົ້ນ ປີ 2014 ແຕ່ໄດ້ເລື່ອນ ເວລາອອກໄປ ເລື້ອຍໆ ຈົນຮອດ ທ້າຍປີ ກໍ ຍັງບໍ່ມີ ຄວາມ ຄືບຫນ້າ. ກ່ອນຫນ້ານີ້ ເຈົ້າຫນ້າທີ່ ຈາກ ກະຊວງ ແຜນການ ແລະ ການ ລົງທຶນ ທ່ານນຶ່ງ ໄດ້ໃຫ້ຂໍ້ມູນ ວ່າ ທາງ ບໍຣິສັດ ຜູ້ລົງ ທຶນ ຍັງບໍ່ໄດ້ ເອົາແບບແຜນ ໂຄງການ ຍື່ນໄປຫາ ຂັ້ນ ຣັຖບານ ເທື່ອ ພ້ອມທັງ ຍັງບໍ່ໄດ້ ເປີດເຜີຍ ງົປມານ ທີ່ຈະໃຊ້ ໃນການສ້າງ ເຖີງແມ່ນວ່າ ທີ່ຜ່ານມາ ມີຂ່າວວ່າ ທາງ ບໍຣິສັດ ຈະກູ້ເງິນ ຈາກ ປະເທດ ນີວຊີແລນ ກໍຕາມ ແຕ່ ທາງການລາວ ຍັງບໍ່ ຫມັ້ນໃຈ ໃນ ໂຄງການ ນີ້ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.