ຄວາມສໍາຄັນຂອງແມ່ຍິງຕໍ່ການ ພັທນາ
2014.12.10
ຣາຍງານ ປະຈໍາ ປີ 2014 ກ່ຽວກັບ ປະເທດ ທີ່ ພັທນາ ໜ້ອຍທີ່ສຸດ ວ່າ ແມ່ຍິງ ມີຄວາມ ສໍາຄັນ ຢ່າງຍິ່ງ ຕໍ່ ເສຖກິດ ໃນເຂດ ຊົນນະບົດ ຂອງ ປະເທດ ທຸກຍາກ ເພື່ອ ເພີ້ມ ຄວາມສົມບູນ ພູນສຸກ ຂອງ ປະຊາຊົນ ທີ່ ມີຄວາມ ຕ້ອງການ ໃນ ຊີວິດ ປະຈໍາວັນ. ຣາຍງານ ວ່າ ໂຄງການ ທີ່ ມີຊື່ ຫຍໍ້ວ່າ FREED ຫລື ວ່າຜູ້ ປະກອບ ການເພດຍິງ ເພື່ອ ຄວາມ ຫຼາກຫຼາຍ ດ້ານ ເສຖກິດ ຊົນນະບົດ ມີ ຈຸດປະສົງ ສົ່ງເສີມ ແມ່ຍິງ ໃຫ້ເຮັດ ທຸຣະກິດ ທີ່ ບໍ່ແມ່ນ ການ ກະສິກັມ ຢູ່ໃນເຂດ ຊົນນະບົດ ຂອງ 48 ປະເທດ ພັທນາ ໜ້ອຍ ທີີ່ສຸດ.
ໂຄງການ ດັ່ງກ່່າວ ຈະ ປະກອບ ທຶນຮອນ ໃຫ້ແມ່ຍິງ ໃນ ຊົນນະບົດ ເຮັດ ທຸຣະກິດ ຂນາດນ້ອຍ ເພື່ອ ເປັນຣາຍໄດ້ ເພີ້ມ, ເປັນຕົ້ນ ການປຸງແຕ່ງ ອາຫານ ເພື່ອຂາຍ ໃນຕລາດ ທ້ອງຖິ່ນ, ການເຮັດ ອາຫານ ປະເພດ ດອງ, ປະເພດ ຫໍ່, ການ ຫຍິບແສ່ວ ຕັດເຄື່ອງ ນຸ່ງຫົ້ມ ການປັ້ນ ເຄື່ອງໃຊ້ ເຄືອບ ດິນເຜົາ ແລະອື່ນໆ ທີ່ ສາມາດຂາຍ ເປັນຣາຍໄດ້ ນອກຈາກການ ເຮັດໄຮ່ ທໍານາ ແລ້ວ. ໂຄງການ ດັ່ງກ່າວ ໄດ້ຮັບທຶນ ຜ່ານ ອົງການ ສາກົນ ອົງການ ກຸສົນ ຈາກ ຜູ້ໃຈບຸນ ແລະ ອົງການ ອາສາສມັກ ຕ່າງໆ.
ຣາຍງານ ວ່າ 70 ສ່ວນຮ້ອຍ ຂອງ ປະຊາກອນ ຢູ່ ໃນປະເທດ ທຸກຍາກ ອາໄສ ຢູ່ ໃນເຂດ ຊົນນະບົດ ມັນມີ ຄວາມຈໍາເປັນ ທີ່ ຕ້ອງເພີ້ມ ຜົນຜລິດ ກະສິກັມ ແລະ ພ້ອມດຽວກັນ ນັ້ນ ດໍາຣົງ ອາຊີພ ທີ່ ມີຣາຍໄດ້ ເພີ້ມຕື່ມ.