ເຣື້ອງທີ່ເກັບບັນທຶກໄວ້
2021-12-30
ຄົນລາວ ຈຳນວນນຶ່ງ ກັງວົນ ທີ່ຄົນຈີນ ແລະວຽດນາມ ເຂົ້າມາ ປະກອບອາຊີບ ທີ່ທາງການລາວ ສງວນໄວ້ໃຫ້ຄົນລາວ ເຊັ່ນວຽກຕັດຜົມ, ເສີມສວຍ, ຊ້ອມແປງຣົຖ ແລະຂາຍເຄື່ອງຍ່ອຍ.
2021-12-30
ເກີດເຫດການ ກຸ່ມມິຈສາຊີບ ຈ້າງຄົນໄປຊື້ ປີ້ຣົຖໄຟລາວ-ຈີນ ເພື່ອເອົາມາຂາຍ ກິນກຳໄລ ຊຶ່ງເຮັດໃຫ້ຜູ້ໂດຍສານ ຈຳນວນນຶ່ງ ທີ່ມີຄວາມປະສົງ ຈະເດີນທາງ ດ້ວຍຣົຖໄຟ ລາວ-ຈີນ ໄດ້ຮັບຄວາມ ເດືອດຮ້ອນ ເພາະປີ້ຣົຖໄຟໝົດ ຫຼື ຈຳເປັນຕ້ອງໄດ້ຊື້ຕໍ່ ໃນລາຄາທີ່ແພງກວ່າ ລາຄາປົກຕິ.
2021-12-29
ຊາວລາວ ຈໍານວນນຶ່ງ ຖືກຕົວະຕົ້ມ ຈາກກຸ່ມມິຈສາຊີບ ກ່ຽວກັບ ເລຂລາງວັນ 6 ໂຕ ຜ່ານທາງເບີໂທຣະສັບ ແລະວອດແອັດ ອ້າງວ່າ ຕົນເອງເປັນໂຕແທນ ຈຳໜ່າຍຫວຍພັທນາ ສາມາດໃຫ້ ເລຂລາງວັນ ເຮັດໃຫ້ ຄົນຈຳນວນນຶ່ງ ຫຼົງເຊື່ອ ສູນເສັຍເງິນ ຫຼາຍລ້ານ.
2021-12-29
ກອງທຶນ ການເງິນ ສາກົນ ຫຼື IMF ເວົ້າວ່າ ເສຖກິຈລາວ ຂຍາຍໂຕຊ້າ ປະມານ 2.1% ໃນປີນີ້, ຍ້ອນການຣະບາດ ຂອງເຊື້ອໂຄວິດ-19 ຄືກັບຫຼາຍໆ ປະເທດ ແລະ ຄາດວ່າ ເສຖກິຈລາວ ຈະກັບມາ ເຕີບໂຕ ໃນປີ 2022.
2021-12-29
ເກີດບັນຫາ ຣົຖບັນທຸກຫຼາຍຄັນ ຈອດລຽນແຖວຕິດຕໍ່ກັນ ຍາວຢຽດ ຕັ້ງແຕ່ເມືອງນາໝໍ້ ແຂວງອຸດົມໄຊ ຈົນຮອດ ເຂດບ້ານນາເຕີຍ ແລະເຂດບໍ່ເຕັນ ແຂວງຫຼວງນໍ້າທາ ທັງຍັງສົ່ງຜົລໃຫ້ ຊາວບ້ານໃນທ້ອງຖິ່ນ ເດີນທາງ ໄປ-ມາ ຫຍຸ້ງຍາກ ນໍາດ້ວຍ.
2021-12-29
ສນາມບິນສາກົລ ວັດໄຕ ແລະດ່ານ ຂົວມິດຕະພາບ ລາວ-ໄທຍ ແຫ່ງທີນຶ່ງ ວຽງຈັນ-ໜອງຄາຍ ມີຄວາມພ້ອມ ໃນການເປີດ ຕ້ອນຮັບນັກທ່ອງທ່ຽວ ແບບກຸ່ມທົວຣ໌ ໃນຕົ້ນ ເດືອນມົກຣາ ປີ 2022.
2021-12-28
ລາວ ແລະຈີນ ຈະສືບຕໍ່ ສ້າງໂຮງແຮມ ຣາຊວົງ ພລາຊາ ຢູ່ນະຄອນຫຼວງວຽງຈັນ ທີ່ໄດ້ເຣີ່ມສ້າງມາແຕ່ດົນແລ້ວ ແຕ່ໄດ້ຢຸດການ ກໍ່ສ້າງໄປຫຼາຍປີ ຈົນເກືອບ ກາຍເປັນຕຶກຮ້າງ ຢູ່ໃຈກາງ ນະຄອນຫຼວງວຽງຈັນ ນັ້ນໃຫ້ສໍາເຣັດ.
2021-12-27
ກະຊວງການເງິນ ອອກຂໍ້ຕົກລົງຊົ່ວຄາວ ວ່າດ້ວຍການກໍານົດ ຄ່າບໍຣິການຂົນສົ່ງສິນຄ້າ ຜ່ານແດນ ສາກົລ ດ້ວຍທາງຣົຖໄຟ ລາວ-ຈີນ ລະຫວ່າງ ດ່ານສາກົລ ບໍ່ເຕັນ ແລະດ່ານສາກົລ ບໍ່ຫານ ຊຶ່ງມີລາຄາຕັ້ງແຕ່ 2 ລ້ານ ຫາ 3 ລ້ານກີບ ຕໍ່ຕູ້ສິນຄ້າ.
2021-12-23
ກຸ່ມບໍຣິສັດ ດອກງິ້ວຄໍາ ຂອງຈີນ ທີ່ສ້າງສນາມບິນ ຢູ່ເຂດບ້ານສີເມືອງງາມ ແລະບ້ານສີບຸນເຣືອງ, ໃກ້ກັບເຂດເສຖກິດພິເສດ ສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ເລີ້ມທົດລອງ ໃຫ້ເຮືອບິນ ຂອງສາຍການບິນ ລາວ ແລະ ລາວສະກາຍເວ ລົງຈອດ ໃນສນາມບິນ ສາກົລ ບໍ່ແກ້ວ ແຫ່ງໃໝ່ແລ້ວ ໃນມື້ວັນທີ 21 ທັນວານີ້.
2021-12-23
ຄົນງານລາວຈຳນວນນຶ່ງ ໄດ້ຮັບການຕິດຕໍ່ ໃຫ້ໄປເຮັດວຽກຢູ່ປະເທດອອສເຕຣເລັຽ ໂດຍຕົວະວ່າ ພວກເຂົາເຈົ້າ ສາມາດແລ່ນໜັງສື ເພື່ອເດີນທາງ ໄປເຮັດວຽກ ຢູ່ອອສເຕຣເລັຽໄດ້ ແຕ່ຕ້ອງໄດ້ຈ່າຍເງິນ ຄ່າດຳເນີນເອກສານ ໃຫ້ເຂົາເຈົ້າກ່ອນ ຈຳນນວນນຶ່ງ.
2021-12-22
ເຖິງແມ່ນວ່າ ທາງຣົຖໄຟ ລາວ-ຈີນ ສຳເຣັຈແລ້ວ ແຕ່ຄ່າແຮງງານ ຍັງເປັນບັນຫາ, ກັມກອນລາວຫຼາຍຄົນ ທີ່ເຮັດວຽກ ກໍ່ສ້າງ ທາງຣົຖໄຟ ລາວ-ຈີນ ຍັງບໍ່ທັນໄດ້ຮັບ ຄ່າແຮງງານ ເຖິງວ່າ ທາງການລາວ ແລະ ຈີນ ໄດ້ປະເປີດໃຊ້ ຣົຖໄຟ ລາວ-ຈີນ ໄປແລ້ວ ກໍຕາມ.
2021-12-22
ມີພຽງ 28% ຂອງຊາວ ກະສິກອນ ທີ່ບໍ່ເຄີຍເຂົ້າໂຮງຮຽນມີ 31% ທີ່ເຂົ້າຮຽນຊັ້ນປະຖົມ, 14% ໄດ້ຮຽນມັທຍົມ ຕອນຕົ້ນ, 6% ເຂົ້າໃນຮຽນຣະດັບ ມັທຍົມປາຍ, ພົລເມືອງ 3,217 ຄົນແມ່ນໄດ້ຮຽນ ຣະດັບອົບຮົມໃດນຶ່ງ ແລະ ມີປະມານ ເຄິ່ງລ້ານຄົນ ທີ່ໄດ້ຮຽນ ໃນຣະດັບ ອະນຸບານ ຫຼືອື່ນໆ.
2021-12-22
ຜແນກ ອຸດສາຫະກັມ ແລະການຄ້າ ນະຄອນຫຼວງວຽງຈັນ ອອກແຈ້ງການສະບັບເລກທີ 1916/ນວ.ຄພນ ຣະບຸຫ້າມບໍ່ໃຫ້ ຜູ້ປະກອບການ ທຸຣກິຈຂຶ້ນລາຄາ ສິນຄ້າໃນໄລຍະ ບຸນປີໃໝ່ສາກົລ ປີ 2022 ທີ່ກຳລັງຈະມາເຖິງນີ້.
2021-12-21
ຊາວລາວ 2 ຄົນ ຖືກເຈົ້າໜ້າທີ່ ຕຳຣວຈໄທຍຈັບ ໃນຂະນະທີ່ ພຍາຍາມ ຂົນຢາບ້າ ຈໍານວນ 4 ແສນເມັດ ຈາກເມືອງສອງຄອນ ແຂວງສວັນນະເຂດ ໃສ່ເຮືອ ຂ້າມນໍ້າຂອງ ມາຍັງ ເມືອງເຂມມະຣາດ ແຂວງອຸບົນຣາຊທານີ ປະເທດໄທຍ.
2021-12-21
ການຂົນສົ່ງ ສິນຄ້າ ລະຫວ່າງ ປະເທດ ລາວ-ປະເທດ ຈີນ ໄດ້ເປີດ ດຳເນີນການແລ້ວ ຕັ້ງແຕ່ ວັນທີ 3 ທັນວາ ຜ່ານມາ ແຕ່ເປັນພຽງການ ຂົນຍ້າຍ ສິນຄ້າ ຈຳນວນນຶ່ງ ຈາກສະຖານີ ນະຄອນຫຼວງວຽງຈັນ ເຖິງ ສະຖານີ ບໍ່ເຕັນເທົ່ານັ້ນ.