ກຳນົດຄ່າຂົນສົ່ງສິນຄ້າຜ່ານແດນ ຣົຖໄຟລາວ-ຈີນ

ສຸພັດຕາ
2021.12.27
ກຳນົດຄ່າຂົນສົ່ງສິນຄ້າຜ່ານແດນ ຣົຖໄຟລາວ-ຈີນ ທາງເຂົ້າສຖານີບໍ່ເຕັນ ຊຶ່ງກຳລັງຢູ່ລະຫວ່າງການກໍ່ສ້າງ, ເມືອງຫຼວງນ້ຳທາ, ແຂວງຫຼວງນ້ຳທາ, ວັນທີ 5 ທັນວາ 2021.
RFA

ກະຊວງການເງິນ ໄດ້ອອກແຈ້ງການສບັບເລຂທີ່ 6003/ກງ ລົງວັນທີ່ 1 ທັນວາ 2021 ອອກຂໍ້ຕົກລົງຊົ່ວຄາວ ວ່າດ້ວຍການກໍານົດຄ່າບໍຣິການຂົນສົ່ງສິນຄ້າ ຜ່ານແດນສາກົລ ດ້ວຍທາງຣົຖໄຟລາວ-ຈີນ ລະຫວ່າງດ່ານສາກົລບໍ່ເຕັນ ແລະດ່ານສາກົລບໍ່ຫານ ຊຶ່ງມີລາຄາຕັ້ງແຕ່ 2 ລ້ານ ຫາ 3 ລ້ານກີບຕໍ່ຕູ້ສິນຄ້າ ໂດຍໄດ້ມອບໃຫ້ກົມພາສີ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຄຸ້ມຄອງການຈັດເກັບຄ່າບໍຣິການດັ່ງກ່າວ, ດັ່ງເຈົ້າໜ້າທີ່ກົມພາສີທ່ານນຶ່ງ ກ່່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 27 ທັນວາ ນີ້ວ່າ:

“ເພິ່ນໃຫ້ຈັດຕັ້ງປະຕິບັດແລ້ວເດີ້ ເພິ່ນແຈ້ງການເຖິງດ່ານໃດ ແລ້ວແມ່ນດ່ານນັ້ນ ຈັດຕັ້ງປະຕິບັດນະ.”

ກ່ຽວກັບເຣື່ອງນີ້ ຜູ້ປະກອບການໃນລາວ ທີ່ດໍາເນີນການຂົນສົ່ງສິນຄ້າລະຫວ່າງລາວ-ຈີນຫຼາຍຄົນ ກໍລໍຖ້າທີ່ໃຊ້ບໍຣິການຂົນສົ່ງສິນຄ້າຂ້າມແດນ ຜ່ານທາງຣົຖໄຟລາວ-ຈີນ ແລະອີກຈໍານວນນຶ່ງ ກໍເຣີ່ມໃຊ້ບໍຣິການແລ້ວ ແລະເຫັນວ່າ ລາຄາຄ່າບໍຣິການຂົນສົ່ງສິນຄ້າຜ່ານແດນດັ່ງກ່າວບໍ່ແພງປານໃດ ຄັນທຽບໃສ່ການຂົນສົ່ງສິນຄ້າຂ້າມແດນທີ່ໄດ້ມາຕຖານ ແລະເປັນຣະບົບ, ດັ່ງຜູ້ປະກອບການຂົນສົ່ງສິນຄ້າລາວ-ຈີນ ທ່ານນຶ່ງກ່າວວ່າ:

“ອັນນັ້ນແມ່ນຄ່າຜ່ານແດນ ຄວາມໝາຍວ່າ ຄ່າຜ່ານແດນຢູ່ບໍ່ຫານ ມາບໍ່ເຕັນ ແບບຄ່າຍົກຕູ້ຜ່ານແດນຊື່ໆ ບໍ່ແມ່ນຄ່າຂົນສົ່ງ ເປັນຄ້າຜ່ານແດນ ສົ່ງສິນຄ້າແລ້ວ ແຕ່ເງື່ອນໄຂ ຣົຖໄຟລາວ-ຈີນ ຕ້ອງໄດ້ຈອງຕູ້ເນາະ ເປັນເຄື່ອງຈໍານວນຫຼາຍນະ.”

ທ່ານກ່າວຕື່ມວ່າ ສໍາລັບຄ່າເໝົາຕູ້ສິນຄ້າຣົຖໄຟລາວ-ຈີນ ພ້ອມທັງຂົນສົ່ງຈາກນະຄອນຫຼວງວຽງຈັນ ໄປຫາຄຸນໝິງ ທາງບໍຣິສັດຂອງຕົນກໍຈ່າຍຄ່າບໍຣິການ ຢູ່ທີ່ລາຄາປະມານ 50,000 ຢວນ ຫຼືປະມານເກືອບ 90 ລ້ານກີບ ຊຶ່ງສາມາດບັນຈຸສິນຄ້າໄດ້ທັງໝົດ 27 ຕັນຕໍ່ຕູ້ສິນຄ້າ ໂດຍໃຊ້ເວລາຂົນປະມານ 3-4 ມື້.

ໃນຂະນະທີ່ ຜູ້ປະກອບການຂົນສົ່ງລາວ-ຈີນ ອີກຈໍານວນນຶ່ງ ກໍຍັງບໍ່ມີແຜນທີ່ຈະໃຊ້ບໍຣິການ ການຂົນສົ່ງສິນຄ້າຜ່ານຣົຖໄຟລາວ-ຈີນເທື່ອ ຍ້ອນເຫັນວ່າ ຍັງມີຂໍ້ຈໍາກັັດ ຫ້າມຂົນສົ່ງສິນຄ້າຫຼາຍຢ່າງ ແລະຕ້ອງໄດ້ລໍຖ້າຄິວຕູ້ສິນຄ້າ ຫຼືຕູ້ຄອນເທັນເນີ້ ເຖິງແມ່ນວ່າຄ່າບໍຣິການຂົນສົ່ງສິນຄ້າ ແລະຄ່າຜ່ານແດນສາກົລ ຈະເປັນລາຄາທີ່ຮັບໄດ້ກໍຕາມ, ດັ່ງຜູ້ປະກອບການຂົນສົ່ງສິນຄ້າລາວ-ຈີນ ນາງນຶ່ງກ່າວວ່າ:

“ທາງຣົຖໄຟລາວ-ຈີນ ເຮົາເບິ່ງເຄື່ອງກ່ອນ ເພາະວ່າມັນມີຂໍ້ຈໍາກັດຫຼາຍ ກະຕ້ອງໄດ້ແຈ້ງຊິບປິ້ງເອງ ການຂົນສົ່ງນີ້ກະບໍ່ດົນ ແຕ່ວ່າມັນໄດ້ຖ້າຕູ້ຄອນເທັນເນີ້ຫວ່າງກ່ອນ ຄັນຕູ້ບໍ່ຫວ່າງ ກະຂົົນສົ່ງບໍ່ໄດ້ເທື່ອ.”

ທາງດ້ານຜູ້ປະກອບການຂົນສົ່ງສິນຄ້າໄທຍ-ຈີນ ນາງນຶ່ງ ກໍເຫັນວ່າ ລາຄາຄ່າບໍຣິການຂົນສົ່ງຜ່ານດ່ານສາກົລຂອງຣົຖໄຟລາວ-ຈີນນັ້ນ ບໍ່ແພງປານໃດ ແຕ່ທາງບໍຣິສັດຂອງລາວເອງ ກໍຍັງບໍ່ທັນມີແຜນທີ່ຈະໃຊ້ບໍຣິການ ຂົນສົ່ງສິນຄ້າຈາກໄທຍໄປຈີນ ໂດຍຜ່ານທາງຣົຖໄຟລາວ-ຈີນເທື່ອ ຍ້ອນຍັງໃຊ້ບໍຣິການຂົນສົ່ງສິນຄ້າຜ່ານເຮືອບິນຢູ່ຄືເກົ່າ ເນື່ອງຈາກລູກຄ້າຫຼາຍຄົນ ຢາກໄດ້ສິນຄ້າດ່ວນແບບທັນໃຈ, ດັ່ງຍານາງ ກ່າວວ່າ:

“ຮູ້ຂ່າວວ່າເປີດໃຊ້ຣົຖໄຟລາວ-ຈີນ ແຕ່ຍັງບໍ່ມີແຜນທີ່ຈະໃຊ້ບໍຣິການເທື່ອ ຍັງບໍ່ໄດ້ສຶກສາແບບຣະອຽດ ມັນຕ້ອງເບິ່ງໄລຍະເວລາຂອງຣົຖໄຟ ວ່າຂະເຈົ້າໃຊ້ໄລຍະເວລາເທົ່າໃດ ຍ້ອນວ່າລູກຄ້າບາງຄົນ ຂະເຈົ້າຍອມຈ່າຍຄ່າບໍຣິການແພງ ເພື່ອໃຫ້ສິນຄ້າມາຮອດໄວ.”

ໃນຂະນະດຽວກັນ ເຈົ້າໜ້າທີ່ຈາກກຸ່ມນັກທຸຣະກິຈຣຸ້ນໃໝ່ ປະຈໍາຫໍການຄ້າ ແຂວງໜອງຄາຍປະເທດໄທຍ ກ່າວວ່າ ໃນໄລຍະນີ້ ຜູ້ປະກອບການໃນໄທຍສ່ວນໃຫຍ່ ຍັງບໍ່ສົນໃຈ ທີ່ຈະໃຊ້ບໍຣິການຂົນສົ່ງສິນຄ້າໄປຈີນຜ່ານຣົຖໄຟລາວ-ຈີນເທື່ອ ຍ້ອນການສ້າງສາງຄ່ຽນຖ່າຍສິນຄ້າຣົຖໄຟລາວ-ຈີນ ຢູ່ດ່ານສາກົລບໍ່ເຕັນ ແລະດ່ານສາກົລບໍ່ຫານ ຍັງບໍ່ທັນສໍາເຣັດເທື່ອ ຈຶ່ງຍັງບໍ່ສະດວກເທົ່າທີ່ຄວນ, ດັ່ງທ່ານກ່າວວ່າ:

“ເທົ່າທີ່ຣາຍງານຂ່າວ ສາງຄ່ຽນຖ່າຍສິນຄ້າ ຢູ່ດ່ານສາກົລບໍ່ຫານ-ບໍ່ເຕັນ ຍັງສ້າງບໍ່ສໍາເຣັດ ໜ້າຈະສໍາເຣັດປະມານຕົ້ນປີໜ້າ ດັ່ງນັ້ນ ສິນຄ້າທີ່ເຂົ້າໄປ ໜ້າຈະຍັງບໍ່ໄດ້ສະດວກຢ່າງທີ່ຄາດໄວ້ ຍ້ອນວ່າຈຸດລົງສິນຄ້າທາງຈີນ ຍັງບໍ່ທັນຮຽບຮ້ອຍ.”

ຢ່າງໃດກໍຕາມ ເຖິງແມ່ນວ່າຣົຖໄຟລາວ-ຈີນ ໄດ້ເປີດໃຫ້ບໍຣິການຂົນສົ່ງສິນຄ້າແລ້ວກໍຕາມ ແຕ່ຜູ້ປະກອບການຣົຖບັນທຸກສິນຄ້າໃນລາວ ກໍຍັງຮູ້ບໍ່ໄດ້ຮູ້ສຶກກັງວົນໃຈ ວ່າຈະມີລູກຄ້າຫັນມາໃຊ້ບໍຣິການຣົຖບັນທຸກສິນຄ້າໜ້ອຍລົງ ແລະສ່ວນໃຫຍ່ກໍຍັງມີລູກຄ້າໃຊ້ບໍຣິການຂົນສົ່ງສິນຄ້າໄປດ່ານສາກົລບໍ່ເຕັນ ແລະແຂວງຕ່າງໆຕາມປົກກະຕິຢູ່, ດັ່ງຜູ້ປະກອບການຣົຖບັນທຸກສິນຄ້າ ທ່ານນຶ່ງກ່າວວ່າ:

“ໂຕນີ້ກະຍັງບໍ່ຮູ້ເທື່ອ ເພາະວ່າ ແມ່ນຣົຖໄຟເຂົາຍັງບໍ່ທັນເປີດປົກກະຕິຫັ້ນນ່າ ດຽວນີ້ລູກຄ້າກະມີຢູ່ ມື້ນຶ່ງກະຊິປະມານ 5-6 ຖ້ຽວ ໄປສົ່ງຢູ່ແຖວໂຕເມືອງໃຫຍ່ໆນີ້ແນ່ ແລ້ວກໍອອກໄປນອກຕ່າງແຂວງແນ່.”

ແລະຜູ້ປະກອບການຣົຖບັນທຸກຈໍຂົນສົ່ງສິນຄ້າ ອີກທ່ານນຶ່ງ ກ່າວວ່າ ລາວເອງກໍຍັງບໍ່ທັນຄິດເທື່ອວ່າ ຈະໄດ້ຮັບຜົລກະທົບແນວໃດ ຕໍ່ການຂົນສົ່ງສິນຄ້າດ້ວຍທາງຣົຖໄຟລາວ-ຈີນ ຍ້ອນຍັງມີຄົນໃຊ້ບໍຣິການຣົຖບັນທຸກສິນຄ້າຢູ່ທຸກມື້ ແຕ່ຕໍ່ໄປຫາກໄດ້ຮັບຜົລກະທົບແທ້ ກໍຈະຕ້ອງມີການປັບໂຕຕາມສະພາບການ, ດັ່ງທີ່ທ່ານກ່າວວ່າ:

“ມັນບໍ່ທັນຮູ້ເທື່ອເນາະ ກະມີຢູ່ ແຕ່ວ່າທຸກໆມື້ກະມີຢູ່ຫັ້ນແຫຼະຂົນສົ່ງ ຈັ່ງວ່າດຽວນີ້ ມັນສະຖານີຂະເຈົ້າບໍ່ທັນແລ້ວແທ້ຕິ ສະຖານີຂົນສົ່ງສິນຄ້າແທ້ນ່າ.”

ໃນເບື້ອງຕົ້ນ ລາຄາ ຄ່າບໍຣິການຂົນສົ່ງສິນຄ້າດ້ວຍຣົຖໄຟລາວ-ຈີນ ຈາກສະຖານີນະຄອນຫຼວງວຽງຈັນ ຫາດ່ານສາກົລບໍ່ເຕັນ ແບ່ງອອກດັ່ງນີ້:

  • ຕູ້ສິນຄ້າຂນາດ 20 ຟຸຕ ຄິດໄລ່ຢູ່ທີ່ 13.75 ຢວນ ຕໍ່ຕູ້ ຕໍ່ກິໂລແມັດ.
  • ຕູ້ສິນຄ້າ 35 ຕັນ ແບບກະບະ ຄິດໄລ່ຢູ່ທີ່ 16 ຢວນ ຕໍ່ຕູ້ ຕໍ່ກິໂລແມັດ.
  • ຕູ້ສິນຄ້າຂນາດ 40 ຟຸດ ຄິດໄລ່ຢູ່ທີ່ 18.7 ຢວນ ຕໍ່ຕູ້ ຕໍ່ກິໂລແມັດ.

ສ່ວນການເກັບຄ່າບໍຣິການຂົນສົ່ງສິນຄ້າຜ່ານແດນສາກົລ ລະຫວ່າງດ່ານສາກົລ ບໍ່ເຕັນ ແລະດ່ານສາກົລບໍ່ຫານ ແບ່ງອອກເປັນດັ່ງນີ້:

  • ຕູ້ສິນຄ້າຂນາດຕໍ່າກວ່າ 20 ຟຸດ ເກັບລາຄາ 2 ລ້ານກີບ ຕໍ່ຕູ້.
  • ຕູ້ສິນຄ້າຂນາດ 40 ຟຸດ ເກັບລາຄາ 2 ລ້ານ 5 ແສນກີບຕໍ່ຕູ້.
  • ຕູ້ສິນຄ້າຂນາດ 45 ຟຸດຂຶ້ນໄປ ເກັບລາຄາ 3 ລ້ານກີບຕໍ່ຕູ້.

ໂດຍສາມາດຈ່າຍຄ່າບໍຣິການຜ່ານຣະບົບທະນາຄານ ທີ່ຕັ້ງຢູ່ໃນລາວ, ອີງຕາມຂໍ້ມູນຈາກແຈ້ງການຂອງກະຊວງການເງິນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.