ບັນຫາ ກະເສຕກອນ ສ່ວນນຶ່ງ ຄືຍັງຂາດຄວາມຮູ້
2021.12.22
ສູນສະຖິຕິແຫ່ງຊາດ ລາວພົບວ່າຄົວເຮືອນກະສິກັມ ມີທັງໝົດ 644,000 ຄົວເຮືອນໃນນັ້ນການເຂົ້າເຖິງການສຶກສາ ຂອງຊາວກະສິກອນຍັງໜ້ອຍມີພຽງ 28% ຂອງຊາວກະສິກອນທີ່ບໍ່ເຄີຍເຂົ້າໂຮງຮຽນມີ 31% ທີ່ເຂົ້າຮຽນຊັ້ນປະຖົມ, 14% ໄດ້ຮຽນມັທຍົມຕອນຕົ້ນ, 6% ເຂົ້າໃນຮຽນຣະດັບມັທຍົມປາຍ, ພົລເມືອງ 3,217 ຄົນແມ່ນໄດ້ຮຽນຣະດັບອົບຮົມໃດນຶ່ງ ແລະ ມີປະມານເຄິ່ງລ້ານຄົນທີ່ໄດ້ຮຽນ ໃນຣະດັບອະນຸບານຫຼືອື່ນ ໆ. ເພດຍິງຍັງເຂົ້າເຖິງການສຶກສາໜ້ອຍກວ່າເພດຊາຍໂດຍສະເພາະໃນຣະດັບການສຶກສາຂັ້ນພື້ນຖານມີ 32% ຂອງເພດຍິງທີ່ບໍ່ເຄີຍເຂົ້າຮຽນ. ສ່ວນເພດຊາຍມີພຽງ 19%.
ກ່ຽວກັບສະຖິຕິດັ່ງກ່າວນັ້ນ ສະທ້ອນໃຫ້ເຫັນເຖິງບັນຫາ ໃນພາກການກະເສຕໂດຍະສະເພາະ ຊາວລາວທີ່ດຳຣົງຊີວິດໂດຍມີອາຊີບ ໃນພາກການກະເສຕ ທັງເຮັດນາ ເຮັດໄຮ່ ແລະ ເຮັດສວນຈຳນວນຫຼາຍຍັງຂາດຄວາມຮູ້ ແລະຢູ່ດ້ວຍຄວາມທຸກຍາກຂາດເຂີນ, ໂດຍປັດຈັຍທີ່ເຮັດໃຫ້ຊາວກະສິກອນ ບໍ່ໄດ້ເຂົ້າເຖິງການສຶກສາທີ່ດີແລະໄດ້ຣະດັບນັ້ນ ຄືຄວາມທຸກຍາກບໍ່ມີເງິນເຂົ້າຮຽນ ໂດຍສະເພາະລຸ້ນພໍ່-ແມ່ ລຸ້ນປູ່ຍ່າຕາຍາຍ ກໍຈະອອກໂຮງຮຽນພາຍຫຼັງຮຽນ ຈົບຊັ້ນປະຖົມສຶກສາທັນທີເພື່ອມາອອກແຮງງານ ປູກເຂົ້າ ປູກຜັກ ລ້ຽງສັດ ໄວ້ກິນພາຍໃນ ຄອບຄົວ. ດັ່ງເຈົ້າໜ້າທີ່ອົງການຈັດຕັ້ງພາກປະຊາສັງຄົມ ທີ່ເຮັດວຽກສົ່ງເສີມການປູກຝັງໃຫ້ຊາວກະສິກອນລາວ ແຫ່ງນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 22 ທັນວານີ້ວ່າ:
“ພໍ່ແມ່ທຸກຍາກ ຫຼືວ່າໂຮງຮຽນຢູ່ໄກຫຼືວ່າເຂດນັ້ນ ບໍ່ມີໂຮງຮຽນຈັ່ງຊິເນາະ ແລ້ວຕ້ອງໄດ້ສົ່ງລູກໄປຮຽນຢູ່ໄກລະບາງທີອາດຈະເຂົ້າເຖິງ ແຕ່ວ່າຊັກຊ້າໜ້ອຍນຶ່ງກໍເລີຍບໍ່ ບັນຈຸໃນທີ່ວ່າສາມາດຮັບຮູ້ເຣື່ອງການສຶກສາໄດ້.”
ຊາວກະສິກອນ ກຸ່ມຊົນເຜົ່າຢູ່ເຂດພູດອຍພາຍໃນເມືອງຄູນ ແຂວງຊຽງຂວາງ ຈຳນວນນຶ່ງ ມັກຖືກນາຍທືນທີ່ເຂົ້າມາຈັດຕັ້ງໂຄງການສົ່ງເສີມ ທືນເພື່ອກະສິກອນແລະພໍ່ຄ້າຄົນກາງເອົາ ປຽບດ້ານຣາຍໄດ້. ເນື່ອງຈາກຊາວກະສິກອນ ຈຳນວນນີ້ຂາດຄວາມຮູ້ໃນການຄິດໄລ່ ຜົລກຳໄລເປັນຕົ້ນຊາວກະສິກອນຈະຊື້ແນວພັນພືດຈາກພໍ່ຄ້າ ຄົນກາງມາປູກຝັງແລ້ວຈະຄິດໄລ່ ແຕ່ຄ່າແນວພັນແລະຄ່າຝຸ່ນ ຄ່າເຄມີເຫຼັກໜ້ອຍ ປະມານ 7 ແສນກີບ ພໍໄດ້ຜົລຜລິດຕ້ອງ ໄດ້ຈ່າຍຄ່າຫາແນວພັນນຳພໍ່ຄ້າຄົນກາງຕື່ມອີກ 3 ແສນກີບຮວມເປັນ 1 ລ້ານກີບ. ຂະນະດຽວກັນຊາວກະສິກອນ ຂາດຄວາມຮູ້ຈະບໍ່ໄດ້ຄິດໄລ່ຄ່າແຮງງານ ຄ່າຝຸ່ນ ຄ່າຢາເຄມີ ຄ່ານໍ້າ ຄ່າໄຟ ຈຶ່ງເຮັດໃຫ້ຂາດທືນ ແລະກຳໄລຄວນທີ່ຈະໄດ້. ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເມືອງຄູນ ແຂວງຊຽງຂວາງກ່າວວ່າ:
“ບາງທີເຂົາເຈ້າບໍ່ຮູ້ໄລ່ລຽງວ່າເອີ ເທົ່ານັ້ນເທົ່ານີ້ສົມມຸດວ່າເຮົາຢືມມາ ເທົ່ານີ້ແລ້ວຊິໄດ້ກຳໄລເທົ່ານັ້ນເທົ່ານີ້ມັນກໍບໍ່ມີແຫຼະມີແຕ່ວ່າເອີພໍໃຈ ສົມມຸດວ່າເຈົ້າເອົາມາໃຫ້ ຂ້ອຍແນວພັນສາລີແກັດນຶ່ງຊື້ມາ 7 ແສນຈັ່ງຊິເຈົ້າຕ້ອງຈ່າຍຂ້ອຍລ້ານນຶ່ງ ບາດເກັບຜົລ ຜລິດເຂົາເຈົ້າເອີໄດ້ແຕ່ມານັບກຳໄລກໍຊິໜ້ອຍລົງ ເຂົາບໍ່ເອົາຫຼາຍຢູ່ທາງນອກເຂົາເຈົ້າບໍ່ໄດ້ໄລ່ ຄ່າແຮງງານເຂົາເຈົ້າດອກດີບໍ່ດີຫຼຸບທືນ ເດ້ມາໄລ່ຄ່າຄາດ ຄ່າໄຖ ຄ່າປຸຍ ຄ່າແຮງງານອອກຢາກຫຼຸບທືນ.”
ທ່ານກ່າວຕື່ມວ່າເມື່ອທຽບໃສ່ລາຍໄດ້ ຂອງປະຊາຊົນພາຍໃນເມືອງຄູນນັ້ນ ສະເລັ່ຽຄອບຄົວ ລະ 6 ແສນກີບຕໍ່ປີຊຶ່ງເປັນໂຕເລກ ທີ່ຕໍ່າຍັງບໍ່ສາມາດຫຼຸດພົ້ນຈາກຄວາມທຸກຍາກໄດ້.
ທາງດ້ານຊາວກະສິກອນກຸ່ມຊົນເຜົ່າ ເຂດເມືອງຕະໂອ້ຍ ເມືອງຕຸ້ມລານ ແລະ ເມືອງສະໝ້ວຍ ແຂວງສາຣະວັນຈະເປັນແຮງງານ ສຳຄັນທີ່ຈະອອກໄປເຮັດການຜລິດຢູ່ໄຮ່ ຢູ່ນາ ຂອງໃຜລາວນັ້ນກໍເປັນກຸ່ມທີ່ບໍ່ມີຄວາມຮູ້ຄືກັນ. ຫຼາຍຄົນຮຽນຈົບພຽງຣະດັບປະຖົມສຶກສາ ຈຶ່ງເຮັດໃຫ້ບໍ່ມີຄວາມຮູ້ດ້ານເຕັກນິກໃນການປູກຝັງ ແລະຈຳເປັນຕ້ອງເພີ່ງພາໂຄງການ ຊ່ອຍເຫຼືອຈາກພາກຣັຖ ຫຼື ສາກົລ ແລະ ຍ້ອນວ່າເຂົາເຈົ້າບໍ່ໄດ້ຖືກປູກຝັງການສຶກສາຂັ້ນພື້ນຖານ ແຕ່ຍັງນ້ອຍກໍເຮັດໃຫ້ພວກເຂົາເຈົ້າບໍ່ເຂົ້າໃຈວ່າ ຈະສາມາຫຼຸດພົ້ນຈາກຄວາມທຸກ ຍາກຈາກການເຮັດກະສິກັມຢ່າງມີເຕັກນິກ-ວິຊາການໄດ້ແນວໃດ. ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແຂວງສາຣະວັນກ່າວວ່າ:
“ດຽວນີ້ເຂົາເຈົ້າຍັງບໍ່ທັນໄດ້ກຸ້ມກິນ ບາງເຂດບາງບ້ານຫັ້ນນ່າເຮັດ ກໍເຮັດບໍ່ຫຼາຍອັນທີສອງມານີ້ການນຳໃຊ້ເຕັກນິກຕ່າງໆ ກໍຍັງບໍ່ທັນໄດ້ເຂົ້າເຖິງເຂົາເຈົ້າ ນຶ່ງມາຄວາມຮັບຮູ້ຄວາມເຂົ້າໃຈ ຂອງເຂົາເຈົ້ກໍບໍ່ຄິດວ່າໂອ້ເຮັດຜລິດເປັນສີນຄ້າ ເຮັດໄປຂາຍ ເຫຼືອກິນແລ້ວຂາຍເຕັກນິກຕ່າງໆ ແມງໄມ້ໄປທຳລາຍເພີ່ນກໍປະໄປກໍບໍ່ຮູ້ວິທີປ້ອງກັນກຳຈັດ ນ່າປູກເຂົ້າເພີ່ນກໍປູກປູກໄປເດ້ໄປໄດ້ ໃສ່ຝຸ່ນໃສ່ປຸຍແມ່ນຢູ່ແຕ່ພໍ່ແຕ່ແມ່ເຮົາ ມັນງາມດຽວນີ້ດິນມັນກໍຄ່ອຍເຊື່ອມໄປຫັ້ນແຫຼະ.”
ທ່ານກ່າວຕື່ມວ່າ ໂຄງການສົ່ງເສີມເຕັກ-ວິຊາການໃຫ້ຊາວກະສິກອນພາຍໃນແຂວງກໍບໍ່ໄດ້ມີພຽງພໍຕໍ່ຄວາມຕ້ອງການຂອງຊາວກະສິກອນທີ່ປູກຝັງລ້ຽງສັດຈຶ່ງເຮັດໃຫ້ຊາວກະສິກອນລາວບໍ່ຫຼຸດພົ້ນຄວາມທຸກຍາກໄດ້ເທື່ອ. ໃນຂະນະທີ່ອົງການຈັດຕັ້ງພາກປະຊາສັງຄົມທີ່ເຮັດວຽກສົ່ງເສີມການປູກຝັງໃຫ້ຊາວກະສິ ກອນລາວແຫ່ງນຶ່ງກໍພົບເຫັນວ່າປັດຈຸບັນຊາວກະສິກອນພາຍໃນລາວ ຈຳນວນຫຼາຍຍັງຂາດ ຄວາມຮູ້ດ້ານການປ້ອງກັນໂຕເອງຈາກການນຳໃຊ້ສານເຄມີ ຢາຂ້າຫຍ້າ ເຮັດໃຫ້ມີຜົລກະ ທົບຕໍ່ສຸຂພາບແລະມີອາຍຸສະເລັ່ຽບໍ່ສູງຍ້ອນພວກເຂົາເຈົ້າບໍ່ໃສ່ອຸປະກອນປ້ອງກັນໂຕເອງເປັນຕົ້ນຜ້າອັດປາກ ອັດດັງ ຖົງຢາງ ແລະ ອື່ນ ໆ . ເຈົ້າໜ້າທີ່ອົງການຈັດຕັ້ງພາກປະຊາ ສັງຄົມທີ່ເຮັດວຽກສົ່ງເສີມການປູກຝັງໃຫ້ຊາວກະສິກອນລາວແຫ່ງນຶ່ງກ່າວວ່າ:
“ແລ້ວກໍເຫັນວ່າເປັນບັນຫາໃຫຍ່ ກໍຄືການໃຊ້ຢາຂ້າຫຍ້ານີ້ທົ່ວທ້ອງຖິ່ນ ບໍ່ຮູ້ວິທີແກ້ໄຂ ຊ່ອຍຕາມເອົາໂຕຈີງລະແມ່ນເຂົາບໍ່ຮູ້ວິທີຮັກສາໂຕເອງ ຫຼືວ່າເຂົາຮູ້ແຕ່ວ່າເຂົາບໍ່ປະຕິບັດກໍຄືປັດຈຸບັນນີ້ເຂົາໃຊ້ແບບວ່າ ຄືສີດນໍ້າເລີຍບໍ່ມີຜ້ານອັດປາກບໍ່ມີຖົງຢາງ ບໍ່ມີອຸປະກອນທີ່ວ່າຄວບຄຸມໂຕເອງຫັ້ນນ່າເອີ້ນວ່າ 90% ຂອງຜູ້ທີ່ໃຊ້ສານເຄມີເນາະ.”
ຍານາງກ່າວຕື່ມວ່າພາກປະຊາສັງຄົມ ແລະພາກຣັຖຄວນໃຫ້ຄຳແນະນຳ ຊາວກະສິກອນຢ່າງໄກ້ຊິດວ່າຜົລຮ້າຍຂອງສານເຄມີທີ່ໃຊ້ໃນວຽກງານ ພາກການກະເສດມີຜົລຮ້າຍແຮງແນວໃດ ແລະ ຈະມີວິທີການນຳໃຊ້ທົດແທນແນວໃດເພື່ອທົດແທນ ການໃຊ້ສານເຄມີ ຂ້າຫຍ້າເປັນ ຕົ້ນຝຸ່ນຊີວະພາບບໍ່ ຫຼື ສາມາດຫາອາຊີບອື່ນມາທົດແທນອາຊີບພາກການກະເສດໃຫ້ພວກ ເຂົາເຈົ້າໄດ້ຫຼືບໍ່ເພື່ອຫຼີກລ້ຽງຕໍ່ສຸຂພາບທີ່ຈະບໍ່ແຂງແຮງຂອງຊາວກະສິກອນລາວ.
ນອກຈາກນີ້ຢູ່ເຂດຊົນນະບົດ ພາຍໃນລາວຍັງມີເພດຍິງເຂົ້າເຖິງ ການສຶກສາໜ້ອຍກວ່າເພດຊາຍເນື່ອງຈາກເພດຍິງ ມັກຈະແຕ່ງດອງແຕ່ອາຍຸ 13-14 ປີແລ້ວປະລະການຮຽນອອກມາ ໃຊ້ແຮງງານຢູ່ໄຮ່ ຢູ່ນາ ແລະ ລ້ຽງສັດແທນການຮຽນໜັງສື ຈຶ່ງເຮັດໃຫ້ແມ່ຍິງຖືກກົດຂີ່ໃນ ການອອກແຮງງານເພື່ອຄອບຄົວພ້ອມທັງຂາດຄວາມຮູ້ ໃນການປູກຝັງແລະລ້ຽງສັດ. ດັ່ງເຈົ້າໜ້າທີ່ອົງການຈັດຕັ້ງ ພາກປະຊາສັງຄົມທີ່ເຮັດວຽກສົ່ງເສີມການລ້ຽງສັດ ໃຫ້ຊາວກະສິກອນລາວແຫ່ງນຶ່ງກ່າວວ່າ:
“ຄືຊົນເຜົ່ານີ້ຜູ້ຍິງເຂົາເຈົ້າໄປອອກໄປ ໄຮ່ໄປສວນຈະເນັ້ນໃສ່ການເຮັດວຽກເຮັດໄຮ່ ເຮັດສວນລ້ຽງສັດແມ່ນຫຍັງຕ່າງໆ ສ່ວນຫຼາຍຈະບໍ່ໄດ້ເຂົ້າໂຮງຮຽນຈັ່ງຊິນ່າ ພວກອ້າຍກໍເຫັນເນາະທີ່ເຂົາເຈົ້າລ້ຽງສັດບາງທີກໍມີສັດຕາຍສັດຫຍັງກໍເລີຍຄິດວ່າ ເອີເຮົາຕ້ອງໄປສ້າງຄວາມເຂັ້ມແຂງ ເຂົາເຈົ້າລ້ຽງກໍລ້ຽງທັມມະຊາດເຂົາບໍ່ໄດ້ສັກວັກຊີນ ບາງເທື່ອ ໂອ້ ໜາວໆ ນີ້ສັດມັນຕາຍມັນເລືອດກ້າມຈັ່ງຊິ ເຮົາຕ້ອງມີຢາໂຕໃດທີ່ມາສັກບໍ່ໃຫ້ເລືອດມັນ ກ້າມ.”
ນອກຈາກນີ້ສູນສະຖິຕິ ແຫ່ງຊາດລາວຍັງພົບວ່າປັດຈຸບັນ ມີຊ່ອງຫວ່າງຄວາມບໍ່ສເມີພາບໃນການຄອບຄອງເນື້ອທີ່ດິນ ກະສິກັມຣະຫວ່າງເພດຍິງ ແລະເພດຊາສູງໂດຍ 92% ຂອງຜູ້ຄອບຄອງທີ່ດິນແມ່ນເພດຊາຍ ແລະມີພຽງ 8% ແມ່ນເພດຍິງໂດຍສະເພາະສ່ວນພາກເໜືອ ແຂວງສາຣະວັນ ແລະ ແຂວງໄຊສົມບູນທີ່ເພດຍິງຄອບຄອງທີ່ດິນກະສິກັມຕໍ່າກວ່າໝູ່.
ຂໍ້ມູນຈາກສູນສະຖິຕິແຫ່ງຊາດ ລາວທັງໝົດທີ່ກ່າວມານັ້ນແມ່ນຖືກເປີດເຜີຍ ຢູ່ກອງປະຊຸມສຳມະນາກະເສດລາວ ຄັ້ງທີ 3 ໃນປີ 2019-2020 ໂດຍມີສູນສະຖິຕິແຫ່ງຊາດລາວ ແລະກະຊວງແຜນການແລະການລົງທືນຮ່ວມມື ກັບກະຊວງກະສິກັມ ແລະປ່າໄມ້ເພື່ອຈັດທຳຣາຍງານ ສຳມະນາກະເສດລາວຂື້ນໂດຍໄດ້ຮັບທືນສນັບສນູນ ຈາກອົງການອາຫານ ແລະການກະເສດ ແຫ່ງສະຫະປະຊາຊາດ ຫຼື FAO.