ຊາວກະສິກອນ ຕ້ອງແບກຮັບຕົ້ນທຶນສູງ ໃນການຜລິດສິນຄ້າກະເສດ

ພອນ ພູມມີທອນ
2024.01.03
ຊາວກະສິກອນ ຕ້ອງແບກຮັບຕົ້ນທຶນສູງ ໃນການຜລິດສິນຄ້າກະເສດ ຮູບປະກອບ: ງານວາງສະແດງ ວັນອາຫານໂລກ, ວັນສາກົລ ແລະ ສັປດາແຫ່ງຊາຕ ເພື່ອລຶບລ້າງຄວາມທຸກຍາກ ປະຈຳປີ 2022 ທີ່ສະຖາບັນຄົ້ນຄວ້າ ກະສິກັມ ແລະ ປ່າໄມ້ ແຫ່ງຊາຕລາວ ບ້ານໜອງວຽງຄຳ, ເມືອງໄຊທານີ ນະຄອນຫຼວງວຽງຈັນ (TS) ເດືອນຕຸລາ 2022.
RFA

ໃນວັນທີ 22 ທັນວາ 2023 ທີ່ຜ່ານມາ, ຜູ້ຕາງໜ້າເຄືອຂ່າຍຊາວກະສິກອນ ໄດ້ກ່າວໃນກອງປະຊຸມໃຫຍ່ ປະຈໍາປີ 2023 ຂອງເຄືອຂ່າຍຊາວກະສິກອນລາວ ວ່າ ອັດຕຣາເງິນເຟີ້ ໄດ້ເຮັດໃຫ້ຕົ້ນທຶນການຜລິດກະສິກັມ ເພີ່ມຂຶ້ນຫລາຍກວ່າ 2 ເທົ່າ ເມື່ອທຽບໃສ່ປີທີ່ຜ່ານມາ ເຮັດໃຫ້ຊາວກະສິກອນ ຈໍາເປັນຕ້ອງແບກຫາມຕົ້ນທຶນທີ່ເພີ່ມຂຶ້ນສູງ ດັ່ງກ່າວນີ້.

ສໍາລັບຕົ້ນທຶນ ການຜລິດສິນຄ້າກະສິກັມ ທີ່ສໍາຄັນ ເປັນຕົ້ນ ຝຸ່ນ, ເມັດພືດ ແລະ ນ້ໍາມັນເຊື້ອໄຟ ສໍາລັບເຄື່ອງຈັກກະສິກັມ ແລະ ການຂົນສົ່ງ ແຕ່ເຖິງຢ່າງໃດກໍຕາມ ນ້ໍາມັນເຊື້ອໄຟ ເຊິ່ງມີການປັບລາຄາຂຶ້ນຢ່າງຕໍ່ເນື່ອງ ໃນຮອບຫລາຍປີມານີ້ ຍ້ອນບັນຫາເງິນເຟີ້ພາຍໃນປະເທດ ແມ່ນເປັນຕົ້ນຕໍສໍາຄັນ ທີ່ເຮັດໃຫ້ຕົ້ນທຶນໃນກາຜລິດ ແລະ ຂາຍສິນຄ້າກະເສດຫລາຍຂຶ້ນ.

ດັ່ງ ສະມາຊິກເຄືອຂ່າຍ ຊາວກະສິກອນ ນາງນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 3 ມົກຣາ 2024 ນີ້ວ່າ:

(ສະມາຊິກເຄືອຂ່າຍຊາວກະສິກອນ ທີ່ໄດ້ເຂົ້າໃນກອງປະຊຸມດັ່ງກ່າວນີ້) ຫລືວ່າ 2018-2020 ປະມານນີ້ ລະແມ່ນ ນ້ໍາມັນນີ້ ລິນຶ່ງ ກໍ ນ້ໍາມັນກາຊວນ ກໍ ລິນຶ່ງ 7,000-8,000 ເນາະ ຂຶ້ນມາ 11,000 ບານີ້ ນ້ໍາມັນແອັດຊັງ ນີ້ລະແມ່ນ 11,000-12,000 ປະມານນີ້ ຍາມນີ້ຂຶ້ນມາ ມັນເປັນ 24,000 ເກືອບ 25,000 ລະເດ້. ອັນພືດນີ້ ເຮົາກໍຍັງມີພັນພື້ນບ້ານເຮົາເດ່ ເຮົາກໍສາມາດເອົາຂອງເຮົາເຮັດໄດ້ແດ່ຫັ້ນນ່າ ແຕ່ວ່າບາງຢ່າງ ເຮົາກໍຕ້ອງໄດ້ນໍາເຂົ້າມາແຕ່ໄທຍ ຫລືວ່າ ນໍາເຂົ້າມາແຕ່ຈີນ ຫລືວ່າ ບ່ອນອື່ນຫັ້ນນ່າ ແຕ່ວ່າມັນກໍຂຶ້ນເທົ່າໂຕໄດ໋”

ຍານາງກ່າວຕື່ມວ່າ ເນື່ອງຈາກຝຸ່ນ, ເມັດພືດ ແລະ ນ້ໍາມັນ ເຊິ່ງເປັນປັດໄຈສໍາຄັນ ໃນການເຮັດກະສິກັມ ພາຍໃນປະເທດລາວ ຈໍາເປັນຕ້ອງໄດ້ນໍາເຂົ້າຈາກຕ່າງປະເທດ ແຕ່ເມື່ອປະເທດລາວ ປະສົບບັນຫາໄພເງິນເຟີ້ ເຮັດໃຫ້ສິນຄ້າດັ່ງກ່າວນີ້ ມີລາຄາເພີ່ມສູງຂຶ້ນ ຈົນເຮັດໃຫ້ຊາວກະສິກອນບາງຄົນ ຕັດສິນໃຈ ໂຈະ ການເຮັດກະສິກັມ ແລະ ໃຫ້ຊາວຈີນເຊົ່າທີ່ດິນຂອງພວກເຂົາເຈົ້າ ເພື່ອເຮັດການກະສິກັມແທນ.

ເນື່ອງຈາກຕົ້ນທຶນ ໃນການເຮັດການຜລິດເພີ່ມສູງຂຶ້ນ ຈຶ່ງເຮັດໃຫ້ຜົລຜລິດທາງການກະເສດ ຈໍາເປັນຕ້ອງໄດ້ຮັບລາຄາຂຶ້ນນໍາ ສົ່ງຜົລໃຫ້ພໍ່ແມ່ປະຊາຊົນໃນພື້ນທີ່ ຕ້ອງໄດ້ໃຊ້ເງິນຈໍານວນທີ່ສູງຂຶ້ນ ສໍາລັບຊື້ສິນຄ້າກະເສດໃນປະຣິມານຄືເກົ່າ ຂະນະທີ່ ລາຍຮັບບໍ່ທັນໄດ້ເພີ່ມຂຶ້ນ.

ດັ່ງຊາວລາວ ຢູ່ນະຄອນຫລວງວຽງຈັນ ນາງນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ: 

ຂາຍແນວພັນ ແພງ ເມັດພັນ ແພງ ຂະເຈົ້າເອົາໄປປູກຂາຍ ຜົລຜລິດມັນກໍແພງໄປອີກ ກໍໄປຢູ່ກັບຜູ້ບໍຣິໂພກພຸ້ນ. ລາຄາ ມັນກໍບໍ່ໄດ້ຂຶ້ນຢູ່ແຕ່ວ່າເນາະ ຮ້ານຄ້າ. ຜົລເນື່ອງມັນໄປໝົດເລີຍແຫລະ. ແຕ່ກ່ອນເນາະ ມັນກໍເຄີຍແຕ່ໂລນຶ່ງ ມັນບໍ່ຮອດ 10,000 ກີບເນາະ ແຕ່ດຽວນີ້ ມັນກໍ 10,000-20,000-30,000 ຂຶ້ນຊີ້ເນາະ ມັນກໍຂຶ້ນເກືອບ 100% ຫັ້ນແຫລະ ວ່າຊັ້ນສາ. ມັນຂຶ້ນທຸກປະເພດແຫລະ ເພາະວ່າທຸກຢ່າງເນາະ ເມັດພັນມັນກໍຂຶ້ນ ທຸກປະເພດຢູ່ແລ້ວ ລາຄາເມືອງໄທຍກໍແມ່ນເອົາ ຖົງນຶ່ງກໍ 75 ບາທ ຄູນອັຕຣາແລກປ່ຽນເງິນລາວ ມັນກໍ 100% ມັນກໍທົບນຶ່ງ.

ຍານາງກ່າວຕື່ມວ່າ ເນື່ອງຈາກລາຄາສິນຄ້າ ທາງການກະເສດ ພາຍໃນປະເທດລາວ ເພີ່ມສູງຂຶ້ນ ຈຶ່ງເຮັດໃຫ້ຊາວລາວຈໍານວນນຶ່ງ ຫັນປ່ຽນມາປູກພືດສວນຄົວກິນເອງ ເພື່ອຫລຸດຜ່ອນຄ່າໃຊ້ຈ່າຍ ໃນຊີວິດປະຈໍາວັນ. ແຕ່ເຖິງຢ່າງໃດກໍຕາມ ພວກຂະເຈົ້າກໍຍັງຈໍາເປັນຕ້ອງຊື້ ແນວພັນຜັກສວນຄົວ ທີ່ນໍາເຂົ້າຈາກປະເທດຈີນ ຫລື ປະເທດໄທຍ ເຊິ່ງ ມີລາຄາເພີ່ມຂຶ້ນຈາກປີກ່ອນໜ້າ 100% ຍ້ອນໄດ້ມາຕຖານ ແລະ ສາມາດເກັບກ່ຽວຜົລຜລິດໄດ້.

ຂະນະດຽວກັນ ພໍ່ຄ້າ-ແມ່ຄ້າ ທີ່ນໍາເຂົ້າຝຸ່ນ ແລະ ແນວພັນພືດ ຈາກຕ່າງປະເທດ ກໍມີຍອດຂາຍຫລຸດລົງ ຍ້ອນສິນຄ້າມີລາຄາເພີ່ມຂຶ້ນສູງ ຢ່າງຕໍ່ເນື່ອງ ເຮັດໃຫ້ຊາວກະສິກອນ ລາວຈໍານວນນຶ່ງ ບໍ່ສາມາດຊື້ໄດ້ ອີກທັງ ສ່ວນນຶ່ງຍັງຕັດສິນໃຈ ໂຈະ ການເຮັດກະສິກັມ ແລະເດີນທາງໄປເຮັດວຽກຢູ່ປະເທດໄທຍ, ເກົາຫລີໃຕ້ ແລະ ກັມພູຊາ ແທນ ເນື່ອງຈາກໄດ້ຄ່າຕອບແທນ ຫລາຍກວ່າ ການເຮັດວຽກພາຍໃນປະເທດ.

ດັ່ງ ພໍ່ຄ້າຂາຍຝຸ່ນຊີວະພາບ ແລະ ແນວພັນພືດ ນໍາເຂົ້າຈາກຕ່າງປະເທດ ທ່ານນຶ່ງກ່າວວ່າ: 

ດຽວນີ້ ມັນຖືກຢູ່ 7-8 ແສນເນາະ ເປົານຶ່ງ ເປົານຶ່ງເນາະ 7 ແສນປາຍ ເອອ 1,000 ບາທ ກໍ 670,000 ກີບລະ ທົບເຄິ່ງພຸ້ນນ່າ ທົບເຄິ່ງພຸ້ນແຫລະ 300,000 ຫັ້ນນ່າ 200,000-300,000 ແສນ ເຂົາຫັ້ນປ່ຽນໄປ ເຮັດກະເສດຢູ່ເກົາຫລີແລ້ວ. ແລ້ວກໍຢູ່ໄທຍແລ້ວ ເຂົາບໍ່ຢາກເຮັດແລ້ວ ຢູ່ໄທຍ, ເງິນຂຶ້ນສູງ ແລ້ວເຂົາກໍໄປຫາເງິນຢູ່ພຸ້ນ. ແລ້ວກໍກັມພູຊາ ແດ່. ແລ້ວກໍເກົາຫລີແດ່ ຊີ້ນ່າ. ຊາວສວນເຂົາມັກໄປພຸ້ນໝົດແລ້ວ. ບໍ່ຄືແຕ່ເກົ່າແລ້ວ ບໍ່ຄືເກົ່າແລ້ວ. ຍອມແລ້ວ ເຂົາໂຕນໄປຕ່າງປະເທດໝົດ. 

ກ່ຽວກັບເຣຶ່ອງນີ້, ສະມາຊິກເຄືອຂ່າຍ ກະສິກອນລາວ ຢາກໃຫ້ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ດໍາເນີນການຫລຸດຜ່ອນພາສີ ການນໍາເຂົ້າຝຸ່ນ, ແນວພັນພືດ ແລະ ນ້ໍາມັນເຊື້ອໄຟຈາກຕ່າງປະເທດລົງ ເພື່ອຊ່ອຍບັນເທົາ ບັນຫາທີ່ຊາວກະສິກອນ ຕ້ອງປະເຊີນຢູ່ໃນຂະນະນີ້ ລົງ ໄດ້ບາງສ່ວນ.

ດັ່ງ ສະມາຊິກເຄືອຂ່າຍ ກ່າວວ່າ: 

ອີກຢ່າງນຶ່ງ ເປັນຊາວ ກະສິກອນນີ້ນ່າ ຢາກຮຽກຮ້ອງນໍາ ພວກດ່ານສາກົລເນາະ. ຈະແມ່ນລາວ ແມ່ນໄທຍ ແມ່ນຈີນ ກໍຢ່າ ໃຫ້ຂະເຈົ້ານໍາແນວພັນ ຫລືວ່າ ນໍາເຄື່ອງກະເສດ ການກະເສດນີ້ເຂົ້າມາ ກໍບໍ່ຢາກໃຫ້ເອົາພາສີອາກອນນໍາເຂົາເຈົ້າ ຫລາຍເກີນໄປ. 

ທາງດ້ານທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ຮັບຮູ້ກ່ຽວກັບບັນຫາດັ່ງກ່າວນີ້ແລ້ວ ແລະ ໄດ້ດໍາເນີນປະຊາສັມພັນ ແລະ ສນັບສນູນ ໃຫ້ຊາວກະສິກອນ ໃນແຕ່ລະເມືອງແລະ ແຂວງ ປູກພືດ ແລະ ລ້ຽງສັດ ໃຫ້ສອດຄ່ອງກັບສະພາບອາກາດໃນພື້ນທີ່ ແລະຄວາມຕ້ອງການ ຂອງຕລາດ ໃນແຕ່ລະໄລຍະ.

ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທ່ານນຶ່ງກ່າວວ່າ:

(ເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ ແຂວງຊຽງຂວາງ ທີ່ເຂົ້າຮ່ວມກອງປະຊຸມ)

ນຶ່ງກໍເງິນເຟີ້ແດ່ ແລ້ວອີງໃສ່ເສຖກິຈບ້ານເຮົາ ກໍມີການແປປວນ ວັດຖຸ ອຸປກອນ ນໍາເຂົ້າຈາກເມືອງນອກ ເຂົ້າມາເຮັດທຸຣກິຈ ກະສິກັມຢູ່ລາວ ນ້ໍາມັນແພງ ແນວພັນສູງ ຝຸ່ນປຸ໋ຍ ສນັ້ນ ຕົ້ນທຶນການຜລິດຢູ່ລາວນີ້ ອີງໃສ່ສະພາບພື້ນທີ່ຂົງເຂດ ກໍແຕກຕ່າງກັນ ຜົລຜລິດອາບໍ່ຄືກັນ ແຕກຕ່າງກັນ ບາງເທື່ອປູກພືດ ໃຊ້ເວລາຍາວນານ ແລ້ວກໍຄ່າຂົນສົ່ງ ມັນກໍສີ້ນເປືອງ ອັນນັ້ນ ມັນກໍເປັນຜົລກະທົບອັນນຶ່ງ. 

ກອງປະຊຸມໃຫຍ່ ປະຈໍາປີ 2023 ຂອງເຄືອຂ່າຍ ຊາວກະສິກອນລາວ ດັ່ງກ່າວນີ້ ໄດ້ຮັບທຶນສນັບສນູນຈາກ ໂຄງການບໍຣິການ-ສົ່ງເສີມ ກະສິກອນຮອບດ້ານ LURAS ແລະ ອີກຫລາຍໂຄງການ ມີຈຸດປະສົງເພື່ອຮັບຟັງ ຣາຍງານກິຈກັມ ປະຈໍາປີ 2023 ແລະ ຜ່ານແຜນປະຈໍາປີ 2024 ຂອງເຄືອຂ່າຍລະດັບຊາຕ ແລະ ຕາຫນ່າງເຄືອຂ່າຍເຂົ້າ, ຊາ,ພືດຜັກ ແລະ ກາເຟ ຢູ່ພາຍໃນ 10 ແຂວງ ຄື ແຂວງຜົ້ງສາລີ, ອຸດົມໄຊ, ຫລວງພຣະບາງ, ຊຽງຂວາງ, ວຽງຈັນ, ບໍຣິຄໍາໄຊ, ຈໍາປາສັກ, ບໍ່ແກ້ວ, ໄຊຍະບູຣີ ແລະ ນະຄອນຫລວງວຽງຈັນ. 

ກ່ຽວກັບເຣື່ອງນີ້ ທ່ານ ຄໍາມູນ ໄຊມະນີ ປະທານເຄືອຂ່າຍ ຊາວກະສິກອນລາວ ໄດ້ກ່າວໃນກອງປະຊຸມໃຫຍ່ ປະຈໍາປີ 2023 ນີ້ວ່າ ເຄືອຂ່າຍຊາວ ກະສິກອນລາວ ໄດ້ຂຍາຍອອກ ແລະ ມາຮອດປັດຈຸບັນ ລວມມີ 177 ກຸ່ມທົ່ວປະເທດ ໃນນີ້ ແມ່ນເປັນກຸ່ມ ທີ່ໄດ້ຮັບການຊ່ອຍເຫລືອ ຈາກເຄືອຂ່າຍຈໍານວນ 70 ກຸ່ມ ເປັນຕົ້ນ ການສນັບສນູນ ການປູກຝັງໃນສວນຄົວ ເພື່ອປັບປຸງໂພຊະນາການ ໃຫ່ແກ່ຊຸມຊົນ ແລະ ທ້ອງຖິ່ນ ພ້ອມທັງສ້າງໂຮງເຮືອນ ເພື່ອຮັບປະກັນ ຜລິດຜົລ ໃຫ້ດີຂຶ້ນ.

ອີງຕາມອັດຕຣາເງິນເຟີ້ ສເລັ່ຍຂອງປະເທດລາວ ຂອງສູນ ສະຖິຕິແຫ່ງຊາຕ ສະແດງໃຫ້ເຫັນວ່າ ອັດຕຣາເງິນເຟີ້ໃນຮອບ 5 ປີທີ່ຜ່ານມາ (ລະຫວ່າງປີ 2019-2023) ແມ່ນມີທ່າທີເພີ່ມຂຶ້ນເລື້ອຍໆ ຄື ໃນປີ 2019 ປະເທດລາວມີອັດຕຣາເຟີ້ ຢູ່ທີ່ 3.32%, ປີ 2020 ມີອັດຕຣາເງິນເຟີ້ຢູ່ທີ່ 5.07%, ປີ 2021 ມີອັດຕຣາເງິນເຟີ້ຢູ່ທີ່ 3.75%, ປີ 2022 ມີ ອັດຕຣາ ເຟີ້ຢູ່ທີ່ 22.96%, ແລະ ໃນປີ 2023 ມີອັດຕຣາເງິນເຟີ້ ຢູ່ທີ່ 31.23%. 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.