ການລົງທຶນ ປູກພືດຂອງນັກທຸຣະກິຈຈີນ ລຸກລາມເຂົ້າພື້ນທີ່ກະເສດ ຊາວບ້ານ
2023.07.13
ໃນໄລຍະຫຼາຍປີມານີ້ທາງການຈີນ ແລະ ນັກທຸຣະກິຈຈີນ ໄດ້ທະຍອຍເດີນທາງມາລົງທຶນ ດ້ານກະສິກັມປູກຝັງພືດປະເພດຕ່າງໆ ທົ່ວແຂວງຫຼວງນໍ້າທາ ບໍ່ວ່າຈະເປັນເມືອງສິງ, ເມືອງລອງ, ເມືອງວຽງພູຄາ ແລະ ເມືອງນາແລ. ປັດຈຸບັນການລົງທຶນ ຂອງຈີນ ເພີ່ມຂຶ້ນເລື້ອຍໆ ພາຍຫຼັງການແຜ່ຣະບາດ ຂອງໂຄວິດ-19 ຫຼຸດຜ່ອນລົງ ໂດຍສະເພາະໃນພື້ນທີ່ ທີ່ຫ່າງໄກ ຈາກເຂດເທສບານ ເພື່ອສະດວກຕໍ່ການຂົນສົ່ງກັບຄືນໄປຍັງປະເທດຈີນ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຢູ່ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 13 ກໍຣະກະດາ 2023 ນີ້ວ່າ:
“ກໍເຂົ້າມາລົງທຶນ ກໍດ້ານກ້ວຍນີ້ແຫຼະ ກັບອ້ອຍນີ້ຫຼາຍ ເມືອງສິງນີ້ແຫຼະ. ເມືອງລອງ ເຂົ້າມາລົງມທຶນດົນແລ້ວເດ້ (ສ່ວນການປູກຝັງ) ຍັງບໍ່ທັນມີຫຼາຍເທື່ອ ມີແຕ່ລ້ຽງ ໃນຄອບຄົວ. ໃນໂຕເມືອງຫຼວງນໍ້າທາ ນັກລົງທຶນໃຫຍ່ ຍັງບໍ່ທັນມີມາ ແຕ່ທີ່ຜ່ານມາຣັຖບານລາວ ກໍໄດ້ເຊັນສັນຍາວ່າ ທາງຈີນຈະມີຮັບຊື້ງົວ ແຕ່ທີ່ຮູ້ນີ້ຢູ່ບໍ່ແກ້ວ ນີ້ມີແລ້ວ.”
ການນຳໃຊ້ທີ່ດິນ ສຳລັບການເຮັດກະສິກັມ ຊາວຈີນ ຈະສັມປະທານດິນ ຈາກທາງການລາວ ຫຼື ເຊົ່າທີ່ດິນຈາກຊາວບ້ານ ໃນພື້ນທີ່ ດ້ວຍການເຮັດສັນຍາ ໃນລັກສະນະປີຕໍ່ປີ ແລະ ໃຫ້ຄ່າເຊົ່າແກ່ຊາວບ້ານປະມານ 7 ລ້ານກີບ/ເຮັກຕ້າຣ໌/ປີ ເພື່ອເຮັດການຜລິດ ລະຫວ່າງເດືອນທັນວາ ຫາ ເດືອນພຶສພາ ເຊິ່ງເປັນການເຊົ່າທີ່ດິນ ຂ້ອນຂ້າງຖືກ ແຕ່ຊາວບ້ານໃນພື້ນທີ່ ກໍຈຳເປັນຕ້ອງຍອມ ຍ້ອນບໍ່ຢາກປະທີ່ດິນໄວ້ລ້າໆ ໂດຍບໍ່ໄດ້ເຮັດການຜລິດຫຍັງ ເນື່ອງຈາກບໍ່ມີເງິນຄຳ ສຳລັບລົງທຶນ.
ດັ່ງຊາວບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ ທີ່ຢູ່ລະຫວ່າງການໃຫ້ນັກລົງທຶນຈີນ ເຊົ່າທີ່ດິນກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ອໍ້ ມັນຈະເປັນໝາກໂມ ແລ້ວກໍຈະເປັນໝາກຖົ່ວເຫຼືອງ ເຂົາສົ່ງເຂົ້າຈີນເລີຍ. ໂຕນີ້ຫັ້ນນ່າ ມັນເປັນຄົນຈີນເຂົ້າມາສັມປະທານເນາະ. ສັມປະທານແລ້ວ ກໍໄດ້ກິນຢູ່ລາວ. ຍົກໂຕຢ່າງນີ້ເນາະ ຖືກນາຈຸດຂ້ອຍນີ້ເນາະເຮັກຕ້າຣ໌ນຶ່ງເທົ່າໃດໆ ເຮັກຕ້າຣ໌ນຶ່ 7 ລ້ານຫັ້ນ. ປີກາຍຫັ້ນເຂົາເຊົ່າເຮັກຕ້າຣ໌ນຶ່ງ 7 ລ້ານເນາະ (ແຕ່ລະພື້ນທີ່ຈະບໍ່ຄືກັນ) ເຂົາໄລ່ເປັນຈັ່ງຊັ້ນແຫຼະ ປະມານນັ້ນ.”
ນັກທຸຣະກິຈຊາວຈີນ ທີ່ເຂົ້າມາລົງທຶນໃນປະເທດລາວນີ້ ໄດ້ນຳນັກວິຊາການດ້ານການກະເສດ ແລະ ເທັກໂນໂລຈີ ຕ່າງໆມາໃຊ້ໃນປະເທດລາວ ສ່ວນວຽກງານທີ່ໃຊ້ແຮງງານຕ່າງໆ ຈະຈ້າງຄົນງານລາວ ໃນພື້ນທີ່ໂດຍໃຫ້ຄ່າຈ້າງ ປະມານວັນລະ 90,000 ກີບ/ຄົນ ເຊິ່ງເປັນຄ່າຈ້າງທີ່ບໍ່ຫຼາຍ ໃນປັດຈຸບັນ. ເປັນວຽກຕາມຣະດູການ ທີ່ບໍ່ມີຄວາມໝັ້ນຄົງ ອີກທັງຄົນງານລາວກຸ່ມດັ່ງກ່າວນີ້ ຍັງສ່ຽງຕໍ່ສານເຄມີ ທີ່ມີການນຳໃຊ້ລະຫວ່າງການຜລິດ ສິນຄ້າກະເສດ ໂດຍບໍ່ສາມາດເຂົ້າຮັບບໍຣິການ ດ້ານສຸຂພາບໄດ້.
ດັ່ງຄົນງານລາວ ທີ່ເຮັດວຽກຢູ່ສວນໝາກໂມ ຂອງຈີນ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ ນາງນຶ່ງກ່າວວ່າ:
“ປູກຊາ ແລ້ວກໍໝາກໂມ. ປະເພດງົວ ປະເພດຄວາຍ ເຂົາລ້ຽງແບບຄອບຄົວ. ລ້ຽງແບບວ່າ ລົງທຶນຫັ້ນນ່າ. ຍັງບໍ່ມີອັນຄົນຈີນ ເຂົ້າມາລົງທຶນ ແຕ່ວ່າຈ້າງຄົນງານລາວ ນັກວິຊາການແມ່ນຄົນຈີນ ແລ້ວຄົນຈີນມາຈ້າງຄົນງານລາວ. ຄົນງານລາວກໍໄປເປັນມື້, ມຶ້ນຶ່ງເງິນກີບ ກໍຈະຕົກຢູ່ 90 ພັນກີບ, ສ່ວນຫຼາຍກໍແມ່ນມີແຕ່ຄົນຈີນນີ້ແຫຼະມາ. ຄັນວ່າຄົນລາວ ທາງເຮົານີ້ວ່າຊິເຮັດ ກໍບໍ່ມີທຶນ.”
ກ່ອນໜ້ານີ້ວັນທີ 29 ມິຖຸນາຜ່ານມາ ທ່ານ ພີມແກ້ວ ທຳມະສິນ ຫົວໜ້າຜແນກກະສິກັມ ແລະ ປ່າໄມ້ ແຂວງຫຼວງນໍ້າທາ ແລະ ທ່ານ ຫວງຊົງສຽງ ຮອງຫົວໜ້າຫ້ອງການ ກະສິກັມ ແລະ ຊົນນະບົດກິງແຂວງສິບສອງພັນນາ ແຂວງຢູນນານ ໄດ້ຮ່ວມເຊັນສັນຍາໄລຍະ 5 ປີ ເພື່ອຂຍາຍການລົງທຶນ ດ້ານກະສິກັມປູກຝັງ ແລະລ້ຽງສັດ ໃນຫຼາຍບ້ານ ແລະ ຫຼາຍເມືອງ ຂອງແຂວງຫຼວງນໍ້າທາ ເຊິ່ງເປັນສ່ວນນຶ່ງຂອງຂໍ້ຣິເຣີ່ມນຶ່ງແລວ ນຶ່ງເສັ້ນທາງ (One Belt One Road Initiative) ເພື່ອຜລິດສິນຄ້າ ກະເສດສຳລັບສົ່ງກັບຄືນໄປ ປະເທດຈີນ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງທ່ານນຶ່ງກ່າວວ່າ:
“ຢູ່ພີ້ສ່ວນຫຼາຍແມ່ນດ້ານການປູກຝັງຫຼາຍກ່ວາ ສວນອ້ອຍ, ມັນຕົ້ນ ກັບການສົ່ງເສີມການປູກຊາ ທັມມະຊາຕ ເສັ້ນທາງໂຕນີ້ ມັນກໍໃຫ້ສາມາດເຊື່ອມພະມ້າໄດ້ ແລ້ວກໍຈະອອກໄປສູ່ອິນເດັຍເນາະ ແຕ່ລະບ່ອນຫັ້ນ ເຂົາຈະເອົາບໍຣິສັດເປັນຂອງຣັຖບານເນາະ ມາລົງທຶນມາເບິ່ງທີ່ວ່າພື້ນທີ່ ໂຕໃດທີ່ເໝາະສົມ ສາມາດປູກໄດ້ ແລ້ວກໍສາມາດສົ່ງເສີມ ຊາວບ້ານໄດ້ຈັ່ງໃດ ແລ້ວເຂົາຈະມາລົງທຶນ ຮ່ວມກັບຣັຖບານລາວ ເຊື່ອມຫາກັນໄດ້ບໍ່ໃຫ້ມັນເປັນບ່ອນຂາດຫັ້ນນ່າ.”
ທ່ານກ່າວຕື່ມວ່າ ແຂວງຫຼວງນໍ້າທາຂ້ອງຂ້າງມີຄວາມສໍາຄັນຕໍ່ຂໍ້ຣິເຣີ່ມ ນຶ່ງແລວ ນຶ່ງເສັ້ນທາງ ຂອງທາງການຈີນຫຼາຍ ເນື່ອງຈາກເປັນທີ່ຕັ້ງຂອງຂົວມິຕພາບ ພະມ້າ-ລາວ ເຊິ່ງສ່ວນຫຼາຍແມ່ນເປັນການຂົນສົ່ງສິນຄ້າ ຈາກພະມ້າ ແລະ ລາວ ໄປປະເທດຈີນ. ທັງນີ້ພາຍຫຼັງເປີດໃຊ້ງານ ຂົວດັ່ງກ່າວ ທາງການຈີນກໍໄດ້ດຳເນີນການ ສ້ອມແປງຖນົນ ປະມານ 80 ກິໂລແມັດຈາກເມືອງລອງໄປຮອດເມືອງສິງ ໃນແຂວງຫຼວງນໍ້າທາ ເພື່ອເພີ່ມຄວາມສະດວກ ໃນການຂົນສົ່ງສິນຄ້າ ແລະ ຜົລຜລິດດ້ານການກະເສດ ຜ່ານດ່ານປາງໄຮ ທີ່ເຊື່ອມລະຫວ່າງເມືອງສິງ ແຂວງຫຼວງນໍ້າທາ ແລະ ເມືອງລ້າ ກິ່ງແຂວງສິບສອງພັນນາ ແຂວງຢູນນານ ຂອງຈີນ.
ກ່ອນໜ້ານີ້ ໃນວັນທີ 27 ມິຖຸນາ ທີ່ຜ່ານມາ ທ່ານ ອ່ອນຈັນ ຄໍາພະວົງ ຮອງເຈົ້າແຂວງຫຼວງນໍ້າທາ ໄດ້ຫາລື ຮ່ວມກັບທ່ານ ເຕົ້າເຫວີນ ເຈົ້າຄອງ ກິ່ງແຂວງສິບສອງພັນນາ ແຂວງຢູນນານປະເທດຈີນ ໃນຫຼາຍປະເດັນ ປະກອບມີ ການຍົກລະດັບດ່ານປາງໄຮ ເມືອງສິງແຂວງຫຼວງນໍ້າທາ ກັບດ່ານຊ່າເຫີ ເມືອງມັງກິ່ງແຂວງສິບສອງພັນນາ ເປັນດ່ານສາກົລ ລະຫວ່າງປະເທດ. ເປີດເສັ້ນທາງຄົມມະນາຄົມ ລະຫວ່າງ ລາວ-ຈີນ ໂດຍສະເພາະເສັ້ນທາງ ຂອງປະເທດລາວທີ່ເຊື່ອມຕໍ່ ກັບເມືອງຊຽງຮຸ່ງ ກິ່ງແຂວງສິບສອງພັນນາ ຂອງຈີນ ທີ່ໂຈະການໃຊ້ງານໃນໄລຍະ ການແຜ່ຣະບາດ ຂອງໂຄວິດ-19 ແລະ ການເພີ່ມຄວາມຮ່ວມມືລະຫວ່າງ ຈີນ-ລາວ-ໄທຍ ດ້ານກະສິກັມ ແລະ ເທັນນິກວິຊາການ ປ້ອງກັນພະຍາດສັດ ແລະ ສັດຕຣູພືືດ.
ຈາກນັ້ນໃນວັນທີ 30 ມິຖຸນາ ທີ່ຜ່ານມາ ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ ກະຊວງກະສິກັມ ແລະ ປ່າໄມ້ ຂອງລາວ, ປະທານສະພາການຄ້າກວາງຊີ ຂອງຈີນ ແລະ ຜູ້ອຳນວຍການບໍຣິສັດ ໂຊກພະໄຊ ການຄ້າ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ຂອງນັກລົງທຶນລາວ ໄດ້ຮ່ວມກັນເຊັນສັນຍາບົດບັນທຶກ ຄວາມເຂົ້າໃຈ ກ່ຽວກັບການຮ່ວມມື ດ້ານວິຊາການ ການພັທນາກະສິກັມ ປະເພດໝາກໄມ້ເປັນຕົ້ນ ກ້ວຍ, ໝາກໜອດ ແລະ ໝາກພຸກ ຫຼື ໝາດສົ້ມໂອ ເພື່ອສົ່ງອອກໄປປະເທດຈີນ.
ໃນໄລຍະຕໍ່ໜ້ານີ້ ທັງສາມພາກສ່ວນ ຈະຮ່ວມມືກັນສ້າງໂຄງການ ໂຕແບບຜລິດພືດ ເພື່ອສົ່ງອອກໄປປະເທດຈີນ ເຊິ່ງເປົ້າໝາຍໂຄງການຕົ້ນແບບ ດັ່ງກ່າວນີ້ ແມ່ນຕັ້ງຢູ່ເຂດເມືອງປາກຊ່ອງ ແຂວງຈຳປາສັກ, ຫຼັກ 40 ນະຄອນຫຼວງວຽງຈັນ ແລະແຂວງວຽງຈັນ ເພື່ອສົ່ງອອກສິນຄ້າ ໄປຍັງປະເທດຈີນ ໄດ້ ແລະມີແຜນຈະຂຍາຍພື້ນທີ່ ການປູກໝາກໄມ້ ໃນຫຼາຍເມືອງ, ຫຼາຍແຂວງ ທົ່ວປະເທດລາວ ເປັນຕົ້ນແຂວງບໍລິຄຳໄຊ, ຫຼວງນໍ້າທາ, ຜົ້ງສາລີ ແລະ ແຂວງວຽງຈັນ.