ຄົນລາວ ຖືກຈັບ ຂະນະທີ່ ຂົນຢາບ້າ ຂ້າມໄປໄທຍ

ສຸພັດຕາ
2021.12.21
ຄົນລາວ ຖືກຈັບ ຂະນະທີ່ ຂົນຢາບ້າ ຂ້າມໄປໄທຍ ເຈົ້າໜ້າທີ່ຕຳຣວຈ ແລະທະຫານ ແຂວງມຸກດາຫານ ປະເທດໄທຍ ຈັບຢາບ້າ ທີ່ຂ້າມມາແຕ່ແຂວງສວັນນະເຂດ, ວັນທີ່ 4 ທັນວາ 2021.
RFA

ເຈົ້າໜ້າທີ່ຕໍາຣວດ ໜ່ວຍເຮືອຮັກສາຄວາມສງົບຮຽບຮ້ອຍ ຕາມລໍາແມ່ນໍ້າຂອງ ຂອງໄທຍ ໄດ້ເຂົ້າຈັບກຸມຊາວລາວຈໍານວນ 2 ຄົນ ທີ່ພຍາຍາມຂົນຢາບ້າ ຈໍານວນ 4 ແສນເມັດ ຈາກເມືອງສອງຄອນ ແຂວງສວັນນະເຂດ ໃສ່ເຮືອຂ້າມນໍ້າຂອງມາຍັງ ເມືອງເຂມມະຣາດ ແຂວງອຸບົນຣາຊທານີ ປະເທດໄທຍ ໃນມື້ວັນທີ່ 19 ທັນວາ ປີ 2021 ນີ້ ເຊິ່ງຊາວລາວທັງສອງຄົນດັ່ງກ່າວນັ້ນ ມີພູມລໍາເນົາຢູ່ບ້ານທ່າປະຊຸມ ເມືອງສອງຄອນ ແຂວງສວັນນະເຂດ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ຕໍາຣວດ ໜ່ວຍເຮືອຮັກສາຄວາມສງົບຮຽບຮ້ອຍຕາມລໍາແມ່ນໍ້າຂອງ ແຂວງອຸບົນຣາຊທານີ ທ່ານນຶ່ງ ກ່າວວ່າ:

ທ່ານກ່າວວ່າ-“ນໍາເຂົ້າຢາເສບຕິດຈາກປະເທດລາວ ແລ້ວກໍຄອບຄອງຜິດກົດໝາຍ ຈັບໄດ້ຢູ່ໃນນໍ້າຂອງ ນັ່ງຢູ່ເຮືອ ໃນນໍ້າຂອງເລີຍ.”

ທ່ານກ່າວຕື່ມວ່າ ຊາວລາວທັງສອງຄົນ ທີ່ຖືກຈັບໄດ້ນີ້ ຖືກແຈ້ງຂໍ້ຫາ ຮ່ວມກັນຫຼົບໜີເຂົ້າເມືອງ ແລະມີຢາເສບຕິດໃຫ້ໂທດປະເພດນຶ່ງ ທີ່ເປັນຢາບ້າໄວ້ໃນຄອບຄອງເພື່ອຈໍາໜ່າຍ ແລະເປັນບຸກຄົນຕ່າງດ້າວຈາກປະເທດລາວ ຮ່ວມກັນຫຼົບໜີເຂົ້າຣາຊອານາຈັກໄທຍ ໂດຍບໍ່ໄດ້ຮັບອະນຸຍາດ ກ່ອນທີ່ຈະນໍາສົ່ງໃຫ້ພະນັກງານສອບສວນ ສະຖານີຕໍາຣວດ ເຂມມະຣາດ ແຂວງອຸບົນຣາຊນີ ນໍາໂຕໄປດໍາເນີນຄະດີ.

ປັດຈຸບັນ ຜູ້ຕ້ອງຫາຊາວລາວ ທັງສອງຄົນດັ່ງກ່າວນັ້ນ ຖືກສົ່ງໂຕໄປຄ້າຍຄຸມຂັງ ແຂວງອຸບົນຣາຊທານີ ເພື່ອລໍຖ້າການຕັດສິນໂທດ ເຊິ່ງໃນເບື້ອງຕົ້ນ ສານ ບໍ່ໃຫ້ຜູ້ຕ້ອງຫາຊາວລາວທັງສອງຄົນໄດ້ຮັບສິດປະກັນໂຕ ເນື່ອງຈາກໄດ້ຮ່ວມກັນຂົນຢາບ້າ ເປັນຈໍານວນຫຼາຍເຂົ້າມາໃນປະເທດໄທຍ ແລະສ່ຽງທີ່ຜູ້ຕ້ອງຫາຈະຫຼົບໜີໄດ້, ດັ່ງເຈົ້າໜ້າທີ່ຕໍາຣວດ ໜ່ວຍເຮືອຮັກສາຄວາມສງົບຮຽບຮ້ອຍ ຕາມລໍາແມ່ນໍ້າຂອງ ແຂວງອຸບົນຣາຊທານີ ທ່ານດຽວກັນນີ້ ກ່າວວ່າ:

ທ່ານກ່າວວ່າ-“ຜູ້ຕ້ອງຫາ ມີສິດປະກັນໂຕ ແຕ່ໃນການທີ່ສານຈະອະນຸຍາດ ເກືອບຈະບໍ່ມີ ຍ້ອນຢາບ້າຈໍານວນຫຼາຍ ອັດຕຣາໂທດສູງ ແລ້ວຜູ້ຕ້ອງຫາເປັນຕ່າງຊາດ ບໍ່ມີພູມລໍາເນົາໃນຣາຊອານາຈັກໄທຍນ່າ ປະກັນໂຕມາ ກໍຢ້ານວ່າຈະຫຼົບໜີ ສານກໍຄົງບໍ່ອະນຸຍາດ.”

ທ່ານກ່າວຕື່ມວ່າ ເຫດການທີ່ຊາວລາວ ລັກລອບຂົນຢາເສບຕິດຈາກລາວ ຂົນໃສ່ເຮືອຂ້າມຂອງມາຝັ່ງໄທຍນັ້ນ ແມ່ນມີກົດໃຫ້ເຫັນຢູ່ເລື້ອຍໆ ໂດຍສ່ວນໃຫຍ່ຈະຂີ່ເຮືອເອົາຢາບ້າໄປຖິ້ມໄວ້ບໍຣິເວນປ່າຢູ່ຝັ່ງໄທຍ ເພື່ອໃຫ້ຄົນໄທຍມາຮັບເອົາອີກຕໍ່ນຶ່ງ ແຕ່ເທື່ອນີ້ ເຈົ້າໜ້າທີ່ຕໍາຣວດໄທຍສາມາດຈັບໂຕໄດ້ກ່ອນ.

ທາງດ້ານເຈົ້າໜ້າທີ່ ປກສ ເມືອງສອງຄອນ ແຂວງສວັນນະເຂດ ກ່າວວ່າ ຍັງບໍ່ທັນໄດ້ຮັບການຕິດຕໍ່ຈາກເຈົ້າໜ້າທີ່ໄທຍ ຢ່າງເປັນທາງການ ກ່ຽວກັບການຈັບກຸມພົລເມືອງລາວ ໃນຂໍ້ຫາຂົນຢາເສບຕິດ ແລະລັກລອບເຂົ້າເມືອງໄທຍເທື່ອ ມີແຕ່ໄດ້ຮັບແຈ້ງ ຈາກ ກຸ່ມ ປກສ ບ້ານ ທີ່ມີຊາຍແດນຕິດກັບປະເທດໄທຍ ວ່າມີຊາວລາວ ຖືກຈັບຢູ່ແຂວງອຸບົນຣາຊທານີ.

ສໍາລັບຮູບການ ການດໍາເນີນຄະດີ ຕໍ່ຊາວລາວ 2 ຄົນ ທີ່ຖືກຈັບໃນໄທຍນັ້ນ ຈະເປັນໄປຕາມການຕັດສິນຂອງສານໄທຍ ເນື່ອງຈາກພວກກ່ຽວໄດ້ເຮັດຜິດຢູ່ປະເທດໄທຍ ແລະຫຼັງຈາກພົ້ນໂທດແລ້ວ ຊາວລາວທັງສອງຄົນ ທີ່ເປັນຜູ້ຕ້ອງຫາ ກໍຈະສາມາດໃຊ້ສິດ ການສົ່ງໂຕຜູ້ຮ້າຍຂ້າມແດນ ກັບມາຖິ່ນກໍາເນີດຂອງໂຕເອງໄດ້, ດັ່ງເຈົ້າໜ້າທີ່ ປກສ ເມືອງສອງຄອນ ກ່າວວ່າ:

“ເຫດການເກີດຂຶ້ນຢູ່ພຸ້ນ ກໍຢູ່ໄທຍ ໄປສານກ່ອນ ພາຍຫຼັງຈາກນັ້ນ ຈັ່ງມີສັນຍາ ສົ່ງຜູ້ຮ້າຍຂ້າມແດນ ພາຍຫຼັງສໍາເຣັດພົ້ນໂທດ ຫຼືຈັ່ງໃດຫັ້ນນ່າ.”

ເຈົ້າໜ້າທີ່ທ່ານນີ້ກ່າວຕື່ມວ່າ ສະພາບໂຕຈິງ ກ່ຽວກັບການຣະບາດຂອງຢາເສບຕິດ ຢູ່ພາຍໃນເມືອງສອງຄອນ ແຂວງສວັນນະເຂດ ກໍຖືວ່າ ຍັງປະກົດໃຫ້ເຫັນຢູ່ເລື້ອຍໆ ເພາະຍັງບໍ່ສາມາດຈັບໂຕຜູ້ຄ້າຢາເສບຕິດຣາຍໃຫຍ່ໄດ້ ມີແຕ່ຈັບຜູ້ຮັບຈ້າງຂົນສົ່ງ ຫຼືຜູ້ເສບຢາເສບຕິດ ທີ່ເປັນຜູ້ຄ້າຂາຍຣາຍຍ່ອຍ ຢູ່ຕາມເຂດບ້ານຕ່າງໆໄດ້ເທົ່ານັ້ນ.

ສ່ວນຢູ່ໃນເຂດບ້ານທ່າປະຊຸມ ເມືອງສອງຄອນ ແຂວງສວັນນະເຂດ ເຊິ່ງເປັນເຂດບ້ານທີ່ກົງກັນຂ້າມກັບ ບ້ານເໜືອເຂມມະຣາດ ເມືອງເຂມມະຣາດ ແຂວງອຸບົນຣາຊທານີ ປະເທດໄທຍ ເຈົ້າໜ້າທີ່ ກໍໄດ້ມີມາຕການເຝົ້າຣະວັງການເຄື່ອນໄຫວລັກລອບຂົນຢາເສບຕິດຕາມແຄມແມ່ນໍ້າຂອງ ພ້ອມທັງຍັງປະຕິບັດມາຕການປ້ອງກັນໂຄວິດ-19 ຢູ່ ບໍ່ໃຫ້ຄົນພາຍໃນບ້ານອອກຈາກບ້ານ ຫາກບໍ່ໄດ້ຮັບອະນຸຍາດ, ດັ່ງຊາວບ້ານ ຢູ່ບ້ານທ່າປະຊຸມ ເມືອງສອງຄອນ ກ່າວວ່າ:

“ບາງເທື່ອ ຄັນວ່າຜູ້ໃດອອກໄປໃສນີ້ ກໍຕ້ອງໄດ້ແຈ້ງ ແຈ້ງອອກແຫຼະ ໄປຫາຢູ່ຫາກິນຫັ້ນນ່າ ແຕ່ວ່າຂ້າມໄປບໍ່ໄດ້ ແຕ່ວ່າ ຫາໃສ່ເບັດໄດ້ ຄ່າເຄິ່ງຂອງນີ້ໄດ້ ກາງເວັນນ່າ.”

ຂະນະທີ່ ຊາວບ້ານ ຢູ່ບ້ານທ່າປະຊຸມ ອີກຜູ້ນຶ່ງກ່າວວ່າ ສະພາບໂຕຈິງ ຢູ່ພາຍໃນເຂດບ້ານທ່າປະຊຸມ ເມືອງສອງຄອນ ກໍຍັງມີການຊື້-ຂາຍ ແລະຮັບຈ້າງຂົນຢາເສບຕິດຢູ່ແທ້ ແຕ່ຈະບໍ່ເປັນຂບວນການໃຫຍ່ ຈະເປັນພຽງຜູ້ຄ້າຂາຍຣາຍຍ່ອຍເທົ່ານັ້ນ:

“ຄືຊິເວົ້າຄັນເຮົາເຫັນ ເຂົາຈັບກັນຢູ່ໄທຍບໍ ຊິເປັນຂບວນຟົດຟື້ນໃຫຍ່ໆອີຫຍັງອີຫຼີ ມັນກະບໍ່ທັນວ່າຮອດພຸ້ນ ການຄ້າຂາຍແຖວນີ້ ມັນກໍບໍ່ໄດ້ວ່າ ເຖິງຂນາດນັ້ນ ແຕ່ວ່າມັນກໍມີເນາະ ແຕ່ປະຕິເສດບໍ່ໄດ້ ກໍມີຢູ່ ມັນຊິບໍ່ເປັນຂບວນໝົດບ້ານໝົດເມືອງອີຫຼີ ມັດກໍບໍ່ແມ່ນເນາະ.”

ສໍາລັບຢາບ້າ ຈໍານວນ 4 ແສນເມັດ ທີ່ເຈົ້າໜ້າຕໍາຣວດໄທຍ ຍຶດໄດ້ນັ້ນ ຈໍານວນນຶ່ງ ຈະຖືກສົ່ງໄປກະຊວງສາທາຣະນະສຸຂຂອງໄທຍ ເພື່ອວາງແຜນວິຈັຍໃຊ້ເປັນຢາປິ່ນປົວພຍາດໃນທາງການແພດຕໍ່ໄປ ແລະຈໍານວນນຶ່ງ ຈະຖືກສົ່ງໄປພາກສ່ວນທີ່ກ່ຽວຂ້ອງ ເພື່ອພິຈາຣະນການທໍາລາຍເປັນລໍາດັບຕໍ່ໄປ, ອີງຕາມຂໍ້ມູນຂອງຫ້ອງການ ໜ່ວຍເຮືອຮັກສາຄວາມສງົບຮຽບຮ້ອຍຕາມລໍາແມ່ນໍ້າຂອງ ແຂວງອຸບົນຣາຊທານີ.

ນອກຈາກນີ້ ນັບແຕ່ເດືອນສິງຫາ ປີ 2021 ເປັນຕົ້ນມາ ປະເທດລາວ ໄດ້ມີການເຣີ່ມຈັດຕັ້ງປະຕິບັດ ທໍາລາຍແຫຼ່ງການຜລິດ ເຄືອຂ່າຍຂົນສົ່ງ ແລະຈໍາໜ່າຍຢາເສບຕິດ ພາຍຫຼັງທີ່ທ່ານ ພັນຄໍາ ວິພາວັນ ນາຍົກຣັຖມົນຕຣີ ປະກາດໃຫ້ເອົາບັນຫາການແກ້ໄຂຢາເສບຕິດ ເປັນວາຣະແຫ່ງຊາດ ເຊິ່ງພຽງ 3 ເດືອນ ຄືແຕ່ເດືອນ ສິງຫາ ຫາເດືອນພຶສຈິກາ ທາງການລາວກໍຍຶດຢາເສບຕິດ ໄດ້ທັງໝົດ 10 ປາຍຕັນ ແລະມ້າງຄະດີໄດ້ 1,106 ເຣື່ອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Seng chan university of vientian
Dec 22, 2021 09:01 PM

Laos is became a country of drug production in south east Asia. Laos is very good for drug production because Laos is a central country bordering with Vietnam, Cambodia, Thailand, burma and china. Millions of drugs pills are product in Laos and some of Lao governments are parts of DRUG made that lao tracfiicking is easy to go :

lao student in Vientiane, Laos
Dec 23, 2021 08:57 PM

Dear RFA Team, Please release our comment here. We need the people of national wide to share our comments.

LAO STUDENT IN VIENTIANE
Dec 31, 2021 05:24 PM

Dear RFA TEAMS. : WHY OUR COMMENTS DID NOT APPEARED IN THIS PAGE; WE LOVE TO WRITE ON TIS PAGE PLEASE