ຕົວະວ່າສາມາດພາໄປເຮັດວຽກ ຢູ່ອອສເຕຣເລັຽໄດ້

ສິດນີ້
2021.12.23
ຕົວະວ່າສາມາດພາໄປເຮັດວຽກ ຢູ່ອອສເຕຣເລັຽໄດ້ ຕົວະວ່າສາມາດພາໄປເຮັດວຽກ ຢູ່ອອສເຕຣເລັຽໄດ້
RFA

ມີກຸ່ມນັກຕົ້ມຕຸນ ຈຳນວນນຶ່ງ ພຍາຍາມຕິດຕໍ່ຫາຄົນງານລາວໄປເຮັດວຽກຢູ່ປະເທດອອສເຕຣເລັຽ ໂດຍຕົວະວ່າ ພວກເຂົາເຈົ້າ ສາມາດແລ່ນໜັງສືເພື່ອເດີນທາງໄປເຮັດວຽກຢູ່ອອສເຕຣເລັຽໄດ້ ແຕ່ຕ້ອງໄດ້ຈ່າຍເງິນຄ່າດຳເນີນເອກສານໃຫ້ເຂົາເຈົ້າກ່ອນຈຳນນວນນຶ່ງ. ດັ່ງ ຜູ້ທີ່ເກືອບຖືກຕົ້ມ ນາງນຶ່ງກ່າວຕໍ່ເອເຊັຽເສຣີໃນວັນທີ 23 ທັນນວ່າ ປີ 2021 ນີ້່ວ່າ:

ຊີ່ໃຫ້ແລ່ນໃຫ້ໄປຕ່າງປະເທດ ນີ້ກໍມີ ແນວນີ້ເຮົາສາມາດເອົາຄົນຫັ້ນຂ້າມປະເທດໄດ້ ໄປຕ່າງປະເທດນີ້ພຽງແຕ່ໃຫ້ຂ້ອຍຖ່າຍຮູບປາສປອດ ສຳມະໂນຄົວ ບັດປະຈຳຕົວ ເບີໂທລະສັບ ແຕ່ວ່າຂໍ້ມູນອັນໃດທີ່ສຳຄັນຂອງເຮົາຫັ້ນນ່າ ມັນບອກໃຫ້ເຮົາສົ່ງໄປໝົດ ຂ້ອຍກໍບໍ່ສົ່ງ ຂ້ອຍມີສົ່ງຖາມເພີ່ນວ່າ ຄັນໄປຕ່າງປະເທດໃຊ້ເວລາຈັກມື້ ເພີ່ນວ່າສອງມື້ນີ້ຮູ້ຜົລໂລດວ່າໄດ້ ວ່າຊັ້ນ.

ນາງກ່າວຕື່ມວ່າ ແບບວິທີການຕົວະຕົ້ມຂອງພວກເຂົາເຈົ້າກໍແມ່ນວ່າ 1-ພວກເຂົາຕົວະວ່າ ເປັນບໍຣິສັດຫາງານໃນອອສເຕຣເລັຽ 2-ໃນຈຳນວນຄ່ານາຍໜ້າ 100% ໃນນັ້ນ 30% ແມ່ນຄ້າແລ່ນເອກສານ ສ່ວນອີກ 70% ແມ່ນຄ່າອື່ນໆ ຕ້ອງຈ່າຍໃຫ້ກ່ອນ ກ່ອນຈະແລ່ນໜັງສືໄດ້ ແລະ 3-ຖ້າຜ່ານການສຳພາດແລະໄດ້ເດີນທາງໄປອອສເຕຣເລັຽ ທາງບໍຣິສັດຈະຈ່າຍຄ່າອອກວິຊາໃຫ້ແລະເມື່ອໄປຮອດ ອອສເຕຣເລັຽ ທາງນາຍຫນ້າ ຈະຫາວຽກລາຍວັນໃຫ້ເຮັດ ແຕ່ຈະມີວຽກຫລືບໍ່ນັ້ນ ກໍຂື້ນກັບນາຍໜ້າ,  ອີງຕາມຄຳເວົ້າ ຂອງຜູ້ ທີ່ຖືກຕົວະຕົ້້ມທ່ານນື່ງຂຽນລົງໃນສື່ສັງຄົມອອນລາຍໃນວັນທີ  22 ທັນວາ ຜ່ານມາ.

ໃນຂນະດຽວກັນກໍມີຄົນງານລາວອີກຈຳນວນນື່ງ ຕ້ອງການເດີນທາງໄປເຮັດວຽກຢູ່ອອສເຕຣເລັຽ ແບບບໍ່ຖືກຕ້ອງກົດໝາຍ ດ້ວຍການຈ້າງນາຍໜ້າຜູ້ຈັດຫາງານ ເຮັດວິຊາແບບຊົ່ວຄາວໃຫ້ ທີ່ມີໄລຍະເວລາ 3 ຫາ 6 ເດືອນ ເພື່ອໃຊ້ເປັນເອກສານຜ່່ານແດນເຂົ້່າໄປເຮັດວຽກໃນອອສເຕເຣັຍ. ດັ່ງພນັກງານ ບໍຣິສັດຈັດຫາງານ ຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ທ່ານນື່ງເວົ້າວ່າ:

ໄປທ່ອງທ່ຽວມັນຈະມີຄວາມແຕກຕ່າງ ເນື່ອງຈາກວ່າ ບໍ່ຖືກຕ້ອງຕາມກົດໝາຍເນາະ ແຕ່ພວກທີ່ໄປໃນນາມທ່ອງທ່ຽວນີ້ໝາຍເຖີງ ເຂົາເຮັດວິຊາທ່ອງທ່ຽວໄປເນາະ ແລ້ວກໍສວຍໂອກາດໄປເຮັດວຽກເນາະ ຮູ້ຈັກກັບຄົນແຖວນັ້ນແລ້ວກໍເຮັດວຽກເລີຍນ່າ ທີ່ຜິດກົດໝາຍຫັ້ນນ່າ ນາຍໜ້າທີ່ວ່າພາໄປນີ້ ກໍຊີ່ຢູ່ຣະດັບ 2 ຫາ 3 ພັນໂດລາ (ສຫະຣັດ) ຕໍ່ຄົນ.

ເຖີງແມ່ນວ່າ ຈະມີບໍຣິສັດ ຈັດຫາງານຈຳນວນນື່ງ ໂຄສະນາຜ່ານ ສື່ສັງຄົມອອນລາຍ ກ່ຽວກັບການແນະນຳໃຫ້ໄປເຮັດວຽກຢູ່ປະເທດອອສເຕຣເລັຽ ຜ່ານໂຄງການອອກວິຊາກະສີກັມ ແຕ່ໃນສພາບໂຕຈິງແລ້ວ ທາງການລາວແລະທາງການອອສເຕຣເລັຽ ຍັງບໍ່ທັນມີການຊັນບົດບັນທຶກຄວາມເຂົ້າໃຈຫລື MOU ຣະຫວ່າງກັນເທື່ອ. ດັງເຈົ້າໜ້າທີ່ແຮງງານແລະສວັດດີການສັງຄົມ ນາງນື່ງກ່າວຕໍ່ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ເບື້ອງຕົ້ນຫັ້ນແມ່ນທາງເຮົາບໍ່ເຄີຍສົ່ງແຮງງານໄປອອສເຕຣເລັຽເນາະ ໄປຖືກກົດໝາຍແທ້ໆ ກໍມີແຕ່ເກົາຫລີ ຍີ່ປຸ່ນແລ້ວກໍໄທຍເນາະ ແມ່ນໆ MOU ມັນມີ 3 ປະເທດແມ່ນແລ້ວ.

ໃນມື້ວັນທີ 3 ທັນວາ ຜ່ານມາ ຍານາງ ໃບຄຳ ຂັດຕິຍະ ຣັຖມົນຕຣີກະຊວງແຮງງານແລະສວັດດີການສັງຄົມ ໄດ້ພົບປະກັບທ່ານ ໂພສ ແຄລີ ເອກອັຄຣາຊທູດ ອອສເຕຣເລັຽປະຈຳລາວ ທັງສອງຝ່າຍໄດ້ໂອ້ລົມກັນກ່ຽວກັບການສົ່ງແຮງງານລາວໄປເຮັດວຽກທາງດ້ານການກະເສດຢູ່ ປະເທດອອສເຕຣເລັຽ ຊຶ່ງປະເທດອອສເຕຣເລັຽ ຕອ້ງການນຳເຂົ້າແຮງງານລາວ ແລະຄາດວ່າຈະຂຍາຍໄປໃນຂແນງອື່ນໆ ໃນອານາຄົດ ເປັນຕົ້ນ ການປະມົງ ປ່າໄມ້ແລະການປຸງແຕ່ງຊີ້ນ ແຕ່ທາງການອອສເຕັຽ ຈະນຳເຂົ້າແຮງງານລາວນັ້ນແມ່ນໃນປີ 2022.

ໃນຂນະດຽວກັນ ກໍມີບໍຣິສັດຈັດຫາງານບາງຫົວໜ່ວຍຕົວະຄົນງານລາວ ຜູ້ທີ່ຢາກໄປເຮັດວຽກຢູ່ອອສເຕຣເລັຽໃນຂແນງດັ່ງກ່າວ ຮ່ວມທັງ ການປະມົງ ເປັນແບບດຽວກັບຄົນງານລາວໄປເຮັດວຽກການປະມົງໃນມາເລເຊັຽ ຊຶ່ງການເດີນທາງແບບບໍ່ຖືກຕາມກົດໝາຍນັ້ນເຮັດໃຫ້ມີຄວາມສ່ຽງຕໍ່ການຖືກຂູດຮີດແລະຕົກເປັນເຫຍື່ອຂອງການຄ້າມະນຸດໄດ້ ດັ່ງພນັງການບໍຣິສັດຈັດຫາວຽກອີກທ່ານນື່ງເວົ້າວ່າ:

ມາເລເຊັຽນີ້ ກໍມີຊ່ວງນື່ງ ທີ່ມີຄົນລາວຖືກຕົວະໄປເຮັດວຽກຢູ່ຫັ້ນແຫລະ ແຕ່ດຽວນີ້ ທາງກະຊວງແຮງງານລາວເພີ່ນໂຈະແລ້ວ ບໍ່ໃຫສົ່ງໄປມາເລເພາະວ່າມັນມີບໍຣິສັດໂຕນື່ງນະ ເອບີຊີ ນະ ເຄີຍສົ່ງໄປນະ.

ຄົນງານລາວ ຜູ້ທີ່ສົນໃຈຢາກໃຫ້ເຮັດວຽກຢູ່ຕ່າງປະເທດ ນາງນື່ງກ່າວວ່າ ຄົນງານລາວ ສ່ວນຫລາຍທີ່ຖືກຕົວະ ຍ້ອນພວກເຂົາເຈົ້າບໍ່ໄດ້ຮັບຮູ້ຂໍ້ມູນກ່ຽວກັບການໄປເຮັດວຽກຢູ່ຕ່າງປະເທດແບບຖືກຕ້ອງຕາມກົດໝາຍ ເນື່ອງຈາກບໍ່ມິການແຈ້ງເຕືອນກ່ຽວກັບການຕົວະຕົ້ມແນວໃດຈາກທາງການ ມີພຽງແຕ່ຮູ້ຈາກຄົນງານລາວ ແຈ້ງເຕືອນກັນເອງ ຜ່ານສື່ສັງຄົມອອນລາຍເທົ່ານັ້ນ.

ສ່ວນຫລາຍຜູ້ທີ່ຖືກຕົວະນີ້ ຈະຢູ່ເຂດນອກໆເນາະ ແຕ່ວ່າຢູ່ໃນເມືອງເຮົານີ້ ກໍບໍ່ມີຜູ້ໃດຫລົງເຊື່ອຫັ້ນນ່າ ເຂົາເຈົ້າຢູ່ເຂດນອກທີ່ວ່າ ພວກທີ່ວ່າແບບຫ່າງໄກສອກຫລີກ ທີ່ວ່າບໍ່ໄດ້ຮັບການສື່ສານອີ່ຫຍັງທາງອອນລາຍ.

ເຈົ້າໜ້າທີ່ເຮັດວຽກດ້ານແຮງງານຍ້າຍຖີ່ນຫລື MIGRANT WORKERS ທ່ານນື່ງກ່າວວ່າ ຖ້າຫາກພົບເຫັນມີຄົນງານລາວຖືກຕົວະ ໃຫ້ເດີິນທາງໄປເຮັດວຽກຢູ່ຕ່າງປະເທດ ແບບບໍ່ຖືກຕ້ອງຕາມກົດໝາຍ ຫລືຕົກຢູ່ໃນພາວະຄວາມສ່ຽງຕໍ່ການຄ້າມະນຸດ ແລະການຂູດຮີດແຮງງານ ທາງໜ່ວຍງານກ່ຽວຂ້ອງກໍຈະເລັ່ງໃຫ້ຄວາມຊ່ອຍເຫລືອແລະດຳເນີນການຕາມກົດໝາຍຕໍ່ກຸ່ມນັກຕຸົ້ມຕຸ່ນດັ່ງກ່າວ.

ຕົວະໄປເຮັດງານໄປແລ້ວບໍ່ໄດ້ເຮັດ ຖ້າຫາກວ່າມີການລາຍງານມາ ທາງການຈັດຕັ້ງ ຂອງເຮົານີ້ ຊີ່ໄດ້ຄົ້ນຄົ້ວ ພິຈາຣະນາແລ້ວກໍຊອກເບີ່ງວ່າລາວຕົກຢູ່ໃສ ແລ້ວເຮົາຊີ່ຊອກຫານາຍໜ້າຫັ້ນນ່າ ຄັນເຮົາຊອກໄດ້ແລ້ວ ເຮົາຊີ່ເອົາຜູ້ກ່ຽວຫັ້ນ ມາປຶກສາຫາລືກັນວ່າມັນແມ່ນແທ້ບໍ ຖ້າເພີ່ນແມ່ນແທ້ ເຮັດວຽກຜິດຣະບຽບ ເຮົາກະຊີ່ໄດ້ປັບໄຫມຫັ້ນນ່າ.

ກ່ຽວກັບແນວທາງ ການຄຸ້ມຄອງແຮງງານລາວ ທີ່ເດີນທາງໄປເຮັດວຽກຢູ່ຕ່າງປະເທດ ທາງການລາວໄດ້ໃຫ້ສັດຕະຍາບັນຕໍ່ສົນທິສັນຍາ ຂອງອົງການແຮງງານສາກົລ ຈຳນວນ 9 ສບັບ ຮ່ວມດ້່ວຍການປັບປຸງກົດໝາຍແຮງງານ ໂດຍມີການຣະບຸຢ່າງຊັດເຈນກ່ຽວກັບການຈັດຫາງານ, ການເຄື່ອນຍ້າຍແຮງງານ ການຕັ້ງກອງທຶນສຳລັບແຮງງານເຄື່ອນທີ່, ແລະປັບປຸງດຳຣັດວ່າດ້ວຍການສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ຮ່ວມເຖີງການລົງນາມບັນທຶກຄວາມເຂົ້າໃຈຣະຫວ່າງຣັຖບານລາວກັບຣັຖບານໄທຍ ເກົາຫລີໃຕ້ ຍີ່ປຸ່ນ ກ່ຽວກັບການຄຸ້ມຄອງແຮງງານ, ການພັທນາຝີມືແຮງງານແລະການປະກັນສັງຄົມ.

ກ່ຽວກັບສພາບການແຮງງານ ຍ້າຍທີ່ໃນລາວ ມີທັງການເຄື່ອນຍ້າຍແຮງງານ ແຕ່ເຂດຊົນນະບົດເຂົ້່າໄປໃນໂຕເມືອງ ແລະການໄປເຮັດວຽກຢູ່ຕ່າງປະເທດ ຊຶ່ງມີທັງຮູບແບບຖືກຕ້ອງ ຕາມກົດໝາຍ ແລະຜິດກົດໝາຍ ສຳລັບຄົນງານລາວທີ່ເດີນທາງໄປເຮັດວຽກ ແບບຖືກຕ້ອງຕາມກົດໝາຍ ໂດຍຜ່ານການອະນຸຍາດຈາກກະຊວງແຮງງານ ແລະສວັສດີການສັງຄົມນັ້ນ ມີໃນ 3 ປະເທດ ເປັນປະເທດໄທຍ, ເກົາຫລີໃຕ້ ແລະຍີ່ປຸ່ນໃນຈຳນວນ 214,000 ຄົນ ສ່ວນແຮງງານລາວທີ່ໄປເຮັດວຽກ ແບບຜິດກັດໝາຍນັ້ນ  ສ່ວນຫລາຍແມ່ນລັກລອບໄປ ເຮັດວຽກຢູ່ປະເທດເພື່ອນບ້ານ, ອີງຕາມການລາຍງານຂອງຍານາງ ອານຸສອນ  ຄຳສິງສວັດ ຫົວໜ້າກົມພັທນາຝີມີແຮງງານ ແລະຈັດຫາງານ ກ່າວໃນວັນເຄື່ອນຍ້າຍ ແຮງງານສາກົລປະຈຳປີ 2020 ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.