ເກີດເຫດ ຈ້າງຄົນຊື້ ປີ້ຣົຖໄຟ ຫວັງຂາຍກິນກຳໄລ
2021.12.30
ມີກຸ່ມນາຍໜ້າ ຈຳນວນນຶ່ງ ຢູ່ນະຄອນຫຼວງພຣະບາງ ຈ້າງປະຊາຊົນໄປລຽນແຖວຊື້ປີ້ ຣົຖໄຟລາວ-ຈີນຢູ່ສຖານີ ຫຼວງພຣະບາງ ຕັ້ງແຕ່ ເວລາ 4 ໂມງເຊົ້າ ແລ້ວນຳປີ້ດັ່ງກ່າວໄປຂາຍຕໍ່ດ້ວຍລາຄາສູງ ເຮັດໃຫ້ຜູ້ໂດຍສານທີ່ຕ້ອງ ການຊື້ປີ້ ໄດ້ຮັບຄວາມເດືອດຮ້ອນຍ້ອນປີ້ໝົດ ຢາກໃຫ້ເຈົ້າໜ້າທີ່ກ່ຽວຂ້ອງປາບປາມກຸ່ມດັ່ງກ່າວ. ດັ່ງຜູ້ໂດຍສານທີ່ໄດ້ຮັບຄວາມເດືອດຮອ້ນ ຜູ້ນຶ່ງກ່າວຕໍ່ເອເຊັຽເສຣີ ໃນວັນທີ 30 ທັນວານີ້ວ່າ:
“ມີຄົນພວກທີ່ວ່າ ເອເຈນຊີ່ນ່າ ຫຼືວ່າພວກນາຍໜ້າ ເຂົາເຈົ້າໄປຮັບເໝົາກັກປີ້ໃວ້ ໂຕຢ່າງວ່າປີ້ແຕ່ວຽງຈັນໄປຫຼວງພຣະບາງ 198,000 ກີບປີ້ໝົດແລ້ວ ແຕ່ວ່າມີຄົນຕ້ອງການເຂົາເຈົ້າໄປໂກງລາຄາຂຶ້ນ 270,000 ກີບຫຼືປະມານ 3 ແສນກີບ ປະມານນີ້ນ່າ ມີຄົນຈົ່ມຫຼາຍ”
ທ່ານກ່າວຕື່ມວ່າ ເຫດການດັ່ງກ່າວເຮັດໃຫ້ຜູ້ໂດຍສານ ຕ້ອງການຊື້ປີ້ຣົຖໄຟ ໄປນະຄອນຫຼວງວຽງຈັນລຳບາກ ແລະຕົກຄ້າງຢູ່ຫຼວງພຣະບາງເປັນຈຳນວນຫຼາຍ ບາງຄົນກໍໄດ້ປ່ຽນເສັ້ນທາງ ໃນການເດີນທາງດັ່ງ ດ້ວຍຣົຖຕູ້, ຣົຖໂດຍສານ ຫຼືເຮືອບິນ ຜູ້ປະກອບການທ່ອງທ່ຽວ ແຂວງຫຼວງພຣະບາງ ທ່ານນຶ່ງເວົ້າວ່າ ພວກກຸ່ມນາຍໜ້າຊື້ປີ້ຣົຖໄຟ ມາຂາຍຕໍ່ນັ້ນໄດ້ກຳໄຣ ຢ່າງຫຼວງຫຼາຍໃນແຕ່ລະມື້ຍອ້ນວ່າ ຂະເຈົ້າຂາຍຂຶ້ນລາຄາຫຼາຍເທົ່າສູງເຖິງ 3 ແສນຕໍ່ຖ້ຽວຕໍ່ປີ້ ແຕ່ກໍມີລູກຄ້າຈຳນວນນຶ່ງ ຈຳເປັນຕ້ອງຊື້ຍ້ອນບໍ່ຢາກໄປລຽນແຖວຕໍ່ຄິວ ແຕ່ເຊົ້າ ດ່ັງທ່ານເວົ້າວ່າ:
“ສ່ວນຫຼາຍແມ່ນເຂົາມາຂາຍກິນເປີເຊັນ ມັນຢາກແພງສົມມຸດວ່າ 198,000 ກີບມາຂາຍ 270,000 ຫາ 3 ແສນກີບ ຄືມື້ວານນີ້ຂ້ອຍກໍໄປຊື້ໃຫ້ລູກຄ້າຫັ້ນນ່າ ເພາະວ່າບໍ່ຢາກໄປລຽນແຖວຊື້ ມັນໝົດມື້ນ່າ ໄປຖ້າຊື້ປີ້ຢູ່ຫັ້ນນ່າ”
ຊາວລາວ ທ່ານນຶ່ງໃຫ້ຄວາມເຫັນວ່າ ສາເຫດທີ່ນາຍໜ້າສວຍໂອກາດຊື້ປີ້ມາຂາຍ ໃນລາຄາແພງ ກໍຍ້ອນວ່າ ໃນປັດຈຸບັນ ຍັງບໍ່ມີຣະບົບຂາຍປີ ອອນລາຍນ໌ເທື່ອ ຖ້າມີການເປີດຂາຍອອນລາຍນ໌ ແລະຊຳຣະເງີນຜ່ານຣະບົບ ອິນເຕີແນດໄດ້ ບັນຫາດັ່ງກ່າວກໍຈະໝົດໄປ ດັ່ງທ່ານເວົ້າວ່າ:
“ສຖານີຣົຖໄຟເພີ່ນບໍ່ເປີດແບບນັ້ນເທື່ອ ເພີ່ນຍັງເຮັດ offline ເພີ່ນຍັງໃຫ້ໄປຢືນຖ້າ ມັນກະຕ້ອງມີຣະບົບພັທນາ ໄປເລື້ອຍໆ ແຕ່ວ່າຕອນນີ້ ເພີ່ນກະນ່າຈະເຫັນ ຂໍ້ຜິດພາດທາງດ້ານບ່ອນໂຕນີ້ແຫລະ.”
ຜູ້ຂາຍປີ້ຣົຖໄຟລາວ-ຈີນ ຢູ່ນະຄອນຫຼວງພຣະບາງນາງ ນຶ່ງຜູ້ບໍ່ປະສົງອອກຊື່ແລະສຽງກ່າວວ່າ:
“ມັນກໍມີແທ້ນາຍໜ້າຫຼາຍຄົນ ຈ້າງຊາວບ້ານໄປລຽນແຖວຊື້ປີ້ຣົຖໄຟແລ້ວ ນຳປີ້ມາຂາຍຕໍ່ໃນລາຄາແພງກວ່າປົກກະຕິ ເພື່ອຫາຜົລກຳໄຣຍ້ອນບໍ່ເຫັນພາກສ່ວນໃດ ຣະບຸຄັກແນ່ເທື່ອວ່າ ຈະດຳເນີນຄະດີກັບຜູ້່ເຮັດແບບນີ້ຢ່າງໃດ ແລະການຊື້ຂາຍປີ້ລະຫວ່າງນາຍໜ້າກັບຜູ້ໂດຍສານນັ້ນ ກໍເປັນໄປດ້ວຍຄວາມພໍໃຈທັງສອງຝ່າຍ ເນື່ອງຈາກຜູ້ໂດຍສານບາງຄົນ ກໍບໍ່ຢາກໄປລຽນແຖວລໍຖ້າຊື້ປີ້ຣົຖໄຟ ເປັນເວລາຫຼາຍຊົ່ວໂມງ.”
ກ່ຽວກັບເຣື່ອງນີ້ ຜແນກໂຍທິການ ແລະຂົນສົ່ງແຂວງຫຼວງພຣະບາງ ໄດ້ຮັບຮູ້ສພາບດັ່ງກ່າວແລ້ວ ແຕ່ຍັງບໍ່ທັນມີການແກ້ໄຂເທື່ອ ຍອ້ນພາກສ່ວນຮັບ ຜິດຊອບ ແລະແກ້ໄຂໂດຍກົງນັ້ນ ແມ່ນຫ້ອງການຄວບຄຸມ ຣົຖໄຟລາວ-ຈີນ ດັ່ງເຈົ້າໜ້າທີ່ໂຍທາງທິການແລະຂົນສົ່ງ ແຂວງຫຼວງພຣະບາງ ທ່່ານນຶ່ງເວົ້າວ່າ:
“ໄທເຮົາແມ່ນຄຸ້ມຄອງຂົນສົ່ງທາງບົກເນາະ ສ່ວນທາງຣົຖໄຟຫັ້ນເຮົາບໍ່ຮູ້ເນາະ ຂໍໃຫ້ໂທໄປຫາພາກສ່ວນກ່ຽວຂ້ອງເລີຍເນາະ.”
ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຫາຫ້ອງການ ຄຸ້ມຄອງຣົຖໄຟລາວ-ຈີນ ເພື່ອລາຍລະອຽດເພີ່ມຕື່ມ ແຕ່ບໍ່ມິເຈົ້າໜ້າທີ່ຄົນໃດ ສດວກທີ່ຈະໃຫ້ສັມພາດ. ເຖິງຢ່າງໃດກໍຕາມ ໃນວັນ 21 ທັນວາ ຜ່ານມາ ສຖານີຣົຖໄຟລາວ-ຈີນ ຫຼວງພຣະບາງໄດ້ອອກແຈ້ງການ ໃຫ້ຜູ້ໂດຍສານຜູ້ປະສົງຈະເດີນທາງຂຶ້ນຣົຖໄຟ ໃຫ້້ຊື້ປີ້ ຕາມສຖານີຕ່າງໆ ທີ່ທາງການກຳນົດໃຫ້ ບໍ່ໃຫ້ຊື້ຈາກຜູ້ສວຍໂອກາດ ແລະຂຶ້ນລາຄາ ພອ້ມທັງໃຫ້ລະມັດລະວັງ ກຸ່ມມິດສາຊີບ ທີ່ອ້າງວ່າຮູ້ຈັກກັບພນັກງານຂາຍປີ້ຣົຖໄຟ ເພື່ອຊື້ປີ້ໃຫ້ຜູ້ໂດຍສານ.
ຫຼ້າສຸດ ບໍຣິສັດຣົຖໄຟລາວ-ຈີນ ກໍອອກແຈ້ງການເພີ່ມຈຳນວນຖ້ຽວຣົຖໄຟລາວ-ຈີນ ເປັນ 3 ຖ້ຽວຕໍ່ມື້ລະຫວ່າງ ວັນທີ 30 ທັນວາ ປີ 2021 ຫາວັນທີ 3 ມົກຣາປີ 2022 ເພື່ອຮອງຮັບນັກທ່ອງທ່ຽວ ພາຍໃນປະເທດ ໃນເທສການປີໃໝ່ສາກົລ.
ປັດຈຸບັນ ເສັ້ນທາງຣົຖໄຟລາວ-ຈີນ ເປີດໃຊ້ແລ້ວ 6 ສຖານີ ພາຍໃນປະເທດໄດ້ແກ່ ສຖານີນະຄອນຫຼວງວຽງຈັນ, ສຖານີໂພນໂຮງ, ວັງວຽງ, ຫຼວງພຣະບາງ, ສຖານີເມືອງໄຊ ແລະບໍເຕັນ.