ປະຊາຊົນ ໄດ້ປໂຍດຫຍັງແດ່ ຈາກໂຄງການ ທາງຣົຖໄຟ ລາວ-ຈີນ
2022.04.06

ໂຄງການຣົົຖໄຟ ລາວ-ຈີນ ໄດ້ເປີດໃຫ້ບໍຣິການ ຢ່າງເປັນທາງການກັນແລ້ວ ເມື່ອທ້າຍປີທີ່ຜ່ານມາ. ແຕ່ການຈ່າຍຄ່າຊົດເຊີຍຜູ້ທີ່ໄດ້ຮັບຜົລກະທົບ ໄລຍະຜ່ານແຂວງອຸດົມໄຊ ທີ່ນອນຢູ່ໃນເມືອງນາໝໍ້, ເມືອງໄຊ ແລະ ເມືອງງານັ້ນ ຍັງບໍ່ທັນສຳເຣັດ. ຜ່ານມາທາງຄະນະໄກ່ເກັ່ຍ ຂອງແຂວງອຸດົມໄຊ ກໍ່ຄືສະພາປະຊາຊົນແຂວງ ກໍ່ຍອມຮັບວ່າມີຫລາຍບັນຫາ ທີ່ໄກ່ເກັ່ຽກັບຜູ້ໄດ້ຮັບຜົລກະທົບ ໂດຍສະເພາະແມ່ນມູນຄ່າການຈ່າຍຄ່າຊົດເຊີຍ. ຄະນະຕ້ອງໃຊ້ເວລາສຳຣວດ ຢ່າງເອົາຈີງ ເອົາຈັງເຖິງ 3 ປີຈຶ່ງສະສຣຸບຜົລເສັຽຫາຍອອກມາໄດ້ ຊຶ່ງຕົກເປັນມູນຄ່າທີ່ຕ້ອງຈ່າຍ ຄ່າຊົດເຊີຍທັງໝົດ 253 ຕື້ປາຍກີບ.
ເຈົ້າໜ້າທີ່ ທີ່ຢູ່ໃນຄະນະໄກ່ເກັ່ຽຄ່າຊົດເຊີຍ ທາງຣົຖໄຟລາວ-ຈີນ ທີ່ມີໜ້າທີ່ຮັບຜິດຊອບ ປະສານງານທີ່ບໍ່ປະສົງອອກຊື່ ແລະສຽງໄດ້ໃຫ້ຄຳເຫັນຕໍ່ກັບການຈ່າຍຄ່າຊົດເຊີຍ ຂອງແຂວງອຸດົມໄຊຕໍ່ RFA ເມື່ອວັນທີ 4 ເມສາ ຜ່ານມາວ່າ. ການຈ່າຍຄ່າຊົດເຊີຍກໍມີຫລາຍຮູບແບບ ທັງເປັນເງິນສົດ, ບ້ານຈັດສັນ ແລະ ທີ່ດິນທຳການຜລິດຊຶ່ງໜ້າວຽກຫລັກຕອນນີ້ກໍ ຕຣຽມມອບບ້ານຈັດສັນທີ່ສ້າງຢູ່ບ້ານນາໝໍ້ໃຕ້ ເມືອງນາໝໍ້ 60 ຫລັງຄາເຮືອນ ແລະ ບ້ານນາໂຄກ ເມືອງງາ ຈຳນວນ 23 ຫລັງຄາເຮືອນ ໃຫ້ກັບຜູ້ທີ່ໄດ້ຮັບຜົລກະທົບເຂົ້າໄປຢູ່.
“ສ່ວນວ່າການກໍ່ສ້າງອາຄານເຮືອນ, ອາຄານໂຮງຮຽນສຸຂສາລາຕ່າງໆ ຖືວ່າສຳເຣັດ 100% ພວກເຮົາຄ້າງຄາ ມີແຕ່ທາງເຂົ້າມານີ້ ສະນັ້ນການກໍ່ສ້າງນີ້ ໃນໄລຍະຜ່ານມາກໍພົບກັບຄວາມຫຍຸ້ງຍາກ. ເຖິງຢ່າງໃດກໍຕາມ ຫ້ອງການປະສານງານ ຂອງພວກເຮົານີ້ໄດ້ຕິດຕາມ ຊຸກຍູ້ຈົນເຮັດໃຫ້ວຽກງານນີ້ ຈົນມາເຖິງປັດຈຸບັນນີ້ສຳເຣັດ.”
ການກໍ່ສ້າງບ້ານຈັດສັນດັ່ງກ່າວ ແມ່ນໂຄງການທີ່ຣັຖບານຈີນ ໄດ້ໃຫ້ການຊ່ອຍເຫລືອລ້າມູນຄ່າ 200 ລ້ານປາຍຢວນ ຫລື ປະມານ 31 ລ້ານປາຍໂດລາຣ໌ສະຫະຣັຖ. ໃນທຶນຊ່ອຍເຫລືອລ້າດັ່ງກ່າວນີ້ ໄດ້ຈັດແບ່ງກໍ່ສ້າງບ້ານຈັດສັນຢູ່ ແຂວງຫລວງນໍ້າທາ, ແຂວງອຸດົມໄຊ ແລະ ແຂວງຫລວງພຣະບາງ. ໂດຍມີ 3 ບໍຣິສັດຈາກຈີນ ມາຮັບເໝົາສັມປະທານກໍ່ສ້າງ ແຕ່ຕົ້ນປີ 2021 ເປັນຕົ້ນມາ.
ສ່ວນປະຊາຊົນທີ່ໄດ້ຮັບຜົລກະທົບ ຈາກໂຄງການນີ້ ກໍໄດ້ພະຍາຍາມປະນີປະນອມ ຍອມຕາມການສເນີຂອງທາງໜ່ວຍງານໄກ່ເກັ່ຽ ເຖິງວ່າຈະບໍ່ໄດ້ລາຄາສົມເຫດສົມຜົລ ແຕ່ກໍຕ້ອງຍອມຮັບຕາມກົດໝາຍ ການຊົດເຊີຍ ຫລື ການເວນຄືນຂອງທາງການ ໄດ້ວາງອອກມາ.
ດັ່ງນາຍບ້ານ ທ່ານນຶ່ງທີ່ຢູ່ໃນບ້ານ ທີ່ໄດ້ຮັບຜົລກະທົບບໍ່ຂໍອອກຊື່ ແລະສຽງໄດ້ກ່າວວ່າ:
“ໃນໄລຍະຜ່ານມາ ປະຊາຊົນກາມີຄວາມຂັດຂ້ອງໝອງໃຈຫັ້ນລະ ເພາະວ່ານາກາບໍ່ໄດ້ເຮັດນາ ຖືກຜົລກະທົບ ລໍຖ້າຂັ້ນເທີງພິຈາຣະນາ ຕາມຂັ້ນຕອນສຳຣະໃຫ້ພວກເຮົາ ຈຳນວນທີ່ຖືກຜົລກະທົບ ຊຶ່ງມາຮອດມື້ນີ້ ທາງຂັ້ນເທີງກໍໄດ້ສນອງ ຕາມຄວາມຕ້ອງການຂອງປະຊາຊົນ.”
ສ່ວນປະຊາຊົນ ທີ່ຍັງບໍ່ໄດ້ຮັບຄ່າຊົດເຊີຍ ກໍ່ກ່າວວ່າ ກໍມີຄວາມເດືອດຮ້ອນຫລາຍ ບໍ່ວ່າຈະເປັນບ່ອນຢູ່ອາສັຍ ແລະ ບ່ອນທຳມາຫາກິນ ຊຶ່ງທ່ານກໍໄດ້ຂໍໃຫ້ຄະນະໄກ່ເກັ່ຽ ຈ່າຍເງີນຄ່າຊົດເຊີຍ ຍິ່ງໄວເທົ່າໃດຍິ່ງດີ.
“ເປັນການຊົດເຊີຍ ມັນເສັຽຫາຍ 2-3 ປີຜ່ານມານີ້ ຍັງບໍ່ໄດ້ຮັບຄ່າຊົົດເຊີຍ ຢາກເໜັ້ນໜັກໃຫ້ທັງຫ້ອງການ ໃຫ້ທາງເມືອງ ທາງແຂວງ ໃຫ້ເຂົາເອົາໃຈໃສ່ຕື່ມ.”
ຕໍ່ກັບການກໍຣະນີການຈ່າຍຄ່າຊົດເຊີຍ ຜູ້ໄດ້ຮັບຜົລກະທົບທາງຣົຖໄຟ ລາວ-ຈີນ ແຂວງອຸດົມໄຊ ທີ່ແກ່ຍາວມາເຖິງ 5 ປີປາຍນັ້ນ. ທ່ານ ຄຳດີ ວົງລ້ອມ ປະທານສະພາປະຊາຊົນ ແຂວງອຸດົມໄຊ ໄດ້ຊີ້ແຈງເມື່ອວັນທີ 3 ມີນາ 2022 ທີ່ຜ່ານມາວ່າ. ແລວທາງ ແລະສະຖານີຣົຖໄຟ ຂອງໂຄງການກໍ່ສ້າງທາງຣົຖໄຟ ລາວ-ຈີນ ໄລຍະຜ່ານແຂວງອຸດົມໄຊ ຖືກຜົລກະທົບ 3 ເມືອງ 39 ບ້ານກໍ່ຄື ເມືອງນາໝໍ້ 12 ບ້ານ, ເມືອງໄຊ 14 ບ້ານ ແລະ ເມືອງງາ 13 ບ້ານ.
ທ່ານໄດ້ຣະບຸຕື່ມວ່າ ຜ່ານການໄກ່ເກັ່ຽເກັບກຳຂໍ້ມູນ ມາເຖິງປັດຈຸບັນມີຄອບຄົວ ທີ່ໄດ້ຮັບຜົລກະທົບ 1,541 ຄອບຄົວ, ເນື້ອທີີີ່ ທີ່ໄດ້ຮັບຜົລກະທົບທັງໝົດ 439.61 ເຮັກຕ້າຣ໌, ໃນນີ້ເປັນດິນປຸກສ້າງ 13.01 ເຮັກຕ້າຣ໌, ດິນນາ 143 ເຮັກຕ້າຣ໌, ດິນສວນ 268.5 ເຮັກຕ້າຣ໌, ດິນໜອງປາ 14.2 ເຮັກຕ້າຣ໌ ແລະ ຜົລປູກ 157,546 ຕົ້ນ. ສ່ວນເຮືອນປະຊາຊົນຖືກຜົລກະທົບ 107 ຫລັງ, ໂຮງຮຽນປະຖົມ-ມັທຍົມສົມບູນ 1 ຫລັງ, ຫົວງານນໍ້າລີນ 6 ແຫ່ງ, ຄອງເໝືອງຝາຍຈຳນວນ 48 ຊຸດ.
ສຳລັບການຈ່າຍຄ່າຊົດເຊີຍ ແລະເວນຄືນຜົລກະທົບນັ້ນໄດ້ເບີກຈ່າຍ ຄ່າຊົດເຊີຍຜົລກະທົບ ຈຳນວນ 7 ຄັ້ງ ຮວມມູນຄ່າ 183 ຕື້ປາຍກີບເທົ່າກັບ 72.48% ຂອງມູນຄ່າທັງໝົດ 253 ຕື້ປາຍກີບ, ຍັງຄ້າງຈຳນວນ 69 ຕື້ປາຍກີບ.
ຣົຖໄຟທີ່ຜ່ານແຂວງອຸດົມໄຊ ທັງໝົດ 126.6 ກິໂລແມັດ ມີສະຖານີ 9 ຈຸດ ໃນນີ້ເມືອງນາໝໍ້ 2 ຈຸດ ເມືອງໄຊ 3 ຈຸດ ແລະ ເມືອງງາ 4 ຈຸດ ແຕ່ແຜນການເບື້ອງຕົ້ນ ແມ່ນກໍ່ສ້າງພຽງ 3 ຈຸດ ຄື ສະຖານີເມືອງນາໝໍ້, ສະຖານີໂດຍສານ-ສິນຄ້າ ເມືອງໄຊ ແລະ ສະຖານີເມືອງງາ.
ອີງຕາມການຣາຍງານ ຂອງສື່ມວນຊົນພາຍໃນ ເມື່ອວັນທີ 4 ເມສາ ຜ່ານມາ ຍານາງ ສີລິພອນ ສຸພັນທອງ ຮອງເຈົ້າແຂວງຫລວງພຣະບາງ ໄດ້ຣາຍງານວ່າ ໂຄງການທາງຣົຖໄຟ ລາວ-ຈີນ ຜ່ານແຂວງຫລວງພຣະບາງ ທັງໝົດ 80 ກິໂລແມັດ ມີຜູ້ໄດ້ຮັບຜົລກະທົບ ຂອງໂຄງການທັງໝົດ 869 ຄອບຄົວ ແລະ ໄດ້ເບີກຈ່າຍຄ່າຊົດເຊີຍແລ້ວ 10 ງວດ ຮວມມູນຄ່າ 118 ຕື້ປາຍກີບ ເທົ່າກັບ 98.4% ຂອງແຜນການທັງໝົດ ແລະ ຍັງຄ້າງຄ່າຊົດເຊີຍປະມານ 2 ຕື້ກີບ.
ຣົຖໄຟລາວ-ຈີນ ຜ່ານແຂວງຫລວງພຣະບາງ ຜ່ານ 28 ບ້ານ 3 ເມືອງ ເຊັ່ນ ນະຄອນຫລວງພຣະບາງ, ເມືອງຊຽງເງິນ ແລະ ເມືອງຈອມເພັດ ໂດຍມີສະຖານີທັງໝົດ 6 ແຫ່ງ, ມີສະຖານີໃຫຍ່ 1 ແຫ່ງ ຢູ່ນະຄອນຫລວງພຣະບາງ, ມີຂົວທັງໝົດ 33 ແຫ່ງ, ປະຊາຊົນໄດ້ຮັບຜົລກະທົບ ຈາກໂຄງການທັງໝົດ 869 ຄອບຄົວ .
ສ່ວນທາງແຂວງຫລວງນໍ້າທາ ສື່ມວນຊົນພາຍໃນໄດ້ຣາຍງານ ເມື່ອທ້າຍປີຜ່ານມາວ່າ ມາຮອດປັດຈຸບັນການເບີກຈ່າຍ ຄ່າຊົດເຊີຍໃຫ້ປະຊາຊົນ ໄດ້ຮັບຜົລກະທົບຈາກໂຄງການທາງຣົຖໄຟ ລາວ-ຈີນ ຜ່ານແຂວງຫລວງນໍ້າທາ ສຳເຣັດ 9 ງວດ, ມູນຄ່າ 154 ຕື້ປາຍກີບ ໃນຈຳນວນ 269 ຄອບຄົວ ເທົ່າກັບ 91.4% ຂອງຈຳນວນຄອບຄົວ ທີ່ໄດ້ຮັບຜົລກະທົບທັງໝົດ. ສຳລັບງວດທີ 10 ຊຶ່ງເປັນງວດສຸດທ້າຍຄາດວ່າຈະເບີກໃນໄວໆ ນີ້.
ທາງຣົຖໄຟລາວ-ຈີນ ສະເພາະຜ່ານແຂວງຫລວງນໍ້າທາມີຄວາມຍາວ 16.9 ກິໂລແມັດ ມີປະຊາຊົນ 4 ບ້ານ ຢູ່ເມືຶອງຫລວງນໍ້າທາໄດ້ຮັບຜົລກະທົບ ເຊັ່ນ ບ້ານບໍ່ເຕັນ, ບ້ານບໍ່ປຽດ, ບ້ານຕີນຕົກ ແລະ ບ້ານນາເຕີຍ.
ຫລ້າສຸດເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຂອງນະຄອນຫລວງວຽງຈັນ ກໍໄດ້ລົງກວດກາຜົລກະທົບ ຂອງໂຄງການທາງຣົຖໄຟ ລາວ-ຈີນ ທີ່ແລ່ນຜ່ານຢູ່ 4 ເມືອງ ຄືເມືອງນາຊາຍທອງ, ເມືອງໄຊທານີ, ເມືອງໄຊເຊດຖາ ແລະ ເມືອງຫາດຊາຍຟອງ ໂດຍການໄກ່ເກັ່ຽຄ່າຊົດເຊີຍນັ້ນ ຍັງຢູ່ໃນຂັ້ນຕອນການເຈຣະຈາກັບເຈົ້າຂອງດິນ ທີ່ຖືກຜົລກະທົບຊຶ່ງການຊົດເຊີຍ ຫລືເວນຄືນດິນນັ້ນຍັງຕ້ອງລໍຖ້າ ການເຈຣະຈາແລ້ວ ຈຶ່ງສາມາດຕີມູນຄ່າອອກມາທັງໝົດໄດ້. ໃນຂະນະທີ່ແຂວງວຽງຈັນ ກໍໄດ້ຈ່າຍຄ່າຊົດເຊີຍໄປຈຳນວນຫລາຍ ແຕ່ມີບາງເຂດທາງຄະນະໄກ່ເກັ່ຽ ຍັງເຈຣາຈາກັບເຈົ້າຂອງດິນຢູ່ ຊຶ່ງຄາດວ່າຈະສຳເຣັດໃນທ້າຍ ເດືອນມິຖຸນາ ປີນີ້ ແລະທາງຄະນະຮັບຜິດຊອບ ຈະຣາຍງານໃຫ້ຊາບຕື່ມ.
ໃນຂະນະທີ່ ທ່ານ ຈັນຕຸລາ ພະນະລາສີ ຫົວໜ້າກົມຄຸ້ມຄອງ ໂຄງການກໍ່ສ້າງທາງຣົຖໄຟ ລາວ-ຈີນ ໄດ້ຣາຍງານຕໍ່ກອງປະຊຸມ ຄວາມຄືບໜ້າຂອງໂຄງການຣົຖໄຟ ລາວ-ຈີນ ເມື່ອກາງປີຜ່ານມາວ່າ. ໄດ້ເບີກຈ່າຍຄ່າຊົດເຊີຍທັງໝົດ 1,488 ຕື້ປາຍກີບ ໃນບັນດາແຂວງ ແລະ ນະຄອນຫລວງວຽງຈັນ. ໂດຍໃຊ້ບ້ວງເງິນງົບປະມານຂອງຣັຖ 808.72 ຕື້ກີບ ແລະ ບ້ວງເງິນງົບປະມານ ຂອງບໍຣິສັດທາງຣົຖໄຟ ລາວ-ຈີນ 679.87 ຕື້ກີບ, ແລະ ຍັງໄດ້ສເນີ ງົບປະມານໄປຫາກະຊວງແຜນການ ແລະການລົງທຶນ, ກະຊວງການເງິນ ເພື່ອຂໍງົບປະມານຊົດເຊີຍໃນປີນີ້ 467.07 ຕື້ກີບ.
ເສັ້ນທາງຣົຖໄຟ ລາວ-ຈີນ ໄດ້ເປີດໃຫ້ການບໍຣິການ ນັບແຕ່ທ້າຍປີຜ່ານມາ ຈົນມາເຖິງປັດຈຸບັນ ໃນໂອກາດດັ່ງ່າວ ທ່ານ ອຸຕະແກ້ວ ແກ້ວດວງສິນ ຫົວໜ້າກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະການລົງທຶນໃຫ້ສັມພາດຕໍ່ສື່ມວນຊົນ ເມື່ອທ້າຍປີກາຍວ່າ. ໂຄງການດັ່ງກ່າວນີ້ມີມູນຄ່າການລົງທຶນສູງ ແລະເກັບກູ້ທຶນຄືນແມ່ນໃຊ້ເວລາເຖິງ 23 ປີ ຈຶ່ງຈະກຸ້ມ ທຶນ. ພ້ອມກັນນີ້ຣັຖບານລາວຖືຫຸ້ນ 30% ແລະ ຈີນຖືຫຸ້ນ 70%, ໂດຍມີມູນຄ່າການລົງທຶນ 5,986 ລ້ານໂດລາຣ໌ສະຫະຣັຖ, ຊຶ່ງ 40% ຂອງມູນຄ່າການລົງທຶນທັງໝົດ ເປັນເງິນຕົ້ນທຶນ, ສ່ວນ 60% ແມ່ນກູ້ຢືມຈາກທະນາຄານ ຂາເຂົ້າ-ຂາອອກ ຂອງ ປະເທດຈີນ. ສຳລັບຕົ້ນທຶນ ຝ່າຍລາວແມ່ນ 730 ລ້ານໂດລາຣ໌, ຣັຖບານອອກເງິນ 250 ລ້ານໂດລາຣ໌, ສ່ວນອີກ 480 ລ້ານໂດລາຣ໌ແມ່ນກູ້ຢືມເງິນຈາກທະນາຄານ ຂາເຂົ້າ-ຂາອອກ ປະເທດຈີນ.
ຕໍ່ການຖແລງດັ່ງກ່າວ ອາດີດນັກທຸຣະກິດທ່ານນຶ່ງໄດ້ກ່າວວ່າ ໂຄງການນີ້ປະເທດລາວມີແຕ່ເສັຽປໂຍດຫລາຍດ້ານ ບໍ່ວ່າຈະເປັນທີ່ດິນ, ເຮືອນຢູ່ອາສັຍ ແລະ ວິຖີ ຊີວິດມີການປ່ຽນແປງ ແລະ ຣັຖບານກໍໄດ້ປໂຍດໜ້ອຍ.
ດັ່ງທ່ານໄດ້ກ່າວວ່າ:
“ໃນມຸມມອງຂອງຂ້າພະເຈົ້າແລ້ວ ຣົຖໄຟອັນນັ້ນບໍ່ແມ່ນຣົຖໄຟລາວ ຣົຖໄຟນັ້ນມັນເປັນຣົຖໄຟຈີນ ແຕ່ວ່າສວຍໃຊ້ປະເທດລາວ ເພື່ອເອົາສິນຄ້າອອກຈາກປະເທດເຂົາ ເຂົ້າສູ່ອາຊ້ຽນໂດຍຜ່ານປະເທດລາວ.”
ປັດຈຸບັນຣົຖໄຟ ລາວ-ຈີນ ເຂົ້າສູ່ການບໍຣິການຢ່າງເຕັມໂຕ ໃນຂະນະທັງ 2 ປະເທດ ລາວ-ຈີນ ກຳລັງປະເຊີນກັບການຣະບາດຂອງ ໂຄວິດ-19. ອີກດ້ານອັດຕຣາແລກປ່ຽນ ຖີບໂຕຂຶ້ນສູງ ສົ່ງຜົລໃຫ້ບໍຣິສັດ ທາງຣົຖໄຟ ລາວ-ຈີນ ຈຳເປັນຕ້ອງຂໍອະນຸຍາດ ຣັຖບານເກັບຄ່າປີ້ໂດຍສານ ເປັນເງິນຕຣາຕ່າງປະເທດ, ສ່ວນການຊົດເຊີຍນັ້ນ ກໍຕ້ອງລໍຖ້າເບິ່ງວ່າ ງວດທີ່ຈະມາເຖິງນີ້ ຣັຖບານຈະອະນຸຍາດເມື່ອໃດ, ເພາະຕອນນີ້ຣັຖບານກໍຂາດສະພາບຄ່ອງ ເຣື່ອງຂອງງົບປະມານ ແລະ ປະເຊີນກັບບັນຫາ ເສຖກິຈທີ່ຕົກຕໍ່າ. ນັກທຸຣະກິດໄດ້ກ່າວຕອນທ້າຍ.