ຫ້າມເຂດ ເສຖກິຈພິເສດ ຮັບຄົນໄປເຮັດວຽກ ໃນໄລຍະບຸນປີໃໝ່ນີ້
2022.04.14
ໂດຍອີງໃສ່ແຈ້ງການ ຂອງຫ້ອງວ່າການ ສໍານັກງານນາຍົກຣັຖມົນຕຣີ, ໃນມື້ວັນທີ 13 ເມສາ 2022 ນີ້ ກະຊວງແຜນການ ແລະການລົງທຶນ, ຫ້ອງການສົ່ງເສີມ ແລະຄຸ້ມຄອງ ເຂດເສຖກິຈ ພິເສດສາມຫລ່ຽມຄໍາ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຫ້າມບໍ່ໃຫ້ບໍຣິສັດ ຫ້າງຮ້ານຕ່າງໆ ນໍາເອົາຄົນງານເຂົ້າເຮັດວຽກ ເປັນການຊົ່ວຄາວ ໃນໄລຍະພັກບຸນປີໃໝ່ລາວ ຕັ້ງແຕ່ມື້ວັນທີ 14 ຫາວັນທີ 17 ເມສານີ້.
ສໍາລັບຄົນງານ ທີ່ຈະອອກຈາກເຂດເສຖກິຈ ພິເສດສາມຫລ່ຽມຄໍາ ໃນໄລຍະບຸນປີໃໝ່ລາວນີ້ ຖ້າຫາກທາງບໍຣິສັດມີເງຶ່ອນໄຂໃຫ້ພັກ, ຄົນງານທີ່ມີບັດເຮັດວຽກຢູ່ແລ້ວ ກໍສາມາດກັບບ້ານໄດ້, ແຕ່ຕ້ອງກັບມາພາຍໃນມື້ວັນທີ 30 ເມສາ 2022, ບໍ່ດັ່ງນັ້ນກໍຈະຕ້ອງໄດ້ເຮັດບັດໃໝ່ ແລະເສັຍຄ່າໃຊ້ຈ່າຍຕື່ມ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງໃນເຂດເສຖກິຈພິເສດ ສາມຫລ່ຽມຄໍາ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 14 ເມສານີ້ວ່າ:
“ແມ່ນແຫລະ ບຸນປີໃໝ່ເພິ່ນກໍໃຫ້ໂອກາດ, ປີໃໝ່ພະນັກງານກະຢຸດຊົ່ວຄາວ ເຣີ່ມແຕ່ມື້ນີ້ແຫລະໄປ ກໍແລ້ວແຕ່ວ່າແຮງງານລາວ ຢາກກັບບ້ານເນາະ ຕາມບໍຣິສັດຕ່າງໆຫັ້ນ ເພິ່ນກະເຂົ້າເຮັດວຽກປົກຕິຫັ້ນແຫລະ ຄົນທີ່ມີເງື່ອນໄຂກັບບ້ານ ເພິ່ນກະໃຫ້ກັບ ຊ່ວງໄລຍະປີໃໝ່ນ່າ ມີບັດກະອອກໄດ້ເນາະ, ໃຫ້ມາກ່ອນວັນທີ 30 ຂອງເດືອນນີ້ແຫລະ.”
ແລະເຈົ້າໜ້າທີ່ດ້ານແຮງງານ ຢູ່ແຂວງບໍ່ແກ້ວ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງ ກໍກ່າວວ່າ ການຫ້າມບໍ່ໃຫ້ນໍາຄົນງານເຂົ້າ ເຂດເສຖກິຈພິເສດ ສາມຫລ່ຽມຄໍາ ຊົ່ວຄາວທີ່ວ່ານີ້ ກໍເພື່ອເປັນການໃຫ້ຄົນງານ ໄດ້ພັກການຊົ່ວຄາວ. ສ່ວນເຣື່ອງ ວຽກງານໃນບໍຣິສັດນັ້ນ ກໍຂຶ້ນຢູ່ກັບວ່າ ທາງບໍຣິສັດຈະຜັດປ່ຽນກັນມາເຮັດວຽກແນວໃດ, ແຕ່ໃນໄລຍະບຸນປີໃໝ່ນີ້ ຄົນງານກໍບໍ່ໄດ້ເຮັດວຽກແລ້ວ.
ດັ່ງທີ່ທ່ານກ່າວ ໃນມື້ດຽວກັນນີ້ວ່າ:
“ຊ່ວງນີ້ມັນປີໃໝ່ລາວເນາະ ກໍມີການໂຈະການເຄື່ອນໄຫວ ພະນັກງານເຮົາກໍບໍ່ໄດ້ເຮັດວຽກຫັ້ນນະ ເພາະວ່າຊ່ວງນີ້ເພິ່ນກະພັກບຸນປີໃໝ່ເດ້ ຕ້ອງໄດ້ໂຈະກ່ອນ.”
ແລະເຖິງແມ່ນວ່າ ຄົນງານຫລາຍພາກສ່ວນ ຈະຢຸດພັກການໃນໄລຍະບຸນປີໃໝ່ລາວແລ້ວ, ແຕ່ທະຫານ ແລະຕໍາຣວດປ້ອງກັນຄວາມສງົບ ທີ່ກ່ຽວຂ້ອງຂັ້ນບ້ານ ໃນແຂວງບໍ່ແກ້ວ ກໍໄດ້ຕັ້ງດ່ານກວດກາ ແລະຢູ່ຕາມຊາຍແດນ ກໍມີທະຫານ ແລະຕໍາຣວດ ໝູນວຽນປ່ຽນເວນຍາມກັນກວດກາ ເພື່ອປ້ອງກັນບໍ່ໃຫ້ຄົນງານຜິດກົດໝາຍເຂົ້າມາ, ສະກັດກັ້ນການຂົນສົ່ງຢາເສບຕິດ ແລະສິນຄ້າເຖື່ອນ ອື່ນໆ.
ດັ່ງເຈົ້າໜ້າທີ່ຕໍາຣວດ ແຂວງບໍ່ແກ້ວທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 14 ເມສານີ້ວ່າ:
“ເພິ່ນກໍກວດ, ນຶ່ງແມ່ນເວົ້າເຣື່ອງການນໍາຄົນເຂົ້າ ບໍ່ຖືກຕ້ອງຫັ້ນແຫລະ ລັກລອບເຂົ້າເມືອງຫັ້ນແຫລະ. ບັນຫາຫລັກໆກ່ຽວກັບບັນຫາຢາເສບຕິດ ຫັ້ນແຫລະ ຄ້າເຖື່ອນ ໄມ້ເຖື່ອນ 24 ຊົ່ວໂມງເລີຍ ບໍ່ວ່າແຕ່ປີໃໝ່ລາວ ປີຫຍັງກໍຕາມ.”
ກ່ຽວກັບເຣື່ອງທີ່ວ່ານີ້ ປະຊາຊົນລາວທີ່ເຮັດວຽກ ຢູ່ໃນເຂດເສຖກິຈພິເສດສາມຫລ່ຽມຄໍາ ນາງນຶ່ງເວົ້າວ່າ ພາຍຫລັງທີ່ມີແຈ້ງການອອກມາແລ້ວ ພາຍໃນເຂດເສຖກິຈພິເສດ ກໍຍັງມີບາງບໍຣິສັດ ທີ່ຈໍາເປັນຕ້ອງໃຫ້ຄົນງານເຮັດວຽກຢູ່ຕໍ່, ທາງບໍຣິສັດໃຫ້ຄົນງານໝູນວຽນກັນມາເຮັດວຽກ ແລະບາງບໍຣິສັດ ກໍໃຫ້ຄົນງານພັກວຽກ ມື້ນຶ່ງ ສອງມື້ ແລ້ວກໍໃຫ້ກັບມາເຮັດວຽກຄືນ ເຮັດໃຫ້ຄົນງານບາງຄົນບໍ່ໄດ້ກັບບ້ານ ເພາະມີມື້ພັກໜ້ອຍເກີນໄປ.
“ແລ້ວແຕ່ບໍຣິສັດ ຢູ່ນີ້ບໍ່ໄດ້ເຮັດນ່າ ຢູ່ບໍຣິສັດເຮົາ ຢູ່ບ່ອນເຮົານີ້ພັກໝົດເລີຍນະ ປະມານມື້ 1-2 ມື້ນີ້.”
ໃນຂະນະດຽວກັນ ປະຊາຊົນລາວອີກຜູ້ນຶ່ງ ທີ່ຈະໄປເຮັດວຽກຢູ່ເຂດເສຖກິຈພິເສດ ສາມຫລ່ຽມຄໍານັ້ນ ກໍເວົ້າໃນມື້ດຽວກັນນີ້ວ່າ ແຈ້ງການທີ່ວ່ານັ້ນ ກໍຮັບຮູ້ແລ້ວ ໃນໄລຍະບຸນປີໃໝ່ລາວ ຄົນທີ່ຈະເຂົ້າໄປເຮັດວຽກໃນເຂດເສຖກິຈພິເສດນີ້ ເຂົ້າໄປບໍ່ໄດ້ ຍ້ອນເຈົ້າໜ້າທີ່ ທີ່ກ່ຽວຂ້ອງຢຸດພັກການ.
“ປີໃໝ່ນີ້ນ່າຢູ່ໜ້າດ່ານເນາະ ເຂົາເຈົ້າພະນັກງານເຂົາຫັ້ນນ່າ ພະນັກງານທີ່ເຮັດວຽກກັບອັນພວກ ກວດເລືອດ, ກວດໂຄວິດອີ່ຫຍັງ ແລ້ວກະພະນັກງານລົງທະບຽນ ເຂົ້າທາງໜ້າດ່ານຫັ້ນນ່າ ບໍ່ສາມາດແຈ້ງເຂົ້າໜ້າດ່ານໄດ້.”
ອີງຕາມແຈ້ງການສະບັບດັ່ງກ່າວນັ້ນ ທາງເຂດເສຖກິຈພິເສດ ສາມຫລ່ຽມຄໍາ ໄດ້ແຈ້ງເພີ່ມຕື່ມວ່າ ຖ້າຫາກບໍຣິສັດ ຫ້າງຮ້ານໃດ ນໍາເອົາຄົນງານເຂົ້າມາເຮັດວຽກ ໃນໄລຍະທີ່ແຈ້ງການກໍານົດ ຈະຖືວ່າເປັນການລັກລອບ ນໍາເອົາຄົນງານເຂົ້າມາເຮັດວຽກ ແບບບໍ່ຖືກຕ້ອງ, ຫາກມີບັນຫາເກີດຂຶ້ນ ທາງບໍຣິສັດ ຫ້າງຮ້ານຕ່າງໆຕ້ອງ ຮັບຜິດຊອບຄ່າໃຊ້ຈ່າຍເອົາເອງທັງໝົດ, ບໍ່ໃຫ້ຮຽກຮ້ອງເອົາເງິນນໍາຄົນງານຢ່າງເດັດຂາດ.