ທາງການ ແຂວງຫຼວງພຣະບາງ ຍັງຄ້າງຈ່າຍ ຄ່າຊົດເຊີຍ 2 ຕື້ກີບ
2022.04.06
ແຂວງຫລວງພຣະບາງ ໄດ້ຈ່າຍຄ່າຊົດເຊີຍໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໂຄງການກໍ່ສ້າງທາງຣົຖໄຟ ລາວ-ຈີນ ໄປແລ້ວ 118 ຕື້ປາຍກີບ ໃນຈໍານວນ 120 ຕື້ກີບ ທີ່ຈະຕ້ອງໄດ້ຈ່າຍຄ່າຊົດເຊີຍໃຫ້ທັງໝົດ 869 ຄອບຄົວ. ໝາຍຄວາມວ່າ ຍັງຄ້າງຄ່າຊົດເຊີຍໃຫ້ປະຊາຊົນຢູ່ອີກ 2 ຕື້ກີບ ຍ້ອນງົບປະມານ ທີ່ໄດ້ມານັ້ນບໍ່ພຽງພໍ, ອີງຕາມການຣາຍງານຂອງທາງການ ແຂວງຫລວງພຣະບາງ ຢູ່ໃນກອງປະຊຸມ ກ່ຽວກັບການຈັດຕັ້ງປະຕິບັດ ວຽກງານຊົດເຊີຍຜົນກະທົບ ຈາກໂຄງການທາງຣົຖໄຟ ລາວ-ຈີນ ໃນວັນທີ 5 ເມສານີ້.
ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ແຂວງຫລວງພຣະບາງທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 6 ເມສານີ້ວ່າ:
“ຄ່າຊົດເຊີຍນີ້ຍັງຈ່າຍບໍ່ໝົດ ເຫລືອ 2 ຕື້ຈະຕ້ອງໄດ້ຂໍງົບປະມານປີນີ້. ນີ້ຕື່ມ 869 ຄອບຄົວ ຕ້ອງການເງິນຊົດເຊີມທັງໝົດ 120 ຕື້. ເຮົາໄດ້ເງິນມາແລ້ວທັງໝົດແຕ່ 118 ຕື້ ແລະເຮົາເອົາເງິນ 118 ຕື້ນີ້ໄປຈ່າຍ. ກວມເອົາ 90 ປາຍເປີເຊັນນັ້ນນ່າ”
ທ່ານກ່າວຕື່ມວ່າ ໃນເບື້ອງຕົ້ນ ທາງການໄດ້ຈ່າຍຄ່າຊົດເຊີຍໃຫ້ປະຊາຊົນໄປແລ້ວ 98.4% ຂອງຈໍານວນຜູ້ໄດຮັບຜົນກະທົບທັງໝົດ 869 ຄອບຄົວ ຢູ່ທັງ 3 ເມືອງຄື ນະຄອນຫລວງພຣະບາງ, ເມືອງຊຽງເງິນ ແລະເມືອງຈອມເພັດ ໂດຍໄດ້ຈ່າຍໄປແລ້ວ 10 ງວດ, ມີພຽງເລັກນ້ອຍເທົ່ານັ້ນ ທີ່ທາງການຍັງຕິດຄ້າງ. ໃນນັ້ນ ສ່ວນໃຫຍ່ ກໍເປັນຄ່າຊົດເຊີຍໃນເຣື່ອງດິນກະສິກັມ ແລະໃນປີ 2022 ນີ້ ທາງການແຂວງ ກໍໄດ້ຂໍງົບປະມານຕື່ມອີກ ເພື່ອໃຊ້ຈ່າຍເປັນຄ່າຊົດເຊີຍ ທີ່ຍັງຄົງຄ້າງ ໄປຫາສູນກາງແລ້ວເພື່ອຂໍອະນຸມັດ.
ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຢູ່ເມືອງຊຽງເງິນທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ ດຽວກັນນີ້ວ່າ ໃນເມືອງຊຽງເງິນນີ້ ຍັງມີຄອບຄົວຈໍານວນໜ້ອຍນຶ່ງ ທີ່ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍຄວາມເສັຍຫາຍຈາກຜົນກະທົບນັ້ນ ຍ້ອນຕ້ອງໄດ້ເກັບຂໍ້ມູນຄືນໃໝ່ ເນື່ອງຈາກດິນຂອງປະຊາຊົນ ທີ່ຄິດວ່າຖືກຜົນກະທົບນັ້ນ ແມ່ນຢູ່ນອກແລວທາງຣົຖໄຟລາວ-ຈີນ.
“ຍັງຈໍານວນນຶ່ງ ກະຊວງເພິ່ນໃຫ້ເອົາຂໍ້ມູນຄືນ ກ່ຽວກັບບັນຫາເຣື່ອງຜົນກະທົບຫັ້ນ. ມັນລັກສະນະວ່າໂຕນອກແລວ ແຕ່ວ່າເສັ້ນທາງເຂົ້າສູ່ຈຸດອຸໂມງຫັ້ນນ່າ ຖືກດິນຂອງປະຊາຊົນ ຕ້ອງໄດ້ເກັບກໍາຄືນໝົດ.”
ກ່ຽວກັບເຣື່ອງທີ່ວ່ານີ້ ປະຊາຊົນຢູ່ແຂວງຫລວງພຣະບາງ ເຫັນວ່າ ຜູ້ທີ່ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍສ່ວນທີ່ຍັງອີກ 2% ນັ້ນ ແນ່ນອນວ່າພວກເຂົາເຈົ້າກໍຍັງລໍຖ້າຄ່າຊົດເຊີຍນັ້ນຢູ່, ພວກເຂົາເຈົ້າຄວນແຈ້ງໄປຍັງໜ່ວຍງານທີ່ກ່ຽວຂ້ອງ.
“ຫ້ວຍຄັນວ່າຖືກ ຊົດເຊີຍກະບໍ່ໄດ້ ກະຢາກໄດ້ຢູ່ ຕ້ອງໄດ້ຮິບແຈ້ງໄປຫາຣັຖເນາະ ສິຖາມມັນເປັນແນວໃດ ເຣື່ອງທາງຣົຖໄຟ ຊົດເຊີຍຂອງພັກຂອງຣັຖ ເຂົາເຈົ້າຈະແບ່ງປັນແບບໃດ ມີແນວໃດໄດ້ຫັ້ນນ່າ.”
ຊາວບ້ານຢູ່ແຂວງຫລວງພຣະບາງ ອີກຜູ້ນຶ່ງ ກໍໃຫ້ຄວາມເຫັນວ່າ ຜູ້ທີ່ຍັງບໍ່ທັນໄດ້ຄ່າຊົດເຊີຍຄວາມເສັຍຫາຍທີ່ເກີດຈາກການກໍ່ສ້າງທາງຣົຖ ໄຟລາວ-ຈີນ ແນ່ນອນວ່າ ກໍຕ້ອງຢາກໄດ້ເງິນນັ້ນຢູ່ ເພາະເສັຍດິນໄປແລ້ວ, ແຕ່ຖ້າຫາກຂັ້ນເທິງ ສເນີຂໍງົບປະມານຕື່ມໄປແລ້ວ ກໍຕ້ອງໄດ້ລໍຖ້າ.
“ກະໄດ້ລໍຖ້າຫັ້ນແຫລະ ຖ້າຂັ້ນເທິງເຂົາ ສເນີໄດ ຜູໃດກໍຢາກໄດ້ເງິນຕິ ບໍ່ຮອດເທື່ອເຂົາກໍຢາກໄດ້.”
ເພື່ອຂໍຮູ້ຄວາມກະຈ່າງແຈ້ງ ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ກໍໄດ້ພະຍາ ຍາມຕິດຕໍ່ໄປຫາ ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ ຈາກການກໍ່ສ້າງທາງຣົຖໄຟ ລາວ-ຈີນ ທີ່ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍ ທີ່ວ່າຍັງອີກ 2% ນັ້ນ, ແຕ່ກໍບໍ່ສາມາດຕິດຕໍ່ໄດ້.
ນອກຈາກເງິນ 2 ຕື້ ທີ່ຍັງຄ້າງປະຊາຊົນນັ້ນແລ້ວ, ແຂວງຫລວງພຣະບາງ ກໍຍັງຕ້ອງການງົບປະມານ ເພີ່ມຕື່ມອີກ 1.2 ຕື້ປາຍກີບ ເພື່ອໃຊ້ຈ່າຍເຂົ້າໃນວຽກທີ່ເກີດຂຶ້ນໃໝ່ ຄືກໍ່ສ້າງທາງເຂົ້າສະຖານີຣົຖໄຟ ຊຶ່ງເປັນບ້ວງຂອງຣັຖບານລາວຮັບຜິດຊອບ. ປັດຈຸບັນ ຄະນະຄຸ້ມຄອງໂຄງການກໍ່ສ້າງແຂວງ ໄດ້ສເນີໄປຍັງຄະນະຄຸ້ມຄອງ ໂຄງການກໍ່ສ້າງຂັ້ນສູນກາງແລ້ວ ກ່ຽວກັບການຂໍງົບປະມານທີ່ວ່ານັ້ນ.
ຢູ່ແຂວງຫລວງພຣະບາງ ມີສະຖານີຣົຖໄຟ 6 ແຫ່ງ ຊຶ່ງໃນນັ້ນ ສະຖານີໃຫຍ່ ມີ 1 ແຫ່ງຢູ່ນະຄອນຫລວງພຣະບາງ ແລະມີຂົວ 33 ແຫ່ງ.
ທາງຣົຖໄຟລາວ-ຈີນ ແຕ່ນະຄອນຫລວງວຽງຈັນ ໄປຫາແຂວງຫລວງນໍ້າທາ ມີຄວາມຍາວ 422 ກິໂລແມັດ, ມີສະຖານີຣົຖໄຟທັງໝົດ 32 ແຫ່ງ, ມູນຄ່າການກໍ່ສ້າງປະມານ 6 ຕື້ໂດລາຣ໌ສະຫະຣັຖ.