ສນາມບິນສາກົລ ບໍ່ແກ້ວ ມີກຳນົດ, ພ້ອມເປີດ ໃນປີ 2024
2023.12.30

ສນາມບິນສາກົລ ບໍ່ແກ້ວ ເຂດເສຖກິຈພິເສດ 3 ຫຼ່ຽມຄໍາ ມີກໍານົດ ເປີດໃຫ້ບໍຣິການ ຢ່າງເປັນທາງການ ໃນໄລຍະ ເດືອນມົກກະຣາ ຫຼື ເດືອນກຸມພາ ປີ 2024.
ກ່ອນໜ້ານີ້, ເຈົ້າຂອງໂຄງການ ມີແຜນຈະເປີດ ໃນທ້າຍປີ 2023, ແຕ່ກໍໄດ້ເລື່ອນ ອອກໄປຕື່ມ ແລະ ຈະເປີດໃຫ້ບໍຣິການ ຖ້ຽວບິນພາຍໃນກ່ອນ ແລ້ວຈະມີ ການເປີດສາຍການບິນ ລະຫວ່າງປະເທດ ຕາມພາຍຫຼັງ.
ເຈົ້າໜ້າທີ່ ປະຈໍາສນາມບິນສາກົລ ບໍ່ແກ້ວ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 29 ທັນວາ ວ່າ:
“ຄາດວ່າ ໃນຕົ້ນປີ 2024 ນີ້. ກະຍັງບໍ່ທັນ ໄດ້ກໍານົດ ວ່າຊິແນ່ນອນເທື່ອເດີ້. ຕອນນີ້ ກໍາລັງຢູ່ໃນຊ້ວງ ການກະກຽມຄວາມພ້ອມ. ສໍາລັບເບື້ອງຕົ້ນ ໂຕນີ້ ແມ່ນຈະບິນ ພາຍໃນກ່ອນເນາະ ລະຫວ່າງ ວຽງຈັນ ກັບ ຕົ້ນເຜິ້ງ ເນາະ. ຂຶ້ນກັບສາຍການບິນເນາະ.”
ໃນຂະນະທີ່ ສາຍການບິນທໍາອິດ ທີ່ຈະເປີດຖ້ຽວບິນ ຢູ່ສນາມບິນສາກົລ ບໍ່ແກ້ວ ກໍແມ່ນ ສາຍການບິນລ້ານຊ້າງ, ເຊິ່ງຄາດວ່າ ຈະມີກໍານົດ ຖ້ຽວບິນ ປົກກະຕິ ໃນໄລຍະ ເທສການຕຸດຈີນ ໃນປີ 2024, ໂດຍປັດຈຸບັນນີ້, ສາຍການບິນດັ່ງກ່າວ ກໍໄດ້ເປີດຖ້ຽວບິນ ແບບເໝົາລໍາ ລະຫວ່າງ ສນາມບິນສາກົລ ວັດໄຕ ຫາ ສນາມບິນສາກົລ ບໍ່ແກ້ວ, ແຕ່ເປັນຖ້ຽວບິນ ແບບພິເສດ ແລະ ມີຄ່າປີ້ໂດຍສານ ສູງກວ່າປົກກະຕິ. ໂຕແທນຂາຍປີ້ຍົນ ຂອງສາຍການບິນລ້ານຊ້າງ ໄດ້ກ່າວວ່າ:
“ບໍ່ໄດ້ເປີດ ສາຍການບິນ ຢ່າງເປັນທາງການເທື່ອ. ມີແຜນບິນຫັ້ນ ແມ່ນຊິເປີດ ວັນທີ 26 ເດືອນ 1 ນີ້ ພ້ອມຕຸດຈີນນ່າ. ດຽວນີ້, ຖ້ຽວບິນປົກກະຕິ ກະຄືຖ້ຽວຍົນເໝົາ ວຽງຈັນ-ບໍ່ແກ້ວ, ບໍ່ແກ້ວ-ວຽງຈັນ. ລາຄາປີ້ ແມ່ນຍັງສູງ 240 ໂດລ້າຣ໌.”
ສໍາລັບຜູ້ໃຊ້ບໍຣິການ ຂອງຖ້ຽວບິນ ແບບເໝົາລໍາ ຈາກນະຄອນຫຼວງວຽງຈັນ ມາເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ນັ້ນ, ສ່ວນໃຫຍ່ ແມ່ນຊາວຈີນ ທີ່ເດີນທາງ ມາຍັງເຂດເສຖກິຈພິເສດ 3 ຫຼ່ຽມຄໍາ ແລະ ກາສິໂນ ຄິງສ໌ໂຣມັນສ໌ ເພື່ອເຮັດທຸຣະກິຈ, ທ່ອງທ່ຽວ ແລະ ຫຼິ້ນການພະນັນ, ເຊິ່ງລ້ວນແຕ່ ເປັນຜູ້ທີ່ມີຖະນະລໍ້າລວຍ ແລະ ມີຄວາມສາມາດ ໃນການຊື້ປີ້ ໃນລາຄາແພງໄດ້. ໂຕແທນຂາຍປີ້ຍົນ ອີກນາງນຶ່ງ ໄດ້ກ່າວວ່າ:
“ຈີນ, ເຂົາເຈົ້າທຽວ ຫຼາຍສົມຄວນ ຈົນແບບເຕັມໝົດນ່າ. ເປັນຍົນ ຂອງລ້ານຊ້າງ ແລ້ວກໍລາຄາ 5 ລ້ານ ປາຍກີບຂຶ້ນເມືອ. ເປັນຖ້ຽວບິນພິເສດ ຂອງ 3 ຫຼ່ຽມທອງຄໍາ. ມັນຂ້ອນຂ້າງແພງ ເປັນລາຄາປົກກະຕິ ຂອງເຂົາເຈົ້າແຫຼະ.”
ທາງດ້ານ ພະນັກງານ ບໍຣິສັດນໍາທ່ຽວ ແຫ່ງນຶ່ງ ຢູ່ແຂວງບໍ່ແກ້ວ ກໍເຊື່ອວ່າ ຄັນມີການ ເປີດຖ້ຽວບິນ ປົກກະຕິ ຢູ່ສນາມບິນສາກົລ ບໍ່ແກ້ວ ກໍໜ້າຈະມີ ນັກທ່ອງທ່ຽວຈີນ ເຂົ້າມາທ່ຽວ ຢູ່ເຂດເສຖພິເສດ 3 ຫຼ່ຽມຄໍາ ຫຼາຍຂຶ້ນ. ພະນັກງານບໍຣິສັດນຳທ່ຽວ ນາງນີ້ ໄດ້ກ່າວຕື່ມວ່າ:
“ແຂກຈີນນີ້ ກະຄິດວ່າ ໜ້າທີ່ຈະມີ ແຂກຫຼາຍຢູ່. ຢູ່ກາສິໂນຫວາ, ຢຸໂຣປ ບໍ່ປານໃດ. ສ່ວນຫຼາຍ ຈະເປັນແຕ່ລູກຄ້າຈີນ. ເຮົາບໍ່ຄ່ອຍຈະມີ ລູກຄ້າຈີນ.”
ສນາມບິນສາກົລ ບໍ່ແກ້ວ ໄດ້ສ້າງຂຶ້ນ ເພື່ອດຶງດູດ ນັກລົງທຶນຈີນ ໃຫ້ມາທ່ຽວ ຢູ່ເຂດເສຖກິຈພິເສດ 3 ຫຼ່ຽມຄໍາ ແລະ ໄປຫຼິ້ນກາສິໂນ. ຜູ້ປະກອບການນໍາທ່ຽວ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງ ໄດ້ກ່າວວ່າ:
“ຄົນໜ້າຈະຫຼາຍ ເພີ່ມຂຶ້ນຫຼາຍນ່າ, ເພີ່ມຂຶ້ນແຫຼະ ຄົນຈີນ, ມັນສະດວກສະບາຍ. ສົມມຸດວ່າ ຂີ່ເຮືອບິນ ກະປະມານຊົ່ວໂມງກວ່າ. ຂີ່ຣົຖໄຟ ກະຈາກບໍ່ແກ້ວ ໄປຫາຫຼວງນໍ້າທາ ກະປະມານ 3 ຊົ່ວໂມງ. ຈາກຫຼວງນໍ້າທາ ມາວຽງຈັນ ກະປະມານ 3 ຊົ່ວໂມງ.”
ກ່ອນໜ້ານີ້, ລະຫວ່າງ ວັນທີ 12-16 ທັນວາ ທີ່ຜ່ານມາ, ເຈົ້າໜ້າທີ່ ຈາກກົມການບິນພົລເຮືອນ ໄດ້ລົງພື້ນທີ່ກວດກາ ສນາມບິນສາກົລ ບໍ່ແກ້ວ ເພື່ອຂຶ້ນທະບຽນ ແລະ ອອກໃບຢັ້ງຢືນ ສໍາລັບການເປີດ ໃຫ້ບໍຣິການ ລວມທັງມີການກວດກາ ດ້ານຄວາມພ້ອມຕ່າງໆ ແລະ ທາງສນາມບິນ ດັ່ງກ່າວ ກໍໄດ້ເປີດຮັບພະນັກງານ ແລະ ເຈົ້າໜ້າທີ່ ປະຈໍາສນາມບິນ ລວມທັງການເປີດປະມູລ ບ່ອນຂາຍເຄື່ອງ, ຮ້ານອາຫານ, ປ້າຍໂຄສະນາ.
ສໍາລັບສນາມບິນສາກົລ ບໍ່ແກ້ວ ເຣີ່ມກໍ່ສ້າງ ແຕ່ເດືອນກັນຍາ 2020 ມູລຄ່າການກໍ່ສ້າງ 175 ລ້ານ ໂດລ້າຣ໌. ຕັ້ງຢູ່ບ້ານສີເມືອງງາມ, ເມືອງຕົ້ນເຜິ້ງ ໃນເນື້ອທີ່ 300 ເຮັກຕ້າຣ໌ ຫ່າງຈາກ ເຂດເສຖກິຈພິເສດ 3 ຫຼ່ຽມຄຳ ປະມານ 5 ກິໂລແມັຕ.
ສນາມບິນສາກົລ ແຫ່ງນີ້ ຈະສາມາດຮອງຮັບ ເຮືອບິນ ຂນາດໂບອິ້ງ 737, ແອຣ໌ບັສ ຫຼືເຮືອບິນ ຂນາດຕ່າງໆ ທີ່ຮອງຮັບຜູ້ໂດຍສານ ໄດ້ບໍ່ກາຍ 200 ບ່ອນນັ່ງ. ໃນຂະນະທີ່ ອາຄານຜູ້ໂດຍສານ ຂາເຂົ້າ-ຂາອອກ ສາມາດຮອງຮັບ ຈໍານວນຜູ້ໂດຍສານ ໄດ້ 600 ຄົນ.