ເຈົ້າໜ້າທີ່ໄທຍ ຈັບຄົນຈີນ ລັກລອບເຂົ້າເມືອງ ຈາກເຂດເສຖກິຈພິເສດ

ສຸພັດຕາ
2022.04.21
ເຈົ້າໜ້າທີ່ໄທຍ ຈັບຄົນຈີນ ລັກລອບເຂົ້າເມືອງ ຈາກເຂດເສຖກິຈພິເສດ ເຮືອທີ່ຈອດ ຢູ່ແຄມແມ່ນ້ຳຂອງ ກົງກັນຂ້າມກັບ ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ.
RFA

ໃນວັນທີ່ 19 ເມສາ 2022 ນີ້ ເຈົ້າໜ້າທີ່ທະຫານເຮືອ ປະຈໍາຊາຍແດນ ເມືອງຊຽງແສນ ແຂວງຊຽງຮາຍ ປະເທດໄທຍ ພ້ອມເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຈັບຄົນຈີນ ໄດ້ 3 ຄົນ ທີ່ລັກຂ້າມມາຈາກ ເຂດເສຖກິຈພິເສດສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ຂອງປະເທດລາວ ແລະເຈົ້າໜ້າທີ່ໄທຍ ຍັງຈັບຜູ້ນໍາພາໄດ້ອີກ 1 ຄົນ ເປັນແມ່ຍິງຊາວໄທຍ ຄົນເມືອງຊຽງແສນ ໂດຍຈັບໄດ້ຢູ່ແຄມແມ່ນໍ້າຂອງ ໃນພື້ນທີ່ ບ້ານສົບຣວກ ເມືອງຊຽງແສນ ແຂວງຊຽງຮາຍ ເຊິ່ງຄົນຈີນທັງໝົດ ກໍາລັງຫຼົບລີ້ເຈົ້າໜ້າທີ່ ຢູ່ໃນປ່າຫຍ້າ ຕິດກັບໂກດັງເກັບເຄື່ອງ (ສາງເກັບເຄື່ອງ) ໃກ້ແມ່ນໍ້າຂອງ ຈາກການສັນນິຖານເບື້ອງຕົ້ນ ຄົນຈີນທັງ 3 ຄົນນີ້ ຈະປ່ຽນບ່ອນເຮັດວຽກ ຈຶ່ງໄດ້ລັກຂ້າມມາທາງໄທຍ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນແຂວງຊຽງຮາຍ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 21 ເມສາ ນີ້ວ່າ:

ເບື້ອງຕົ້ນ ເຂົາຜິດ ລັກລອບເຂົ້າເມືອງ ກໍຈະສົ່ງໄປທີ່ ຕມ ແລະກໍ ຕມ ທໍາບັນທຶກ ແລ້ວກະສົ່ງ ສພ. ສ່ວນຫຼາຍຈະເປັນແອັດມິນ, ເຂົາຈະເປັນການປ່ຽນພື້ນທີ່ເຮັດວຽກ ລັກສະນະການຂ້າມ ຄືຈະຂ້າມໄປຍັງບ່ອນ ແຕ່ລະບ່ອນ ຫຼືວ່າບໍຣິສັດແຕ່ລະບ່ອນ ທີ່ເຂົາຈະຮັບຊ່ວງກັນຕໍ່.”

ທ່ານກ່າວຕື່ມວ່າ ເຖິງແມ່ນວ່າ ຄົນຈີນທັງ 3 ຄົນ ຈະລັກລອບເດີນທາງ ມາຈາກປະເທດລາວ ເຈົ້າໜ້າທີ່ຝັ່ງໄທຍ ກໍຈະດໍາເນີນການ ຕາມກົດໝາຍຂອງໄທຍ ໂດຍຈະສົ່ງຟ້ອງສານ ໃຫ້ພິຈາຣະນາດໍາເນີນຄະດີ ຕາມກົດໝາຍ ແລະກໍຈະຜັກດັນກັບປະເທດຈີນເລີຍ ໂດຍບໍ່ຜ່ານປະເທດລາວ ເນື່ອງຈາກເປັນຄົນຈີນ ບໍ່ແມ່ນຄົນລາວ.

ສໍາລັບຄົນຈີນ 3 ຄົນດັ່ງກ່າວນີ້ ຜູ້ນຶ່ງຊື່ວ່າ: (1) ທ້າວ ເຊັນ ຈີ້ (Mr. Chen Jie) ອາຍຸ 29 ປີ ຢູ່ເມືອງ Sansi ປະເທດຈີນ ມີໜັງສືເດີນທາງ, (2) ທ້າວ ຫຼີ ຈິ ຫົງ (Mr. Li Ji Hong) ອາຍຸ 31 ປີ ຢູ່ເມືອງ Fujian ປະເທດຈີນ ແລະ (3) ທ້າວ ຫວັງ ເຊີນ (Mr. Wang Zhen) ອາຍຸ 37 ປີ ຢູ່ເມືອງ Zhejiang ປະເທດຈີນ ບໍ່ມີໜັງສືເດີນທາງ.

ຈາກການສືບສວນ-ສອບສວນ ແມ່ຍິງຊາວໄທຍ ທີ່ເປັນຜູ້ນໍາພາຄົນຈີນທັງ 3 ຄົນນີ້ຂ້າມມາໄທຍນັ້ນ ຊື່ນາງວັນ ອາຍຸ 39 ປີ ໃຫ້ການວ່າ ໄດ້ຮັບການຕິດຕໍ່ ຈາກທ້າວ ໄຫຼ ທີ່ເປັນຄົນລາວ ວ່າຈ້າງໃຫ້ນາງວັນ ມາລໍຖ້າຮັບໂຕຊາວຈີນ ທັງ 3 ຄົນ ຢູ່ບໍຣິເວນດັ່ງກ່າວ ແລະໃຫ້ພາຂີ່ຣົຖກະບະແຄັບສີດໍາ ບໍ່ຮູ້ເລຂທະບຽນ ທີ່ບໍຣິເວນຖນົນ ຊຽງແສນ-ສາມຫຼ່ຽມຄໍາ ໃນລາຄາຄ່າຈ້າງ ຄົນລະ 1,000 ບາດ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຈະດຳເນີນຄະດີ ກັບນາງວັນ ຊາວໄທຍດັ່ງກ່າວ ໃນຂໍ້ຫາ ປົກປິດລີ້ຊ່ອນ ຫຼືຮູ້ເຫັນເປັນໃຈໃຫ້ຄົນຕ່າງດ້າວ ເຂົ້າມາໃນຣາຊອານາຈັກໄທຍ ແບບຜິດກົດໝາຍ ອີກທັງ ຍັງມີຂໍ້ຫາ ຝ່າຝືນ ພຣບ ຄົນເຂົ້າເມືອງ ແລະບໍ່ປະຕິບັດຕາມນະໂຍບາຍ ຄວບຄຸມໂຣກຕິດຕໍ່ ທີ່ໄລຍະນີ້ ກໍາລັງເກີດການຣະບາດ ຂອງເຊື້ອໂຄວິດ-19.

ສ່ວນຊາວຈີນ 3 ຄົນ ກໍຈະຖືກດໍາເນີນຄະດີ ໃນຂໍ້ຫາ ເປັນຄົນຕ່າງດ້າວ ບໍ່ມີໜັງສືເດີນທາງ ເຂົ້າ-ອອກ ຣາຊອານາຈັກຕາມກົດໝາຍ ອີກທັງ ຍັງມີຂໍ້ຫາຝາຝືນ ພຣບ ຄົນເຂົ້າເມືອງ ແລະບໍ່ປະຕິບັດຕາມນະໂຍບາຍ ຄວບຄຸມໂຣກຕິດຕໍ່ ທີ່ໄລຍະນີ້ ກໍາລັງເກີດການຣະບາດຂອງ ເຊື້ອໂຄວິດ-19 ເຊັ່ນກັນ.

ທັງໝົດ ຈະຖືກດໍາເນີນການຕາມກົດໝາຍ ສົ່ງໄປຍັງສານຂອງແຂວງ ໃຫ້ສານພິຈາຣະນາ ດໍາເນີນຄະດີຕາມກົດໝາຍ, ດັ່ງເຈົ້າໜ້າທີ່ຕໍາຣວດ ເມືອງຊຽງແສນ ອີກທ່ານນຶ່ງ ກ່າວວ່າ:

ຕ້ອງຝາກຂັງທີ່ສານ ໃຫ້ສານເພິ່ນຕັດສິນກ່ອນເນາະ ເພາະວ່າ ມັນເປັນຄໍາສັ່ງຂອງເຈົ້າແຂວງ ເຣື່ອງກ່ຽວກັບໂຄວິດ-19. ພຣບ ຄົນເຂົ້າເມືອງ ເດືອນນຶ່ງກໍຕັດສິນແລ້ວ. ທາງຫ້ອງການຕໍາຣວດ ກໍໄດ້ໄປຮັບໂຕ ຈາກເຮືອນຈໍາ ສົ່ງຜັກດັນທີ່ ຕມ ກຸງເທພນີ້ ສົ່ງກັບປະເທດຈີນ.”

ດ້ານເຈົ້າໜ້າທີ່ຕໍາຣວດ ແຂວງບໍ່ແກ້ວ ທ່ານນຶ່ງ ທີ່ຂໍສງວນຊື່ແລະຕໍາແໜ່ງ ກ່າວວ່າ ເຣື່ອງດັ່ງກ່າວນີ້ ກໍຍັງບໍ່ໄດ້ຮັບຮູ້ ແຕ່ຢືນຢັນວ່າ ຕາມຊາຍແດນ ມີເຈົ້າໜ້າທະຫານ-ຕໍາຣວດ ຜັດປ່ຽນກັນ ກວດກາເວນຍາມຢູ່ຕລອດ ແຕ່ເຈົ້າໜ້າທີ່ອາຈເບິ່ງບໍ່ທົ່ວເຖິງ ເນື່ອງຈາກຊາຍແດນໄທຍ-ລາວ ມັນມີຊ່ອງທາງທັມມະຊາດ ຂ້າມກັນໄປ-ມາໄດ້ງ່າຍ ແລະໃນແຕ່ລະເດືອນ ເຈົ້າໜ້າທີ່ລາວ-ໄທຍ ກໍຈະຮ່ວມກັນຂີ່ເຮືອ ລາດຕະເວນຕາມຊາຍແດນ ເທື່ອນຶ່ງນໍາດ້ວຍ:

ເດືອນນຶ່ງ ຈະມີລະຫວ່າງ ສອງຝ່າຍ ລາວ-ໄທຍ ນີ້. ເດືອນນຶ່ງ ກະຂີ່ເຮືອລາດຕະເວນເທື່ອນຶ່ງ ຢູ່ຕາມຊາຍແດນຫັ້ນ. ກະຢູ່ປົກກະຕິແລ້ວ ອັນນັ້ນນ່າ ເຮົາກະເບິ່ງບໍ່ທົ່ວບໍ່ເຖິງຫັ້ນເນາະ, ມັນກໍ ຂ້າມກັນງ່າຍແດ່ເນາະ ມັນບ່ອນໃດ ກະຂ້າມໄດ້ຫັ້ນນ່າ.”

ກ່ຽວກັບເຣື່ອງດັ່ງກ່າວນີ້ ຊາວບ້ານໃນເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ທ່ານນຶ່ງ ກ່າວວ່າ ຕາມຊາຍແດນ ກໍເຫັນມີເຈົ້າໜ້າທີ່ກວດກາຢູ່ ແຕ່ກໍຍັງໄດ້ຍິນວ່າ ມີຄົນຈີນ ແລະຄົນພະມ້າ ມັກຈະລັກລອບເຂົ້າ-ອອກ ໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາກັນຕໍ່ເນື່ອງ.

ດັ່ງຊາວບ້ານ ທ່ານດັ່ງກ່າວ ກ່າວວ່າ:

ເຈົ້າໜ້າທີ່ມັນກະມີຢູ່ ແຕ່ມັນກະບໍ່ພຽງພໍແລ້ວເນະ ສ່ວນຫຼາຍເຂົາຈະລັກເຂົ້າໆ ອອກໆຢູ່. ເປັນຄົນຈີນ ແລະຄົນພະມ້າ ແຫຼະສ່ວນຫຼາຍ ເຂົາກໍອອກໄປທຸກບ່ອນແຫຼະ.”

ຊາວບ້ານ ໃນເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ອີກທ່ານນຶ່ງ ກໍກ່າວວ່າ ການລັກລອບເຂົ້າ-ອອກ ໃນເຂດເສຖກິຈພິເສດສາມຫຼ່ຽມຄໍາ ໃນແຂວງບໍ່ແກ້ວນີ້ ກໍຍັງມີຢູ່ ສ່ວນໃຫຍ່ເປັນຄົນຈີນ ແລະຄົນພະມ້າ, ຄົນໄທຍແລະຄົນລາວ ສ່ວນໜ້ອຍ, ລັກເຂົ້າມາຊອກຫາວຽກເຮັດງານທໍາໃນເຂດດັ່ງກ່າວ:

ເອີ່! ກະຍັງມີຢູ່ ເປັນບາງຊ້ວງ ບາງຕອນຫັ້ນແຫຼະ ບໍ່ໃຫ້ຂ້າມໄປ-ຂ້າມມາ. ເຈົ້າໜ້າທີ່ເຂົາກໍຈັບ ແລ້ວກໍສົ່ງກັບຄືນ ມາແຕ່ປະເທດໃດ ກໍສົ່ງກັບຄືນປະເທດນັ້ນ. ສ່ວນຫຼາຍກໍແມ່ນຈີນ, ພະມ້າ.”

ຢ່າງໃດກໍຕາມ ເຖິງແມ່ນວ່າ ຈະມີເຈົ້າໜ້າທີ່ຝັ່ງໄທຍ ແລະຝັ່ງລາວ ຈະມີການຜັດປ່ຽນກັນ ລາດຕະເວນຕາມຊາຍແດນ ຂອງແຕ່ລະຝັ່ງກໍຕາມ ການລັກລອບເຂົ້າ-ອອກ ຈາກເຂດເສຖກິຈພິເສດສາມຫຼ່ຽມຄໍາ ໃນແຂວງບໍ່ແກ້ວ ຂ້າມມາຍັງໄທຍ ຫຼືຂ້າມໄປຍັງຊາຍແດນປະເທດພະມ້າ ກໍຍັງມີຢູ່ຕໍ່ເນື່ອງ ເນື່ອງຈາກມີນາຍໜ້າ ທີ່ຮູ້ເສັ້ນທາງ ທາງທັມມະຊາດເປັນຢ່າງດີ ແຕ່ຖ້າຫາກເຈົ້າໜ້າທີ່ຈັບໄດ້ ກໍຖືກດໍາເນີນຄະດີຕາມກົດໝາຍ ຂອງປະເທດນັ້ນທັນທີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.