ສົ່ງໝາກໄມ້ສົດລາວ ຜ່ານຣົຖໄຟລາວ-ຈີນ ຍັງຫຍຸ້ງຍາກ
2022.04.01

ຜ່ານໄປເປັນເວລາເກືອບ 4 ເດືອນເຕັມ ພາຍຫຼັງທີ່ເສັ້ນທາງຣົຖໄຟລາວ-ຈີນ ໄດ້ເປີດນຳໃຊ້ ຢ່າງເປັນທາງການ ທັງການຂົນສົ່ງຜູ້ໂດຍສານ ແລະ ການຂົນສົ່ງສິນຄ້າ. ແຕ່ປະກົດວ່າ ສຳລັບການຂົນສົ່ງສິນຄ້ານັ້ນ, ໃນຮອບ 4 ເດືອນທີ່ຜ່ານມາ ສ່ວນໃຫຍ່ແມ່ນການຂົນສົ່ງສິນຄ້າ ມາຈາກຈີນ ທີ່ມີໃຫ້ເຫັນເກືອບທຸກມື້, ແຕ່ການຂົນສົ່ງສິນຄ້າ ຈາກລາວໄປຈີນ ພັດຍັງຂ້ອນຂ້າງມີໜ້ອຍ ແລະ ມີພຽງສິນຄ້າບາງຣາຍການເທົ່ານັ້ນ ທີ່ສາມາດສົ່ງໄປຈີນໄດ້, ແຕ່ສິນຄ້າປະເພດອາຫານສົດ ແລະ ພືດຜັກ ແລະ ໝາກໄມ້ ທີ່ເນົ່າເປື່ອຍໄວ ພັດຍັງມີຄວາມຫຍຸ້ງຍາກ ທີ່ຈະສົ່ງໄປຈີນ ຜ່ານທາງຣົຖໄຟສາຍນີ້ໄດ້.
ເຈົ້າໜ້າທີ່ ຜູ້ທີ່ຮູ້ກ່ຽວກັບເຣື່ອງການຂົນສົ່ງສິນຄ້າ ຜ່ານທາງງຣົຖໄຟລາວ-ຈີນ ຜູ້ຂໍສງວນຊື່ ແລະ ຕຳແໜ່ງ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ວັນທີ 29 ມີນາ ທີ່ຜ່ານມາ ນີ້ວ່າ ສາເຫດຫຼັກໆ ທີ່ຍັງເຮັດໃຫ້ສິນຄ້າລາວ, ໂດຍສະເພາະແມ່ນສິນຄ້າ ດ້ານການກະເສດ ເປັນຕົ້ນແມ່ນໝາກໄມ້ສົດ ຍັງບໍ່ສາມາດສົ່ງໄປຈີນໄດ້ ກໍເນື່ອງຈາກວ່າ ທາງການຈີນ ຍັງຍຶດຖືມາຕການ ໂຄວິດ-19 ຕ້ອງເປັນສູນ ຫຼື ZERO COVID-19 ອັນໄດ້ກໍ່ໃຫ້ເກີດ ການກວດກາທີ່ເຂັ້ມງວດທີ່ສຸດ ແລະ ຈຳກັດການນຳເຂົ້າສິນຄ້າ ປະເພດພືດຜັກ ແລະ ໝາກໄມ້ ທີ່ທາງການຈີນ ຍັງເຊື່ອວ່າ ອາຈເປັນໂຕການ ນຳເອົາໂຄວິດ-19 ເຂົ້າສູ່ປະເທດຈີນ.
ສຽງ1: “ຄືຜູ້ປະກອບການລາວ ອາຈຍັງບໍ່ພ້ອມ ກະມີສ່ວນເນາະ. ລະອີກໂຕອັນທີສອງ ທີ່ເວົ້າມາ ແມ່ນເພິ່ນບໍ່ໃຫ້ສົ່ງນີ້ ແມ່ນກະມີສ່ວນເນາະ ເພາະວ່າເພິ່ນມີຂໍ້ບັງຄັບ ໃຫ້ໂຄວິດ-19 ເປັນສູນ ຂອງທາງຈີນເນາະ. ຈາກລາວນີ້ ກະຈະມີຢາງພາຣາ, ແປ້ງມັນສັມປະຫຼັງ (ແປ້ງມັນຕົ້ນ), ເປັນພວກເຄື່ອງເປັນແຫ້ງ ຈະຫຼາຍກ່ອນ ຈະເປັນປະມານນັ້ນ, ເຣື່ອງແຮ່ທາດຕ່າງໆ. ແຕ່ວ່າໝາກໄມ້ໝາກຫຍັງກະ ເພິ່ນຍັງບໍ່ໃຫ້ສົ່ງໄປເທື່ອ.”
ທ່ານກ່າວຕື່ມວ່າ ສິນຄ້າທີ່ສາມາດສົ່ງໄປຈີນ ຈາກລາວ ໃນຮອບ 3 ເດືອນ ທີ່ຜ່ານມານີ້, ສ່ວນໃຫຍ່ຈະເປັນສິນຄ້າແຫ້ງເທົ່ານັ້ນ ເປັນຕົ້ນແມ່ນຢາງພາຣາ, ແປ້ງມັນຕົ້ນ ແລະ ແຮ່ທາດຕ່າງໆ ທີ່ບໍ່ເປັນພາຫະ ນຳໂຄວິດ-19 ເຂົ້າໄປຈີນ.
ຂະນະດຽວກັນ, ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ກໍໄດ້ສັມພາດ ຜູ້ປະກອບການ ບໍຣິສັດໃຫ້ບໍຣິການ ແລ່ນຊິປປິ້ງ ຂົນສິນຄ້າຈາກລາວໄປຈີນ ແລະ ຈາກຈີນມາລາວ ຜ່ານທາງຣົຖໄຟລາວ-ຈີນ ບໍຣິສັດນຶ່ງ ໃນມື້ວັນທີ 29 ມີນາ ທີ່ຜ່ານມາ ເຊັ່ນດຽວກັນວ່າ ການຂົນສົ່ງສິນຄ້າ ປະເພດອາຫານ ແລະ ໝາກໄມ້ສົດ ຈາກລາວໄປຈີນ ແມ່ນຍັງບໍ່ເກີດຂຶ້ນເທື່ອ ເນື່ອງຈາກທາງການຈີນ ຍັງເຂັ້ມງວດໃນເຣື່ອງນີ້ຢູ່ ແລະ ເຣື່ອງການຂົນສົ່ງ ຜ່ານທາງຣົຖໄຟລາວ-ຈີນ ນີ້ ຍັງຖືເປັນເຣື່ອງໃໝ່ ສຳລັບສັງຄົມລາວ ພ້ອມທັງຂັ້ນຕອນ ໃນການດຳເນີນເອກະສານ ແຈ້ງພາສີຕ່າງໆ ກໍຍັງມີຄວາມຫຍຸ້ງຍາກທີ່ສຸດ.
ສຽງ2: “ໂຕນີ້ແມ່ນຂຶ້ນກັບທາງຈີນພຸ້ນ ເຂົາເຈົ້າເຄັ່ງ ເຣື່ອງການເອົາເຄື່ອງເຂົ້າ-ເຄື່ອງອອກ ນີ້ນ່າ, ແລ້ວໂຕນີ້ ແຈ້ງພາສີຢາກຍາກໜ້ອຍນຶ່ງ ເພາະວ່າເຂົາເຈົ້າເຄັ່ງ ເຣື່ອງການເອົາເຄື່ອງເຂົ້າ-ເຄື່ອງອອກ. ກະມີຢູ່, ແຕ່ວ່າໂຕນີ້ ເຮົາກະໄດ້ແຈ້ງລາຄາ ໃຫ້ເຂົາເຈົ້າແລ້ວ ເຂົາເຈົ້າວ່າ ມັນສູງເກີນ. ເພາະວ່າໂຕນີ້ ມັນຕ້ອງໄດ້ ຄັນວ່າຈະຂົນສົ່ງ ມັນຕ້ອງມີຣາຍລະອຽດ ກ່ຽວກັບເຄື່ອງ ຫຼືວ່າໃບພາສີ ອີ່ຫຍັງຫັ້ນ, ຈຳນວນໜ້ອຍ ບໍ່ໄດ້ຮັບ, ຮັບແຕ່ເປັນຕູ້ຄ່ອນເທ່ນເນີ້. ເພາະວ່າຈຳນວນໜ້ອຍນີ້ ຫຼັກໆມັນຄືແມ່ນ ມັນບໍ່ໄດ້ກຳລັຍຢູ່ແລ້ວ. ມັນເຣື່ອງແບບວ່າເວລາແດ່ ຖ້າສົມມຸດ ແຈ້ງພາສີບໍ່ຜ່ານອັນນີ້ ອາຈເຮັດໃຫ້ເຄື່ອງ ແບບຂອງກິນຂອງນີ້ ມັນເສັຽໄດ້, ຫັ້ນນ່າ ມັນກະມີຄວາມສ່ຽງຢູ່.
ຜູ້ສື່ຂ່າວຖາມ: ລະບາດນີ້, ບັນຫາປັດຈຸບັນນີ້ ທີ່ວ່າຍັງບໍ່ທັນມີສິນຄ້າລາວ ສົ່ງໄປຈີນຫັ້ນ ມັນຕິດບັນຫາບ່ອນວ່າ ຈີນເຂົາເຈົ້າຍັງເຂັ້ມງວດ, ແມ່ນບໍ?
ຜູ້ປະກອບການຕອບ: ແມ່ນ, ແລ້ວມັນເປັນເຣື່ອງໃໝ່ ທີ່ວ່າ ທາງລາວຍັງບໍ່ເຂົ້າໃຈ ກ່ຽວກັບເຣື່ອງການຂົນສົ່ງ ໃນທາງນີ້, ຫັ້ນນ່າ. ເວລາແລ່ນເອກະສານນັ້ນນີ້ ມັນຈະຍາກ, ເງິນເອກະສານພາສີນັ້ນນີ້ຫັ້ນແຫຼະ. ແລ້ວມັນກະຍັງບໍ່ມີຄົນເຮັດຫຼາຍ, ວ່າຊັ້ນສາ ມີຄົນເຮັດໜ້ອຍ, ແຕ່ວ່າເຂົາກະເກັບສູງ ເຣື່ອງແລ່ນເອກະສານຊິປປິ້ງຫັ້ນ.
ຜູ້ສື່ຂ່າວຖາມ: ຄືຈີນເຂົາເຈົ້າເຄັ່ງຄັດແນວໃດ ເອື້ອຍເວົ້າສູ່ຟັງເບິ່ງດູ.
ຜູ້ປະກອບການຕອບ: ກະພວກເຣື່ອງເອກະສານນັ້ນແຫຼະ ສ່ວນຫຼາຍ, ເອກະສານແບບນຳເຂົ້າ-ສົ່ງອອກ ຕ້ອງເປັນໃບ ມີໃບນຳເຂົ້າ-ສົ່ງອອກ, ພາສີນັ້ນນີ້. ເປັນຫຼັກໆ ກະໜ້າຈະເປັນພວກພາສີ ເຂົາເຈົ້າຫັ້ນແຫຼະ, ສ່ວນຫຼາຍພາສີເຂົາເຈົ້າເຄັ່ງ.
ຜູ້ສື່ຂ່າວຖາມ: ລະມັນຍາກຈັ່ງໃດ, ຫັ້ນນ່າ ຈັ່ງຄ່ອຍເຮັດໃຫ້ ຈົນບໍ່ເກີດການຂົນສົ່ງ ຜ່ານຣົຖໄຟເລີຍຫັ້ນນ່າ, ມັນຍາກແບບໃດ?
ຜູ້ປະກອບການຕອບ: ກະເຣື່ອງເອກະສານນັ້ນນີ້, ຫັ້ນແຫຼະ ຫຼັກໆຄືເອກະສານມັນກະ ຕົ້ນທຶນມັນສູງ ມັນບໍ່ມີຄົນເຮັດໃຫ້. ຄັນມີຄົນເຮັດໃຫ້ ກະລາຄາສູງ, ຄັນລາຄາສູງ ກະບໍ່ມີຄົນເອົາໄປຄືເກົ່າ.”
ຜູ້ປະກອບການນາງນີ້ ໄດ້ອະທິບາຍຕື່ມວ່າ ໃນໄລຍະນີ້, ສ່ວນໃຫຍ່ເລີຍ ແມ່ນມີແຕ່ໃຫ້ບໍຣິການ ນຳສິນຄ້າຈາກຈີນ ເຂົ້າມາລາວ ຜ່ານທາງຣົຖໄຟລາວ-ຈີນ ຫຼາຍກວ່າ. ສ່ວນການຂົນສົ່ງສິນຄ້າ ປະເພດໝາກໄມ້ສົດ ຜ່ານທາງຣົຖໄຟດັ່ງກ່າວ ຈາກລາວໄປຈີນ ແມ່ນຍັງບໍ່ເກີດຂຶ້ນເທື່ອ. ຂະນະດຽວກັນ, ກໍມີຜູ້ປະກອບການ ທັງລາວ ແລະ ຈີນ ເຂົ້າມາຖາມເລື້ອຍໆ ກ່ຽວກັບການສົ່ງສິນຄ້າ ຈາກລາວໄປຈີນນັ້ນ, ແຕ່ເມື່ອສເນີເງື່ອນໄຂ ແລະ ລາຄາໄປແລ້ວ ລູກຄ້າກໍບໍ່ສາມາດຮັບໄດ້ເທື່ອ.
ສຽງ3: “ຜູ້ສື່ຂ່າວຖາມ: ລະບາດນີ້, ຄືຜ່ານມາ ຕັ້ງແຕ່ທາງຣົຖໄຟລາວ-ຈີນ ເປີດນີ້ ບໍຣິສັດເອື້ອຍ ໄດ້ມີການໃຫ້ບໍຣິການລູກຄ້າ ຂົນສົ່ງສິນຄ້າເຂົາເຈົ້າ ຜ່ານຣົຖໄຟລາວ-ຈີນ ລະບໍ ຫຼືວ່າຍັງເທື່ອ?
ຜູ້ປະກອບການຕອບ: ຍັງເທື່ອ, ໂຕນີ້ຍັງເທື່ອ. ສ່ວນຫຼາຍ ຄັນວ່າມີນີ້ແມ່ນ ມີເອົາເຂົ້າມາ ເອົາຣົຖຈີນມາ ຫັ້ນນ່າ, ແຕ່ກະບໍ່ມີຫຼາຍດອກ ມີໜ້ອຍດຽວ ພວກເປັນຕູ້ຄ່ອນເທ່ນເນີ້ ເຂົ້າມາທາງຣົຖໄຟຫັ້ນ. ແຕ່ວ່າກະຄືວ່າຫັ້ນແຫຼະ ເອົາໄປ-ເອົາມາ ດຽວນີ້ມັນຕົ້ນທຶນ ກະຍັງສູງຢູ່ ເພາະວ່າມັນບໍ່ມີຄົນແລ່ນ ພວກເອກະສານ.
ຜູ້ສື່ຂ່າວຖາມ: ບໍຣິສັດເອື້ອຍນີ້ ແມ່ນໄດ້ຮັບສິນຄ້າ ຈາກຈີນມາລາວ ແມ່ນບໍ?
ຜູ້ປະກອບການຕອບ: ແມ່ນ, ຫຼັກໆແມ່ນຈີນມາລາວ, ເຄື່ອງລາວໄປຈີນ ແມ່ນມີສ່ວນໜ້ອຍ.
ຜູ້ສື່ຂ່າວຖາມ: ຢາກໃຫ້ເອື້ອຍອະທິບາຍ ສູ່ຟັງແດ່ວ່າ ຖ້າສົມມຸດວ່າ ເຮົາຊິສົ່ງສິນຄ້າ ຈາກລາວໄປຈີນນີ້ ຂະບວນການ ມັນຕ້ອງເຮັດແນວໃດແດ່?
ຜູ້ປະກອບການຕອບ: ໂຕນີ້ ເຈົ້າຕ້ອງແຈ້ງຣາຍລະອຽດ, ໂຕນີ້ ຣາຍລະອຽດວ່າ ເຄື່ອງມີເທົ່າໃດ ນັ້ນນີ້ ມີໃບປະກອບການຄົບຖ້ວນແລ້ວບໍ່? ລະກະເຣື່ອງເວລາ, ຫຼັກໆເຣື່ອງເວລາ ຄັນສົມມຸດວ່າມັນຫຼ້າຊ້າ ເຈົ້າຊິຮັບໄດ້ບໍ່? ລະກະເຣື່ອງລາຄາ.
ຜູ້ສື່ຂ່າວຖາມ: ບາດນີ້, ທັມມະດາແລ້ວ ຄືວ່າມັນຂົນສົ່ງໄປໄວຢູ່ໄດ໋ລ່ະ ທາງຣົຖໄຟຫັ້ນ.
ຜູ້ປະກອບການຕອບ: ແມ່ນ, ໄວຢູ່, ແຕ່ບາງເທື່ອ ຄັນສົມມຸດເອກະສານເຈົ້າບໍ່ຜ່ານ ເຈົ້າຕ້ອງໄດ້ລໍຖ້າ ແລ່ນເອກະສານນັ້ນນີ້, ເຄື່ອງຂອງເຈົ້າຈະບໍ່ເສັຽຫາຍບໍ?”
ນັກທຸຣະກິຈລາວ ໃນແຂວງພາກໃຕ້ ນາງນຶ່ງ ທີ່ຄ້າຖ່ານຂາວ ແລະ ຖ່ານອັດແທ່ງ ສົ່ງໄປຍັງປະເທດຈີນ, ເກົາຫຼີໃຕ້ ແລະ ຍີ່ປຸ່ນ ກໍໄດ້ໃຫ້ສັມພາດ ແກ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ວັນທີ 28 ມີນາ ທີ່ຜ່ານມາວ່າ ທາງບໍຣິສັດ ກໍໄດ້ພົວພັນ ແລະ ມີຄວາມພະຍາຍາມ ທີ່ຈະສົ່ງສິນຄ້າ ຜ່ານທາງຣົຖໄຟລາວ-ຈີນ ຈາກທີ່ເຄີຍສົ່ງໄປ ທາງມະຫາສະໝຸດປາຊີຟິກ ຜ່ານທ່າເຮືອວຽດນາມ, ແຕ່ມາເຖິງປັດຈຸບັນ ກໍຍັງບໍ່ສາມາດເຮັດໄດ້ເທື່ອ ເນື່ອງຈາກເງື່ອນໄຂຕ່າງໆ ຂອງຝັ່ງຈີນ ຍັງຫຍຸ້ງຍາກຢູ່, ແຕ່ກໍຫວັງວ່າ ສະຖານະການ ຄົງຈະດີຂຶ້ນໃນອີກ 2-3 ເດືອນຂ້າງໜ້າ ແລະ ອາຈເຣີ່ມສົ່ງສິນຄ້າ ຜ່ານທາງຣົຖໄຟລາວ-ຈີນ ໄດ້.
ສຽງ4: “ຜູ້ສື່ຂ່າວຖາມ: ມີແນວຄຶດ ທີ່ຈະສົ່ງຜ່ານຣົຖໄຟລາວ-ຈີນ, ແຕ່ວ່າ ຂະບວນການນັ້ນ ຍັງບໍ່ເກີດຂຶ້ນເທື່ອ ແມ່ນບໍ?
ນັກທຸຣະກິຈຕອບ: ຍັງໆ ບໍ່ທັນໄດ້ເກີດຂຶ້ນ, ແຕ່ວ່າ ຫຼັງໆກຸດຈີນມານີ້ ກະພວມຕິດຕໍ່ກັບລູກຄ້າຫຼາຍຢູ່. ແມ່ນໆ ໃນອະນາຄົດ ອີກປະມານ 2-3 ເດືອນນີ້ ໜ້າຊິໄດ້ເຮັດແລ້ວ ໜ້າຊິໄດ້ລົງມື ເພາະວ່າ ລູກຄ້າກະເຣີ່ມສັ່ງກ່ອງ ສັ່ງອີ່ຫຍັງ ມາແຕ່ທາງວຽດນາມ ແລ້ວກະມາແພັກເຄື່ອງຢູ່ນີ້ ລະກະຊິເອົາຕູ້ຣົຖໄຟມາໃສ່ ຢູ່ໂຮງງານເຮົາເລີຍ.
ຜູ້ສື່ຂ່າວຖາມ: ໝາຍຄວາມວ່າ ມັນມີຕູ້ຄ່ອນເທ່ນເນີ້ ມາຮັບຢູ່ໂຮງງານ ລະເຂົາເຈົ້າຈັ່ງຄ່ອຍຂົນໄປໃສ່ຣົຖໄຟເອງ?
ນັກທຸຣະກິຈຕອບ: ແມ່ນ, ເປັນຕູ້ມາ ແມ່ນແກ່ໄປໃສ່ຢູ່ທ່ານາແລ້ງ ແນວນີ້ນ່າ.
ຜູ້ສື່ຂ່າວເສີມ ເພື່ອຢືນຢັນ: ໂອ, ກະຊິເປັນອີກທາງເລືອກນຶ່ງ ໃນການຂົນສົ່ງ, ຈາກທີ່ເຮົາເຄີຍສົ່ງໄປທາງມະຫາສະໝຸດເນາະ ປາຊີຟິກ ຂຶ້ນໄປເກົາຫຼີໃຕ້ ແລະ ຍີ່ປຸ່ນ ຫັ້ນ.
ນັກທຸຣະກິຈເສີມ ເພື່ອຢືນຢັນ: ເພາະວ່າ ລະບຽບຂອງຣົຖໄຟເພິ່ນ ຖ້າວ່າເປັນຖ່ານເນາະ ຊິເປັນຖ່ານຂາວ ຫຼືວ່າຖ່ານອັດກະຢ່າ ເພິ່ນນຕ້ອງໄດ້ໃຫ້ໃສ່ແກັດນຶ່ງ 10 ກິໂລ ຫຼື 15 ກິໂລ, ຫັ້ນນ່າ ຕ້ອງໄດ້ໃສ່ແກັດ ແພັກແກັດຄັກແນ່ ເປັນລະບຽບ.
ຜູ້ສື່ຂ່າວຖາມ: ໝາຍຄວາມວ່າ ເພິ່ນບໍ່ໃຫ້ໃສ່ ມະລຸ້ມມະລ້ວຍ ແມ່ນບໍ່?
ນັກທຸຣະກິຈຕອບ: ແມ່ນ, ຜ່ານມາເພິ່ນຫັ້ນ ເຂົາເຈົ້າຊິເອົາເປັນກະສອບໄປ ລະເພິ່ນບໍ່ໃຫ້.
ຜູ້ສື່ຂ່າວຖາມ ເພື່ອຢືນຢັນ: ມັນຕ້ອງບັນຈຸຫີບຫໍ່ ຢ່າງມິດຊິດ, ຄັກແນ່ເນາະ.
ນັກທຸຣະກິຈຕອບ: ແມ່ນ, ປັດຈຸບັນນີ້ ເຮົາກະໄດ້ແພັກໃສ່ກ່ອງຄືກັນ, ແຕ່ວ່າມີແຕ່ຜ່ານໄປທາງວຽດນາມ ບໍ່ທັນໄດ້ຜ່ານທາງຈີນ ຈັກເທື່ອ.
ຜູ້ຂັບຣົຖບັນທຸກ ໃຫ້ບໍຣິການ ຂົນສົ່ງສິນຄ້າ ຈາກລາວໄປຈີນ ໃນເຂດພາກເໜືອ ທ່ານນຶ່ງ ກໍໄດ້ໃຫ້ສັມພາດ ແກ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ວັນທີ 28 ມີນາ ທີ່ຜ່ານມາ ເຊັ່ນດຽວກັນວ່າ ການຂົນສົ່ງສິນຄ້າ ປະເພດໝາກໄມ້ສົດ ຜ່ານທາງຣົຖບັນທຸກ ຍັງເປັນໂຕເລືອກ ທີ່ບັນດາຜູ້ປະກອບການຈີນ ໃນລາວ ເລືອກໃຊ້ຫຼາຍທີ່ສຸດ ເພາະສາມາດມາຮັບສິນຄ້າ ຢູ່ສວນໄດ້ເລີຍ ແລະ ສົ່ງໄປຈີນ ກໍດຳເນີນການໄດ້ໄວກວ່າ ຖ້າທຽບໃສ່ການສົ່ງສິນຄ້າ ຜ່ານທາງຣົຖໄຟລາວ-ຈີນ ທີ່ຍັງມີຂັ້ນຕອນ ທີ່ຫຍຸ້ງຍາກຢູ່ ໃນໄລຍະນີ້.
ສຽງ5: “ຜູ້ສື່ຂ່າວຖາມ: ສ່ວນຫຼາຍເຂົາເຈົ້າມັກຈະຂົນສົ່ງ ຜ່ານລາວໄປຈີນ ດ້ວຍຣົຖບັນທຸກ ແມ່ນບໍ່? ແຕ່ເປັນຫຍັງ ເຂົາເຈົ້າຄືບໍ່ຂົນຜ່ານຣົຖໄຟ, ຫັ້ນນ່າ.
ຄົນຂັບຣົຖບັນທຸກຕອບ: ມັນກະຄືວ່າຫັ້ນແຫຼະ ຄັນຊິຂົນໃສ່ຣົຖໄຟ ມັນບໍ່ຫຼ້ອນດອກ ເພາະວ່າສິນຄ້າເນາະ ເຂົາປູກ ມັນເນົ່າ, ຄັນຂົນບໍ່ທັນ ຂົນສົ່ງບໍ່ທັນ ມັນກະເນົ່າເສັຽຫາຍລ້າ. ໂຕນີ້, ຄືເຮົາເອົາຣົຖເຂົ້າໄປໃນພຸ້ນ ລະເຂົາກະເອົາຣົຖຈາກຝັ່ງນັ້ນ ມາຄ່ຽນເອົາເລີຍ, ມາຮ່າຍເອົາເລີຍ. ມື້ອອກຈາກ ປະມານມື້ ສອງມື້ນີ້ແຫຼະ ສອງມື້ກະໄດ້ເຂົ້າຈີນລະ. ແຕ່ວ່າ ຄັນວ່າໄດ້ໄປລໍຄິວ ໄລຍະຣົຖຕິດຫັ້ນກະ ໜ້າຈະປະມານ 4-5 ມື້, ລະກະຣົຖໄດ້ເຂົ້າມາ, ໄດ້ເຂົ້າຈີນ.
ຜູ້ສື່ຂ່າວຖາມ: ບາດນີ້, ຜູ້ທີ່ເຂົາເຈົ້າປູກໝາກໂມ, ໝາກອຶບໍ ຫຼືວ່າໝາກຖົ່ວເບີ, ໝາກອີ່ຫຍັງກະແລ້ວແຕ່ເນາະ ຢູ່ທາງພາກເໜືອ, ຫັ້ນນ່າ ທີ່ເຂົາເຈົ້າປູກຫຼາຍ, ໝາກກ້ວຍ ຈັ່ງຊີ້. ເວລາເຂົາເຈົ້າ ຢາກສົ່ງສິນຄ້າເຂົາເຈົ້າໄປ ເຂົາເຈົ້າເອີ້ນຣົຖບັນທຸກໂລດ ແມ່ນບໍ?
ຄົນຂັບຣົຖບັນທຸກຕອບ: ແມ່ນໆ, ສ່ວນຫຼາຍຣົຖບັນທຸກນີ້ແຫຼະ, ຣົຖບັນທຸກໄປເອົາຢູ່ໃນສວນເລີຍ. ມີຄົນງານເຂົາເຈົ້າຂົນຂຶ້ນ ລະກະສົ່ງໄປຈີນຕໍ່. ຄັນວ່າໃສ່ຣົຖບັນທຸກ ລະກະຄືໃສ່ຣົຖບັນທຸກໄປເລີຍ, ຈຳຈີນພຸ້ນແຫຼະ ມີຣົຖຄົນຈີນພຸ້ນ ເຂົາມາເຄື່ອນຍ້າຍຕໍ່. ມີແຕ່ເຂົ້າໄປໃນຊາຍແດນ ກະຊິປະມານໜ້ອຍນຶ່ງຫັ້ນແຫຼະ ເຂົ້າໄປໃນຫັ້ນນ່າ, ເຮົາກະບໍ່ໄດ້ເຂົ້າໄປຈັກເທື່ອ. ພຽງແຕ່ເຂົ້າໄປຈີນ ຈັກມັນແນວໃດບຸ ຂ້ອຍກະບໍ່ເຂົ້າໃຈ ຄືວ່າຢາກຍາກ, ມັນຕ້ອງໄດ້ມີພວກຊຸດຂາວ ຄືພວກອັນນັ້ນ (ເຈົ້າໜ້າທີ່ຄວບຄຸມໂຣຄ) ຂັບເຂົ້າໄປອີກນ່າ.”
ທ່ານ ພິທູນ ສີອິນງາມ, ຜູ້ອຳນວຍການບໍຣິຫານ ດ່ານພາສີ ປະຈຳແຂວງໜອງຄາຍ ກໍໄດ້ໃຫ້ສັມພາດ ແກ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ວັນທີ 30 ມີນາ ທີ່ຜ່ານມານີ້ວ່າ ການຂົນສົ່ງສິນຄ້າ ຜ່ານທາງຣົຖໄຟລາວ-ຈີນ ນັ້ນ, ສ່ວນໃຫຍ່ຍັງເປັນການສົ່ງຈາກຈີນຜ່ານລາວ ແລ້ວມາເຖິງໄທຍ, ແຕ່ການສົ່ງສິນຄ້າ ຈາກໄທຍໄປຈີນ ຜ່ານລາວ ແມ່ນຍັງມີໜ້ອຍຢູ່ ໃນຮອບ 3 ເດືອນປາຍ ທີ່ຜ່ານມານີ້ ອັນເນື່ອງມາຈາກ ຂັ້ນຕອນຕ່າງໆ ທີ່ຍັງຫຍຸ້ງຍາກ ຈາກຝັ່ງຈີນ.
ສຽງ6: ທ່ານວ່າ: “ຫຼາຍບໍ່, ບໍ່ຫຼາຍ, ຍັງໜ້ອຍ ມັນຄືກັບວ່າ ສົ່ງອອກຫາກະເຣີ່ມ. ນຳເຂົ້າ ກໍໜ້າຈະຫຼາຍກວ່າ, ແຕ່ກະເປັນຜູ້ນຳເຂົ້າຣາຍເດີມ, ປຸ໋ຍກໍຣາຍເດີມໆ. ປຸ໋ຍນຳເຂົ້າແທ້ໆ ກະມີພຽງ 3 ບໍຣິສັດໄດ້ບໍ່? ບໍ່ຫຼາຍ, ຈະໜ້ອຍ ເພາະວ່າຫຍັງ ມັນຄືກັບວ່າ ຂັ້ນຕອນ ມັນຂ້ອນຂ້າງຈະຫຍຸ້ງຍາກ.”
ເຖິງຢ່າງໃດກໍຕາມ, ຫຼ້າສຸດນີ້ ເມື່ອວັນທີ 27 ມີນາ ທີ່ຜ່ານມາ, ຜູ້ປະກອບການໄທຍ ກໍສາມາດສົ່ງສິນຄ້າ ດ້ານການກະເສດ ຜ່ານທາງຣົຖໄຟລາວ-ຈີນ ໄປຍັງປະເທດຈີນ ເປັນຮອບປະຖົມມະລຶກ ໄດ້ສຳເຣັດ ທີ່ໄດ້ສົ່ງໝາກຖົ່ວລຽນ ຈຳນວນ 40 ຕັ່ນ ບັນຈຸໃນຕູ້ຄ່ອນເທ່ນເນີ້ 2 ຕູ້ ແລະ ໝາກພ້າວ ຈຳນວນ 20 ຕັ່ນ ບັນຈຸໃນຕູ້ຄ່ອນເທ່ນເນີ້ 1 ຕູ້ ຈາກແຂວງຣະຍອງ, ອີງຕາມການຣາຍງານ ຂອງສື່ມວນຊົນໄທຍ ໃນວັນທີ 28 ມີນາ ທີ່ໄດ້ອ້າງອີງຄວາມເວົ້າ ຂອງທ່ານ ສົມກຽດ ໝັ້ນສິຣິພັຍບູລ, ຜູ້ຈັດການ ບໍຣິສັດກ້າວຈເຣີນ ຂົນສົ່ງທາງຣົຖໄຟ ຂອງໄທຍ.
ເມື່ອ 3 ເດືອນທີ່ຜ່ານມາ ຫຼືຈົນມາເຖິງວັນທີ 3 ມີນາ 2022 ນີ້, ການຂົນສົ່ງສິນຄ້າ ຜ່ານທາງຣົຖໄຟລາວ-ຈີນ ທັງທາງຝັ່ງຈີນ ແລະ ລາວ ໄດ້ມີການຂົນສົ່ງສິນຄ້າແລ້ວ ຈຳນວນ 1.1 ລ້ານຕັ່ນ ແລະ ໄດ້ໃຫ້ບໍຣິການ ແກ່ຜູ້ໂດຍສານ ຈຳນວນ 1.7 ລ້ານເທື່ອຄົນ, ອີງຕາມການຣາຍງານ ຂອງສຳນັກຂ່າວ ຂ່າວສານປະເທດລາວ ທີ່ໜັງສືພິມວຽງຈັນທາມສ໌ ໄດ້ກ່າວອ້າງອີງ ແລະ ເຜີຍແຜ່ ໃນວັນທີ 29 ມີນາ ທີ່ຜ່ານມານີ້. ສບາຍດີ.