2 ປີ ທາງຣົຖໄຟລາວ-ຈີນ ປໂຍດຕໍ່ຊາວລາວ ຍັງບໍ່ຫຼາຍເທົ່າທີ່ຄວນ
2023.12.04
ຄົບຮອບ 2 ປີ ການເປີດນຳໃຊ້ ເສັ້ນທາງຣົຖໄຟລາວ-ຈີນ ໃນມື້ວັນທີ 2 ທັນວາ 2023 ທີ່ຜ່ານມາ, ໂດຍໃນໄລຍະ 2 ປີທີ່ຜ່ານມານີ້ ເສັ້ນທາງດັ່ງກ່າວ ມີການຂົນສົ່ງໂດຍສານ ຈຳນວນ 24.2 ລ້ານເທື່ອຄົນ. ໃນນັ້ນ, ຢູ່ຝັ່ງປະເທດລາວ ຈຳນວນ 3.7 ລ້ານເທື່ອຄົນ ແລະ ມີການຂົນສົ່ງສິນຄ້າ ຈຳນວນ 29.1 ລ້ານຕັ່ນ. ໃນນັ້ນ, ເປັນສິນຄ້າຂ້າມຊາຍແດນ ຫຼາຍກວ່າ 6 ລ້ານຕັ່ນ.
ໂຄງການທາງຣົຖໄຟລາວ-ຈີນ ເປັນໂຄງການ ເຊື່ອມຈອດຍຸທສາຕ ພາຍໃຕ້ “ຂໍ້ຣິເຣີ່ມ ນຶ່ງແລວ ນຶ່ງເສັ້ນທາງ” ຂອງປະທານປະເທດຈີນ ແລະ ນະໂຍບາຍ ຂອງປະເທດລາວ ທີ່ຈະຫັນປ່ຽນປະເທດ ທີ່ບໍ່ມີທາງອອກສູ່ທະເລ ໃຫ້ເປັນປະເທດ ເຊື່ອມຈອດທະເລ, ເຊິ່ງຈະເຮັດໃຫ້ປະເທດລາວ ເຂົ້າສູ່ຄວາມທັນສໄມ ແລະ ພັທນາເສຖກິຈແຫ່ງຊາຕ.
ດັ່ງທ່ານ ດຣ. ທອງລຸນ ສີສຸລິດ, ປະທານປະເທດລາວ ທີ່ເຄີຍໃຫ້ສັມພາດ ຕໍ່ໂທຣະພາບແຫ່ງຊາຕຈີນ (CCTV) ລະວ່າງໄປຢ້ຽມຢາມ ປະເທດຈີນ ເມື່ອປີ 2022 ທີ່ຜ່ານມາ ໃນຕອນນຶ່ງວ່າ:
“ເສັ້ນທາງຣົຖໄຟລາວ-ຈີນ ນີ້, ແມ່ນເສັ້ນທາງປວັດສາຕ ຂອງລະບົບຄົມມະນາຄົມ-ຂົນສົ່ງ ຂອງ ສປປລາວ ພວກຂ້າພະເຈົ້າ. ທາງຣົຖໄຟນີ້, ພັດເປັນທາງຣົຖໄຟທັນສໄມ ແລະ ມີຄວາມໄວສູງ ອັນນີ້ ເປັນຄວາມພູມໃຈ ຂອງປະຊາຊົນລາວ ຂອງປະເທດລາວ. ອັນທີສອງ ແມ່ນຄວາມໝາຍສຳຄັນວ່າ ລາວ ບໍ່ມີຊາຍແດນ ຕິດກັບທະເລ, ແຕ່ທາງຣົຖໄຟເສັ້ນນີ້ ຈະຊ່ອຍໃຫ້ປະເທດລາວ ມີເສັ້ນທາງຄົມມະນາຄົມ ດ້ວຍຕາໜ່າງໂລຈິສຕິກ ອອກສູ່ທະເລ ແລະ ໄປສູ່ບັນດາປະເທດ ພູມິພາກນີ້ ຢ່າງສດວກ.”
ປັດຈຸບັນ, ເສັ້ນທາງຣົຖໄຟລາວ-ຈີນ ກໍໄດ້ເປີດບໍຣິການ ແບບຂ້າມປະເທດ ໃນກາງເດືອນເມສາ 2023 ນີ້ ຢ່່າງເປັນທາງການ, ເຊິ່ງເຣີ່ມຕົ້ນ ຈາກນະຄອນຫຼວງວຽງຈັນ ໄປຍັງນະຄອນຄຸນໝິງ ແລະ ນະຄອນຄຸນໝິງ ມາຍັງນະຄອນຫຼວງວຽງຈັນ.
ຂະນະທີ່ ປະຊາຊົນລາວ ຈຳນວນນຶ່ງ ເຫັນວ່າ ເຖິງວ່າເສັ້ນທາງຣົຖໄຟລາວ-ຈີນ ຈະເປີດໃຫ້ບໍຣິການມາແລ້ວ 2 ປີ, ແຕ່ສະພາບໂດຍລວມ ຂອງຄົນລາວ ແລະ ຊາວບ້ານ ໃນເຂດອ້ອມຂ້າງໂຄງການ ພັດບໍ່ໄດ້ຮັບຜົລປໂຍດ ຈາກໂຄງການດັ່ງກ່າວ ເທົ່າທີ່ຄວນ ເພາະການລົງທຶນ ເກືອບທັງໝົດ, ການບໍຣິຫານ ຈັດການໂຄງການ, ການຄຸ້ມຄອງ ເຣື່ອງການຂົນສົ່ງໂດຍສານ ແລະ ຂົນສົ່ງສິນຄ້າ ແມ່ນເປັນຂອງບໍຣິສັດ ຜູ້ພັທນາໂຄງການ ແລະ ບໍຣິສັດຄູ່ຄ້າ ຂອງຄົນຈີນ.
ດັ່ງຊາວລາວ ຜູ້ນຶ່ງ ໃນແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 4 ທັນວາ ນີ້ວ່າ:
“ບໍ່ສາມາດເວົ້າໄດ້ເຕັມປາກເນາະວ່າ ເຮົາໄດ້ປໂຍດຫຍັງນຳເຂົາ, ຣັຖບານກະຊິໄດ້ຄ່າສັມປະທານ. ມູລຄ່າຊິສູງປານໃດກໍຕາມ, ທັງຣັຖ ທັງປະຊາຊົນ ໄດ້ບໍ່ຮອດ 10% ຂອງນັກລົງທຶນຈີນ ຄື ຢາງພາຣາເບາະ ຫຼືວ່າໝາກກ້ວຍ ມັນແມ່ນການລົງທຶນຈີນ ພຸ້ນ.”
ຜູ້ປະກອບການທຸຣະກິຈ ທ່ານນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ ມີພຽງກຸ່ມຄົນຈຳນວນນຶ່ງ ເທົ່ານັ້ນ ທີ່ໄດ້ຮັບຜົລປໂຍດ ຈຳນວນມະຫາສານ ຈາກເສັ້ນທາງຣົຖໄຟລາວ-ຈີນ, ແຕ່ປະຊາຊົນລາວທົ່ວໄປ ຍັງບໍ່ໄດ້ຮັບຜົລປໂຍດ ຫຼາຍເທົ່າທີ່ຄວນ, ໂດຍສະເພາະ ເຣື່ອງການຂົນສົ່ງສິນຄ້າ ຈາກລາວ ອອກໄປຈີນ ທີ່ຍັງມີຂໍ້ຈຳກັດຫຼາຍຢ່າງ ເຊັ່ນ ຄຸນນະພາບ ບໍ່ໄດ້ຕາມມາຕຖານ ຂອງຈີນ, ຄ່າຂົນສົ່ງທີ່ແພງ ແລະ ສິນຄ້າສົ່ງອອກ ມີຈຳນວນໜ້ອຍ ເມື່ອທຽບໃສ່ສິນຄ້າຈີນ ທີ່ສົ່ງມາລາວ ແລະ ບັນດາປະເທດ ໃນພາກພື້ນ.
ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຈຳນວນນຶ່ງ ທີ່ໄດ້ຮັບເຣື່ອງຂົນສົ່ງສິນຄ້າ ທັງຂົນສົ່ງໂດຍສານ, ຕ້ອງໄດ້ມີກົລໄກ ມາແກ້, ມີວິທີການແກ້ ໃຫ້ມັນເໝາະສົມ, ຫັ້ນແຫຼະ ເພາະວ່າ ຖືກທາງເບື້ອງລາວໄທຍ ໜັກເດ້.”
ຊາວລາວອີກຜູ້ນຶ່ງ ໃນແຂວງວຽງຈັນ ກ່າວວ່າ ເສັ້ນທາງຣົຖໄຟລາວ-ຈີນ ອາຈສ້າງຜົລປໂຍດ ໃຫ້ກັບຣັຖບານລາວ, ແຕ່ສຳລັບປະຊາຊົນລາວ ຍັງບໍ່ເຫັນວ່າ ຈະໄດ້ຮັບຜົລປໂຍດຫຍັງ ເທົ່າທີ່ຄວນ ນອກຈາກຄວາມສດວກ, ຄວາມວ່ອງໄວ ໃນການເດີນທາງ ເພາະເຂົ້າໃຈວ່າ ໂຄງການພັທນາດັ່ງກ່າວ ແມ່ນເປັນການບໍຣິຫານງານ ແລະ ຖືກຄຸ້ມຄອງ ໂດຍບໍຣິສັດ ຂອງຄົນຈີນທັງໝົດ.
ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ໄດ້ຢ່າງ ກະເສັຽຢ່າງ. ໄດ້ກະມີແຕ່ເຈົ້າ ແຕ່ນາຍພຸ້ນໄດ້. ປະຊາຊົນບໍ່ໄດ້ຢູ່ໄດ້ກິນນຳ. ເຮົາລະມີແຕ່ຝ່າຍເສັຽປຽບ ມັນບໍ່ແມ່ນ ຂອງຣັຖບານເນາະ ມັນຂຶ້ນກັບຈີນ ໂດຍສະເພາະເນາະ. ດີຢ່າງນຶ່ງ, ດີບ່ອນໃດ, ດີບ່ອນໄດ້ໄປໄວ-ມາໄວ.”
ຊາວໄທຍຜູ້ນຶ່ງ ທີ່ເຂົ້າໄປດຳເນີນທຸຣະກິຈ ຢູ່ແຂວງອຸດົມໄຊ ກ່າວວ່າ ຣັຖບານລາວ, ຜູ້ຜລິຕສິນຄ້າໃນລາວ ແລະ ປະຊາຊົນລາວ ຄວນຈະເລັ່ງຜລິຕສິນຄ້າ ທີ່ມີຄຸນນະພາບ ແຂ່ງຂັນກັບສິນຄ້າຈີນ ແລະ ສົ່ງອອກສິນຄ້າ ໄປປະເທດຈີນ ເພື່ອດຸ່ນດ່ຽງ ກັບສິນຄ້າ ຂອງຈີນ ແລະ ບໍ່ເສັຽປຽບຈີນ ຈົນເກີນໄປ ເພາະປັດຈຸບັນ ສິນຄ້າຈາກຈີນ ຖືກສົ່ງມາລາວ ເປັນຈຳນວນຫຼາຍ ແລະ ມີເກືອບທຸກໝວດ-ໝູ່ສິນຄ້າ.
“ຣົຖໄຟເນາະ ມັນແລ່ນເຂົ້າມາທຸກມື້, ມື້ນຶ່ງປະມານ 10 ພັນຕັ່ນຂຶ້ນໄປ, ແຕ່ຈີນລົງໄປວຽງຈັນ. ຍອມຮັບວ່າ ປ່ອຍໃຫ້ສິນຄ້າຈີນ ໄຫຼເຂົ້າມາຫຼາຍໆນີ້ ຜູ້ຜລິຕສິນຄ້ານີ້ ຈະສູ້ກັບຈີນແນວໃດ ຕ້ອງມານັ່ງຄິດ.”
ທາງດ້ານທ່ານອາຈານ ອດິສອນ ເສມແຍ້ມ ຈາກສະຖາບັນເອເຊັຽສຶກສາ ຈຸລາລົງກອນ ມະຫາວິທຍາລັຍ ຂອງປະເທດໄທຍ ກ່າວວ່າ ຜົລປໂຍດ ທີ່ຈະໄດ້ຮັບ ກໍຂຶ້ນກັບເງື່ອນໄຂ, ການຕໍ່ລອງ ແລະ ຂໍ້ຕົກລົງສອງຝ່າຍ ທີ່ຈະເຈຣະຈາກັນ. ແຕ່ສຳລັບປະເທດລາວ, ໂດຍສະເພາະ ເສັ້ນທາງຣົຖໄຟລາວ-ຈີນ ຜົລປໂຍດ ທີ່ໄດ້ຮັບນັ້ນ, ຖືວ່າຍັງຢູ່ໃນລະດັບທີ່ຕ່ຳຫຼາຍ ເມື່ອທຽບກັບຜົລປໂຍດ ຂອງຈີນ ທີ່ຈະໄດ້ຮັບ ຈາກໂຄງການດັ່ງກ່າວ.
ປັດຈັຍທີ່ຍົກໃຫ້ເຫັນວ່າ ປະເທດລາວ ໄດ້ຮັບຜົລປໂຍດຕ່ຳນັ້ນ ກໍເນື່ອງຈາກວ່າ ໂຄງການທາງຣົຖໄຟ ຕາມແນວຄິດ ຂອງຈີນ ແມ່ນເນັ້ນໃນເຣື່ອງ ຂອງການຂົນສົ່ງສິນຄ້າ ເປັນຫຼັກ, ສ່ວນການຂົນສົ່ງໂດຍສານ ເປັນເຣື່ອງຮອງລົງມາ. ແຕ່ປັດຈຸບັນ, ປະເທດລາວ ຍັງມີຖານການຜລິຕສິນຄ້າ ໜ້ອຍຫຼາຍ, ເຊິ່ງການຜລິຕສິນຄ້າ ຂນາດໃຫຍ່ ເຊັ່ນ ໝາກກ້ວຍ, ຢາງພາຣາ, ມັນຕົ້ນ, ຖົ່ວ ລວມເຖິງແຮ່ທາດຕ່າງໆ ສ່ວນໃຫຍ່ ກໍເປັນຂອງນັກລົງທຶນຈີນ ທັງໝົດ ບໍ່ແມ່ນຂອງຄົນລາວ.
ດັ່ງທ່ານກ່າວຕໍ່ ວິທຍຸເອເຊັຽຣີ ໃນມື້ດຽວກັນນີ້ວ່າ:
“ໄດ້ ຫຼືເສັຽຕ່າງກັນ. ມັນຢູ່ທີ່ອຳນາດການຕໍ່ລອງ, ເຊິ່ງແຕ່ລະປະເທດ ມັນແຕກຕ່າງກັນ. ໃນບ່ອນນີ້, ຈີນໄດ້ປຽບຢູ່ແລ້ວ ໃນເຣື່ອງການພັທນາ ຫຼືການເຊື່ອມໂຍງ. ລາວ ຈະຕໍ່ລອງໄດ້ໜ້ອຍ ມັນກໍຈະເຮັດໃຫ້ເສັຽປຽບ ຄືສິນຄ້າລາວ ສົ່ງອອກໄປເທົ່າໃດ ແລ້ວສິນຄ້າຈີນ ເຂົ້າມາເທົ່າໃດ.”
ເຖິງວ່າ ເສັ້ນທາງຣົຖໄຟລາວ-ຈີນ ຈະເປີດນຳໃຊ້ມາແລ້ວ 2 ປີ, ແຕ່ການຈ່າຍເງິນຄ່າຊົດເຊີຍ ໃຫ້ແກ່ຊາວບ້ານ ກໍຍັງເກີດການຊັກຊ້າຫຼາຍ, ໂດຍມາຮອດປັດຈຸບັນ ຄະນະຄຸ້ມຄອງ ໂຄງການກໍ່ສ້າງ ທາງຣົຖໄຟລາວ-ຈີນ ໄດ້ເບີກຈ່າຍຄ່າຊົດເຊີຍ ທັງໝົດ 1,844 ຕື້ກີບ ແລະ ໄດ້ຈ່າຍໃຫ້ຊາວບ້ານແລ້ວ 6,073 ຄອບຄົວ ຄິດເປັນມູລຄ່າ 1,552 ຕື້ກີບ ແລະ ຍັງຄ້າງຄ່າຊົດເຊີຍຢູ່ ຈຳນວນ 695 ຄອບຄົວ ຄິດເປັນມູລຄ່າ ທີ່ຍັງຄ້າງຈ່າຍ ຈຳນວນ 292 ຕື້ກີບ.
ສ່ວນຊາວບ້ານ ທີ່ຍັງບໍ່ໄດ້ຮັບເງິນຄ່າຊົດເຊີຍ ເຫຼືອຢູ່ 2 ແຂວງ ຄື ໃນນະຄອນຫຼວງວຽງຈັນ ຢູ່ເມືອງໄຊເສດຖາ ແລະ ເມືອງຫາດຊາຍຟອງ. ແຂວງອຸດົມໄຊ ຢູ່ເມືອງງາ ແລະ ເມືອງນາໝໍ້.