ທາງຣົຖໄຟ ລາວ-ຈີນ ຍັງບໍ່ສົ່ງຜົລດີ ຕໍ່ເສຖກິຈລາວ ເທົ່າທີ່ຄວນ
2023.07.31
ທາງຣົຖໄຟລາວ-ຈີນ ເປີດໃຊ້ແຕ່ເດືອນທັນວາ 2021 ເປັນຕົ້ນມາ ແຕ່ປະຊາຊົນລາວ ເຫັນວ່າ ຍັງບໍ່ໄດ້ຊ່ອຍເຮັດໃຫ້ເສຖກິຈ ແລະການເງິນຂອງລາວ ດີຂຶ້ນເທົ່າທີ່ຄວນ. ໃນໄຕຣມາດທີ 1 ຂອງປີ 2023 ນີ້, ຣົຖໄຟລາວ-ຈີນ ໄດ້ຂົນສົ່ງຜູ້ໂດຍສານ ທັງໝົດ 4,620,000 ຄົນ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແມ່ນເພີ່ມຂຶ້ນ 185% ແລະຂົນສົ່ງສິນຄ້າອອກ 5,160,000 ຕັນ, ເພີ່ມຂຶ້ນ 215%, ອີງຕາມຣາຍງານ ຂອງບໍຣິສັດທາງຣົຖໄຟ ລາວ-ຈີນ ໃນເດືອນກໍຣະກະດາປີນີ້ ແລະລາຍໄດ້ ທີ່ທາງບໍຣິສັດທາງຣົຖໄຟ ລາວ-ຈີນ ໄດ້ຮັບ ຖ້າຄິດເປັນເງິນແລ້ວ ກໍແມ່ນຫລາຍລ້ານໂດລ້າຣ໌ ສະຫະຣັຖ. ສະນັ້ນ ຊາວລາວຫລາຍຄົນຈຶ່ ງຕັ້ງຄໍາຖາມວ່າ ທັ້ງໆທີ່ມີລາຍໄດ້ຫລາຍຄືແນວນັ້ນ ແຕ່ເປັນຫຍັງສະພາບເສຖກິຈ-ການເງິນ ຂອງລາວ ຈຶ່ງບໍ່ດີຂຶ້ນເລີຍ ຫລື ຜູ້ທີ່ໄດ້ຮັບຜົລປໂຍດ ທີ່ແທ້ຈິງ ບໍ່ແມ່ນຣັຖບານລາວ ແຕ່ເປັນບໍຣິສັດທາງຣົຖໄຟ ລາວ-ຈີນ ຂອງຈີນແຕ່ຝ່າຍດຽວ, ເພາະບັນຫາເງິນເຟີ້ ໃນລາວ ຍັງໜັກໜ່ວງ ແລະເງິນກີບຍັງອ່ອນຄ່າລົງຢ່າງຕໍ່ເນື່ອງ, ສົ່ງຜົລໃຫ້ລາຄາສິນຄ້າ ໃນລາວແພງຂຶ້ນຢ່າງບໍ່ຢຸດຢັ້ງ.
ດັ່ງຊາວລາວຜູ້ນຶ່ງ ເວົ້າຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 26 ກໍຣະກະດານີ້ວ່າ:
“ຜູ້ໄດ້ຮັບຜົນປໂຍດ ຣົຖໄຟ ລາວ-ຈີນ ບໍ່ແມ່ນລາວດອກ ຕ້ອງແມ່ນຫົວໜ້າໂຄງການ ຜູ້ທີ່ເຊັນກໍຈະໄດ້ເທື່ອດຽວ ເວົ້າງ່າຍໆ ຄົນ 6 ລ້ານຄົນ ໃຫ້ກິນແຄ່ຄົນດຽວ ທີ່... ແລ້ວກໍມາຍ້ອງເຂົາວ່າ ເຈົ້າໄດ້ກິນແຊບ ທັງໆທີ່ຄົນເປັນລ້ານໆຄົນບໍ່ໄດ້ກິນຫຍັງເລີຍ. ຄ່າເງິນແຮງເພີ່ມແຕ່ຕົ້ນປີມາ ແຮງພຸ້ງຂຶ້ນໆ ຢູ່ທະນາຄານເນາະ ຢູ່ທີ່ 579 ມັນແລກບໍ່ໄດ້ ເຣດນອກ ຢູ່ປະມານ 91-92.”
ຊາວລາວອີກຜູ້ນຶ່ງ ກໍເວົ້າເຖິງເຣື່ອງການເປີດບໍຣິການຣົຖໄຟ ລາວ-ຈີນ ໃນໄລຍະ 1 ປີເຄິ່ງຜ່ານມານີ້ວ່າ ປະຊາຊົນລາວ ໄດ້ປໂຍດຢູ່ ຄືໄດ້ຄວາມສະດວກສະບາຍ ໃນການເດີນທາງ ທີ່ວ່ອງໄວຂຶ້ນເທົ່ານັ້ນ. ສ່ວນຜົລປໂຍດດ້ານລາຍໄດ້ ຍັງບໍ່ເຫັນໄດ້ເທົ່າໃດ, ເພາະເວລາຂີ່ຣົຖໄຟໄປພາກເໜືອ ກໍຕ້ອງເສັຍເງິນຊື້ປີ້ແພງ ບໍ່ໄດ້ຂີ່ລ້າໆ. ສລຸບແລ້ວ ປະຊາຊົນລາວ ຍັງບໍ່ໄດ້ຫຍັງຫລາຍ ແຕ່ຜູ້ທີ່ໄດ້ຫລາຍແມ່ນບໍຣິສັດທາງຣົຖໄຟນັ້ນແຫລະ ທີ່ມີລາຍໄດ້. ທ່ານເອງກໍເປັນຜູ້ນຶ່ງ ທີ່ເຄີຍໄດ້ຂີ່ຣົຖໄຟນັ້ນ ແລະກໍເຫັນທັງຄົນລາວ ແລະຄົນຕ່າງປະເທດ ພາກັນໃຊ້ບໍຣິການຣົຖໄຟນີ້ຫລາຍຂຶ້ນເລື້ອຍໆ, ຍິ່ງແມ່ນໄລຍະບຸນສິນກິນທານ ຜູ້ໂດຍສານແມ່ນເຕັມທຸກຖ້ຽວ ຈົນທາງບໍຣິສັດຣົຖໄຟ ຕ້ອງໄດ້ເພີ່ມຖ້ຽວຣົຖ ຊຶ່ງທ່ານກໍຮູ້ສຶກແປກໃຈ ບໍ່ຕ່າງໄປຈາກຄົນອື່ນທີ່ວ່າ ທັ້ງໆທີ່ມີຄົນໃຊ້ບໍຣິການ ຫລາຍທຸກມື້ ແລະມີເງິນໝຸນວຽນ ຫລາຍຂນາດນັ້ນ ແຕ່ເປັນຫຍັງເສຖກິຈລາວຈຶ່ງຕົກຕໍ່າລົງ.
“ວ່າໄດ້ປໂຍດກໍໄດ້ສະດວກ ທີ່ວ່າກໍເງິນເຮົາຄືເກົ່າຫັ້ນແຫລະ ວ່າມັນຮອດໄວຂຶ້ນຫັ້ນແຫລະ ກໍມີແຕ່ເຂົາເຈົ້າໄປທ່ຽວ ກໍມີແຕ່ເສັຽເງິນຫັ້ນຕິເບາະ ເຕັມທຸກຖ້ຽວ ກໍສະທ້ອນຫລາຍຢູ່ ແຕ່ກໍຈໍາໃຈຈໍາເປັນອິຫຍັງກໍຂຶ້ນ.”
ໃນຂະນະດຽວກັນ ຜູ້ຂາຍປີ້ຣົຖໄຟ ລາວ-ຈີນ ທ່ານນຶ່ງກໍເວົ້າວ່າ ແຕ່ລະມື້ ມີຜູ້ຄົນຂີ່ຣົຖໄຟຫລາຍຂຶ້ນ ເພາະມັນສະດວກວ່ອງໄວ. ປັດຈຸບັນ ແລ່ນຈາກນະຄອນຫລວງພຣະບາງ ໄປນະຄອນຫລວງວຽງຈັນ ມີ 5 ຖ້ຽວຕໍ່ມື້; ຖ້າເປັນໄລຍະບຸນສິນກິນທານ ກໍມີຜູ້ໂດຍສານບໍ່ຕໍ່າກວ່າ 10,000 ຄົນ ຊຶ່ງແນ່ນອນວ່າ ຫລັກໆກໍແມ່ນທາງຣົຖໄຟນີ້ ເປັນຜູ້ມີລາຍໄດ້ມະຫາສານ.
“ຖ້ຽວນຶ່ງກໍສະເລັ່ຽປະມານ 2,000 ເດ້ ຫລາຍສຸດນີ້ນ່າ ຫລວງພຣະບາງໄປວຽງຈັນແທ້ມີື 5 ຖ້ຽວ ຂຶ້ນກັບບາງຊ່ວງເຂົາເຈົ້າ ຊ່ວງໃດມີເທສການຫລາຍຊີ້ ເຂົາເຈົ້າກໍເພີ່ມຕູ້ ຖ້າ 5 ຖ້ຽວກໍເປັນໝີ່ນພຸ້ນ ເພາະດຽວນີ້ມັນສະດວກຢ່າງນຶ່ງ ເຂົາເຈົ້າຈອງທາງແອັບ ຕ້ອງໄດ້ໃຊ້ເບີລາວກ່ອນ. ຫລັກໆແທ້ກໍເປັນສະຖານີຣົຖໄຟແຫລະ ເພາະພວກເຮົາກໍຕ້ອງໄດ້ຊື້ນໍາເພິ່ນ ລູກຄ້າຫລັກໆກໍມາແຕ່ໄທຍຫັ້ນນ່າ.”
ເວົ້າເຖິງເຣື່ອງລາຍໄດ້ ທີ່ບໍຣິສັດທາງຣົຖໄຟ ລາວ-ຈີນ ໄດ້ຢ່າງມະຫາສານ ແຕ່ເປັນຫຍັງເສຖກິຈລາວ ຈຶ່ງຍັງຕົກຕໍ່າຢູ່ນັ້ນ ເຈົ້າໜ້າທີ່ຣົຖໄຟ ລາວ-ຈີນ ຜູ້ນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ ທ່ານບໍ່ຂໍອອກຄວາມເຫັນແຕ່ທ່ານກໍເວົ້າວ່າ ເສັ້ນທາງຣົຖໄຟນີ້ ເປັນເຣື່ອງຂອງທາງບໍຣິສັດ ທາງຣົຖໄຟລາວ-ຈີນ ເປັນຜູ້ຈັດການບໍຣິຫານ, ແຕ່ຕາມຄວາມຄິດເຫັນສ່ວນຕົວ ຂອງທ່ານແລ້ວ ທ່ານຄິດວ່າ ການເປີດທາງຣົຖໄຟນີ້ ມີດ້ານດີຢູ່ ຄືເຮັດໃຫ້ຄົນລາວ ແລະນັກທ່ອງທ່ຽວ ທັງພາຍໃນ ແລະຕ່່າງປະເທດ ເດີນທາງສະດວກ ສະບາຍ ແລະວ່ອງໄວຂຶ້ນ ບໍ່ເສັຍເວລາໃນການເດີນທາງຫລາຍ ແລະທັງຍັງສົ່ງເສີມໃຫ້ຄົນໃນຊຸມຊົນ ຢູ່ແຂວງທີ່ມີຣົຖໄຟຜ່ານມີລາຍໄດ້ ຈາກນັກທ່ອງທ່ຽວ ຮວມໄປເຖິງເສັ້ນທາງຄົມມະນາຄົມ ແລະການຂົນສົ່ງສິນຄ້າ ດີຂຶ້ນຫລາຍກວ່າແຕ່ກ່ອນ.
“ກະບໍຣິສັດຣົຖໄຟລາວ-ຈີນ ເປັນຜູ້ປະສານຕໍ່ ກະດີຂຶ້ນຫັ້ນແຫລະ ການຄົມນາຄົມສະດວກ ແລະກໍເຮັດໃຫ້ທຸກສິ່ງທຸກຢ່າງກໍສະດວກໄປນໍາ ການຂົນສົ່ງຕ່າງໆນາໆ ມັນກໍສະດວກໄປນໍາ ການຈະລາຈອນ ຜູ້ໂດຍສານກໍສະດວກ ປະຢັດເວລາ.”
ນອກຈາກນັ້ນແລ້ວ ຣັຖບານລາວ ແລະບໍຣິສັດທາງຣົຖໄຟ ລາວ-ຈີນ ກໍຍັງມີລາຍຮັບຈາກການຂົນສົ່ງສິນຄ້າຜ່ານຣົຖໄຟນີ້ນໍາອີກ ຊຶ່ງໃນໄລຍະ 5 ເດືອນທໍາອິດຂອງປີ 2023 ນີ້ ສາມາດຂົນສົ່ງສິນຄ້າ ຈາກລາວໄປຈີນໄດ້ເຖິງ 1.7 ລ້ານຕັນ ຊຶ່ງສິນຄ້າສ່ວນຫລາຍແມ່ນ ຢາງພາຣາ, ແຮ່ທາດ ແລະມັນຕົ້ນ.
ກ່ຽວກັບເຣື່ອງນີ້ ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ຂົນສົ່ງສິນຄ້າ ຢູ່ແຂວງຫລວງພຣະບາງ ວ່າ ສ່ວນຫລາຍ ສະຖານີຂົນສົ່ງສິນຄ້າ ແຕ່ລະສະຖານີ ຈະສົ່ງແຕ່ສິນຄ້າທີ່ເປັນແຮ່ທາດ ຕ່າງໆອອກໄປຈີນຫລາຍພັນຕັນ ຕໍ່ມື້ ບໍ່ເຄີຍຂາດ. ເວົ້າສະເພາະສະຖານີຂົນສົ່ງສິນຄ້າ ໃນແຂວງຫລວງພຣະບາງ ມື້ນຶ່ງຈະສົ່ງແຮ່ທາດອອກໄປຈີນ 2-3 ຂະ ບວນ, ຂະບວນນຶ່ງຂົນສົ່ງໄດ້ 1,500 ຕັນ.
“ຂົນສົ່ງເປັນປະເພດແຮ່ ແຕ່ລະມື້ຕ້ອງໃຫ້ມັນໄດ້ເຖິງ 2-3 ຂະບວນ ຂະບວນນຶ່ງ 1,500 ໂຕນ ບໍ່ຂຶ້ນວ່າແມ່ນບໍຣິສັດນ້ອຍບໍຣິສັດໃຫຍ່ ຂຶ້ນກັບວ່າຈະຂົນສົ່ງຫລາຍປານໃດ ກະຕ້ອງຕູ້ນຶ່ງກະປະມານ 30 ປາຍໂຕນຂຶ້ນເນາະ.”
ພ້ອມດຽວກັນນັ້ນ ເຈົ້າໜ້າທີ່ສະຖານີຂົນສົ່ງສິນຄ້າ ວຽງຈັນໃຕ້ ໃນນະຄອນຫລວງວຽງຈັນ ທ່ານນຶ່ງກໍເວົ້າວ່າ ສະຖານີນີ້ ກໍໄດ້ຂົນສົ່ງແຮ່ທາດໄປຈີນທຸກມື້ເຊັ່ນກັນ ຂບວນນຶ່ງຈະຂົນສົ່ງໄດ້ 1,600 ຕັນ ມື້ລະ 2-3 ຂບວນ. ສິນຄ້າທີ່ຂົນສົ່ງໄປແມ່ນແຮ່ທາດ, ແປ້ງມັນຕົ້ນ, ໝາກໄມ້ ແລະອື່ນໆ.
“ຄືຊ່ວງນີ້ເນາະ ກໍຈະມີແຕ່ແຮ່ຊີ້ນ່າ 3 ຂະບວນຫລື 2 ຂະບວນ ຂະບວນນຶ່ງຫັ້ນມັນໄປໄດ້ແຕ່ 1,600 ໂຕນເພາະວ່າແຮ່ນີ້ ພວກເຮົາບໍ່ເຄີຍຂາດຢູ່ແລ້ວ ຂົນສົ່ງທຸກມື້ຢູ່ແລ້ວ ບໍ່ເຄີຍເຮັດບໍ່ເຕັມ ສົ່ງໄປໃຫ້ເຂົາເຈົ້າ ສ່ວນຫລາຍກໍເຮັດເປັນຂະບວນໄປເລີຍ ຄືບາງຊ່ວງນີ້ ກໍໝາກໄມ້ແລະແປ້ງມັນຕົ້ນ.”
ເວົ້າເຖິງທາງຣົຖໄຟ ລາວ-ຈີນ ເມື່ອບໍ່ດົນມານີ້ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ຄໍາເຫັນ ຊຶ່ງມີເນື້ອໃນບາງຕອນວ່າ ໃນຄວາມເປັນຈິງແລ້ວ ການເປີດທາງຣົຖໄຟ ລາວ-ຈີນ ບໍ່ແມ່ນກັບດັກໜີ້ຈີນ, ແຕ່ການເປີດເສັ້ນທາງຣົຖໄຟ ລາວ-ຈີນ ແມ່ນສອດຄ່ອງກັບຄວາມຕ້ອງການ ໃນການພັທນາຂອງປະຊາຊົນລາວ, ຊ່ອຍສົ່ງເສີມການໄປມາຫາສູ່ ແລະການແລກປ່ຽນດ້ານການຄ້າ, ຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນ ແລະຫລຸດຜ່ອນຄວາມທຸກຍາກ. ໃນອະນາຄົດ ຈີນມີແຜນຂຍາຍທາງຣັຖໄຟໄປທາງທິດໃຕ້ ເຊື່ອມຕໍ່ກັບປະເທດໄທຍ, ມາເລເຊັຍ ແລະສິງກະໂປ ຊຶ່ງບໍ່ພຽງແຕ່ປະເທດລາວ ຈະໄດ້ຮັບຜົລປໂຍດທີ່ໃຫຍ່ຫລວງເທົ່ານັ້ນ ແຕ່ທຸກໆປະເທດ ໃນພາກພື້ນອາຊຽນ ແລະສາກົລ ຈະພົບກັບການພັທນາເຊັ່ນກັນ, ແຕ່ເຖິງຢ່າງໃດກໍຕາມ ປະຊາຊົນລາວຫລາຍຄົນ ຮູ້ສຶກດີໃຈທີ່ປະເທດລາວ ມີທາງຣົຖໄຟ ສ່ວນຣັຖບານລາວ ຄວນແກ້ໄຂບັນຫາເສຖກິຈຂອງລາວ ທີ່ກໍາລັງຕົກຕໍ່າລົງນີ້ ໃຫ້ໄດ້ ຄຽງຄູ່ກັນໄປນໍາດ້ວຍ.