ຜູ້ປະກອບການລົດຕູ້ ໄດ້ຮັບຜົນກະທົບ ຈາກການຫ້າມບໍ່ໃຫ້ລົດ ແລ່ນເຂົ້າໄປ ໃນເຂດທ່ອງທ່ຽວ

ສຸພັດຕາ
2025.02.27
ຜູ້ປະກອບການລົດຕູ້ ໄດ້ຮັບຜົນກະທົບ ຈາກການຫ້າມບໍ່ໃຫ້ລົດ ແລ່ນເຂົ້າໄປ ໃນເຂດທ່ອງທ່ຽວ ລົດຕູ້ ຄັນໜຶ່ງ ຈອດແຄມທາງ ດ້ວຍມີວັດ ແຫ່ງໜຶ່ງ ຕັ້ງຢູ່ເບື້ອງຫຼັງ ຢູ່ນະຄອນຫຼວງພຣະບາງ. ເດືອນກຸມພາ ປີ 2025.
ຮູບພາບຈາກພົນລະເມືອງ

ຜູ້ປະກອບການລົດຕູ້ ຢູ່ນະຄອນຫຼວງພຣະບາງ ຈໍານວນໜຶ່ງ ເລີ່ມໄດ້ຮັບຜົນກະທົບ ເລື່ອງລາຍໄດ້, ສ່ວນໜຶ່ງ ຍ້ອນບໍ່ສາມາດເຂົ້າໄປຮັບ-ສົ່ງ ນັກທ່ອງທ່ຽວ ໃນເຂດເມືອງມໍລະດົກໂລກໄດ້ ເຮັດໃຫ້ຄົນໃຊ້ບໍລິການຫຼຸດລົງ ພາຍຫຼັງ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຫຼວງພຣະບາງ ໄດ້ອອກແຈ້ງການ ຫ້າມບໍ່ໃຫ້ລົດຕູ້ ແລ່ນຮັບ-ສົ່ງ ຜູ້ໂດຍສານ ໃນເຂດເມືອງມໍລະດົກໂລກ ແຕ່ວັນທີ 24 ກຸມພາ ຫາວັນທີ 3 ມີນາ 2025 ນີ້ ໂດຍໃຫ້ນັກທ່ອງທ່ຽວ ນໍາໃຊ້ລົດບໍລິການນໍາທ່ຽວຟຣີ ເພື່ອສ້າງຄວາມເປັນລະບຽບຮຽບຮ້ອຍ ຕາມເສັ້ນທາງຕ່າງໆ ໃນເຂດເມືອງມໍລະດົກໂລກ, ດັ່ງຜູ້ປະກອບການ ລົດຕູ້ນໍາທ່ຽວ ຢູ່ນະຄອນຫຼວງພຣະບາງ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 27 ກຸມພາ ນີ້ວ່າ:

“ແມ່ນ ຢາກໜ້ອຍລົງ ເຂົາເຈົ້າເຮັດທົດລອງ, ເຂົາເຈົ້າມີລົດສີຂຽວ ມາທົດລອງແດ່. ເພິ່ນໃຫ້ໄປຈອດຢູ່ເດີນທາດ ແລ້ວກະຂຶ້ນລົດຟຣີເນາະ ເຂົາເຈົ້າຟຣີ ເຂົ້າໄປທົ່ວໃນເມືອງ ຈົນຮອດວັນທີ 3 ເດືອນໜ້າ.”

ໃນຂະນະທີ່ ຜູ້ປະກອບການລົດຕູ້ນໍາທ່ຽວ ຢູ່ນະຄອນຫຼວງພຣະບາງ ອີກທ່ານໜຶ່ງ ກໍຢືນຢັນວ່າ ນັບແຕ່ເລີ່ມປະຕິບັດແຈ້ງການດັ່ງກ່າວ ເປັນຕົ້ນມາ ເຮັດໃຫ້ສົ່ງຜົນກະທົບ ເລື່ອງລາຍໄດ້ ແທ້ ຍ້ອນບໍ່ສາມາດນໍາລົດຕູ້ ຮັບ-ສົ່ງນັກທ່ອງທ່ຽວ ຕາມສະຖານທີ່ ສໍາຄັນຕ່າງໆ ໃນໂຕນະຄອນຫຼວງພຣະບາງ ຈຶ່ງເຮັດໃຫ້ນັກທ່ອງທ່ຽວ ຫັນໄປໃຊ້ລົດບໍລິການຟຣີ ແລະ ກໍບໍ່ຮູ້ວ່າ ມາດຕາການດັ່ງກ່າວນີ້ ຈະມີການສືບຕໍ່ໄປອີກ ຫຼື ບໍ່ ພາຍຫຼັງທີ່ຮອດເວລາກໍານົດແລ້ວ, ດັ່ງທ່ານ ກ່າວວ່າ:

“ກະທົບເລື່ອງການບໍລິການນັກທ່ອງທ່ຽວ ແນ່ນອນເລີຍ ຄືບໍລິສັດທົວ ພວກເຮົານີ້ ໝາຍຄວາມວ່າ ຄັນເຮົາພານັກທ່ອງທ່ຽວ ໄປເໝົາລົດຕູ້ຊີ້ນ່າ ເຮົາຕ້ອງໄດ້ພານັກທ່ອງທ່ຽວ ໄປຫຼາຍໆ ບ່ອນ ຕາມໂປແກມທ່ຽວເນາະ ຄັນຖ້າລົດບັສສີຂຽວຂອງລັດ ເອົາມາເຮັດທົດລອງຫັ້ນ ບໍ່ພຽງພໍດອກ ທົວໄທ, ທົວຈີນຫຼາຍ ຫຍຸ້ງຍາກຢູ່ ບໍ່ຮູ້ວ່າ ລະບົບມັນຊິແມ່ນແນວໃດແທ້.”


ຂ່າວ ກ່ຽວກັນ
ຊ່າງພາບອິດສະຫຼະ ຕ້ອງໄດ້ມີໃບອະນຸຍາດ ແລະ ເສຍຄ່າທຳນຽມໃຫ້ທາງການ
ຄົນຈີນເຂົ້າມາທ່ຽວ ຫຼວງພຣະບາງຫຼາຍຂຶ້ນ ແຕ່ຄົນລາວໄດ້ປະໂຫຍດໜ້ອຍລົງ
ຈະຖືກໃໝ, ຖ້າຈອດລົດ ຮັບ-ສົ່ງ ນັກທ່ອງທ່ຽວ ເກີນ 5 ນາທີ ໃກ້ປະຕູໄຊ


ແຕ່ເຖິງຢ່າງໃດກໍຕາມ ຜູ້ປະກອບການລົດຕູ້ນໍາທ່ຽວ ອີກນາງໜຶ່ງ ໃນນະຄອນຫຼວງພຣະບາງ ເຫັນວ່າ ເຖິງແມ່ນວ່າ ມາດຕາການດັ່ງກ່າວ ອາດສົ່ງຜົນກະທົບ ຕໍ່ຜູ້ໃຫ້ບໍລິການລົດຕູ້ກໍຕາມ ແຕ່ຄັນເບິ່ງເຖິງ ຄວາມເປັນລະບຽບຮຽບຮ້ອຍແລ້ວ ກໍເຫັນວ່າ ສົມຄວນຕ້ອງເຮັດແນວນີ້. ສ່ວນລົດຕູ້ທົ່ວໄປ ກໍສາມາດຮັບສົ່ງແຂກ ໄດ້ຕາມປົກກະຕິຢູ່ ນອກເໜືອຈາກເຂດເມືອງມໍລະດົກໂລກ ເທົ່ານັ້ນ, ດັ່ງນາງ ກ່າວວ່າ:

“ຢູ່ເຂດມໍລະດົກຫັ້ນ ແມ່ນເຂົາເຈົ້າກໍານົດ ຕອນເວັນບໍ່ໄດ້ເຂົ້າໄປ ຕັ້ງແຕ່ເລີ່ມ ແຕ່ຕອນເຊົ້າເລີຍ ເຂົາເຈົ້າຈະປິດທາງເລີຍ ເຫັນເຂົາເຈົ້າສັນຈອນກະມີ ກະສະດວກຂຶ້ນແດ່ ນັກທ່ອງທ່ຽວ ກະຕ້ອງໄປສົ່ງລົດເມ ໃຫ້ລົດເມຂີ່ເຂົ້າມາ ທົດລອງຊື່ໆ.”

ທາງດ້ານເຈົ້າໜ້າທີ່ີ ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ແຂວງຫຼວງພຣະບາງ ນາງໜຶ່ງ ກ່າວວ່າ ມາດຕາການ ຫ້າມບໍ່ໃຫ້ລົດຕູ້ເຂົ້າໄປຮັບ-ສົ່ງ ນັກທ່ອງທ່ຽວ ຢູ່ເຂດເມືອງມໍລະດົກໂລກ ກໍແມ່ນຫຼຸດຜ່ອນຄວາມແອອັດ ໃນເຂດດັ່ງກ່າວ ໂດຍມີການຈັດສັນລົດເມສີຂຽວ ໄວ້ສໍາລັບຮັບ-ສົ່ງນັກທ່ອງທ່ຽວ ໃນເຂດເມືອງມໍລະດົກໂລກ ແທນ, ແຕ່ກໍບໍ່ທັນແນ່ໃຈວ່າ ພາຍຫຼັງຈາກ ວັນທີ 3 ມີນາ ເປັນຕົ້ນໄປແລ້ວ ຍັງຈະສືບຕໍ່ ຫ້າມລົດຕູ້ ຢູ່ຄືເກົ່າ ຫຼື ບໍ່, ດັ່ງນາງ ກ່າວວ່າ:

“ເພິ່ນໃຫ້ອັນນັ້ນເດ້ ເພິ່ນໃຫ້ຈອດຢູ່ນອກ ບໍ່ໃຫ້ເຂົ້າໄປເຂດມໍລະດົກ ເພາະວ່າ ແອອັດ ລົດເພິ່ນ ໂຍທາເພິ່ນຈັດສັນມາ ໂຕນີ້ໆ ເພິ່ນກໍາລັງທົດລອງເບິ່ງກ່ອນເນາະ ຕາມຂ່າວເບິ່ງ ອ່ານເພິ່ນທົດລອງ ຢູ່ເດີ່ນທາດຫັ້ນ ເພິ່ນມີລົດໃຫ້ ໃຊ້ບໍລິການຟຣີ ລົດສີຂຽວ.”

ໃນໄລຍະຕົ້ນເດືອນກຸມພາ ທີ່ຜ່ານມານີ້ ທ່ານ ບລົ່ງວ່າງ ຫວ່າງເຈຍຊ່າ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ໃຫ້ສໍາພາດຕໍ່ສື່ມວນຊົນ ຫຼວງພຣະບາງ ວ່າ ການກຳນົດມາດຕາການ ໃຫ້ນຳໃຊ້ລົດສາທາລະນະ ເປັນວິທີການໜຶ່ງ ໃນການແກ້ໄຂບັນຫາ ການສັນຈອນແອອັດໃນຕົວເມືອງ ພາຍໃນນະຄອນຫຼວງພຣະບາງ, ເຊິ່ງທົດລອງບໍລິການລົດສາທາລະນະ ແບບບໍ່ເສຍຄ່າ ໂດຍໃຊ້ລົດເມສາທາລະນະ ທີ່ໄດ້ຮັບການຊຸກຍູ້ ຈາກລັດຖະບານ. ບໍລິການໃນ 3 ສາຍທາງ ຄື ຈາກເດີ່ນທາດຫຼວງ ຫາຕາດກວາງຊີ, ຈາກເດີ່ນທາດຫຼວງ ຫາ ສາຖານີລົດໄຟ ແລະຈາກເດີ່ນທາດຫຼວງ ຫາແຄມຄານ-ແຄມຂອງ.

ສຳລັບບັນດາ ຜູ້ປະກອບການລົດຕູ້ ທີ່ຈະຂົນສົ່ງນັກທ່ອງທ່ຽວ ເຂົ້າໄປໃນຕົວເມືອງນະຄອນຫຼວງພຣະບາງ ໂດຍສະເພາະ ເຂດມໍລະດົກໂລກ ແມ່ນໃຫ້ນຳສົ່ງແຂກ ໄປຂຶ້ນລົດເມສາທາລະນະ ຢູ່ເດີ່ນທາດຫຼວງ ແລະ ຮັບນັກທ່ອງທ່ຽວຂຶ້ນລົດ ຢູ່ເດີ່ນທາດຫຼວງ ໄປທ່ຽວສະຖານທີ່ ທ່ອງທ່ຽວອື່ນຕໍ່ໄດ້ ຍົກເວັ້ນ ສະຖານທີ່ທ່ອງທ່ຽວ ໃນເຂດມໍລະດົກໂລກ ຫ້າມບໍ່ໃຫ້ນຳລົດ ເຂົ້າໄປສົ່ງນັກທ່ອງທ່ຽວ ເຂົ້າໄປໃນເຂດມໍລະດົກໂລກ ເພາະຈະເຮັດໃຫ້ ການສັນຈອນແອອັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.