ໂຄງຮ່າງພື້ນຖານ ມີຜົນກະທົບຕໍ່ການທ່ອງທ່ຽວ ເມືອງວັງວຽງ ໃນລະດູຝົນ
2024.06.20
ອໍານາດການປົກຄອງ ເມືອງວັງວຽງ ແຂວງວຽງຈັນ ຊຶ່ງເປັນເມືອງ ທີ່ມີແຫລ່ງທ່ອງທ່ຽວທໍາມະຊາດຫລາຍ ແລະເປັນເມືອງທາງຜ່ານໄປແຂວງພາກເໜືອ ຂອງປະເທດ ໄດ້ເປີດເຜີຍວ່າ ໃນໄລຍະ 4 ເດືອນຕົ້ນປີ 2024 ນີ້ ມີນັກທ່ອງທ່ຽວ ທັງພາຍໃນ ແລະຕ່າງປະເທດ ເຂົ້າມາທ່ຽວຢູ່ເມືອງວັງວຽງນີ້ 300,000 ປາຍຄົນ. ນັກທ່ອງທ່ຽວຕ່າງປະເທດ ສ່ວນໃຫຍ່ເປັນນັກທ່ອງທ່ຽວຈີນ, ແຕ່ໃນປັດຈຸ ບັນ ຈຳນວນນັກທ່ອງທ່ຽວ ທີ່ມາທ່ຽວເມືອງວັງວຽງນີ້ ມີແນວໂນ້ມຫຼຸດລົງຫຼາຍ ຍ້ອນເປັນໄລຍະລະດູຝົນ ແລະຖະໜົນຫົນທາງກໍເປ່ເພຫລາຍ.
ຕາມເປົ້າໝາຍ ໃນປີນີ້ ຈະໃຫ້ມີນັກທ່ອງທ່ຽວ ເຂົ້າມາທ່ຽວເມືອງວັງວຽງ ບໍ່ໃຫ້ ຫລຸດ 8 ແສນຄົນ, ແລະເພື່ອຮອງຮັບ ນັກທ່ອງທ່ຽວ ທີ່ເດີນທາງເຂົ້າມາທ່ຽວເມືອງວັງວຽງ ທີ່ນັບມື້ເພີ່ມຫລາຍຂຶ້ນນັ້ນ ຜູ້ປະກອບການ, ຫົວໜ່ວຍທຸລະກິດໂຮງແຮມ, ຣີສອດ, ຮ້ານອາຫານ, ສະຖານທີ່ທ່ອງທ່ຽວຕ່າງໆ ລວມເຖິງກິດຈະ ກຳທາງນໍ້າ, ທາງບົກ ແລະທາງອາກາດ ກໍໄດ້ຮັບການປັບປຸງ ແລະຍົກລະດັບການບໍລິການຂື້ນ, ອີງຕາມຄໍາເວົ້າຂອງທ່ານ ບຸນຈັນ ມາລາວົງ ເຈົ້າເມືອງເມືອງວັງວຽງ ເມື່ອບໍ່ດົນມານີ້.
ແຕ່ໃນໄລຍະນີ້ ນັກທ່ອງທ່ຽວ ທີ່ມາທ່ຽວເມືອງວັງວຽງ ແມ່ນໜ້ອຍລົງຫລາຍ ຊຶ່ງອີງຕາມຄໍາເວົ້າຂອງ ຜູ້ປະກອບການ ໂຮງແຮມນາງນຶ່ງ ຢູ່ເມືອງວັງວຽງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 13 ມິຖຸນານີ້ ແລ້ວແມ່ນວ່າ ເປັນຍ້ອນລະດູຝົນ ແຂກບໍ່ມາປານໃດ, ຄົນຈີນກໍບໍ່ມາທ່ຽວ.
ດັ່ງທີ່ນາງເວົ້າວ່າ:
“ຊ່ວງນີ້ມັນລະດູຝົນ ບໍ່ມີແຂກເລີຍ. ສ່ວນຫຼາຍຈະເປັນແຂກທົວ ແຕ່ວ່າຊ່ວງນີ້ຫັ້ນ ລະດູຝົນອັ່ນ ແຂກຄົນຈີນເພິ່ນບໍ່ມາທ່ຽວ ກໍເລີຍບໍ່ມີແຂກປານໃດດຽວນີ້. ເປັນພໍ່ຄົວແມ່ຄົວຢ່າງນີ້ ບໍ່ໄດ້ພາສາຈີນກະໄດ້ ພໍດີມີຄົນລາວເປັນຄົນຮັບອໍເດີ້ ຖ້າວ່າເຮັດອາຫານຈີນເປັນນີ້ກະເປັນທາງການດີ. ແມ່ນ, ໂຕນີ້ຜູ້ຈັດການລີສອດເຈົ້າ ໂຕອັ່ນທາງຄວາມສາ ມາດຕ້ອງໄດ້ພາສາຈີນ, ຈົບປະລິນຍາຕີຂຶ້ນໄປໂຕນີ້, ຢ່າງເກັ່ງກະອັ່ນ ມີປະສົບການຈາກ 3 ປີຂຶ້ນໄປໂຕນີ້.”
ໃນຂະນະດຽວກັນ ພະນັກງານບໍລິສັດທ່ອງທ່ຽວ ນາງນຶ່ງຢູ່ເມືອງວັງວຽງ ກໍເວົ້າວ່າ ເຖິງແມ່ນ ໃນໄລຍະລະດູຝົນ ຈະເຮັດໃຫ້ມີນັກທ່ອງທ່ຽວ ເຂົ້າມາທ່ຽວເມືອງວັງວຽງຫຼຸດລົງ, ແຕ່ບໍລິສັດທ່ອງທ່ຽວ ກໍຍັງບໍລິການ ການທ່ອງທ່ຽວຢູ່ ເປັນຕົ້ນ ການພາຍເຮືອນ້ອຍ ເຮືອຄາຍັກ, ຂີ່ກົງເບັງລ່ອງນ້ຳຊອງ, ແລະການປີນພູ ຂຶ້ນຈຸດຊົມວິວ ຕາມປົກກະຕິຢູ່.
ດັ່ງທີ່ນາງເວົ້າວ່າ:
“ຄົນຈີນ ຫວາ? ກະມີຢູ່ ແຕ່ບໍ່ຫຼາຍ. ຊ່ວງນີ້ແມ່ນອັ່ນ ນັກທ່ອງທ່ຽວແມ່ນຈະ ຂ້ອນຂ້າງໜ້ອຍ, ເກົາຫຼີກະຂ້ອນຂ້າງໜ້ອຍ. ອໍ, ທ່ຽວວັງວຽງຫວາ? ມີແຕ່ລ່ອງເຮືອຄາຍັກ ຖ້າວ່ານອກເໜືອຈາກນັ້ນກະ ຂີ່ກົງເບັງເຂົ້າຖ້ຳ ແລະກະມີອັ່ນນ່າ ຂຶ້ນຈຸດຊົມວິວ ແລະກະ ບລູລາກູນ, ຜາໜາມໄຊ, ຜາເງິນ. ແລະກະມີລົດບັ່ກກີ້ນຳ.”
ເມື່ອກ່ອນໜ້ານີ້ ເປັນທີ່ໜ້າສັງເກດວ່າ ໃນເມືອງວັງວຽງ ເລີ່ມມີໂຮງແຮມ, ຮ້ານອາຫານ ແລະບໍລິສັດທ່ອງທ່ຽວ ທີ່ເປັນຂອງຄົນຈີນ ຫຼາຍຂຶ້ນ ເພື່ອຮອງຮັບການຂະຫຍາຍໂຕ ຂອງນັກທ່ອງທ່ຽວຈີນ ອັນຈະສົ່ງຜົນກະທົບໄປໃນທາງທີ່ບໍ່ດີ ຕໍ່ທຸລະກິດການທ່ອງທ່ຽວ ຂອງຄົນລາວ ຍ້ອນຈະບໍ່ສາມາດແຂ່ງຂັນກັບນັກທຸລະກິດ ທ່ອງທ່ຽວຈີນໄດ້ ແລະຜູ້ປະກອບການທຸລະກິດ ທ່ອງທ່ຽວລາວ ກໍອາດຈະບໍ່ໄດ້ຮັບຜົນປະໂຫຍດ ຈາກການເຂົ້າມາ ຂອງນັກທ່ອງທ່ຽວຈີນ ພໍປານໃດ.
ໃນປັດຈຸບັນ ບັນຍາກາດການທ່ອງທ່ຽວ ຕາມໂຮງແຮມ ແລະເຮືອນພັກ ຢູ່ເມືອງວັງວຽງ ບໍ່ຄຶກຄັກປານໃດ ຍ້ອນເປັນໄລຍະ ນອກລະດູການທ່ອງທ່ຽວ ແຕ່ກໍຄາດວ່າ ນັກທ່ອງທ່ຽວ ຈະກັບມາຫຼາຍຄືນອີກ ເລີ້ມແຕ່ເດືອນກັນຍາປີນີ້ ຫາເດືອນເມສາປີໜ້າ.
ດັ່ງທີ່ເຈົ້າຂອງເຮືອນພັກ ຜູ້ນຶ່ງຢູ່ເມືອງວັງວຽງ ເວົ້າວ່າ:
“ມື້ນີ້ຫວາ? ມື້ນີ້ມີແຕ່ 3-4 ຫ້ອງນີ້ແຫຼະ. ຊ່ວງນີ້ມັນບໍ່ຄ່ອຍມີແຂກຫຼາຍ ເພາະ ວ່າ ມັນເປັນໜ້າຝົນນີ້ນ່າ ເປັນຊ່ວງ Low Season. ຊ່ວງຫຼາຍຈະແມ່ນຊ່ວງອັ່ນນ່າ ເດືອນ 9 ຮອດ ເດືອນ 4, ແຂກຫຼາຍຫັ້ນນ່າ. ຊ່ວງນີ້ແມ່ນລະດູອັ່ນນັ້ນເດ້ (ລະດູຝົນ).”
ແລະພະນັກງານໂຮງແຮມ ຜູ້ນຶ່ງ ຢູ່ເມືອງວັງວຽງ ກໍເວົ້າວ່າ ໄລຍະນີ້ ຈຳນວນແຂກ ທີ່ມາພັກ ບໍ່ຫຼາຍປານໃດ, ເຮັດໃຫ້ທາງໂຮງແຮມ ຄິດໄລ່ຄ່າຫ້ອງພັກ ຖືກກວ່າ ໄລຍະກ່ອນໜ້ານີ້ ເພື່ອດຶງດູດນັກທ່ອງທ່ຽວ ແລະແຂ່ງຂັນກັບໂຮງ ແຮມອື່ນໆ.
“ບໍ່ຄ່ອຍປານໃດເຈົ້າ. ໂດຍແມ່ນ, ຊ່ວງນີ້ເປັນຊ່ວງ Low Season ຢູ່ເຈົ້າ. ຖ້າເປັນຕຽງດ່ຽວ ລາຄາເລີ່ມຕົ້ນເນາະ ເລີ່ມຕົ້ນ 30 ຫຼຽນເຈົ້າ. ມີຫຼາຍລາຄາເນາະ ອັ່ນນີ້ແມ່ນລາຄາມາດຕະຖານເຈົ້າ.”
ແລະເລື່ອງການຂາຍເຄື່ອງຝາກຂອງຕ້ອນ ສໍາລັບນັກທ່ອງທ່ຽວ ໂດຍສະເພາະຢູ່ໜ້າດ່ານທາງດ່ວນລາວ-ຈີນ ກໍບໍ່ຄັກປານໃດ ຍ້ອນນັກທ່ອງທ່ຽວບໍ່ຫລາຍ ແລະອາກາດກໍບໍ່ເອື້ອອຳນວຍ ເຮັດໃຫ້ພວກພໍ່ຄ້າແມ່ຄ້າ ບໍ່ສາມາດຂາຍເຄື່ອງຂອງໄດ້ຫຼາຍ.
ດັ່ງທີ່ີແມ່ຄ້າ ຂາຍເຄື່ອງຝາກຂອງຕ້ອນ ນາງນຶ່ງ ຢູ່ເມືອງວັງວຽງ ເວົ້າວ່າ:
“ບໍ່ປານໃດ ເພາະວ່າຝົນຕົກເດ້. ຄືກັນ, ຄັນວ່າບໍ່ຝົນລ່ະບໍ່ອຶດຄົນນ່າ. ຄົນກະບໍ່ຄ່ອຍມາທ່ຽວກະທຳມະດາ. ແມ່ນ, ສຸດເລີຍ ວັງວຽງນ່າ. ມົນລະພິດອັ່ນ ຕອນນີ້ບໍ່ມີແລ້ວຕອນນີ້.”
ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ທ່ານນຶ່ງ ຢູ່ເມືອງວັງວຽງ ເວົ້າວ່າ ເລື່ອງພວກນັກທ່ອງທ່ຽວ ໄດ້ແຍກແຕ່ວ່າ ເປັນນັກທ່ອງທ່ຽວພາຍໃນ, ນັກທ່ອງທ່ຽວຕ່າງປະເທດ, ບໍ່ໄດ້ແຍກວ່າ ນັກທ່ອງທ່ຽວຈາກປະເທດນັ້ນເທົ່າໃດ ຈາກປະເທດນີ້ເທົ່າໃດ, ແຕ່ເຖິງຢ່າງ ໃດກໍຕາມ ມາຮອດຂະນະນີ້ ກໍໄດ້ລວມແບບຄ້າວໆວ່າ ມີນັກທ່ອງທ່ຽວມາທ່ຽວປະມານ 600,000 ປາຍຄົນ ແລະໃນປີີ 2024 ນີ້ ກໍຈະສູ້ຊົນໃຫ້ໄດ້ນັກທ່ອງທ່ຽວ ມາທ່ຽວເມືອງນີ້ ແຕ່ 800,000-1,000,000 ຄົນ.
ດັ່ງທີ່ທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ອັ່ນນີ້, ພວກເຮົາກະໄດ້ເອົານຳຜູ້ເຂົ້າພັກແດ່ ແລະກະເອົານຳສະຖານທີ່ທ່ອງທ່ຽວແດ່. ອັ່ນນີ້ພວກເຮົາກະບໍ່ໄດ້ຮຽງ ມີແຕ່ວ່າພວກເຮົາແຍກຄົນ ນັກທ່ອງທ່ຽວພາຍໃນ, ນັກທ່ອງທ່ຽວຕ່າງປະເທດ. ເພາະວ່າເຮົາຈະບໍ່ສາມາດແຍກໄດ້ວ່າໄທເທົ່າໃດ, ຈີນເທົ່າໃດ ຫັ້ນນ່າເນາະ. ຕາມແຜນທີ່ພວກເຮົາໄດ້ຄາດຄະເນໄວ້ເນາະ ສົກປີ 2024 ນີ້ນ່າ ເພາະວ່າໄທເຮົາເປີດປີທ່ອງທ່ຽວແດ່ ແລະພວກເຮົາມີກິດຈະກຳຫຼາຍກິດຈະກຳ ທີ່ພວກເຮົາຈັດຢູ່ເມືອງວັງວຽງຫັ້ນນ່າ. ຄາດວ່າຈະສູ້ຊົນໃຫ້ໄດ້ນັກທ່ອງທ່ຽວຫັ້ນ 800,000 ເຖິງ 1,000,000. ແຕ່ວ່າປັດຈຸບັນນີ້, 6 ເດືອນນີ້ ພວກເຮົາສັງລວມຄ່າວໆ ນີ້ກະຈະຕົກຢູ່ປະມານ 600,000 ກວ່ານີ້ແຫຼະ.”
ທ່ານກ່າວຕື່ມວ່າ ທາງພາກສ່ວນກ່ຽວຂ້ອງ ໄດ້ປະສານສົມທົບ ກັບຂະແໜງ ການໂຍທາທິການ ແລະຂົນສົ່ງ ແລະທາງການເມືອງວັງວຽງ ເພື່ອໃຫ້ປັບປຸງຫົນທາງ ໃນເຂດເທດສະບານເມືອງວັງວຽງ ແລະຫົນທາງໄປແຫຼ່ງທ່ອງທ່ຽວ ທີ່ຢູ່ເຂດອ້ອມແອ້ມ. ປັດຈຸບັນ ໄດ້ມີການກໍ່ສ້າງ ຂົວເບຕົງ ຂ້າມນ້ຳຊອງແຫ່ງ ໃໝ່ ຢູ່ທາງລຸ່ມຂົວໄມ້ເດີມແລ້ວ ແລະຄາດວ່າ ຈະສາມາດເປີດໃຊ້ໄດ້ ພາຍໃນເດືອນກັນຍາ ທີ່ຈະມາເຖິງນີ້. ແລະວ່າ ພາກສ່ວນຂອງທ່ານ ກໍຈະໄດ້ສະເໜີ ໄປຍັງລັດ ຖະບານ ຂໍງົບປະມານສ້ອມແປງ ຂົວໄມ້ເດີມ ເພື່ອເອົາໄວ້ເປັນສັນຍາລັກ ຂອງເມືອງວັງວຽງ.
ເມືອງວັງວຽງ ເປັນແຫຼ່ງທ່ອງທ່ຽວ ທີ່ໄດ້ຮັບຄວາມນິຍົມ ຈາກນັກທ່ອງທ່ຽວ ທັງພາຍໃນ ແລະຕ່າງປະເທດ ຍ້ອນມີພູຜາ ທຳມະຊາດ ທີ່ສວຍງາມ ຊຶ່ງໃນການປະກາດເປີດປີທ່ອງທ່ຽວລາວ 2024 ທາງການລາວ ກໍໄດ້ຍົກໃຫ້ເມືອງວັງວຽງ ເປັນເມືອງທ່ອງທ່ຽວນຶ່ງ ທີ່ຈະໄດ້ຮັບການສົ່ງເສີມ ໃນປີທ່ອງທ່ຽວລາວນີ້.
ທ່ານ ໂພສີ ແກ້ວມະນີວົງ, ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະ ນະທຳ ແລະທ່ອງທ່ຽວ ໄດ້ກ່າວໃນວັນທີ 29 ພຶດສະພາ ທີ່ຜ່ານມາວ່າ ໃນໄລຍະປີທ່ອງທ່ຽວລາວ 2024 ນີ້, ທາງພາກສ່ວນ ຖະແຫຼງຂ່າວ, ວັດທະນະ ທຳ ແລະທ່ອງທ່ຽວ ທັງຂັ້ນສູນກາງ ແລະທ້ອງຖິ່ນ ຈະໄດ້ກຳນົດກິດຈະກຳການທ່ອງທ່ຽວ ທັງໝົດ 79 ລາຍການ ຊຶ່ງມີລາຍການລະດັບຊາດ 14 ລາຍການ ແລະລາຍການລະດັບທ້ອງຖິ່ນ 65 ລາຍການ ໂດຍຄາດວ່າ ຮອດທ້າຍປີ 2024 ຈະມີນັກທ່ອງທ່ຽວຕ່າງປະເທດ ເຂົ້າມາລາວ ປະມານ 3.9 ລ້ານຄົນ.
ແລະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ກໍໄດ້ລາຍງານໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ 9 ໃນວັນທີ 10 ມິຖຸນານີ້ວ່າ ຄາດຄະເນ ໃນ 6 ເດືອນຕົ້ນປີນີ້, ຈະມີຈຳນວນນັກທ່ອງທ່ຽວ 1 ລ້ານ 8 ແສນ 5 ໝື່ນປາຍຄົນ, ຈະສ້າງລາຍຮັບໄດ້ 505 ລ້ານປາຍໂດລ້າສະຫະລັດ.
ແລະຍານາງ ວາລີ ເວດສະພົງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ກໍໄດ້ກ່າວຕໍ່ກອງປະຊຸມສະພາແຫ່ງຊາດ ໃນມື້ດຽວກັນນັ້ນ ໂດຍສະເໜີໃຫ້ລັດຖະບານ ເພີ່ມຄວາມເອົາໃຈໃສ່ ຊຸກຍູ້ສົ່ງເສີມວຽກງານການທ່ອງ ທ່ຽວ ໃຫ້ດີຂຶ້ນກວ່າເກົ່າ ແລະວ່າ ການພັດທະນາການທ່ອງທ່ຽວ ແມ່ນສາມາດຈັດຕັ້ງປະຕິບັດໄດ້ທັນທີ ແລະບໍ່ມີການລົງທຶນຫລາຍ, ສະນັ້ນ ລັດຖະບານ ຄວນສຸມໃສ່ ການພັດທະນາການ ໃນດ້ານນີ້ໃຫ້ດີຂຶ້ນ ແລະເຮັດຢ່າງຈິງຈັງ. ສະບາຍດີ