ທຸລະກິດບໍລິການ ການທ່ອງທ່ຽວ ຢູ່ນະຄອນຫຼວງວຽງຈັນ ຍັງປະສົບບັນຫາ
2024.07.23
ທຸລະກິດທ່ອງທ່ຽວ ແລະ ບໍລິການ ຢູ່ນະຄອນຫລວງວຽງຈັນ ຍັງປະສົບບັນຫາຫລາຍດ້ານ ເຊິ່ງເປັນຜົນມາຈາກ ການທີ່ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ທັນເອົາໃຈໃສ່ພໍເທົ່າໃດ ໂດຍສະເພາະ ບັນຫາຂາດແຄນແຮງງານທີ່ມີສີມື ຍ້ອນການທ່ອງທ່ຽວ ພາຍໃນປະເທດລາວ ສ່ວນຫລາຍ ຍັງເປັນຮູບແບບ ທຸລະກິດຄອບຄົວ ເຊິ່ງຍັງບໍ່ທັນສາມາດ ຮັບຮອງນັກທ່ອງທ່ຽວ ໄດ້ພໍເທົ່າໃດ, ດັ່ງ ເຈົ້າໜ້າທີ່ ທີ່ເຮັດວຽກ ດ້ານການທ່ອງທ່ຽວ ຢູ່ນະຄອນຫລວງວຽງຈັນ ທ່ານໜຶ່ງ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 17 ກໍລະກົດ 2024 ນີ້ວ່າ:
“ມັນກໍຫລາຍດ້ານ ຫັ້ນແຫລະ ທຸລະກິດຄອບຄົວເດ້ເນາະ ທຸລະກິດທ່ອງທ່ຽວ ຢູ່ນະຄອນຫລວງ ຍັງບໍ່ທັນເປັນແບບອັນນ່າ ຕະຫລາດແທ້ ຍັງບໍ່ທັນໄດ້ເປັນອຸດສາຫະກຳ ໃຫຍ່ຫັ້ນນ່າ ມັນຍັງເປັນແບບທຸລະກິດຄອບຄົວ ເອົາລູກເອົາຫລານມາເຮັດ ມາຢູ່ນໍາຫັ້ນ ແລ້ວບາດນີ້ ກໍຖືວ່າຄົນຫັ້ນ ການບໍຣິການ ແລະ ການຮຽນຮູ້ຕ່າງໆ ມັນກໍຍັງຂ້ອນຂ້າງຈໍາກັດ ສ່ວນຫລາຍໆ ຈະເປັນແບບນັ້ນ ສ່ວນໜ້ອຍທີ່ວ່າຂະເຈົ້າ ຂະເຈົ້າໃຈຈ້າງເປັນແຮງງານ ທີ່ມີສີມືເຂົ້າມາຫັ້ນບໍ່ ເອົາໄປຝືກອົບຮົມ ໄປຮຽນໄປຫຍັງມາ ສ່ວນຫລາຍແມ່ນທຸລະກິດຄອບຄົວ ເປັນຕົ້ນແມ່ນ ໂຮງແຮມ ເຮືອນພັກຂະນາດນ້ອຍ ວ່າຊັ້ນສ່າ ຂະນາດ 2 ດາວ 3 ດາວ ລົງມາ.”
ຂະນະດຽວກັນ ເຖິງແມ່ນວ່າ ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈະເລັ່ງແກ້ໄຂບັນຫ ຜູ້ປະກອບການ ທຸລະກິດທ່ອງທ່ຽວ ຈໍານວນໜຶ່ງ ບໍ່ປະຕິບັດຕາມກົດໝາຍ ດ້ວຍການຕັກເຕືອນ, ສຶກສາອົບຮົມ ແລະ ປັບໃໝແຕ່ພັດຍັງບໍ່ສາມາດຫລຸດຜ່ອນ ບັນຫາດັ່ງກ່າວ ໄດ້ຢ່າງຂາດໂຕເທື່ອ.
ດັ່ງ ເຈົ້າໜ້າທີ່ ເຮັດວຽກດ້ານການທ່ອງທ່ຽວ ຢູ່ນະຄອນຫລວງວຽງຈັນ ທ່ານດຽວກັນນີ້ ກ່າວຕື່ມວ່າ:
“ຄັນເວົ້າເລື້ອງ ສຽງດັງເນືອງນັນນີ້ ມັນກໍບໍ່ປານໃດດອກ ມີແຕ່ວ່າຮ້ານບາງຮ້ານບໍ່ ທີ່ເຂົາລະເມີດ ປິດກາຍໂມງ ກາຍເວລາ ທີ່ເຂົາກໍານົດໄວ້ ມັນກໍ ສ່ວນຫລາຍພວກຂະເຈົ້າ ເຮັດທຸລະກິດ ທີ່ພວກຂະເຈົ້າ ທີ່ຢາກໃຫ້ມັນຢູ່ໄປຍາວນານຫັ້ນນ່າ ກໍຖືວ່າຂະເຈົ້າກໍປະຕິບັດໂມງເວລາເນາະ. ຮອດໂມງ ຮອດຍາມ ແລ້ວຂະເຈົ້າກໍປິດ 10 ໂມງແລ້ວຂະເຈົ້າກະປິດຫັ້ນນ່າ ສ່ວນຫລາຍກໍມີແຕ່ນັ້ນແຫລະ ປິດກາຍໂມງກາຍເວລາ ສອງມາກໍ ຮ້ານຈໍານວນໜຶ່ງ ຂະເຈົ້າບໍ່ປະຕິບັດ ເປີດໂດຍທີ່ບໍ່ໄດ້ຮັບອະນຸຍາດຫັ້ນ ກໍມີຈໍານວນໜຶ່ງ ຄືເພິ່ນສັ່ງປິດຫັ້ນແຫລະ ຄືແຈ້ງການຄືແຈ້ງໂຈະ ສັ່ງປິດຫັ້ນ ຈໍານວນໜຶ່ງຫັ້ນນ່າ ຕາມລະບຽບ ເຈົ້າ.”
ນອກຈາກນີ້, ເນື່ອງຈາກ ວຽກງານທີ່ກ່ຽວຂ້ອງ ກັບທຸລະກິດ ທ່ອງທ່ຽວ ແລະ ບໍລິການ ພາຍໃນປະເທດລາວ ຍັງມີລັກສະນະເປັນທຸລະກິດ ຄອບຄົວ ປະກອບກັບການໂຄສະນາ-ປະຊາສໍາພັນ ກ່ຽວກັບເສັ້ນທາງການທ່ອງທ່ຽວ ແລະ ຂອງທີລະນຶກ ປະຈໍາແຕ່ລະພື້ນທີ່ ຍັງຈໍາກັດ ແລະ ບໍ່ແຜ່ຫລາຍພໍເທົ່າໃດ, ດັ່ງ ຜູ້ປະກອບການຂາຍຂອງ ທີລະນຶກ ຢູ່ນະຄອນຫລວງວຽງຈັນ ນາງໜຶ່ງ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ດວກັນນີ້ວ່າ:
“ຂະເຈົ້າເຮັດຕ່າງຫາກເລີຍ ບໍ່ໄດ້ເຮັດຮ່ວມ ຖ້າເປັນນັກທ່ອງທ່ຽວ ສ່ວນຫລາຍ ຂະເຈົ້າກໍເອົາເປັນແບບພວກກຸນແຈ ອີ່ຫຍັງຫັ້ນແຫລະ ແມ່ນ ມີແຕ່ພວກກຸນແຈ ຄັນເປັນຮູບອີ່ຫຍັງແລ້ວ ຂະເຈົ້າກໍບໍ່ຄ່ອຍເອົາ ແມ່ນ ເປັນພວກກຸນແຈ ໃສ່ເປັນຮູບທາດຫລວງ ເປັນເງິນລາວ ຍັງບໍ່ປານໃດ ສ່ວນຫລາຍກໍມີແຕ່ຄົນລາວຫັ້ນແຫລະ ຊື້ນໍາກັນ ເພາະວ່າເຮົາກະບໍ່ເຄີຍ ແບບວ່າມີທົ່ວຣ໌ ລົງຫັ້ນນ່າ ສ່ວນຫລາຍກໍຂາຍໄປທົ່ວ ເຂົາມາຊື້ກໍອັນນັ້ນ ຂາຍໃຫ້ເພິ່ນ.”
ທ່າມກາງ ບັນຫາເງິນກີບ ອ່ອນຄ່າລົງຢ່າງຕໍ່ເນື່ອງ ໃນຮອບຫລາຍເດືອນທີ່ຜ່ານມາ ໄດ້ເຮັດໃຫ້ນັກຮຽນຊັ້ນ ມ.7 ຫລື ບຸກຄົນທີ່ມີອາຍຸ 18 ປີ ຂຶ້ນໄປ ຕັດສິນໃຈເດີນທາງ ໄປເຮັດວຽກຢູ່ປະເທດໄທ ແທນການຮຽນຕໍ່ ໃນສາຂາວິຊາ ຫລື ປະກອບກິດຈະການທີ່ ກ່ຽວຂ້ອງກັບການທ່ອງທຽວ ສົ່ງຜົນໃຫ້ທຸລະກິດ ແລະ ບໍລິການໃນລາວ ທີ່ດໍາເນີນການໂດຍຄົນລາວ ບໍ່ທັນໄດ້ຂະຍາຍໂຕພໍເທົ່າໃດ, ດັ່ງ ນັກທຸລະກິດ ທີ່ເຮັດວຽກ ກ່ຽວກັບ ການທ່ອງທ່ຽວ ພາຍໃນແລະ ຕ່າງປະເທດ ຢູ່ນະຄອນຫລວງວຽງຈັນ ທ່ານໜຶ່ງ ກ່າວວ່າ:
“ຕອນນີ້ ໂຕເລກນັກສືກສາ ມັນຫລຸດລົງ ເຮັດໃຫ້ບໍ່ຄ່ອຍມີນັກທ່ອງທ່ຽວເຂົ້າໄປຮຽນ ຖ້າຖາມວ່າ ໄກດ໌ຫັ້ນມັນມີບໍ່? ມັນກໍມີເນາະ ແຕ່ມັນອາດບໍ່ພຽງພໍໃນອະນາຄົດ ຄືສົມມຸດວ່າ ພາສາໄທຍ ພາສາຈີນນີ້ ເຮົາບໍ່ຫ່ວງແລ້ວເນາະ ເພາະວ່າມັນມີໄກດ໌ ຫລາຍຢູ່ແລ້ວເນາະ ແຕ່ຄັນວ່າເປັນພາສາອື່ນ ມັນກໍຈະມີບັນຫາໜ້ອຍໜຶ່ງ ເພາະວ່າມັນບໍ່ຄ່ອຍມີໃຜໄປຮຽນ ໃນຂະແໜ່ງນີ້ ແລ້ວກໍນັກທ່ອງທ່ຽວ ມັນຢາກມາໜ້ອຍ ມັນກໍບໍ່ຄ່ອຍມີຄົນຮຽນ ຫັ້ນນ່າ ເຈົ້າ.”
ແລະເຖິງແມ່ນວ່າ ປີ 2024 ນີ້ ຈະເປັນປີແຫ່ງການທ່ອງທ່ຽວ ຂອງປະເທດລາວ ແຕ່ເຖິງຢ່າງໃດກໍຕາມ ການເດີນຈາກສະຖານທີ່ທ່ອງທ່ຽວໜຶ່ງ ໄປຍັງອີກສຖານທີ່ທ່ອງທ່ຽວໜຶ່ງ ຍັງປະສົບຄວາມຫຍຸ້ງຍາກ ຍ້ອນ ບໍ່ທັນໄດ້ມີລະບົບຂົນສົ່ງ ສາທາລະນະ ທີ່ພຽງພໍ, ເໝາະສົມ ແລະ ໄດ້ມາດຕະຖານ ພໍເທົ່າໃດເທື່ອ, ດັ່ງ ນັກທຸລະກິດ ທີ່ເຮັດວຽກ ກ່ຽວກັບການທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ຢູ່ ນະຄອນຫລວງວຽງຈັນ ທ່ານດຽວກັນນີ້ ກ່າວຕື່ມວ່າ:
“ຈັບຈ່າຍໃຊ້ສອຍ ຍັງບໍ່ເປັນບັນຫາ ເພາະວ່າ ປັດຈຸບັນນີ້ ຍັງຈະມີຮ້ານ ຮ້ານຄົນຈີນ ຮ້ານຄົນເກົາຫລີ ມາແທນເນາະ ແຕ່ວ່າການເດີນທາງ ກໍຍັງເປັນຫລັກໆ ຄັນສົມມຸດວ່າ ເອື້ອຍຈະເດີນທາງໄປວຽງຈັນ ໄປວັງວຽງຈັ່ງຊີ້ ລົດບັສ Public Transportation ມັນມີແຕ່ຄັນດຽວ ແລ່ນຖ້ຽວດຽວ ສອງຖ້ຽວຊີ້ນ່າ ປະມານນີ້ ຄັນສົມມຸດວ່ານັກທ່ອງທ່ຽວມາ ຍົນ ມັນລົງຈາກອຸດອນ ຈັ່ງຊີ້ເນາະ. ຍົນ ລົງຈາກອຸດອນເປັນຮອບໆ ແນ່ນອນຢູ່ແລ້ວວ່າ ລົດມັນຖ້າບໍ່ໄດ້ ກໍຕ້ອງໄດ້ໃຊ້ Private Car. ຈ້າງ Private Car ໄປປະມານນີ້.”
ທ່ານກ່າວຕື່ມວ່າ ປັດຈຸບັນ ຄົນງານລາວ ເດີນທາງໄປເຮັດວຽກຢູ່ຕ່າງປະເທດ ເປັນຈໍານວນຫລາຍ ອີກທັງ ຮ້ານຂາຍເຄື່ອງຍົກ-ເຄື່ອງຍ່ອຍ ພາຍໃນປະເທດ ກໍພາກັນປິດໂຕ ຍ້ອນບັນຫາເສດຖະກິດ-ການເງິນ ພາຍໃນປະເທລາວ ທີ່ເປັນຜົນສືບເນື່ອງມາຈາກ ສະພາວະເງິນເຟີ້ ເຮັດໃຫ້ນັກທ່ອງທ່ຽວ ທີ່ເດີນທາງມາທ່ອງທ່ຽວ ພາຍໃນປະເທດລາວ ບໍ່ທັນໄດ້ຮັບການບໍລິການ ແລະ ເລືອກຊື້ສິນຄ້າ ໄດ້ພໍເທົ່າໃດ.
ອີງຕາມການລາຍງານ ຂອງທ່ານ ນາງວຽງພອນ ແກ້ວຄູນສີ ຫົວໜ້າຜແນກ ຖະແຫລ່ງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນຫລວງວຽງຈັນ ກ່າວໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ 2 ໃນມື້ວັນທີ 9 ກໍລະກົດ 2024 ທີ່ຜ່ານມາ ວ່າ ນະຄອນຫລວງວຽງຈັນ ຍັງປະສົບບັນຫາ ກ່ຽວກັບ ການຈັດການທຸລະກິດ ທ່ອງທ່ຽວ ແລະ ບໍລິການ ໃນຫລາກຫລາຍດ້ານ ປະກອບມີ:
- ຂາດແຄນແຮງງານ ທີ່ມີສີມື
- ຜູ້ປະກອບການ ລະເມີດລະບຽບ ຄຸ້ມຄອງ
- ສິນຄ້າທີ່ລະນຶກ ໃນປະເທດລາວ ຍັງບໍ່ທັນມີຫລາຍ
- ການເດີນທາງ ເຂົ້າເຖິງແຫລ່ງທ່ອງທ່ຽວ ມີຄວາມຫຍຸ້ງຍາກ ແລະ
- ຍັງບໍ່ທັນມີໂຄສະນາ-ປະຊາສໍາພັນ ດ້ານການທ່ອງທ່ຽວ ພໍເທົ່າໃດ
ສໍາລັບໃນຮອບ 6 ເດືອນທໍາອິດຂອງປີ 2024 ມີນັກທ່ອງທ່ຽວ ເຂົ້າທ່ອງທ່ຽວຢູ່ ນະຄອນຫລວງວຽງຈັນ ທັງໝົດ 674,196 ຄົນ, ເພີ່ມຂຶ້ນ 26.31% ແລະ ສາມາດສ້າງລາຍໄດ້ໃຫ້ແກ່ສັງຄົມເພີ່ມຂຶ້ນ 44.02% ເມື່ອທຽບກັບໄລຍະດຽວກັນນີ້ ຂອງປີທີ່ຜ່ານມາ, ພ້ອມກັນນີ້ ຍັງມີນັກລົງທຶນ ພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນ ໃນທຸລະກິດ ການທ່ອງທ່ຽວ ທັງໝົດ 58 ຫົວໜ່ວຍ, ໃນນີ້ເປັນທຸລະກິດ ດ້ານທີ່ພັກໂຮງແຮມ 16 ຫົວໜ່ວຍ, ທຸລະກິດອາຫານ-ເຄື່ອງດື່ມ 20 ຫົວໜ່ວຍ, ບໍຣິສັດທ່ອງທ່ຽວ 16 ຫົວໜ່ວຍ ,ສະຖານທີ່ທ່ອງທ່ຽວ 2 ຫົວໜ່ວຍ ແລະ ທຸລະກິດນວດ ແລະ ສະປາ 4 ຫົວໜ່ວຍ.