ຄົນລາວ ຢູ່ແຂວງຫຼວງພະບາງ ຮຽນພາສາຈີນ ຫຼາຍຂຶ້ນ
2024.08.19

ນັບຕັ້ງແຕ່ການແຜ່ລະບາດຂອງໂຄວິດ-19 ຫຼຸດຜ່ອນລົງ ແລະມີທາງລົດໄຟລາວ-ຈີນ ມານີ້ ມີນັກທ່ອງທ່ຽວ ແລະນັກທຸລະກິດຈີນ ເດີນທາງເຂົ້າມານະ ຄອນຫຼວງພະບາງ ເພື່ອມາທ່ຽວ ແລະລົງທຶນ ຫຼາຍຂຶ້ນ ເຮັດໃຫ້ຄົນລາວ ຢູ່ແຂວງຫຼວງພະບາງ ຫັນມາຮຽນພາສາຈີນເພີ້ມຂຶ້ນ ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ທີ່ເຮັດວຽກ ກ່ຽວກັບການເປີດຮັບ ການລົງທະບຽນຮຽນພາສາຈີນ ຢູ່ນະຄອນ ຫຼວງພະບາງທ່ານນຶ່ງ ຕໍ່ວີທຍຸເອເຊັຽເສຣີ ໃນມື້ວັນທີ 19 ສິງຫານີ້
“ມີ 2 3 4 4 ລະດັບນີ້ແຫລະ ສ່ວນຫລາຍພວກທີ່ເຂົາ... ກໍມີແຕ່ 1 2 ອ່າ ຂົງຈື້ຫັ້ນແມ່ນຢູ່ສຸພານຸວົງ ມະຫາວິທະຍາໄລສຸພານຸວົງ ຕາມທີ່ເຮົາໄດ້ຍິນນີ້ແມ່ນເຕັມແລ້ວ ສ່ວນນີ້ມັນເປັນສາຂາ ຈາກພາກພາສາ ແລ້ວຫລວງພະບາງນີ້ເປີດມາ 3 ປີກໍຫັນມີ ຄົນຈີນກໍເຫັນມີມາທ່ຽວ ກໍມີທັງຈີນ ໄທ ເກົາຫລີ ອີ່ຫຍັງຫັ້ນແຫລະ ສ່ວນຫລາຍກໍເປັນມາທ່ອງທ່ຽວນີ້ແຫລະເນາະ ສ່ວນທຸລະກິດນີ້ກໍບໍ່ຮູ້ເນາະວ່າ ເພິ່ນມາຫລາຍໜ້ອຍປານໃດ ແຕ່ວ່າເຫັນນີ້ກໍໃນພາກຂອງການທ່ອງທ່ຽວນີ້.”
ເນື່ອງຈາກພາສາຈີນ ຢູ່ນະຄອນຫລວງພະບາງ ເປັນທີ່ຕ້ອງການກັນຫຼາຍ ແລະເປັນພາສາ ທີ່ມີຄົນນິຍົມຮຽນຫຼາຍ ໃນປັດຈຸນັນ ຈຶ່ງເຮັດໃຫ້ພາກເອກກະຊົນຈໍານວນນຶ່ງ ຫັນມາລົງທຶນເປີດໂຮງຮຽນສອນພາສາຈີນ ໃຫ້ເດັກນ້ອຍນັກຮຽນ, ນັກສຶກສາ ແລະຄົນທົ່ວໄປ ໄດ້ຮຽນ ທັງສໍາລັບຜູ້ທີ່ມີພື້ນຖານ ແລະບໍ່ມີພື້ນຖານພາສາຈີນ ເພີ່ມຂຶ້ນ ດັ່ງຊາວນະຄອນຫຼວງພະບາງ ຜູ້ນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ:
“ລູກສາວຫັ້ນກໍາລັງຮຽນຢູ່ເນາະ ບາງຄັ້ງບາງຄາວລາວໄປແປໃຫ້ເຂົາເນາະ ລາວໄປຮຽນຢູ່ ໄປຮຽນຢູ່ຈີນດຽວນີ້ເນາະ ໂຮງຮຽນແທ້ມັນ ມັນກໍບໍ່ໄດ້ມີຫລາຍມີແຕ່ແຫ່ງດຽວ ແຕ່ວ່າມັນເປັນສູນ ມັນກໍມີຫລາຍຢູ່ ສູນນ້ອຍທ້ນາະ ໂອ໋ ກໍຢ່າງວ່າຫັ້ນແຫລະ ຕະຫລາດຈີນມັນເປີດກວ້າງ ເນາະ ຕະຫລາດຈີນ ນັກຮຽນຂະເຈົ້າຮຽນຫລາຍຢູ່ ທຸລະກິດກໍຫລາຍຄືກັນເນາະ ທຸລະກິດກໍຫລາຍ ນັກທ່ອງທ່ຽວກໍຫລາຍ ຖ້າມີນັກທ່ອງທ່ຽວວຫລາຍ ແລ້ວກໍຈະມີນັກທຸລະກິດເຂົ້າມາ.”
ພ້ອມດຽວກັນນັ້ນ ພະນັກງານນໍາທ່ຽວພາສາຈີນ ຢູ່ບໍລິສັດນໍາທ່ຽວ ໃນນະຄອນ ຫຼວງພະບາງ ຜູ້ນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 19 ສິງຫານີ້ວ່າ ເມື່ອມີນັກທ່ອງທ່ຽວຈີນ ເດີນທາງມາທ່ຽວເມືອງນີ້ຫຼາຍຂຶ້ນ ວຽກງານໃນຂະແໜງ ການ ທ່ອງທ່ຽວ ແລະການບໍລິການ ກໍມີຄວາມຈໍາເປັນ ທີ່ຈະຕ້ອງໄດ້ໃຊ້ພະນັກ ງານ ທີ່ຮູ້ຈັກພາສາຈີນ ຫຼາຍຂຶ້ນເຊັ່ນກັນ ເປັນຕົ້ນ ພະນັກງານນໍາທ່ຽວ, ພະ ນັກງານຕ້ອນຮັບຢູ່ໂຮງແຮມ ແລະຫຼ່າມແປພາສາຈີນ ດັ່ງທີ່ທ່ານກ່າວວ່າ:
“ອໍ ປີນີ້ຫລາຍແຮງດີ ເພາະວ່າປີນີ້ ເປັນປີທ່ອງທ່ຽວຂອງລາວແດ່ ໂອ້ ແມ່ນ ເຂົາຮຽນພາສາຈີນຫລາຍ ກໍໄປຮຽນເກົາຫລີບໍ່ ບາງຄົນກໍໄປຮຽນ ໄປຮຽນເກົາຫລີ ບາງຄົນຕັດສິນໃຈໄປຮຽນເກົາຫລີ ກໍໄປຮຽນເກົາຫລີເລີຍ ບາງຄົນໄປຮຽນຈີນ ກໍໄປຮຽນຈີນເລີຍ ເພາະວ່າຄົນທີ່ຮຽນພາສາຈີນນີ້ ສ່ວນຫລາຍມາເຮັດວຽກໃຫ້ກັບໂຄງການຈີນ.”
ທ່ານເວົ້າຕໍ່ໄປວ່າ ດຽວນີ້ ມີຄົນລາວຫຼາຍໆຄົນ ສົນໃຈຮຽນພາສາຕ່າງປະເທດ ເປັນຕົ້ນ ພາສາຈີນ ແລະພາສາເກົາຫລີ ຊຶ່ງຜູ້ທີ່ຮຽນພາສາຈີນ ຈະມີໂອກາດໄດ້ເຮັດວຽກ ແລະໄດ້ຮັບຄ່າຈ້າງແຮງງານ ຫຼາຍກວ່າຜູ້ທີ່ບໍ່ຮູ້ພາສາຈີນ. ສ່ວນຜູ້ທີ່ສົນໃຈຮຽນພາສາເກົາຫລີນັ້ນ ກໍເປັນຍ້ອນພວກເຂົາເຈົ້າ ຕ້ອງການສະໝັກໄປເຮັດວຽກ ອອກແຮງງານ ຢູ່ປະເທດເກົາຫລີໃຕ້ ຍ້ອນໄດ້ຮັບຄ່າແຮງງານສູງກວ່າການເຮັດວຽກ ຢູ່ພາຍໃນປະເທດລາວ ຫຼາຍເຖິງ 20 ເທົ່າ.
ໃນຂະນະດຽວກັນ ປະຊາຊົນ ຢູ່ນະຄອນຫຼວງພະບາງ ອີກຜູ້ນຶ່ງ ກໍເວົ້າວ່າ ເຖິງແມ່ນພາສາຈີນ ຈະໄດ້ຮັບຄວາມນິຍົມກັນຫລາຍ ຢູ່ປະເທດລາວໃນປັດຈຸບັນ ແຕ່ການຈັດການສອນພາສາຈີນ ກໍຍັງມີແຕ່ໃນເຂດຕົວເມືອງ ເປັນຕົ້ນໃນເຂດເທດສະບານ ຂອງແຕ່ລະແຂວງ ແລຕາມຕົວເມືອງຕ່າງໆ ໃນນະຄອນຫລວງວຽງຈັນ ແລະນະຄອນຫລວງພະບາງເທົ່ານັ້ນ ດັ່ງທີ່ທ່ານກ່າວວ່າ:
“ຈີນ ກໍມາທ່ຽວຫລາຍຢູ່ ດຽວນີ້ກໍຖືວ່າ ທຽບໃສ່ແຕ່ກ່ອນກໍຖືວ່າ ເຂົຮຽນພາສາຈີນ ເຂົາຮຽນພາສາຈີນຫລາຍ ທີ່ສຸດເລີຍ ດຽວນີ້ນ່າ ມີບາງໂຮງຮຽນນີ້ເຂົາສອນພາສາຈີນເປັນຫລັກເລີຍ ຜູ້ໃຫຍ່ກໍໄປຮຽນໄດ້ເນາະເພາະວ່າບາງຄົນນີ້ເຂົາສອນເພີ້ມນ່າ ໝາຍຄວາມວ່າເປັນສະຖາບັນຂົງຈື້ ແບບນີ້ ເປີດຢູ່ມະຫາວິທະຍາໄລສຸພານຸວົງກໍມີ ຢູ່ນອກຫລັກສູດ ບໍ່ແມ່ນແຕ່ມະຫາວິທະຍາໄລກໍມີ.”
ເວົ້າເຖິງສະຖາບັນສອນວິຊາພາສາຈີນ ທ່ານ ວິລະ ອາໂນລັກ ອາທິການບໍດີມະຫາວິທິຍາໄລ ສຸພານຸວົງ ທີ່ນະຄອນຫຼວງພະບາງ ໄດ້ກ່າວໃນມື້ວັນທີ 10 ສິງຫານີ້ວ່າ ສະຖາບັນ ຂົງຈື້, ມະຫາວິທະຍາໄລ ສຸພານຸວົງ ແລະມະຫາວິທະ ຍາໄລ ວິທະຍາສາດ ແລະເຕັກໂນໂລຊີຄຸນມິງ ຂອງຈີນ ໄດ້ຮ່ວມກັນສ້າງ ສະຖາບັນຂົງຈື້ ໃນປີ 2018. ໃນໄລຍະທໍາອິດ ໄດ້ພົບຂໍ້ຫຍຸ້ງຍາກຫຼາຍຢ່າງ ໂດຍສະເພາະເລື່ອງອາຄານສະຖານທີ່ ແລະອຸປະກອນໃນການຈັດການຮຽນ-ການສອນ. ແຕ່ມາຮອດປີ 2019 ກົງສຸນໃຫຍ່ຂອງຈີນ ປະຈໍາພາກເໜືອຂອງລາວ ທີ່ແຂວງຫຼວງພະບາງ ໄດ້ໃຫ້ທຶນປັບປັງອາຄານ ຢູ່ວິທະຍາເຂດ ບ້ານນາສ້າງເຫວີຍ ແລະສາມາດເປີດການຮຽນ-ການສອນໄດ້ໃນປີ 2023.