ປະຊາຊົນຄາດຫວັງ ການແກ້ບັນຫາເງິນເຟິ້ ຂອງການປະຊຸມອາຊ້ຽນ
2024.10.08
ໃນຖານະທີ່ປະເທດລາວ ເປັນປະທານອາຊ້ຽນປະຈໍາປີ 2024 ນີ້ ຊາວລາວຈໍານວນນຶ່ງ ຄາດຫວັງ ໃຫ້ຜູ້ແທນຈາກປະເທດລາວ ແລະ ຈາກປະເທດ ສະມາຊິກອາຊ້ຽນ ປືກສາຫາລືກັນ ກ່ຽວກັບການແກ້ໄຂ ບັນຫາທາງດ້ານເສດຖະກິດ ທັງໃນລະດັບພາກພື້ນເອຊຽນຕະເວັນອອກສຽງໃຕ້ ແລະ ພາຍໃນປະເທດລາວ ທີ່ກໍາລັງປະສົບບັນຫາເງິນເຟີ້ ຢ່າງໜັກຫນ່ວງໃນປັດຈຸບັນ. ດັ່ງນັກສືກສາ ຢູ່ມະຫາວິທະຍາໄລ ແຫ່ງຊາດລາວ ນະຄອນຫລວງວຽງຈັນ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 8 ຕຸລາ 2024 ນີ້ວ່າ:
“ຄືບ້ານເຮົາ ກໍຢາກຮູ້ວ່າ ກອງປະຊຸມຮອບນີ້ນີ່ນ່າ ເພິ່ນຈະໄດ້ໃຫ້ການແກ້ໄຂບັນຫາ ຫລືວ່າ ຈະມີແນວທາງນະໂຍບາຍ ທີ່ວ່າເກີດຂຶ້ນໃນຕໍ່ໜ້ານີ້ ກໍຢາກໃຫ້ກອງປະຊຸມ ມຸ່ງເນັ້ນໄປ ໃນເລື້ອງການແກ້ໄຂ ບັນຫາເສດຖະກິດເນາະ ເພາະວ່າປະເທດເຮົາ ປະສົບບັນຫາ ໃນເລື້ອງເງິນເຟີ້ຫລາຍຊ່ວງນີ້ ບວກກັບເລື້ອງຂອງ ເຕັກໂນໂລຍີ ພວກ AI ຈັ່ງຊີ້ຫັ້ນນ່າ ມັນກໍເຂົ້າມາຫລາຍ ເຂົາກໍຢາກໃຫ້ປະເທດເຮົາຫັ້ນນ່າ ພັດຖະນາ ໃນດ້ານນີ້ ຄືກັນ.”
ທາງດ້ານຊາວລາວອີກຈໍານວນນຶ່ງ ກໍໄດ້ຕິດຕາມຄວາມຄືບໜ້າ ກ່ຽວກັບກອງປະຊຸມ ສຸດຍອດຜູ້ນຳອາຊ້ຽນ (ASEAN Summits) ຄັ້ງທ 44-45 ຜ່ານສື່ສັງຄົມອອນລາຍນ໌ມາແຕ່ໄລຍະຕົ້ນປີ 2024 ຈົນມາຮອດປັດຈຸບັນ ຍ້ອນຕ້ອງການຮັບຮູ້ ຄວາມຄືບໜ້າ ໃນການຫາລື, ປະໂຫຍດທີ່ປະເທດລາວ ແລະ ປະຊາຊົນລາວ ຈະໄດ້ຮັບໃນໄລຍະຕໍ່ໜ້າ, ດັ່ງ ຊາວນະຄອນຫລວງວຽງຈັນ ນາງນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຫລັກໆ ກໍເປັນເລື້ອງເສດຖະກິດຫັ້ນແຫລະ ເລື້ອງເສດຖະກິດບໍ່ເຈົ້າ ອ່າ ຄິດວ່າ ໜ້າຈະແມ່ນ ເຫັນຫລາຍປະເທດທີ່ວ່າ ເປັນປະເທດໃຫຍ່ໆ ກໍມາຫລາຍ ມາຢູ່ລາວຫລາຍ ບໍ່ແນ່ໃຈວ່າ ເພິ່ນຈະເວົ້າເລື້ອງແບບວ່າ ອາດຈະເວົ້າເລື້ອງຄູ່ຮ່ວມເຈລະຈາ ອີ່ຫຍັງແບບນີ້ຫລາຍຂຶ້ນບໍ່.”
ຂະນະດຽວກັນ ເຖິງແມ່ນວ່າ ປະເທດລາວຈະເປັນະທານອາຊ້ຽນ ແຕ່ພັດຍັງບໍ່ທັນມີ ວິໄສທັດ ແນວໃດຢ່າງຈິງຈັງ ເປັນຂອງໂຕເອງ ຮ່ວນກັບປະເທດ ສະມາຊິກອາຊ້ຽນ ທີ່ສະທ້ອນຜົນດີ ໃນລະດັບພາກພື້ນ ປະເທດລາວ ແລະ ປະຊາຊົນລາວ ຢ່າງເປັນຮູບປະທໍາເທື່ອ, ດັ່ງ ຊາວລາວ ທີ່ຕິດຕາມກອງປະຊຸມທີ່ກ່ຽວຂ້ອງກັບຊາດ ສະມາຊິກອາຊ້ຽນ ທີ່ຈັດຂຶ້ນຢູ່ ປະເທດລາວ ຢ່າງຕໍ່ເນື່ອງ ທ່ານນຶ່ງ ກ່າວວ່າ:
“ເຮົາຜູ້ຕິດຕາມຂ່າວນີ້ ເຮົາກໍເບິ່ງວ່າ ເພິ່ນປະກາດອອກມາ ມີ 3-4 ເສົາຄໍາ ຄືທີ່ເວົ້າມາຫັ້ນແຫລະເນາະ ເສດຖະກິດ, ວັດທະນະທໍາ, ສັງຄົມ, ການເມືອງ ແຕ່ມັນເຮັດບໍ່ໄດ້ຫັ້ນນ່າ ບາດເວລາເວົ້າງ່າຍໆ ວ່າ ປະຊຸມຢູ່ ບໍ່ວ່າຈະເປັນປະຊຸມປະທານ ອາຊ້ຽນ ປະຊຸມພາຍໃນເພິ່ນເອງ ບັນຫາຕ່າງໆ ກໍເວົ້າຢູ່ຫັ້ນ ແຕ່ວ່າບັດແລ້ວ ແລ້ວເລີກກອງປະຊຸມ ແລ້ວເຮັດບໍ່ໄດ້ ເພາະວ່າເຮົາເຫັນຫລາຍເລື້ອງແລ້ວນ່າ ທີ່ວ່າເພິ່ນປະຊຸມ ກໍຄືປະຊຸມຊື່ໆ.”
ເຖິງແມ່ນວ່າ ສື່ມວນຊົນ ໃນການຄວມຄຸມຂອງລັດຖະບານລາວ ຈະນໍາສະເໜີຂ່າວ ກ່ຽວກັບກອງປະຊຸມສຸດຍອດອາຊ້ຽນ ຢ່າງຕໍ່ເນື່ອງ ແຕ່ຢ່າງໃດກໍຕາມ ເນື້ອໃນຂ່າວສານ ທີ່ຖືກນໍາສະເໜີ ສູ່ສາທາລະນະນັ້ນ ແມ່ນເປັນພຽງຂ່າວສານແນວລວມເທົ່ານັ້ນ ແລະ ບໍ່ທັນຮັບຮູ້ວ່າ ປະຊາຊົນລາວ ໃຫ້ຄວາສົນໃຈຕໍ່ສາລະສໍາຄັນ ຈາກກອງປະຊຸມອາຊ້ຽນຫລາຍ-ນ້ອຍ ພໍເທົ່າໃດ, ດັ່ງ ເຈົ້າໜ້າທີ່ ກະຊວງຖະແຫລ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຢູ່ນະຄອນຫລວງວຽງຈັນ ທ່ານນຶ່ງ ກ່າວວ່າ:
“ອັນນີ້ ເຮົາກໍບໍ່ໄດ້ຕິດຕາມ ບໍ່ໄດ້ມາຕໍ່ ມາວດເທື່ອ ເຮົາກໍບໍ່ຮູ້ຄືກັນວ່າ ຄົນເຂົາສົນໃຈປານໃດ ເຮົາບໍ່ໄດ້ວັດໂຕນີ້ນ່າ ມີແຕ່ນໍາສະເໜີຂ່າວໄປຊື່ໆ ເຮົາບໍ່ໄດ້ຕິດຕາມນໍາວ່າ ຄົນມັກຈັ່ງໃດ໋ໆ ຕາມສັງຄົມເຮົາແຕ່ລະມື້ໆ ນີ້ແຫລະ ປະຊຸມເລື້ອງໃດ ເຮົາກໍຕີແຜ່ໄປຕາມນັ້ນ ເອົາເນື້ອຫາມາລົງຊື່ໆ ຕິດຕາມນໍາເພິ່ນນີ້ແຫລະ.”
ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ກ່າວໃນກອງປະຊຸມ ລັດຖະມົນຕີ ເສດຖະກິດອາຊ້ຽນ ຄັ້ງທີ 24 ໃນມື້ວັນທີ 7 ຕຸລາ 2024 ນີ້ວ່າ ປະເທດສະມາຊິກ ອາຊ້ຽນ ໄດ້ຫາລືກັນ ກ່ຽວກັບການເຄື່ອນຍ້າຍສິນຄ້າຢ່າງເສລີ ແລະ ການດຶງດູດ ນັກລົງທຶນຈາກຕ່າງປະເທດ ແລະ ລົງເລີກກ່ຽວກັບແຜນພັດທະນາ ເສດຖະກິດ ດີຈິຕອລ ໃນພາກພື້ນ ອາຊ້ຽນ ຮວມເຖິງການສ້າງແຜນ ຍຸດທະສາດ ປະຊາຄົມ ເສດຖະກິດ ອາຊ້ຽນ ໃນໄລຍະປີ 2026-2030.
ໃນໂອກາດທີ່ປະເທດລາວເປັນເຈົ້າພາບ ຈັດກອງປະຊຸມ ສຸດຍອດອາຊ້ຽນ ຄັ້ງທີ 44 ແລະ 45 ແລະກອງປະຊຸມ ສຸດຍອດອື່ນໆ ທີ່ກ່ຽວຂ້ອງ ລະຫວ່າງມື້ວັນທີ 6-11 ຕຸລາ 2024 ຢູ່ນະຄອນຫລວງວຽງຈັນ ຫລາຍພາກສ່ວນ ກໍໄດ້ຊ່ອຍກັນ ປະຕິບັດປ້ອງກັນເວນຍາມ ຕາມຈຸດຕ່າງໆ ຕະຫລອດ 24 ຊົ່ວໂມງ.