ຈີນຍຶດຄອງ ທຸລະກິດທ່ອງທ່ຽວ ໃນລາວ

ພອນ ພູມມີທອນ
2024.05.09
ຈີນຍຶດຄອງ ທຸລະກິດທ່ອງທ່ຽວ ໃນລາວ ກຸ່ມນັກທ່ອງທ່ຽວຈີນ ກຳລັງຮັບຟັງຄຳອະທິບາຍ ຈາກຜູ້ນຳທ່ຽວ ທີ່ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ (TS), ເດືອນມີນາ 2024.
RFA

ໃນຮອບ 2 ປີ ມານີ້ ນັບແຕ່ທາງການລາວ ເປີດປະເທດ ພາຍຫລັງ ສະຖານະການ ແຜ່ລະບາດ ໂຄວິດ-19 ຫລຸດຜ່ອນລົງ, ກໍມີນັກທ່ອງທ່ຽວຊາວຈີນ ເດີນທາງເຂົ້າມາ ປະເທດລາວ ເພີ່ມຂຶ້ນເລື້ອຍໆ ແຕ່ເນື່ອງຈາກພະນັກງານນໍາທ່ຽວ ຂອງລາວ ທີ່ຮູ້ພາສາຈີນ ຍັງຂາດແຄນ ຈຶ່ງເຮັດໃຫ້ຊາວຈີນຈໍານວນໜຶ່ງ ສວຍໂອກາດ ເຂົ້າມາເຮັດທຸລະກິດນໍາທ່ຽວ ໃນປະເທດລາວ ແບບບໍ່ຖືກຕ້ອງ ເປັນຈໍານວນຫລາຍ.

ດັ່ງ ພະນັກງານນໍາທ່ຽວຊາວລາວ ຜະແນກພາສາຈີນ ນາງໜຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 9 ພືດສະພາ 2024 ນີ້ວ່າ

ໄກດ໌ຈີນເທົ່ານັ້ນແຫລະ ທີ່ເຂົາເຈົ້າຫາຍາກແນ່ ແມ່ນຈີນ ກໍບໍ່ຄ່ອຍ ບໍ່ຄ່ອຍມີມາ. ເຂົາເວົ້າພາສາຈີນໄດ້ ແຕ່ວ່າມັນບໍ່ຄ່ອຍມີ ເປັນໄກດ໌ຫັ້ນນ່າ. ອັນນີ້ກະບໍ່ຮູ້ເດີ້ ເພາະວ່າຫລາຍຄົນ. ເຂົາກໍໄປເຮັດໂຄງການອິຫຍັງນີ້ນ່າ ແມ່ນ ເພິ່ນ (ຄົນຈີນ) ມີ Tour leader ເພິ່ນມາ. ພາຂະເຈົ້າມາ ກໍເອົາໄກດ໌ໄທ, ໄກດ໌ຝຣັ່ງ ອິຫຍັງໄປ.

ນາງກ່າວຕື່ມວ່າ ນັກທ່ອງທ່ຽວຊາວຈີນ ເດີນທາງເຂົ້າມາທ່ຽວພາຍໃນລາວ ດ້ວຍການໃຊ້ບໍລິການ ຈາກບໍລິສັດນໍາທ່ຽວຂອງຈີນ ເຊິ່ງບໍລິສັດ ດັ່ງກ່າວນີ້ ຈະຈັດແຜນການເດີນທາງ ໃຫ້ນັກທ່ອງທ່ຽວຊາວຈີນ ເຂົ້າພັກ ແລະ ກິນອາຫານ ຢູ່ໂຮງແຮມ ແລະ ຮ້ານອາຫານຂອງຊາວຈີນ ທັງໝົດ ອີກທັງ ຍັງໃຊ້ຜູ້ນໍາທ່ຽວຊາວຈີນ (Chinese Tour Leader) ແລະ ຈ້າງພນັກງານນໍາທ່ຽວຄົນລາວ (Lao Tourist Guide) ພະແນກພາສາອື່ນ ທີ່ບໍ່ແມ່ນພາສາຈີນ ມາເປັນສ່ວນໜຶ່ງ ຂອງການຈັດການທ່ອງທ່ຽວ ໂດຍບໍ່ໄດ້ ໃຫ້ພວກຂະເຈົ້າເຮັດໜ້າທີ່ ເປັນພນັກງານນໍາທ່ຽວເທື່ອ.

ສະນັ້ນ ເມື່ອການທ່ອງທ່ຽວ ຂອງຊາວຈີນພາຍໃນລາວ ພັດບໍ່ທັນໄດ້ນໍາໃຊ້ບໍລິການ ຈາກ ພະນັກງານນໍາທ່ຽວຊາວລາວ ຜະແນກພາສາຈີນ, ຈຶ່ງເຮັດໃຫ້ມີການອະທິບາຍປະຫວັດຕິສາດ, ວັດທະນະທຳ ຕ່າງໆ ພາຍໃນລາວ ເປັນໄປແບບບໍ່ຖືກຕ້ອງ.

ດັ່ງ ພະນັກງານນໍາທ່ຽວຊາວລາວ ຜະແນກພາສາຈີນ ອີກທ່ານໜຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ: 

ນັກທ່ອງທ່ຽວຈີນຫັ້ນນ່າ. ຂະເຈົ້າຈະມາຈາກ ບໍລິສັດຂອງຈີນເອງ ຈະເປັນຄົນຈີນເອງ ພາມາຫັ້ນນ່າ. ຊິເປັນຄົນລາວ ຊິແມ່ນຄົນຂັບລົດໃຫ້ຫັ້ນແຫລະ. ບໍ່ໆສ່ວນຫລາຍເປັນຄົນຈີນ. ຂະເຈົ້າເຮັດເອງ ອະທິບາຍເອງ. ຊິຖືກບໍ່ຖືກບໍ່ແລ້ວ ກໍອະທິບາຍໄປຕາມອັນນັ້ນແຫລະ. ເລື່ອງດີ ກໍເປັນເລື້ອງຕະລົກ ກໍບໍ່ຮູ້ນຳເຂົາ ເຂົາໄປວັດໄປວາ ເຫັນຮູບປັ້ນ ຂອງພຣະພຸດທະຮູບຫັ້ນ ກໍອະທິບາຍໄປເລື່ອງອື່ນກໍບໍ່ຮູ້ນຳເຂົາ.” 

ເຖິງແມ່ນວ່າ ຊາວໜຸ່ມລາວ ຈະສົນໃຈຮຽນພາສາຈີນເພີ່ມຂຶ້ນ ແຕ່ພວກເຂົາເຈົ້າ ພັດເລືອກໄປປະກອບອາຊີບອື່ນ ແທນການເປັນພະນັກງານນໍາທ່ຽວ ເຊິ່ງສ່ວນໜຶ່ງ ເປັນຍ້ອນພວກເຂົາເຈົ້າຮູ້ພາສາຈີນ ແຕ່ບໍ່ຮູ້ເລຶ້ອງລາວ ກ່ຽວກັບປະຫວັດສາດ ທາງວັດທະນະທໍາ ພາຍໃນປະເທດລາວ.

ດັ່ງ ພະນັກງານນໍາທ່ຽວ ຜແນກພາສາອັງກິດ ທ່ານໜຶ່ງ ກ່າວວ່າ: 

ໄກດ໌ພາສາຈີນນີ້ ເຂົາກໍຕ້ອງການຫລາຍຢູ່ ມັນກໍມີຜູ້ ອັນນ່າ ເວົ້າພາສາຈີນໄດ້ເນາະ, ແຕ່ວ່າເຂົາບໍ່ມີປະສົບການ ທາງດ້ານການເປັນໄກດ໌. ບາງຄົນຂະເຈົ້າກໍມາທ່ຽວເອງ. ບາງຄົນຂະເຈົ້າກໍ Booking ນໍາບໍລິສັດຫັ້ນແຫລະ. ສ່ວນຫລາຍທີ່ຂ້າພະເຈົ້າເຫັນ ຄົນຈີນມາທ່ຽວຫລາຍ. ເຮັດວຽກຢູ່ໂຮງຈັກ-ໂຮງງານບໍ່ ຫລືວ່າ ມາເປີດບໍລິສັດບໍ່, ມາເປີດໂຮງງານບໍ່ ຈັ່ງຊີ້ນ່າ. ມີໝູ່, ມີຄູ່ ຂະເຈົ້າກໍພາມາຫລີ້ນນ່າ. ຂະເຈົ້າກໍພາກັນມາທ່ຽວ ເພາະວ່າຂະເຈົ້າຮູ້ຈັກສະຖານທີ່ ຮູ້ຈັກຂົງເຂດນັ້ນດີ. ອັນ ແມ່ນຈີນແຖວໆຄຸນມິ່ງ ຊາຍແດນ ຕິດລາວນີ່ ຊື່ໆ. 

ທ່ານກ່າວຕື່ມວ່າ ປັດຈຸບັນ ປະເທດລາວ ມີຄົນຈີນທີ່ເຂົ້າມາທ່ອງທ່ຽວ ແລະ ເຮັດທຸລະກິດຈໍານວນຫລາຍ ແລະ ສໍາລັບຄົນຈີນ ທີ່ເຂົ້າມາເຮັດທຸລະກິດ ໄປໄດ້ແລ້ວໄລຍະໜຶ່ງ ເມື່ອເລີ່ມຄຸ້ນເຄີຍ ກັບການເດີນທາງພາຍໃນປະເທດລາວ ພວກຂະເຈົ້າກໍຈະຊັກຊວນໝູ່ຄູ່ ແລະ ຍາດຕິພີ່ນ້ອງ ຈາກປະເທດຈີນ ໃຫ້ເດີນທາງມາທ່ອງທ່ຽວ ແລະ ພັກຜ່ອນໃນລາວ ໂດຍບໍ່ຈໍາເປັນ ຕ້ອງໃຊ້ພະນັກງານນໍາທ່ຽວ ຜະແນກພາສາຈີນ. 

ກ່ຽວກັບເລື່ອງນີ້ ສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ເປີດຝືກອົບຮົມ ພະນັກງານທ່ອງທ່ຽວ ລະດັບຊາດ ເພື່ອເພີ່ມພະນັກງານນໍາທ່ຽວ ພາຍຫລັງພະນັກງານທ່ອງທ່ຽວຊາວລາວ ຜະແນກພາສາຈີນ ແລະ ພາສາອື່ນໆ ອອກໄປເຮັດວຽກອາຊີບອື່ນ ໃນໄລຍະການແຜ່ລະບາດ ຂອງ ໂຄວິດ-19 ແລະ ບໍ່ກັບມາເຮັດວຽກ ໃນຂະແໜງການເດີມ ເມື່ອສະຖານະການ ດັ່ງກ່າວນີ້ ຫລຸດຜ່ອນລົງ.

ດັ່ງ ເຈົ້າໜ້າທີ່ ທີ່ເຮັດວຽກດ້ານການທ່ອງທ່ຽວໂດຍກົງ ທ່ານໜຶ່ງກ່າວວ່າ: 

ມາໂຄວິດ-19 ເດ້. ແລ້ວຂະເຈົ້າກໍອອກໄປ ປະກອບອາຊີບອື່ນ. ແລ້ວກໍມີຈໍານວນໜຶ່ງ ທີ່ຍັງສືບຕໍ່ເຮັດ ໄລຍະທີ່ຫລັງເປີດປະເທດຄືນມາ. ແລ້ວມັນກໍມີນັກທ່ອງທ່ຽວເຂົ້າມາຫລາຍ. ແລ້ວມັນກໍຈະເຮັດໃຫ້ບໍ່ພໍເນາະ ແຕ່ພວກເຮົາກໍໃຫ້ ບູລິມາສິດ ແຕ່ພວກທີ່ໄດ້ພາສາຈີນ. ເພິ່ນມາສະມັກນີ້ ໄດ້ເຂົ້າຝືກຈົນໝົດເນາະ ພວກເຮົາກໍຢາກແກ້ໄຂ. ປະເດັນທີ່ໄກດ໌ພວກເຮົາ ບໍ່ພຽງພໍຫັ້ນ ແລ້ວກໍຜູ້ຊີ້ນໍາທາງວຽກທ່ອງທ່ຽວ ເພິ່ນກໍໄດ້ໃຫ້ຄໍາແນະນໍາວ່າ ຄັນຖ້າມີຜູ້ທີ່ໄດ້ພາສາຈີນ ທີ່ຮຽນຈົບຈາກຈີນ ຫລືວ່າ ຮຽນຈົບຢູ່ພາຍໃນ ທີ່ໄດ້ພາສາຈີນຫັ້ນນ່າ ກໍແມ່ນໃຫ້ເອົາເຂົ້າໝົດກ່ອນ.

ອີງຕາມຂໍ້ຕົກລົງ ຂອງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ ລະບຸວ່າ ທາງໜ່ວຍງານ ຈະມີການຈັດຝືກອົບຮົມ ພະນັກງານນໍາທ່ຽວລະດັບຊາດ ຄັ້ງທີ່ 30 ລະຫວ່າງມື້ວັນທີ 6 ຫາ 19 ກໍລະກົດ 2024 ໃຫ້ແກ່ພະນັກງານນໍາທ່ຽວ ຊາວລາວ ຈໍານວນ 70 ຄົນ, ໃນນີ້ ແມ່ນ ມີຜູ້ລົງທະບຽນ ເພື່ອເຂົ້າຝືກອົບຮົມ ທີ່ກ່ຽວຂ້ອງກັບພາສາຈີນ ຈໍານວນ 9 ຄົນ

ປັດຈຸບັນ ຄົນຈີນຍັງນິຍົມ ເດີນທາງທ່ອງທ່ຽວ ຢູ່ທາງພາກເໜືອຂອງລາວ ຕາມແລວລົດໄຟລາວ-ຈີນ ຈາກເມືອງໄຊ ແຂວງອຸດົມໄຊ ນະຄອນຫລວງພະບາງ ແຂວງຫລວງພະບາງ, ມືອງວັງວຽງ ແຂວງວຽງຈັນ ຈົນໄປຮອດ ນະຄອນຫລວງວຽງຈັນ ແລະ ຫລາຍເປັນອັນດັບທີ 3 ລອງຈາກ ນັກທ່ອງທ່ຽວຈາກປະເທດໄທ ແລະ ວຽດນາມ, ສະນັ້ນ ຈຶ່ງມີຄວາມຈໍາເປັນ ທີ່ຈະຕ້ອງ ນໍາໃຊ້ພະນັກງານນໍາທ່ຽວຊາວລາວ ຜະແນກພາສາຈີນ.

ດັ່ງ ເຈົ້າໜ້າທີ່ ທີ່ເຮັດວຽກ ດ້ານການທ່ອງທ່ຽວໂດຍກົງ ຜູ້ດຽວກັນນີ້ ກ່າວຕື່ມວ່າ: 

ໂຕເລນັກທ່ອງທ່ຽວກໍ ອັນສູງຂຶ້ນຢູ່ຈີນ. ສໍາລັບນັກທ່ອງທ່ຽວຈີນເນາະ ຫລັງຈາກພວກເຮົາເປີດປະເທດ ຄືວ່າຫລັງຈາກໂຄວິດ-19 ມານີ້ ກໍແມ່ນຖືວ່າ ໂຕເລກສູງຂຶ້ນເນາະ. ໜຶ່ງແມ່ນພວກເຮົາເປັນປະເທດ ທີ່ເຂົາເອີ້ນວ່າ ມີການພົວພັນກັນຢູ່ແລ້ວເນາະ. ແລ້ວສອງມາກໍຊິແມ່ນ ໂຕຫລັກໆນີ້ແມ່ນ ເສັ້ນທາງລົດໄຟເນາະ. ໄລຍະເວລາມັນສັ້ນຂົ້າໃນການເດີນທາງ ແລ້ວກໍມີການອໍານວຍ ຄວາມສະດວກ ຫລາຍຂຶ້ນ ຈັ່ງຊີ້ຫັ້ນນ່າ. 

ອີງຕາມການລາຍງານ ຂອງ ກົມພັດທະນາ ການທ່ອງທ່ຽວ ຜະແນກ ສະຖິຕິ ແລະ ການວິໄຈ ການທ່ອງທ່ຽວ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ລະບຸວ່າ ໃນປີ 2022 ຫາ 2023 ຫລັງຈາກການເປີດທ່ອງທ່ຽວ ຫລັງໂຄວິດ-19 ແຜ່ລະບາດ, ມີຈໍານວນນັກທ່ອງທ່ຽວ ເດີນທາງມາຍັງປະເທດລາວ 4,711,994 ຄົນ ໃນນີ້ ເປັນນັກທ່ອງທ່ຽວຊາວໄທ 2,064,459 ຄົນ, ຊາວຫວຽດນາມ 1,197,677 ຄົນ ແລະ ຊາວຈີນ 686,563 ຄົນ.

ສ່ວນໃນຮອບ 3 ເດືອນ ທໍາອິດ ຂອງປີ 2024 ນີ້, ແມ່ນມີນັກທ່ອງທ່ຽວ ຈາກໄທ ເດີນທາງມາຍັງປະເທດລາວ 337,689 ຄົນ ຊາວວຽດນາມ 263,165 ຄົນ ແລະ ຊາວຈີນ 242,139 ຄົນ. 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.