ສືບຕໍ່ສ້າງໂຮງແຮມ ຣາຊວົງ ພລາຊາ ໃຫ້ສຳເຣັດ
2021.12.28

ກະຊວງປ້ອງກັນປະເທດຂອງລາວ ແລະບໍຣິສັດ ຊົງຊິງຟາງເຕີ ພັທນາອະສັງຫາລິມະຊັບ ຈໍາກັດ ຂອງຈີນ ໄດ້ຮ່ວມກັນລົງນາມໃນບົດບັນທຶກ ຄວາມເຂົ້າໃຈກັນ ໃນມື້ວັນທີ 23 ທັນ ວານີ້ ເພື່ອສືບຕໍ່ກໍ່ສ້າງໂຮງແຮມ ຣາຊວົງ ພລາຊາ ທີ່ໄດ້ມີສັນຍານໍາກັນມາຕັ້ງແຕ່ປີ 2013 ນັ້ນໃຫ້ສໍາເຣັດ. ໂຮງແຮມຫລັງນີ້ ຕັ້ງຢູ່ແຄມຖນົນໄກສອນ ພົມວິຫານ ໃນເຂດບ້ານຈອມມະນີໃຕ້ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ລາວ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 28 ທັນວານີ້.
“ກ່ອນນັ້ນເຮັດເປັນໂຮງແຮມເກົ່າ ມີທິດສິເລີ່ມສ້າງ ສິປັບປຸງໃໝ່ຊັ້ນນ່າ ແຕ່ກ່ອນເປັນໂຮງແຮມທະຫານ ບາດນີ້ເພິ່ນສິປັບປຸງໃໝ່ ເຮັດໃໝ່ຍົກຣະດັບໃໝ່ ມັນບໍ່ໄດ້ມາຕຖານເດ໋ ການຮ່ວມມືຫັ້ນແຕ່ທາງເທິງແຫລະ ກັບຈີນຫັ້ນນ່າ ຈີນກັບລາວເຮົານີ້ຕັ້ງແຕ່ພຸ້ນແລ້ວ ເຣື່ອງການເຮັດການສ້າງ ເຣື່ອງໂຮງແຮມອິສັງຫັ້ນນ່າ.”
ທ່ານກ່າວຕື່ມວ່າ ໂຄງການສ້າງໂຮງແຮມຣາຊວົງ ພລາຊາ ນີ້ ມີມາຕັ້ງແຕ່ສມັຍທີ່ພົລໂທ ດວງໃຈ ພິຈິດ ດໍາຣົງຕໍາແໜ່ງຣັຖມົນຕຣີກະຊວງປ້ອງກັນປະເທດ, ແຕ່ຕໍ່ມາ ທ່ານໄດ້ເສັຍຊີວິດ ຈາກເຫດການເຮືອບິນຕົກ ທີ່ແຂວງຊຽງຂວາງເມື່ອປີ 2014 ແລະຫລັງຈາກນັ້ນ 2 ປີ ໂຄງການດັ່ງກ່າວກໍໄດ້ໂຈະການກໍ່ສ້າງ.
ນັກຊ່ຽວຊານດ້ານເສຖກິດລາວທ່ານນຶ່ງ ເວົ້າວ່າ ໃນເບື້ອງຕົ້ນ ທ່ານເອງກໍຮູ້ຂ່າວນັ້ນ ຊຶ່ງກໍເປັນໄປຕາມຄາດ ທີ່ບໍຣິສັດຜູ້ລົງທຶນຣາຍເກົ່າ ກັບມາສືບຕໍ່ກໍ່ສ້າງໂຮງແຮມນີ້ອີກ, ແຕ່ກໍຍັງບໍ່ສາມາດເວົ້າໄດ້ຫລາຍ, ຕ້ອງໄດ້ສຶກສາຂໍ້ມູນກ່ຽວກັບໂຄງການນີ້ເພີ່ມຕື່ມ ຍ້ອນເປັນໂຄງການທີ່ຂຶ້ນກັບກະຊວງປ້ອງກັນປະເທດໂດຍກົງ.
“ເພິ່ນຈະເລີ່ມລົງມືກໍ່ສ້າງ ເຫັນຂະເຈົ້າເຊັນສັນຍາ ມັນກະເປັນບໍຣິສັດຂອງທີ່ວ່າຂະເຈົ້າຮ່ວມທຶນມາແຕ່ດົນແລ້ວ ຂະເຈົ້າກະໂຈະມາຊ່ວງນຶ່ງຫັ້ນ ແຕ່ຂ້ອນຍກະບໍ່ຮູ້ຣາຍລະອຽດແມ່ນຫຍັງນ່າ ເພາະວ່າຜ່ານມາຂະເຈົ້າກະໂຈະໂຄງການແມ່ນຫຍັງມາແລ້ວກະມີການເຊັນສັນຍາ ແມ່ນຫຍັງທີ່ວ່າກໍ່ສ້າງແມ່ນຫຍັງຕໍ່ໄປຫັ້ນນ່າ.”
ປະຊາຊົນລາວ ເມື່ອຮູ້ຂ່າວວ່າ ໂຄງການນີ້ຈະກັບມາສືບຕໍ່ກໍ່ສ້າງໃຫ້ສໍາເຣັດ, ຫລາຍຄົນກໍໃຫ້ຄວາມສົນໃຈ ແລະຢາກໃຫ້ສ້າງສໍາເຣັດໄວ ຍ້ອນເຫັນເຣີ່ມກໍ່ສ້າງມາຕັ້ງແຕ່ດົນ, ແລ້ວກໍຢຸດເຊົາໄປຫລາຍປີ ຈົນແທບຈະເປັນຕຶກສູງຮ້າງ ທີ່ຕັ້ງຢູ່ໃຈກາງນະຄອນຫລວງວຽງຈັນ ດັ່ງປະຊາຊົນລາວຜູ້ນຶ່ງເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 28 ທັນວານີ້ວ່າ:
“ເອີ ໄດ້ຍິນວ່າກໍາລັງສິສ້ອມຄືນມາອີກ ວ່າຊັ້ນ ລົງມືແລ້ວແຕ່ຍັງບໍ່ທັນສໍາເຣັດ ກະວ່າ ເຫັນລາວເລີ່ມມາສ້າງອີກແລ້ວຫັ້ນນ່າ ແຖວຫລັກ 5 ທາງອອກທາງເລກທີ 13 ຕອນໃຕ້ເດ໋.”
ແລະຊາວບ້ານທີ່ຢູ່ໃກ້ກັບໂຮງແຮມນັ້ນນາງນຶ່ງ ເວົ້າວ່າ ໂຮງແຮມດັ່ງກ່າວສູງກວ່າຫລາຍໆໂຮງແຮມໃນນະຄອນຫລວງວຽງຈັນ ແລະມີແຜນທີ່ຈະສ້າງເຂດນັ້ນ ເປັນເຂດທຸຣະກິດ ຕາມທິດທາງທີ່ພາກສ່ວນກ່ຽວຂ້ອງໄດ້ວາງແຜນເອົາໄວ້.
“ມັນຈະສູງສູງກ່ອນຫລາຍໆຕຶກ ໂຮງແຮມທີ່ຜ່ານມາ ຂະເຈົ້າກະຕອກເສົາເຂັມແມ່ນຫຍັງແລ້ວເດ໋ ເພິ່ນກະມີແຜນພັທນາ ຂະເຈົ້າກະສິພັທນາໃຫ້ມັນເປັນເຂດທຸຣະກິດເດ໋.”
ໃນຂະນະດຽວກັນ ກໍມີປະຊາຊົນລາວຈໍານວນນື່ງ ໃຫ້ຄວາມສົນໃຈ ແລະວ່າ ບໍຣິສັດທາງ ຣົດໄຟລາວ-ຈີນ ຈະມີສ່ວນກ່ຽວຂ້ອງແນວໃດ ກັບໂຮງແຮມ ຣາຊວົງ ພລາຊາ ນັ້ນຫລືບໍ່, ຍ້ອນເຫັນວ່າ ໃນພິທີເຊັນສັນຍານັ້ນ ກໍມີທັງທ່ານ ເຊັຍ ເກັຍ ເວນ ເລຂາຄະນະພັກບໍຣິສັດທາງ ຣົດໄຟລາວ-ຈີນ ເຂົ້າຮ່ວມນໍາ ແລະຜູ້ລົງທຶນໃນໂຄງການໂຮງແຮມແຫ່ງນີ້ ກໍແມ່ນບໍຣິສັດຈີນ ດັ່ງຊາວລາວທ່ານນຶ່ງເວົ້າວ່າ:
“ໂອ໋ ຄົນຈີນຫັ້ນແຫລະມາລົງທຶນ ທາງຣົດໄຟເພິ່ນກະມາ ເພິ່ນສ້າງມາແຕ່ປີ 2013 ມາເດ໋ ລົງທຶນກະຊ່ວງນຶ່ງມາໂຈະນີ້ແຫລະ ເພິ່ນກະຈະສໍາເຣັດແລ້ວເນາະ.”
ກະຊວງປ້ອງກັນປະເທດ ແລະບໍຣິສັດ ຊົງຊິງຟາງເຕີ ພັທນາອະສັງຫາລິມະຊັບ ຈໍາກັດ ຂອງຈີນ ໄດ້ເຊັນສັນຍາສ້າງໂຮງແຮມ ຣາຊວົງ ພລາຊາ, ມູລຄ່າ 99 ລ້ານປາຍໂດລາສະຫະຣັຖ ໃນມື້ວັນທີ 3 ທັນວາ 2013 ໂດຍທີ່ກະຊວງປ້ອງກັນປະເທດ ຖືຫຸ້ນ 25% ແລະບໍຣິສັດຈີນ ຖືຫຸ້ນ 75%, ໄດ້ທັບມ້າງໂຮງແຮມ ຣາຊວົງ ຫລັງເກົ່າ ແລະເຮືອນພັກອອກ ເພື່ອກໍ່ສ້າງໂຮງແຮມໃໝ່ ຣະດັບ 5 ດາວ.
ນັບຕັ້ງແຕ່ນັ້ນມາເຖິງປີ 2016 ໂຄງການດັ່ງກ່າວ ກໍໄດ້ໂຈະການກໍ່ສ້າງ ຍ້ອນບໍຣິສັດຈີນ ຜູ້ລົງທຶນ ມີບັນຫາທາງດ້ານການເງິນ ແລະສັນຍາ ທີ່ໄດ້ລົງນາມຮ່ວມກັນນັ້ນ ບໍ່ສອດຄ່ອງແລະບໍ່ຮັດກຸມເທົ່າທີ່ຄວນ. ຈົນມາເຖິງປີ 2021 ນີ້ ກະຊວງປ້ອງກັນປະເທດ ຈຶ່ງໄດ້ຈັດຕັ້ງຄະນະສະເພາະກິດ ເພື່ອເຮັດທຸກວິທີທາງ ໃນການຊ່ອຍເຫລືອຜູ້ລົງທຶນ ໃຫ້ສາມາດກັບມາກັບມາສືບຕໍ່ສ້າງໂຮງແຮມແຫ່ງນີ້ ໃຫ້ສໍາເຣັດພາຍໃນປີ 2022 ຊຶ່ງຈະມີທັງໂຮງແຮມຕ້ອນ ຮັບນັກທ່ອງທ່ຽວ ແລະຮ້ານຄ້າປອດພາສີ. ແຮງແຮມແຫ່ງນີ້ ຈະສ້າງໃຫ້ສໍາເລັດສົມບູນ ໃນປີ 2023 ຊຶ່ງຈະມີທັງຫ້ອງການ, ເຮືອນພັກ, ສູນບໍາບັດ ແລະປິ່ນປົວສຸຂພາບ, ສູນການຄ້າຄົບວົງຈອນ, ສູນບັນເທິງ, ສູນກິລາ, ຮ້ານອາຫານນາໆ ຊາດ ແລະອື່ນໆ, ອີງຕາມຂໍ້ມູນຂອງກະຊວງປ້ອງກັນປະເທດລາວ.