ຂົນສົ່ງ ສິນຄ້າ ຣົຖໄຟ ລາວ-ຈີນ ຍັງບໍ່ເຂົ້າລະບົບ

ໄຊຍາ
2021.12.21
ຂົນສົ່ງ ສິນຄ້າ ຣົຖໄຟ ລາວ-ຈີນ ຍັງບໍ່ເຂົ້າລະບົບ ກຸ່ມຄົນງານລາວ ພວມກໍ່ສ້າງເສັ້ນທາງ ເຂົ້າສູ່ສະຖານີຣົຖໄຟລາວ-ຈີນ ທີ່ສະຖານີເມືອງໄຊ ແຂວງອຸດົມໄຊ ເຖິງວ່າຣົຖໄຟ ຈະຖືກເປີດໃຊ້ໄປແລ້ວກໍຕາມ, ແຕ່ການກໍ່ສ້າງເສັ້ນທາງ ຕ້ອງໄດ້ເຮັດໃຫ້ແລ້ວຕາມພາຍຫຼັງ, ວັນທີ 5 ທັນວາ 2021.
RFA

ເຖີງແມ່ນວ່າການຂົນສົ່ງສິນຄ້າ ລະຫວ່າງປະເທດລາວ-ປະເທດຈີນ ຈະເປີດດຳເນີນການແລ້ວ ຕັ້ງແຕ່ວັນທີ 3 ທັນວາ ຜ່ານມາ. ແຕ່ຢ່າງໃດກໍຕາມ ເປັນພຽງການຂົນຍ້າຍສິນຄ້າ ຈຳນວນນຶ່ງຈາກສະຖານີນະຄອນຫຼວງວຽງຈັນ ໄປຮອດສະຖານີບໍ່ເຕັນເທົ່ານັ້ນ. ຍ້ອນຂັ້ນຕອນການດຳເນີນການຕ່າງໆ ຍັງບໍ່ທັນຮຽບຮ້ອຍເທື່ອ. ດັ່ງເຈົ້າໜ້າທີ່ ກົມການນຳເຂົ້າ-ສົ່ງອອກສິນຄ້າ ນະຄອນຫຼວງວຽງຈັນ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ເມື່ອວັນທີ 21 ທັນວາ 2021 ນີ້ວ່າ:

ມັນຕ້ອງມີລະບົບຫຼາຍໆ ຢ່າງເຊັ່ນວ່າລະບົບພາສີ, ລະບົບ ຕມ ການກວດເຂົ້າອອກຄົນເຂົ້າອອກເມືອງຫຼືວ່າພາສີເຣື່ອງອື່ນຫັ້ນຂະເຈົ້າຍັງບໍ່ທັນໄດ້ເຊັຕລະບົບຢູ່ໃນນີ້. ຈັ່ງຊັ້ນກໍໄປໃຊ້ສະຖານີໃຫຍ່ຢູ່ວຽງຈັນກ່ອນກໍເປັນການເຊັຕລະບົບຄືນຢູ່ອີກບໍ່ດົນກໍຄົງສຳເຣັດແລ້ວຈັ່ງຊັ້ນຂົນສົ່ງສິນຄ້ານີ້ກໍປັດຈຸບັນນີ້ກໍມີແຕ່ຢູ່ນະຄອນຫຼວງວຽງຈັນທີ່ເຂົ້າໄປໄດ້.

ທ່ານໄດ້ກ່າວຕື່ມວ່າ ສຳລັບຜູ້ປະກອບການດ້ານຂົນສົ່ງສິນຄ້າ ທັງໃນແລະຕ່າງປະເທດ ບໍຣິສັດໃດທີ່ສົນໃຈຂົນສົ່ງສິນຄ້າ ຜ່ານທາງຣົຖໄຟລາວ-ຈີນ ກໍສາມາດເດີນທາງໄປສອບຖາມ ຣາຍລະອຽດ ແລະຂໍຄຳປຶກສາເບື້ອງຕົ້ນ ກ່ຽວກັບການກວດກາສິນຄ້າ ແລະພາສີການນຳເຂົ້າ-ສົ່ງອອກ ກັບທາງເຈົ້າໜ້າທີ່ ທີ່ປະຈຳຢູ່ພາຍໃນແຕ່ລະສະຖານີ.

ໃນຂະນະດຽວກັນ ສະຖານີທີ່ສຳລັບຮອງຮັບສິນຄ້າ ແລະສະຖານີຈອດຣົຖຂົນສົ່ງສິນຄ້າ ທີ່ຢູ່ຕາມສະຖານີໂດຍສານຕ່າງໆ ພາຍໃນແຂວງວຽງຈັນ, ຫຼວງພຣະບາງ, ອຸດົມໄຊ ກໍຍັງບໍ່ທັນມີຄວາມພ້ອມ ແລະຢູ່ລະຫວ່າງການປຸກສ້າງ ເຮັດໃຫ້ຜູ້ປະກອບການຂົນສົ່ງສິນຄ້າ ຈຳນວນນຶ່ງຍັງບໍ່ສາມາດດຳເນີນການ ຂົນສົ່ງສິນຄ້າ ຈາກລາວໄປຈີນຜ່ານທາງຣົຖໄຟລາວ-ຈີນ ໄດ້ເທື່ອ, ດັ່ງຜູ້ປະກອບການຂົນສົ່ງສິນຄ້າຢູ່ແຂວງຫຼວງນໍ້າທານາງນຶ່ງກ່າວວ່າ:

ຈະເອົາສິນຄ້າ ໄປຂຶ້ນຄອນເທນເນີ້ຂອງຣົຖໄຟ ຫັ້ນສົ່ງໄປທາງຈີນແຕ່ວ່າ ບັນຫາດຽວນີ້ຫັ້ນບໍ່ມີສະຖານີທີ່ຮອງຮັບຕູ້ຄອນເທນເນີ້ຂອງຣົຖໄຟ ເທື່ອຢູ່ບ່ອນເຂດບໍ່ເຕັນຫັ້ນ ນ່າມັນບໍ່ພຽງພໍສະຖາທີ່ມັນກຳລັງຖືກການປັບປຸງ ຣົຖໄຟນີ້ກໍມີແຕ່ເປີດໂດຍສານຊື່ໆ ເນາະແຕ່ສະເພາະເຣື່ອງສິນຄ້ານີ້ ຍັງບໍ່ທັນເປັນລະບົບເທື່ອ.

ສຳລັບສິນຄ້າ ທີ່ຖືກຂົນສົ່ງຜ່ານທາງຣົຖໄຟລາວ-ຈີນສ່ວນຫຼາຍແມ່ນເປັນສິນຄ້າ ດ້ານການກະເສຕຂອງຈີນທີ່ຂົນສົ່ງຜ່ານທາງສະຖານີຣົຖໄຟ ບໍ່ເຕັນ ເມືອງຫຼວງນໍ້າທາ ໄປຮອດ ສະຖານີຣົຖໄຟ ທ່ານາແລ້ງ ເມືອງຫາດຊາຍຟອງ ເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະການຄ້າ ແຂວງຫຼວງນໍ້າທາຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງທ່ານນຶ່ງກ່າວວ່າ:

ເຫັນມີແຕ່ເຂົ້າມາ ມັນເປັນສິນຄ້າກະເສຕສ່ວນຫຼາຍບໍ່ໄດ້ລົງ ມັນຈະມີໄດເຣັກທ໌ (direct) ລົງວຽງ ເຂົາເຈົ້າຫັ້ນນ່າ ໄດເຣັກທ໌ໄປພຸ້ນໂດຍກົງບໍ່ເຕັນແລ້ວ ໄປລົງທ່ານາແລ້ງພຸ້ນເລີຍ.

ເຖີງແມ່ນວ່າ ຣົຖໄຟລາວ-ຈີນຈະເປີດໃຫ້ບໍຣິການ ຂົນສົ່ງສິນຄ້າແລ້ວແຕ່ຣາຍລະອຽດ ກ່ຽວກັບການຂົນສົ່ງສິນຄ້າ ເປັນຕົ້ນມື້ນຶ່ງຈັກຖ້ຽວ, ຖ້ຽວລະຈັກຕູ້ຄອນເທນເນີ້ຣ໌ ແລະຈະໃຊ້ຂົນຍ້າຍ ສິນຄ້າປະເພດໃດເປັນສ່ວນຫຼາຍນັ້ນ ຂຶ້ນຢູ່ກັບທາງການຈີນ ແລະບໍຣິສັດທາງຣົຖໄຟລາວ-ຈີນ ຈຳກັດ. ດັ່ງເຈົ້າໜ້າທີ່ຜແນກໂຍທາທິການ ແລະຂົນສົ່ງຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງທ່ານນຶ່ງກ່າວວ່າ:

ໂຕນີ້ມັນຜູ້ຈັດການ ຍັງເປັນບໍຣິສັດລາວ-ຈີນຢູ່ເດີ້ເປັນພາກສ່ວນເຂົາເປັນຄົນຈັດການເອງຢູ່ ເປັນບໍຣິສັດລາວ-ຈີນກັບປະເທດຈີນ ເຂົາຍັງລົມກັນທືນຂະເຈົ້າ 70 ເນາະທືນເຮົາມີແຕ່ 30 ຊິຫັ້ນນ່າຍັງເປັນບ່ອນຂອງເຂົາເຈົ້າ ຈັດການຢູ່ຫຼັງຈາກມີເອກະສານ ຕົກລົງຢ່າງຮຽບຮ້ອຍ ທາງເຮົາຈຶ່ງຖືກເອີ້ນໄປ ຊ່ອຍວຽກຂອງເຂົາເຈົ້າອີກເທື່ອນຶ່ງ.

ອີງຕາມການແຈ້ງການຂອງກະຊວງໂຍທາທິການແລະຂົນສົ່ງສະບັບເລກທີ 24016/ຍທຂ ລົງວັນທີ 25 ພືສຈິກາ 2021 ຊຶ່ງໄດ້ເຫັນດີຕໍ່ການສເນີຂອງກົມທາງຣົຖໄຟແລະຮອງຮັບນໍາໃຊ້ຊົ່ວຄາວລາຄາປີ້ໂດຍສານແລະແຜນລາຄາຂົນສົ່ງສິນຄ້າໃນແຕ່ລະໄລຍະຂອງຣົຖ ໄຟລາວ-ຈີນຕັ້ງແຕ່ສະຖານີຣົຖໄຟນະຄອນຫຼວງວຽງຈັນຫາສະຖານີຣົຖໄຟບໍ່ເຕັນສຳລັບການຂົນສົ່ງສິນຄ້າເປັນຣົຖມີລາຄາ 0,6 ຢວນຕໍ່ຕັນຕໍ່ກິໂລແມັດ. ສ່ວນການຂົນສົ່ງສິນຄ້າແບບເປັນຕູ້ມີລາຄາ 13,75 ຫາ 18,7 ຢວນຕໍ່ຕູ້ຕໍ່ກິໂລແມັດຊຶ່ງຂຶ້ນກັບຂນາດຂອງຕູ້ຂົນສົ່ງ ສິນຄ້າ.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງບໍຣິສັດທາງຣົຖ ໄຟລາວ-ຈີນ ຈຳກັດເພື່ອສອບຖາມກ່ຽວກັບຂໍ້ກຳນົດ ດ້ານຂົນສົ່ງສິນຄ້າປະເພດຕ່າງໆ ລະຫວ່າງລາວ ແລະຈີນຜ່ານທາງຣົຖໄຟລາວ-ຈີນແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງບໍ່ສະດວກໃຫ້ຂໍ້ມູນ. ປັດຈຸບັນຜູ້ປະກອບການ ດ້ານການສົ່ງອອກ ແລະນຳເຂົ້າສິນຄ້າຈຳນວນນຶ່ງກໍໄດ້ມີແຜນ ນຳໃຊ້ບໍຣິການຂົນສົ່ງສິນຄ້າຜ່ານ ຣົຖໄຟລາວ-ຈີນ ແລ້ວ ແລະ ຄາດການວ່າແນວທາງດັ່ງກ່າວ ນີ້ຈະເຮັດໃຫ້ການຂົນສົ່ງ ສິນຄ້າທັງພາຍໃນ ແລະຕ່າງປະເທດເປັນໄປໄດ້ ຢ່າງສະດວກ ສະບາຍຂຶ້ນ. ດັ່ງຜູ້ປະກອບການຂົນສົ່ງ ສິນຄ້າຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງກ່າວວ່າ:

ອ່າກໍສົນໃຈຢູ່ແມ່ນເຮົາ ກໍມີແຜນໃນການນຳໃຊ້ຂົນສົ່ງ ຣົຖໄຟລາວ-ຈີນ ແລ້ວກໍໄທຍ-ລາວຕອນນີ້ເຮົາກໍບໍຣິການ ໄທຍ-ລາວຢູ່ແລ້ວ ຕອນນີ້ກໍສົ່ງອອກທົ່ວໂລກ ກໍຕ້ອງມີຄວາມສະດວກແນ່ນອນ ມັນຈະເປັນປະເພດເຄື່ອງຫັ້ນນ່າເຂົາສັ່ງສິນຄ້າ ອອນລາຍນ໌ ຈາກແອປຕ່າງໆ ຂອງໄທຍແລ້ວກໍຂອງຈີນຫັ້ນແຫຼະ.

ໃນຂະນະທີ່ຜູ້ປະກອບການ ດ້ານການສົ່ງອອກແລະນຳເຂົ້າສິນຄ້າອີກຈຳນວນນຶ່ງ ກໍຍັງບໍ່ທັນໄດ້ມີແຜນໃນການຳໃຊ້ ຣົຖໄຟລາວ-ຈີນ ໃນການຂົນສົ່ງສິນຄ້າເທື່ອ ຍ້ອນພວກເຂົາເຈົ້າຍັງບໍ່ ທັນຮູ້ຣາຍລະອຽດກ່ຽວກັບ ລາຄາຄ່າຂົນສົ່ງ ຈາກໜ່ວຍງານທີກ່ຽວຂ້ອງເທື່ອ. ດັ່ງຜູ້ປະກອບ ການຂົນສົ່ງສິນຄ້າ ຢູ່ນະຄອນຫຼວງວຽງຈັນ ອີກນາງນຶ່ງກ່າວວ່າ:

ໂຕນີ້ເຮົາຍັງບໍ່ຮູ້ເທື່ອ ເຈົ້າເພາະວ່າເຮົາກໍຍັງບໍ່ໄດ້ມີແຜນເທື່ອ ເພາະວ່າເຮົາກໍຍັງບໍ່ໄດ້ວາງແຜນ ຫຼືວ່າເຮົາຍັງບໍ່ໄດ້ຕຽມເທື່ອຫັ້ນນ່າ ໂຕນີ້ເຮົາຕ້ອງໄດ້ຖາມຝ່າຍຮັບຜິດ ຊອບເພີ່ນກ່ອນ.

ເມື່ອຕົ້ນເດືອນທັນວາທີ່ຜ່ານມາ, ຂະບວນຣົຖໄຟບັນທຸກສິນຄ້າ ຂອງຈີນກໍໄດ້ເດີນທາງເຂົ້າມາຍັງ ປະເທດລາວເພື່ອຂົນສົ່ງສິນຄ້າ ຕໍ່ໄປຍັງປະເທດໄທຍໂດຍພຽງສັປດາ ທຳອິດຂອງການ ຂົນສົ່ງມີສິນຄ້າປະເພດຜັກຂອງຈີນ ຖືກຂົນສົ່ງເຂົ້າໄປຍັງໄທຍ 660 ຕັນ. ຍ້ອນການຂົນສົ່ງສິນຄ້າ ຜ່ານຣົຖໄຟລາວ-ຈີນຊ່ອຍຫຼຸດໄລຍະເວລາ ການຂົນສົ່ງສິນຄ້າພາຍໃນປະເທດລາວລົງ ແລະ ເຮັດໃຫ້ສິນຄ້າມາຮອດຕລາດໄທຍຂອງປະເທດໄທຍ ໄດ້ໄວຂຶ້ນໂດຍຕລາດໄທຍ ເປັນຕລາດຂາຍສິນຄ້າດ້ານການກະເສຕ ຂນາດໃຫຍ່ແລະມີນັກລົງທືນຊາວຈີນ ເຂົ້າມາເຊົ່າພື້ນທີ່ເພື່ອໃຊ້ເປັນບ່ອນໃນການ ແຈກຢາຍສິນຄ້າພາຍໃນຕລາດຫຼາຍກວ່າ 20 ຫົວໜ່ວຍ.

ໃນຂະນະທີ່ສິນຄ້າ ຈາກປະເທດໄທຍຍັງ ບໍ່ສາມາດສົ່ງອອກໄປຍັງປະເທດຈີນ ໄດ້ຫຼາຍປານໃດ ຍ້ອນທາງການຈີນກຳນົດວ່າ ຈະນຳເຂົ້າສະເພາະຢາງພາຣາ, ມັນຕົ້ນ ແລະ ແຮ່ທາດເທົ່ານັ້ນອີກທັງຈຸດເຊື່ອມຕໍ່ລະຫວ່າງ ຣົຖໄຟໄທຍ-ລາວ ບໍຣິເວນສະຖານີທ່ານາແລ້ງ ຢູ່ເມືອງຫາດຊາຍຟອງເປັນໄລຍະທາງ ປະມານ 7.5 ກິໂລແມັດ ພັດຍັງຕິດບັນຫາດ້ານຂົນຍ້າຍສິນຄ້າ ຊຶ່ງຄາດວ່າຈະໄດ້ຮັບການແກ້ໄຂ ສຳເຣັດພາຍໃນ ເດືອນມິຖຸນາ 2022 ນີ້.

ເມື່ອວັນທີ 16 ທັນວາ 2021 ທ່ານ ຄຳແພງ ໄຊສົມແພງ ຣັຖມົນຕຣີກະຊວງອຸດສາຫະກັມ ແລະການຄ້າກ່າວໃນໂອກາດ ປະກອບຄຳເຫັນຕໍ່ກອງປະຊຸມ ພົບປະຄນະຣັຖບານກັບ ພາກທຸຣະກິຈວ່າທາງການລາວໄດ້ສນັບສນູນ ໃຫ້ຜູ່ປະກອບການເຊັນສັນຍາ ເປັນຜູ້ດຳເນີນການສົ່ງອອກສິນຄ້າ ດ້ານການກະເສດຈາກປະເທດລາວໄປຍັງປະເທດຈີນ ຈຳນວນ 15 ລາຍການເປັນຕົ້ນຖົ່ວດິນ, ມັນຕົ້ນ, ໝາກມ່ວງຫິນມະພານ, ຖົ່ວລຽນ, ໝາກກ້ວຍ, ໝາກມ່ວງ, ນໍ້າຕານ, ຖົ່ວຊະນິດຕ່າງໆ , ມັນດ້າງ, ນໍ້າເຜີ້ງ, ເຫຼັກ, ແອວມອນ, ພືດຕາຊີໂອ, ໝາກເຜັດ ແລະ ຊີ້ນງົວແຊ່ແຂງເພື່ອສນອງ ຄວາມຕ້ອງການຕລາດພາຍໃນ ແລະຕ່າງປະ ເທດທັງປະຣິມານ ແລະຄຸນນະພາບໂດຍສະເພາະຕລາດຈີນ. ປັດຈຸບັນບໍຣິສັດ ໄອດີພີ ກໍໄດ້ເຊັນສັນຍາໃນການດຳເນີນການສົ່ງອອກ ສິນຄ້າໄປຍັງປະເທດຈີນ.

ທັງນີ້ທາງການລາວ ໄດ້ກຳນົດວ່າຈະດຳເນີນການ ສົ່ງອອກສິນຄ້າດ້ານການກະເສດ ໄປຍັງປະເທດຈີນຈຳນວນ 50,000 ຕັນ ໃຫ້ສຳເຣັດພາຍໃນປີ 2022 ນີ້ ໂດຍມາຮອດປັດຈຸບັນ ປະເທດລາວ ສາມາດສົ່ງອອກສິນຄ້າ ປະເພດດັ່ງກ່າວນີ້ໄປຍັງປະເທດຈີນ ໄດ້ແລ້ວເປັນຈຳນວນ 30,000 ຕັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.