ບັນຫາ ຄ່າແຮງງານ ໃນໂຄງການ ທາງຣົຖໄຟລາວ-ຈີນ

ອຸ່ນແກ້ວ
2021.12.22
ບັນຫາ ຄ່າແຮງງານ ໃນໂຄງການ ທາງຣົຖໄຟລາວ-ຈີນ ນັກວິສະວະກອນ ແລະ ຄົນງານກໍ່ສ້າງ ກໍພວມເລັ່ງມື ໃນການກະຕຽມວຽກງານຕ່າງໆ (TS) ເດືອນ ຕຸລາ 2021.
Photo: RFA

ຣັ​ບານລາວ ແລະ ຈີນ ໄດ້ເຮັດພິທີເປີດໂຄງການ ທາງຣົໄຟລາວ-ຈີນ ຢ່າງເປັນທາງການ ໄປແລ້ວ ໃນວັນທີ 3 ທັນວາ ທີ່ຜ່ານມາ, ແຕ່ ອີກສິ່ງນຶ່ງທີ່ຍັງເປັນບັນຫາ ບໍ່ໄດ້ຮັບການແກ້ໄຂ ກໍຄື ກັມກອນລາວຫຼາຍຄົນ ທີ່ເຮັດວຽກກໍ່ສ້າງທາງຣົໄຟ ລາວ-ຈີນ ຍັງບໍ່ທັນໄດ້ຮັບຄ່າແຮງງານ. ກັມກອນລາວ ຄົນນຶ່ງທີ່ເຮັດວຽກ ຢູ່ໂຄງການທາງຣົໄຟລາວ-ຈີນ ຢູ່ເຂດບ້ານ ພູຄຳ ເມືອງໄຊທານີ ນະຄອນຫລວງວຽງຈັນ ໄດ້ໃຫ້ສຳພາດຕໍ່ເອເຊັຽເສຣີ ວ່າ:

ນັກ​ຂ່າວ: ເຮົາໄປເຮັດວຽກກັບບໍຣິສັດຈີນ ທີ່ວ່າ ກໍ່ສ້າງທາງຣົໄຟລາວ-ຈີນ ນີ້ ເຮົາໄດ້ເງິນສະດວກຢູ່ເບາະ?

ກັມ​ກອນລາວ: ເງິນຫວະ ເງິນກະບໍ່ຄ່ອຍສະດວກດີປານໃດແຫຼວ ເປັນນຳບາງຫົວໜ້າ ບາງຫົວໜ້າເຂົາເຈົ້າກະຈ່າຍດີ ບາງຫົວໜ້າເຂົາເຈົ້າກະຢາກກັກເງິນໄວ້.

ນັກ​ຂ່າວ: ອັນນີ້ ເຂົາກັກເງິນໄວ້ ແມ່ນບໍ່ນິນະ?

ກັມກອນລາວ: ໂດຍ ນ້ອງກະໄດ້ເຊົາວຽກໄດ້ຮອດເດືອນລະ ເຂົາກະຍັງບໍ່ຈ່າຍເງິນໃຫ້ຊ້ຳ​.

ນັກ​ຂ່າວ: ເຂົາຄ້າງຈ່າຍໃຫ້ເຮົາທໍ່ໃດ​?

ກັມ​ກອນລາວ: ຂອງນ້ອງຫວະ ປະມານ 4.5 ລ້ານ ກີບ.

ນັກ​ຂ່າວ: ເຂົາຄ້າງຈ່າຍໄດ້ຈັກເດືອນ ລະນິ?

ກັມ​ກອນລາວ: ຂອງນ້ອງປະມານເດືອນນຶ່ງນີ້ລະ ເຂົາຄ້າງໄວ້ ເຂົາບໍ່ຈ່າຍນີ້ນະ.

ນັກ​ຂ່າວ: ເຮົາໄດ້ໄປທວງເງິນບໍ່?

ກັມ​ກອນລາວ: ໂດຍ ນ້ອງໄປທວງມາໄດ້ 2-3 ເທື່ອລະ.

ນັກ​ຂ່າວ: ລະເຂົາວ່າຈັ່ງໃດລະ?

ກັມ​ກອນລາວ: ເຂົາວ່າ ມີແຕ່ມື້ອື່ນ ມື້ອື່ນ ຢູ່ລອດຈັ່ງຊີ້ນ່າ ມື້ອື່ນລະເລື່ອນລອດ ລະບໍ່ຈ່າຍໃຫ້ຈັກເທື່ອເດ້. ເຂົາອ້າງແຕ່ວ່າ ບໍຣິສັດ ບໍ່ຈ່າຍເງິນໃຫ້ ມີແຕ່ເຂົາເຈົ້າອ້າງວ່າ ບໍຣິສັດແມ່ບໍ່ຈ່າຍເງິນໃຫ້ຈັກເທື່ອ. ນ້ອງເຮັດວຽກແບບທາສີຈັ່ງຊີ້ນ່າ ເຮັດວຽກສີ.

ນັກ​ຂ່າວ: ແຕ່ວ່າ ກະຍັງບໍ່ທັນໄດ້ແມ່ນບໍ່?

ກັມ​ກອນລາວ: ໂດຍແມ່ນລະ ບໍ່ທັນໄດ້.

ນັກ​ຂ່າວ: ກະທວງຢູ່ລອດແມ່ນບໍ່?

ກັມ​ກອນລາວ: ໂດຍໄປທວງ ແຕ່ເຂົາເຈົ້າກະຍັງບໍ່ຈ່າຍ ມີແຕ່ເຂົາວ່າ ມື້ອື່ນ ມື້ຮືເດີ ແຕ່ເຮົາໄປຖາມພັດຍັງບໍ່ໄດ້ອີກ. ໄປຖາມອີກ ເອີ ອີກ​ 2-3 ມື້ ເຈົ້າມາເອົາເດີ.

ຂັ້ນ​ເຮົາຖາມເຂົາວ່າ ມື້ໃດຊິໄດ້ເງິນແທ້ ເຂົາກະມີແຕ່ວ່າ ບໍຣິສັດ ແມ່ຍັງບໍ່ທັນຈ່າຍເງິນໃຫ້ເທື່ອ.

ນັກ​ຂ່າວ: ມີຫຼາຍຄົນ​ ​ທີ່ວ່າບໍ່ໄດ້ເງິນຫັ້ນນະ?

ກັມ​ກອນລາວ: ກະຊິຫຼາຍຄົນຢູ່ ຄົນທີ່ເຮັດວຽກນຳນ້ອງນີ້ກະຫຼາຍຄົນຢູ່ແຕ່ກີ້ ນະ. ແຕ່ເຂົາເຈົ້າບາງຄົນກໍອົດທົນເຮັດຖ້າໄປ ເຂົາເຈົ້າກໍມີຄວມຫວັງວ່າ ບາງມື້ອາໄດ້ເງິນຈັ່ງຊີ້ນະ ແຕ່ນ້ອງເບິ່ງແບບແປກລະ ນ້ອງກໍເລີຍຖອນໂຕກ່ອນ ຊິນະ.

ນັ​ຂ່າວ: ອັນນີ້ ຢູ່ ເຂດໃດນີ້ ຢູ່ເຂດບ້ານໃດນີ້ ເຮົາເຮັດ?

ກັມ​ກອນລາວ: ຢູ່ບ້ານພູຄຳ ເມືອງໄຊທານີ [ນະຄອນຫລວງວຽງຈັນ]

ນັກ​ຂ່າວ: ມີກັມກອນຈັກຄົນທີ່ວ່າບໍ່ໄດ້ເງິນ?

ກັມ​ກອນລາວ: ກະຫຼາຍຄົນຢູ່ ປະມານຫາ 20 ຄົນນີ້ແຫຼະ ແຕ່ວ່ານາຍໜ້າອື່ນນ້ອງກະບໍ່ຮູ້ນະ ກະມີຫຼາຍໆ ນາຍໜ້າຢູ່. ໄດ້ຍິນຄົນເຂົາເຈົ້າເວົ້າຢູ່ວ່າ ບໍ່ໄດ້ເງິນ ເຂົາເຈົ້າວ່າ ບໍຣິສັດແມ່ບໍ່ຈ່າຍໃຫ້ ຫົວໜ້າກັມກອນ ກໍເລີຍບໍ່ມີເງິນຈ່າຍໃຫ້ລູກນ້ອງ.

ນັກ​ຂ່າວ: ກັມກອນ ຢູ່ເຂດບ້ານພູຄຳຫັ້ນ ມີປະມານ 10 ປາຍ ຫາ 20 ຄົນ ແມ່ນບໍ່ ທີ່ຍັງບໍ່ທັນໄດ້ເງິນຫັ້ນນະ?

ກັມ​ກອນລາວ: ໂດຍແມ່ນລະ ອາຫຼາຍກວ່ານັ້ນກໍມີ ເພາະວ່າ ມັນມີຫຼາຍຫົວໜ້າ ຫຼາຍນາຍໜ້າທີ່ມາຮັບເໝົາ ກັບບໍຣິສັດ ກະໄດ້ຍິນເຂົາເຈົ້າເວົ້າຫຼາຍຄົນຢູ່ ວ່າ ກັມກອນຢູ່ຫັ້ນກະປະມານ 100 ປາຍຄົນນີ້ແຫຼະ ໄດ້ຍິນເຂົາເຈົ້າປະທ້ວງຫຼາຍຄົນຢູ່ວ່າ ບໍ່ໄດ້ເງິນ.

ກັມ​ກອນລາວອີກທ່ານຶ່ງ ໄດ້ໃຫ້ສຳພາດຕໍ່ເອເຊັຽເສຣີ ວ່າ ເຖິງວ່າ ຈະໄດ້ຄ່າແຮງງານ ແຕ່ກໍໄດ້ຊ້າ ແຕ່ບາງຄົນທີ່ເຮັດວຽກນຳກັນ ກໍຍັງບໍ່ໄດ້ກໍມີ.

ກັມ​ກອລາວ: ຊ້າຫັ້ນແຫຼ ບາງຄົນກໍຍັງບໍ່ໄດ້ເງິນເງິນ 200-300 ລ້ານ ກໍຍັງບໍ່ໄດ້.

ນັກ​ຂ່າວ: ເຮົາກະໄດ້ນຳເຂົາລະເບາະ?

ກັມ​ກອນລາວ: ສ່ວນເຮົານີ້ໄດ້ແລ້ວ ມັນຫາກໄດ້ຊ້າ ຫາກໍ່ໄດ້ວ່າງນີ້ນ່າ ວ່າງນຶ່ງນີ້ນ່າ.

ນັກ​ຂ່າວ: ເຂົາຕິດໜີ້ເຮົາທໍ່ໃດລະ ເຮົາຈັ່ງຄ່ອຍໄດ້ນີ້ນະ?

ກັມ​ກອນລາວ: ອ້າວມັນຫຼາຍຄົນເນາະ ຜູ່ນຶ່ງ 4-5 ລ້ານ, 7-8 ລ້ານ. ມັນຫຼາຍຄົນ ກະຫຼາຍ 10 ລ້ານເດ້.

ນັກ​ຂ່າວ: ແຕ່ວ່າ ໃນສ່ວນຂອງເຮົານີ້ ເຂົາຕິດເທົ່າໃດ?

ກັມ​ກອນລາວ: ກະຍັງເຫຼືອປະມານເທົ່າໃດນຶ່ງ ໝ້ອງ 20 ລ້ານ ນີ້ບໍ້.

ນັກ​ຂ່າວ: ດົນປານໃດລະ ເຂົາຈັ່ງຄ່ອຍຈ່າຍໃຫ້ເຮົ?

ກັມ​ກອນລາວ: ໂອ້ ມັນບໍ່ມີກຳນົດນ່າເຣື່ອງນີ້ ມັນບໍ່ມີກຳນົດນ່າ. ມີແຕ່ນັດວັນທີຕລອດ ນັດມື້ລອດ ນັດເດືອນລອດ. ເດືອນລາວເດືອນຈີນ ມັນບໍ່ແນ່ນອນ ຄືຕ່າງປະເທດເດ້.

ນັກ​ຂ່າວ: ບໍ່ແນ່ນອນໝາຍຄວາມວ່າ ເຂົາເຍີ້ນເບາະ?

ກັມ​ກອນລາວ: ທັງບໍຣິສັດແມ່ເຂົາ ເຈົ້າຂອງຖານນີຣົໄຟພຸ້ນແຫຼະ ເຂົາບໍ່ປ່ອຍເງິນອອກມາໃຫ້ພວກຮັເໝົາຕໍ່ເຂົາຫັ້ນນ່າ. ບາດນີ້ ພວກເຮົາມັນກະໄດ້ຊ້າ ບາງຄົນເປັນ ຕື້ ສອງຕື້ ກະຍັງບໍ່ທັນໄດ້ເທື່ອປານນີ້.ສ່ວນວ່າ ກັມກອນລາວອີກທ່ານນຶ່ງ ທີ່ເຮັດວຽກກໍ່ສ້າງທາງຣົໄຟລາວ-ຈີນ ຢູ່ເຂດບ້ານດົງໂພນແຮ່ ແລະ ບ້ານດົງໂພສີ ເມືອງຫາຊາຍຟອງ ນະຄອນຫລວງວຽງຈັນ ໄດ້ໃຫ້ສຳພາດຕໍ່ເອເຊັຽເສຣີ ວ່າ ຍັງບໍ່ທັນໄດ້ຮັບເງິນຄ່າແຮງງານໝົດ.

ກັມ​ກອນລາວ​: ອາ ໄດ້ກະຍັງບໍ່ທັນໝົດເທື່ອ.

ນັກ​ຂ່າວ: ເຫຼືອທໍ່ໃດລະຕອນນີ້ນະ?

ກັມ​ກອນລາວ: ຕອນນີ້ກະຍັງເຫຼືອ 10 ລ້ານນີ້ແຫຼະ ສ່ວນຂ້ອຍຮັບວຽກກັບຄົນຽດ ເຫຼືອຜູ່ລະເລັກ ລະໜ້ອຍ. ຂ້ອຍຮັບນຳຄົນວຽດຫັ້ນກະໂຄງການຣົໄຟ ຄືກັນຫັ້ນຫຼະເຫຼືອ 5 ລ້ານ ຄົນຈີນຫັ້ນລະເຫຼືອ 15 ລ້ານ ເຫຼືອ 20 ລ້ານນະທັງໝົດຫັ້ນນະ.

ນັກ​ຂ່າວ: 20 ລ້ານທັງໝົດຫັ້ນນະ, ເຮົາກະຍັງເຮັດຢູ່ຫວະ ຫຼື ເຊົາເຮັດລະ?

ກັມ​ກອນລາວ: ດຽວນີ້ຂ້ອຍອອກມາເຮັດເອກຊົນກັບຄົນຈີນຄືກັນ ແຕ່ ມັນເປັນຂອງສ່ວນໂຕລາວແດ່.

ນັກ​ຂ່າວ: ແຕ່ບໍ່ແມ່ນໂຄງການທາງຣົໄຟ ແມ່ເບາະ?

ກັມ​ກອນລາວ: ບໍ່ແມ່ນແລ້ວ ບໍ່ແມ່ນແລ້ວ. ຍອມແລ້ວ ເຮັດວຽກຢູ່ໂຄງການທາງຣົໄຟ ຂ້ອຍຍອມແລ້ວ.

ນັກ​ຂ່າວ: ເປັນຫຍັງຄ່ອຍຍອມ.?

ກັມ​ກອນລາວ: ກະເງິນຫັ້ນແຫຼະ ມັນຊ້າໂພດ. ຄົນວຽດກຸ່ມນຶ່ງເຂົາມານອນເຝົ້າຢູ່ເຮືອນຈີນ ເຂົານອນເປັນເດືອນ ສອງເດືອນແລ້ວ ຖ້າເອົາເງິນນຳລາວນິ [ຄົນຈີນ].

ຜູ່​ນຶ່ງຫັ້ນຄົນວຽດເຂົາມາຖາມຂ້ອຍມື້ເຊົ້ານີ້ ຢູ່ເຮືອນລາວຢູ່ນີ້ ເຮືອນຄົນຈີນ ທີ່ຂ້ອຍຮັບເໝົາຕໍ່ນຳລາວ ຖາມວ່າ ເຫັນເຖົ້າຈີນນີ້ບໍ່. ຂ້ອຍກະວ່າ ຊ້ວງນຶ່ງ ຂ້ອຍເຫັນລາວມາຂົນເຄື່ອງອອກຈາກເຮືອນນີ້. ລະຄົນວຽດວ່າ ຄັນເຫັນລະແຈ້ງຫາແດ່ວ່າ ລາວກະຕິດໜີ້ 50-60 ລ້ານນີ້. ຈຸຄົນວຽດອີກຕ່າງຫາກເດ້ ເຂົາມາຮັດເໝົານຳຄົນຈີນ ນຳບໍຣິສັດອັນນີ້.   

ນັກ​ຂ່າວ: ລະເຮົາໄດ້ໄປຍື່ນຄຳຮ້ອງທຸກທາງໃດບໍ່ ຍືນຄຳຮ້ອງໄປຫາບໍຣິສັດແມ່ທີ່ວ່າ ຮັບເໝົາກໍ່ສ້າງທາງຣົໄຟຫັ້ນບໍ່?

ກັມ​ກອນລາວ: ຍັງຍັງຍັງ.

ນັກ​ຂ່າວ: ອັນຈຸດທີ່ເຮົາກໍ່ສ້າງແມ່ນໂຕລາງຣົໄຟເບາະ ຫຼື ເປັນສາງໃສ່ເຄື່ອງ ສາງສິນຄ້າ.

ກັມ​ກອນລາວ: ມັນເປັນອູ່ສ້ອມແປງກັບ ແລະ ບ່ອນເຂົເອີ້ນວ່າ ຫ້ອງລ້າຫ້ອງການເຂົານີ້ແຫຼະ ກັບໂຕເຂົາເອີ້ນວ່າໂຮງຮຽນ ມັນເປັນໂຮງຮຽນຂອງລາວ​-ຈີນເບາະ. ແຕ່ວ່າ ຄວາມຈິງຫັ້ນ ມັນເປັນອູ່ສ້ອມແປງເຄື່ອງ.

ນັກ​ຂ່າວ: ເຮົາເລີ່ມເຮັດກັບໂຄງການທາງຣົໄຟລາວ-ຈີນ ມານີ້ ດົນປານໃດລະ.

ກັມ​ກອນລາວ: ຂ້ອຍຫາກໍ່ເລີ່ມເຂົ້າໄປເຮັດນີ້ ປີກາຍນີ້ ປີນຶ່ງເຕັມໆ ສເພາະເຮັດທາງຣົໄຟ ແຕ່ວ່າ ເຂົາເຮັດລະກ່ອນໜ້ານີ້ແລ້ວ ແຕ່ຂ້ອຍບໍ່ຮູ້ ແລ້ວຂ້ອຍມາເຮັດຫາກໍ່ໄດ້ປີນຶ່ງ.

ເອ​ເຊັຽເສຣີ ພຍາຍາມ ຕິດຕໍ່ຫາບໍຣິສັດ ທາງຣົໄຟລາວ-ຈີນ ເພື່ອຖາມລາຍລະອຽດເຣື່ອງນີ້ ແຕ່ ບໍ່ສາມາດຕິດຕໍ່ໄດ້.

ແລະ ເອ​ເຊັຽເສຣີ ກໍໄດ້ຕິດຕໍ່ຫາເຈົ້າໜ້າທີ່ກ່ຽວຂ້ອງຂັ້ນເມືອງ ທ່ານນຶ່ງ ເພື່ອຖາມລາຍລະອຽດກ່ຽວກັບເຣື່ອງນີ້. ໃນເບື້ອງຕົ້ນເຈົ້າໜ້າທີ່ທ່ານນີ້ ປະຕິເສດທີ່ຈະໃຫ້ຄຳເຫັນໃນເຣື່ອງນີ້, ແຕ່ ຕໍ່ມາທ່ານກໍຕອບວ່າ ໂຄງການໄດ້ຈ່າຍໃຫ້ແລ້ວ.

ເຈົ້າ​ໜ້າທີ່ເມືອງ ທ່ານ ນີ້ ກ່າວຕໍ່ເອເຊັຽເສຣີ ວ່າ: “ດຽວນີ້ເຂົາເຈົ້າໄກ່ເກັ່ຽກັນ ເຂົາເຈົ້າໄດ້ເງິນໝົດລະເດີ ລະໄປຖາມເຂົາເຈົ້າໃໝ່ ເພາະວ່າ ມີຮ່າງສັນຍາຕ່າງໆ ເຂົາເຈົ້າມີການເບີກຈ່າຍ ມີການເຊັນບັນທຶກສັນຍາກັນຕ່າງໆ ມີການເບີກຈ່າຍກັນແຕ່ດົນແລ້ວ.”   

ບັນ​ຫາການຈ່າຍເງິນຄ່າແຮງງານ ໃຫ້ກັມກອນ ທີ່ເຮັດວຽກຢູ່ທາໂຄງການທາງຣົໄຟລາວ-ຈີນ ເກີດຂຶ້ນເປັນປະຈຳຈົນເຮັດໃຫ້ກັມກອນລາວ ພາກັນໄປທວງເງິນນຳຜູ້ຮັບເໝົາຄົນຈີນ ແລະ ຈົນເກີດການຜິດຖຽງກັນ.

  • ໃນ​ເດືອນກັນຍາ 2021, ກັມກອນລາວຫຼາຍຄົນ ທີ່ເຮັດວຽກໂຄງການທາງຣົໄຟລາວ-ຈີນ ເຂດບ້ານດົງໂພນແຮ່-ດົງໂພສີ ເມືອງຫາຊາຍຟອງ ນະຄອນຫລວງວຽງຈັນ ກໍພາກັນໄປທວງເອົເງິນນຳເຈົ້າຂອງໂຄງການຄົນຈີນ ຈົນເກີດການຜິດຖຽງກັນ ຍ້ອນວ່າ ຄົນຈີນຍັງບໍ່ທັນຈ່າຍເງິນໃຫ້.
  • ໃນ​ເດືອນ​ພຶ​ສ​ຈິ​ກາ 2021, ກັມ​ກອນ​ລາວ​ຫຼາຍ​ຄົນ ​ທີ່​ເຮັດ​ວຽກ​ໂຄງ​ການ​ທາງ​ຣົ​ຖ​ໄຟ​ລາວ-ຈີນ ເຂດ​ບ້ານດົງ​ໂພນ​ແຮ່-ດົງ​ໂພ​ສີ ເມືອງ​ຫາ​ຊາຍ​ຟອງ ນະ​ຄອນ​ຫລວງວຽງ​ຈັນ ກໍ​ພາ​ກັນ​ໄປ​ທວງ​ເອົ​າ​ເງິນ​ນຳ​ເຈົ້າ​ຂອງ​ໂຄງ​ການ​ຄົນ​ຈີນ ຈົນ​ເກີດ​ການ​ຕີ​ກັນ ລະ​ລະ​ຫວ່າງ ຄົນ​ລາວ ກັບ ຄົນ​ຈີນ.
ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.