ຈີນຈະຊ່ອຍປະເທດລຸ່ມນໍ້າຂອງ
2014.12.21

ຈີນ ຈະ ໃຫ້ ເງິນ ຊ່ວຍເຫລືອ ແກ່ 5 ປະເທດ ໃນເຂດ ອ່າງ ແມ່ນ້ຳຂອງ ເປັນ ຈໍານວນ ເຖິງ 11.5 ຕື້ ດອນລາ ສະຫະຣັດ. ໃນເວລາ ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ເຂດ ອ່າງ ແມ່ນ້ຳຂອງ ທີ່ ບາງກອກ ເມື່ອ ອາທິດ ທີ່ແລ້ວ ນາຍົກ ຣັຖມົນຕຣີ Li Keqiang ຂອງຈີນ ໄດ້ ຕົກລົງ ໃຫ້ ເງິນ ຊ່ວຍເຫລືອ ລ້າ 1 ຕື້ ດອນລາ ເພື່ອສ້າງ ໂຄງຮ່າງ ພື້ນຖານ; ອີກ 490 ລ້ານ ດອນລາ ເພື່ອ ຫລຸດຜ່ອນ ຄວາມ ທຸກຍາກ ແລະ ຈະໃຫ້ຢືມ ເງິນ ດ້ວຍ ດອກເບັ້ຍຕ່ຳ ເປັນ ພິເສດ ເຖິງ 10 ຕື້ ດອນລາ ແກ່ 5 ປະເທດ ຄື ລາວ ພະມ້າ ໄທ ວຽດນາມ ແລະ ກຳພູຊາ.
ໜັງສືພິມ ຊິນຫົວ ຂອງ ທາງການ ຈີນ ບໍ່ໄດ້ແຈ້ງ ຣາຍ ລະອຽດ ວ່າ ເງິນ ຊ່ວຍເຫລືອ ທັງໝົດ ນີ້ ຈະຊ່ວຍ ສ້າງ ຫຍັງແດ່ ໃນເຂດ ອະນຸພາກ ແມ່ນ້ຳຂອງ; ແຕ່ກ່ອນ ນີ້ ມື້ນຶ່ງ ທ່ານ ລີເກ່ກ່ຽງ ໄດ້ປະກາດ ຈະຊ່ວຍໄທ ສ້າງທາງ ຣົດໄຟ ຄວາມໄວ ສູງ ຊຶ່ງ ຈະມີມູນຄ່າ ເຖິງ 10.6 ຕື້ ດອນລາ. ນອກຈາກ ນັ້ນ ຈີນ ຍັງຈະລົງທຶນ ປະມານ 16.4 ລ້ານ ດອນລາ ເພື່ອສ້າງ ແລະ ຂຍາຍ ທາງເດີນເຮືອ ຕາມ ລຳ ແມ່ນ້ຳຂອງ.
ເປັນທີ່ ສັງເກດ ວ່າ ຂ່າວ ທາງການຈີນ ບໍ່ໄດ້ກ່າວ ເຖິງ ໂຄງການ ສ້າງ ທາງຣົດໄຟ ຄວາມໄວ ສູງ ຣະຫວ່າງ ລາວ ແລະ ຈີນ ນັ້ນເລີຍ ຊຶ່ງ ປັດຈຸບັນ ກຳລັງ ເຈຣະຈາ ກັນ ກ່ຽວກັບ ການ ຢືມເງິນ ກັບຈີນ ນັ້ນຢູ່. ນັກ ຊ່ຽວຊານ ຄາດວ່າ 5 ປະເທດ ແມ່ນ້ຳຂອງ ຈະນຳເອົາ ເງິນ ຊ່ວຍເຫລືອ ຈາກ ຈີນ ຄັ້ງນີ້ ໄປສ້າງ ທາງ ຣົດໄຟ ຖນົນ ຫົນທາງ ແລະ ເຂື່ອນ ໄຟຟ້າ.
ຜ່ານມາ ອົງການ ຮັກສາ ສິ່ງ ແວດລ້ອມ ໂຈມຕີ ຈີນ ຢ່າງໜັກ ທີ່ ສ້າງເຂື່ອນ ໃສ່ ແມ່ນ້ຳ ລ້ານຊ້າງ ຫລື ແມ່ນ້ຳ ຂອງ ຕອນເທິງ. ນັກຮັກສາ ສິ່ງ ແວດລ້ອມ ເຊື່ອວ່າ ເຂື່ອນ ຈີນ ໄດ້ເຮັດໃຫ້ ຣະດັບ ນ້ຳຂອງ ປ່ຽນແປງ ຍາມແລ້ງ ນ້ຳ ບົກແຫ້ງ ເກີນໄປ ແລະ ຍາມຝົນ ນ້ຳຖ້ວມ.