ເງິນກີບເຟີ້ ຄ່າຄອງຊີພສູງ ປະຊາຊົນ ເດືອດຮ້ອນ ໃຜແກ້ໄຂ

ຈຳປາທອງ
2022.10.07
ເງິນກີບເຟີ້ ຄ່າຄອງຊີພສູງ ປະຊາຊົນ ເດືອດຮ້ອນ ໃຜແກ້ໄຂ ການຊື້-ຂາຍ ເຄື່ອງອຸປໂພກ ແລະບໍຣິໂພກ ທີ່ຕລາດແຫ່ງນຶ່ງ ໃນໄລຍະທີ່ເຂົ້າຍາກ ໝາກແພງ ເງິນກີບເຟີ້ສູງ.
RFA

ອັດຕຣາເງິນກີບເຟີ້ ໃນເດືອນກັນຍາ 2022 ນີ້ ທຽບກັບເດືອນດຽວກັນ ຂອງປີກາຍ ເພີ່ມຂຶ້ນເປັນ 34.0% ຂະນະທີ່ເດືອນສິງຫາ ຜ່ານມາ ຢູ່ທີ່ 30.0%, ອີງຕາມການຣາຍງານ ຂອງສູນສະຖິຕິ ແຫ່ງຊາຕ, ກະຊວງແຜນການ ແລະ ການລົງທຶນ ວັນທີ 5 ຕຸລາ 2022.

ເງິນກີບເຟີ້ຫລວງຫລາຍ ຄືແນວນັ້ນ ເຮັດໃຫ້ລາຄາສິນຄ້າ ທຸກປະເພດແພງຂຶ້ນ ເປັນຕົ້ນ ເຂົ້າ, ປາ, ຊີ້ນ, ຜັກ. ອາຫານ ແລະເຄື່ອງດື່ມ ບໍ່ມີທາຕເຫລົ້າເພີ່ມຂຶ້ນ 35.5%, ເຂົ້າສານ, ເຂົ້າຫອມມະລິ ໝື່ນນຶ່ງ ຫລື 12 ກິໂລ ລາຄາ 180,000 ກີບ, ເຫລົ້າ ແລະຢາສູບເພີ່ມຂຶ້ນ 18.7%, ເຄື່ອງນຸ່ງ ແລະເກີບເພີ່ມຂຶ້ນ 22.2%, ຄ່ານໍ້າປະປາ, ຄ່າໄຟຟ້າ ແລະຄ່າເຊື້ອເພີງ ຫຸງຕົ້ມເພີ່ມຂຶ້ນ 22.9%, ເຄື່ອງໃຊ້ໃນເຮືອນເພີ່ມຂຶ້ນ 27.5%, ຄ່າການຮັກສາສຸຂພາບ ແລະຄ່າຢາປິ່ນປົວ ເພີ່ມຂຶ້ນ 44.5%, ຄ່າການສຶກສາເພີ່ມຂຶ້ນ 10.6%, ຄ່ານໍ້າມັນເຊື້ອເພີງ ເພີ່ມຂຶ້ນ 102.4%, ການຄົມມະນາຄົມ ຂົນສົ່ງເພີ່ມຂຶ້ນ 51.7%.

ເພື່ອແກ້ໄຂບັນຫາ ເງິນເຟີ້ຢູ່ລາວ ບໍ່ໃຫ້ເພີ່ມສູງຂຶ້ນຈົນເກີນໄປ ເຈົ້າໜ້າທີ່ທະນາຄານ ພັທນາເອເຊັຽ ປະຈໍາລາວເວົ້າວ່າ ມີຫລາຍມາຕການ ທີ່ອົງການຈັດຕັ້ງສາກົລ ແລະທະນາຄານຕ່າງໆ ສເນີໃຫ້ຣັຖບານລາວ ແກ້ໄຂດ່ວນ,  ແຕ່ຣັຖບານລາວ ບໍ່ສາມາດປະຕິບັດ ມາຕການຕ່າງໆໄດ້ດີ ເທົ່າທີ່ຄວນ ແລະຍັງບໍ່ເປັນຮູບປະທັມ.

ດັ່ງທີ່ທ່ານກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 7 ຕຸລານີ້ວ່າ:

ເພາະວ່າທຸກມື້ນີ້ ພາກຣັຖເຮົາ ມັນມີຂໍ້ຈໍາກັດ ຄືງົບປະມານ ກະມີບັນຫາ ໜີ້ກະສູງ ແລ້ວຢືມບໍ່ໄດ້ ແລ້ວເງິນຕຣາກະມີບັນຫາ ແລ້ວສະພາບຄ່ອງກະຕໍ່າ ມັນລະສວນທາງກັນ ກັບບາງຄໍາເວົ້າ ບາດນີ້ນະໂຍບາຍຕ່າງໆ ມັນບໍ່ແມ່ນນະໂຍບາຍ ຄືປະເທດມີທ່າແຮງ ຢາກເຮັດຫບັງຢາກຜັກດັນຫຍັງ ອັນນີ້ມີແຕ່ປະຄັບປະຄອງໄປ.

ທ່ານກ່າວຕື່ມວ່າ ມາຕການຕ່າງໆທີ່ວ່ານັ້ນ ມີຮວມທັງການດຶງດູດ ການລົງທຶນ ທັງພາຍໃນ ແລະຕ່າງປະເທດ, ເຂັ້ມງວດ ໃນການຈັດເກັບລາຍຮັບ, ຊໍາລະໜີ້ສາທາຣະນະ ໃຫ້ໄດ້ຕາມເປົ້າໝາຍ, ການສົ່ງເສີມການຜລິຕສິນຄ້າ ເພື່ອຫລຸດຜ່ອນ ການນໍາສິນຄ້າຕ່າງປະເທດ ເຂົ້າມາ ອັນທັງຈະຊ່ອຍໃຫ້ຄົນລາວ ມີອາຊີພໝັ້ນຄົງ ແລະເສຖກິຈລາວດີຂຶ້ນ.

ເມື່ອຕົ້ນເດືອນກັນຍາ ຜ່ານມາ ກະຊວງອຸດສາຫະກັມ ແລະການຄ້າ ໄດ້ຣາຍງານວ່າ ລາຄາສິນຄ້າ ແລະຄ່າບໍຣິການເພີ່ມຂຶ້ນ ໃນປັດຈຸບັນ ແມ່ນຍ້ອນຜົລກະທົບ ຈາກທັງປັດໄຈພາຍໃນ ທີ່ສາມາດແກ້ໄຂໄດ້ ໃນລະດັບນຶ່ງ ແລະປັດໄຈພາຍນອກ ທີ່ບໍ່ສາມາດຄວບຄຸມໄດ້.

ຜູ້ປະກອບການ ສິນຄ້າຫັດຖະກັມ ຢູ່ນະຄອນຫລວງວຽງຈັນ ທ່ານນຶ່ງ ກໍເວົ້າໃນມື້ດຽວກັນນີ້ວ່າ ມາຕການທີ່ຣັຖບານລາວ ສົ່ງເສີມໃຫ້ຄົນລາວ ຜລິຕສິນຄ້າ ເພື່ອຂາຍຢູ່ພາຍໃນ ແລະສົ່ງອອກນັ້ນ ຍັງຖືວ່າ ປະຕິບັດບໍ່ໄດ້ດີ ເທົ່າທີ່ຄວນ, ມີບັນຫາຫລາຍຢ່າງ ທີ່ເຮັດໃຫ້ສິນຄ້າລາວ ບໍ່ໄດ້ຮັບຄວາມນິຍົມ, ບໍ່ສາມາດຂາຍໄດ້ ຕາມເປົ້າໝາຍ ຍ້ອນບໍ່ໄດ້ຮັບຄວາມຮ່ວມມື ຈາກພາກຣັຖເທົ່າທີ່ຄວນ.

ແຕ່ວ່າເຮົາຍັງຂາດ ການປະສານງານ ການຮ່ວມມື ການໃຫ້ຂໍ້ມູນ ຈາກທາງເບື້ອງສູງ ຫັ້ນນະນໍ ຈະເຮັດໄປຕາມມີຕາມເກີດ ເຮັດໄປແບບທັມມະດາ ກະຍາກຫັ້ນນະ ທີ່ເຮົາຈະສົ່ງອອກ ໄປໄດ້ຫັ້ນນະ.  

ປະຊາຊົນລາວຜູ້ນຶ່ງ ຢູ່ແຂວງອັດຕະປື ເວົ້າຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 7 ຕຸລານີ້ວ່າປັດຈຸບັນ ຣັຖບານລາວສົ່ງເສີມ ໃຫ້ປະຊາຊົນມີອາຊີພໝັ້ນຄົງ ແລະຜລິຕສິນຄ້າ ເພື່ອຈໍາໜ່າຍ ໃຫ້ພຽງພໍຢູ່ພາຍໃນ ປະເທດ ເພື່ອຫລຸດຜ່ອນ ການນໍາເຂົ້າ, ແຕ່ນະໂຍບາຍ ແລະມາຕການສົ່ງເສີມ ທີ່ວ່ານັ້ນ ບໍ່ເອື້ອອໍານວຍ ແລະໃຫ້ຜົລປໂຍດ ແກ່ປະຊາຊົນເທົ່າທີ່ຄວນ. ຕົວຢ່າງ ຣັຖບານສົ່ງເສີມ ໃຫ້ປູກພືດ, ປູກໝາກໄມ້ ແລະລ້ຽງສັດ, ແຕ່ເມື່ອປະຊາຊົນເຮັດແລ້ວ ພັດບໍ່ມີຕລາດຮອງຮັບ, ບໍ່ມີບ່ອນຂາຍຜົລຜລິຕ ຊຶ່ງເປັນບັນຫາ ທີ່ສະທ້ອນໃຫ້ເຫັນວ່າ ວຽກງານດັ່ງກ່າວຍັງຂາດ ຄວາມເອົາໃຈໃສ່ ຈາກພາກຣັຖ.

ດັ່ງທີ່ທ່ານກ່າວວ່າ:

“ຫລັກໆເພິ່ນກະເວົ້າ ເຣື່ອງການປູກຝັງ ໃຫ້ລ້ຽງສັດນີ້ແຫລະ ບໍ່ໄດ້ຮັບຜົນປໂຍດຫຍັງ ເວົ້າຄວາມຈິງ ບໍ່ມີທິດທາງທີ່ຊິແກ້ໄຂໄດ້ແຫລະ ປະຊາຊົນເຂົາກໍບໍ່ຮູ້ ວິທີທາງຈະແກ້ໄຂ.”  

ຢູ່ແຂວງຄໍາມ່ວນ ປະຊາຊົນຜູ້ນຶ່ງ ກໍເວົ້າໃນມື້ດຽວກັນນີ້ວ່າ ເສຖກິຈລາວຕົກຕໍ່າຫລາຍ ເຮັດໃຫ້ການດໍາລົງຊີວິຕຂອງປະຊາຊົນຫຍຸ້ງຍາກ. ປັດຈຸບັນ ປະຊາຊົນປູກພືດ ແລະລ້ຽງສັດ ເພື່ອຫລຸດຜ່ອນ ການຊື້ໃນຕລາດ ທີ່ນັບມື້ນັບມີລາຄາແພງຂຶ້ນ.

ຍາກໄປໝົດທຸກຄົນ ເພາະວ່າມັນທໍາມາ ຫາກິນບໍ່ໄດ້ນ່າ ຫາລ້ຽງເປັດ, ລ້ຽງໄກ່ ໄປຄູ່ມື້ນີ້”   

ເວົ້າເຖິງການຜລິຕສິນຄ້າ ຢູ່ປະເທດລາວ ເຈົ້າໜ້າທີ່ ໂຄງການສົ່ງເສີມ ຜລິຕພັນລາວ ທີ່ບໍ່ເປັນຂອງຣັຖບານ ຢູ່ນະຄອນຫລວງວຽງຈັນ ກ່າວວ່າ ທຸກເມືອງ ທຸກແຂວງໃນລາວ ມີການຜລິຕສິນຄ້າ ສໍາລັບຕລາດພາຍໃນ ແລະສົ່ງໄປຂາຍຕ່າງປະເທດ, ແຕ່ສິນຄ້າເຫລົ່ານັ້ນ ມີຈໍານວນໜ້ອຍ ທີ່ຖືກຮັບຮອງຄຸນນະພາບ ແລະມາຕຖານ, ເຮັດໃຫ້ສິນຄ້າລາວ ຂາດໂອກາດທີ່ຈະສົ່ງໄປຂາຍ ຕ່າງປະເທດໄດ້ ຍ້ອນປັດໄຈສໍາຄັນຄື ມີເງິນລົງທຶນຈຳກັດ ແລະການເຂົ້າເຖິງ ການກູ້ຢືມເງິນ ຈາກທະນາຄານຫຍຸ້ງຍາກ ມີຫລາຍຂັ້ນຕອນ ແລະຂາດການຮ່ວມມື ຈາກພາກຣັຖ ທາງດ້ານເຕັກນິກ ແລະການຕລາດ.

ດັ່ງທີ່ທ່ານກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 7 ຕຸລານີ້ວ່າ:

ໂຕນີ້ແມ່ນເຮົານໍາເຂົ້າ ແບບວ່າເປັນ Big C ເປັນຫ້າງອີ່ຫຍັງ ຈັ່ງຊີ້ຫັ້ນນ່າ. ເຈົ້າ, ແຕ່ວ່າ ບໍ່ຜ່ານເກນກະຫລາຍຈັ່ງຊີ້ ສ່ວນຫລາຍຈະກ່ຽວກັບເຣື່ອງ Packaging ການຫຸ້ມຫໍ່ ແລ້ວກະວັນເດືອນປີ ໝົດອາຍຸ ຂະເຈົ້າກະຍັງພັທນາ ບໍ່ໄດ້ໄກຫັ້ນນ່າ ເຈົ້າ.

ເວົ້າເຖິງສາເຫດ ທີ່ພາໃຫ້ເງິນກີບເຟີ້ ສູງຫລາຍນັ້ນ ສູນສະຖິຕິແຫ່ງຊາຕ ຣາຍງານໃນເດືອນກັນຍາ ຜ່ານມາວ່າ ມາຈາກປັດໄຈພາຍນອກ ຄືຜົລກະທົບ ຈາກການຣະບາດ ຂອງໂຄວິດ-19 ທີ່ແກ່ຍາວ ໃນທົ່ວໂລກ, ຈາກຄວາມບໍ່ສງົບ ທາງການເມືອງ ແລະການຂັດແຍ່ງ ທາງການທະຫານ ຂອງປະເທດມະຫາອໍານາດ.

ສ່ວນປັດໄຈພາຍໃນ ແມ່ນເປັນຍ້ອນການຜລິຕ ຍັງບໍ່ທັນເຂັ້ມແຂງ, ສິນຄ້າສ່ວນຫລາຍ ຍັງນໍາເຂົ້າມາຈາກຕ່າງປະເທດ, ລາຄານໍ້າມັນເຊື້ອເພີງ ເພີ່ມສູງຂຶ້ນ ແລະລາຄາສິນຄ້າອື່ນໆ ກໍສູງຂຶ້ນ ຍ້ອນຕົ້ນທຶນການຜລິຕ ແລະການບໍຣິການເພີ່ມຂຶ້ນ. ເງິນກີບອ່ອນຄ່າ, ອັດຕຣາເງິນກີບເຟີ້ສູງຂຶ້ນ ໃນ 5 ເດືອນຜ່ານມາ ເງິນກີບເຟີ້ສູງຂຶ້ນນໍາເລື້ອຍໆ ຄືເດືອນພຶສພາ ເງິນກີບເຟີ້ 12.81% ແລະເດືອນກັນຍາ ເພີ່ມຂຶ້ນເປັນ 34%.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.